ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ - ການນຳທີ່ເກັ່ງກ້າ ສາມາດ, ອຸທິດຕະຫຼອດຊີວິດ ເພື່ອປະເທດຊາດ ແລະປະຊາຊົນ

14:00 | 20/07/2024

ຍສໝ - ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ແມ່ນປັນຍາຊົນ, ຜູ້ເກັ່ງກ້າສາມາດຂອງການປະຕິວັດຫວຽດນາມ, ນັກແນວຄິດ, ນັກວັດທະນະທຳ, ແມ່ນທຸງທິດສະດີຂອງພັກ, ນັກສຶກສາດີເດັ່ນທີ່ຮ່ຳຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ ແລະແບບແຜນການດໍາລົງຊີວິດຂອງປະທານໂຮ່ຈີມິນ ຜູ້ຍິ່ງໃຫຍ່ ຢ່າງບໍ່ຢຸດຢັ້ງ, ເພິ່ນໄດ້ອຸທິດຕະຫຼອດຊີວິດໃຫ້ແກ່ພາລະກິດປະຕິວັດຂອງພັກ ແລະປະເທດຊາດເຮົາ, ຕະຫຼອດຊີວິດຂອງເພິ່ນ ເພື່ອປະເທດຊາດ ແລະ ປະຊາຊົນ.

ກວ່າ 55 ປີແຫ່ງການເຄື່ອນໄຫວຢ່າງຕໍ່ເນື່ອງ, ໄດ້ຮັບການຝຶກຝົນຫຼໍ່ຫຼອມໃນພຶດຕິກໍາຕົວຈິງຂອງການປະຕິວັດ, ດ້ວຍວິໄສທັດຍຸດທະສາດ, ມີແນວຄິດແຫຼມຄົມ, ຕິດພັນຢ່າງແໜ້ນແຟ້ນກັບພຶດຕິກໍາຕົວຈິງ, ສະຫາຍ ຫງວຽນຝູຈ້ອງ ແລະຄະນະບໍລິຫານງານສູນກາງພັກໄດ້ນຳໃຊ້ ແລະພັດທະນາລັດທິມາກ-ເລນິນ ແລະແນວຄິດໂຮ່ຈີມິນ ຢ່າງມີຫົວຄິດປະດິດສ້າງ, ກໍ່ສ້າງພັກໃຫ້ນັບມື້ນັບປອດ ແລະໝັ້ນຄົງ ເຂັ້ມແຂງຢ່າງບໍ່ຢຸດຢັ້ງ; ກໍ່ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຂອງປະຊາຊົນ, ເພື່ອປະຊາຊົນ; ເພີ່ມເຕີມ, ປັບປຸງໃຫ້ສົມບູນແບບ ແລະນຳພາການປະຕິບັດແນວທາງປ່ຽນແປງໃໝ່ຢ່າງມີໄຊ, ສ້າງສາປະເທດເຮົາ “ບໍ່ເວລາໃດທີ່ມີພາລະກິດໃຫຍ່ຫຼວງ, ມີກຳລັງບົ່ມຊ້ອນ, ມີອິດທິພົນຊື່ສຽງ ແລະຖານະບົດບາດສາກົນຄືປະຈຸບັນ”.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ - ການນຳທີ່ເກັ່ງກ້າ ສາມາດ, ອຸທິດຕະຫຼອດຊີວິດ ເພື່ອປະເທດຊາດ ແລະປະຊາຊົນ
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກັບຄະນະຜູ້ແທນຜູ້ມີຄຸນງາມຄວາມດີ ປີ 2022. ພາບ: ດັງຄວາ

ໃນຕະຫຼອດຊີວິດແຫ່ງການເຄື່ອນໄຫວປະຕິວັດຂອງຕົນ, ວຽກງານພັກ ແລະກໍ່ສ້າງພັກກວມທີ່ຕັ້ງສຳຄັນພິເສດສໍາລັບສະຫາຍ ຫງວຽນຝູຈ້ອງ. ທ່ານໄດ້ໝູນໃຊ້ແນວຄິດ ໂຮ່ຈີມິນ ກ່ຽວກັບການກໍ່ສ້າງພັກຢ່າງມີຫົວຄິດປະດິດສ້າງ, ສະຫາຍ ຫງວຽນຝູຈ້ອງ ໄດ້ລົງເລິກເຮັດແຈ້ງທາດແທ້ຂອງພັກ, ບົດບາດຂອງພັກໃນພາລະກິດປ່ຽນແປງໃໝ່ປະເທດຊາດ, ກ່ຽວກັບການກໍ່ສ້າງພັກກໍາອໍານາດຈາກພຶດຕິກໍາຕົວຈິງແຫ່ງການປ່ຽນແປງໃໝ່ຢູ່ຫວຽດນາມ. ຈາກນັ້ນ, ສະຫາຍພ້ອມກັບຄະນະບໍລິຫານງານສູນກາງ ໄດ້ວາງແຜນແລະນຳພາປະຕິບັດບັນດາແຜນນະໂຍບາຍຍຸດທະສາດກ່ຽວກັບການກໍ່ສ້າງ ແລະປັບປຸງພັກຢ່າງມີໄຊ; ເດັດດ່ຽວ, ຢຶດໝັ້ນໃນການຕ້ານລັດທິສ່ວນຕົວ, ຕ້ານການເສື່ອມທາດເສຍຄຸນໃນພັກ, ຕ້ານການສໍ້ລາດບັງຫຼວງ, ແລະປະກົດການຫຍໍ້ທໍ້ ໄປຄຽງຄູ່ກັບການຝຶກຝົນຫຼໍ່ຫຼອມຄຸນສົມບັດການປະຕິວັດ, ຄຸນທາດ, ລະດັບຄວາມຮູ້ພູມປັນຍາ, ລັກສະນະປະຈັນບານ, ເສີມຂະຫຍາຍມູນເຊື້ອອັນດີງາມ, ສາຍພົວພັນສະໜິດຕິດພັນກັບປະຊາຊົນ.

ພາຍໃຕ້ການນຳພາຂອງພັກ, ໂດຍສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ນຳໜ້າ, ພັກເຮົາໄດ້ສະແດງໃຫ້ເຫັນຄຸນທາດ, ພູມປັນຍາ, ນຳພາທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຍາດໄດ້ຜົນງານອັນໃຫຍ່ຫຼວງຫຼາຍຢ່າງໃນພາລະກິດປ່ຽນແປງໃໝ່ປະເທດຊາດ, ເຮັດໃຫ້ທຸກກົນອຸບາຍມ້າງເພທໍາລາຍຂອງອິດທິກຳລັງທີ່ເປັນປໍລະປັກຖືກປະລາໄຊ, ສ້າງສັງຄົມ “ແຫ່ງຄຸນສົມບັດ ແລະສີວິໄລ” ຢ່າງແທ້ຈິງ.

ໃນຖານະເປັນປະທານສະພາແຫ່ງຊາດ ແລະເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຍາມໃດສະຫາຍກໍ່ເປັນຫ່ວງເປັນໄຍກັບບັນຫາກໍ່ສ້າງລັດແຫ່ງອໍານາດນິຕິບັນຍັດສັງຄົມນິຍົມຂອງປະຊາຊົນ, ເພື່ອປະຊາຊົນ, ໂດຍປະຊາຊົນ. ພາຍໃຕ້ການນຳພາຂອງສະຫາຍ ຫງວຽນຝູຈ້ອງ, ເປັນຄັ້ງທຳອິດພັກເຮົາໄດ້ປະກາດໃຊ້ມະຕິກ່ຽວກັບການສືບຕໍ່ກໍ່ສ້າງ ແລະປັບປຸງລັດແຫ່ງອໍານາດນິຕິບັນຍັດສັງຄົມນິຍົມຫວຽດນາມ ໃນໄລຍະໃໝ່ໃຫ້ສົມບູນແບບ, ວາງເປົ້າໝາຍ “ປັບປຸງລັດແຫ່ງອໍານາດນິຕິບັນຍັດສັງຄົມນິຍົມຫວຽດນາມຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ, ໂດຍພັກກອມມູນິດຫວຽດນາມ ນໍາພາໃຫ້ ສົມບູນແບບ”; ມີລະບົບກົດໝາຍສົມບູນ, ໄດ້ຮັບການປະຕິບັດຢ່າງເຂັ້ມງວດ ແລະສະເໝີຕົ້ນສະເໝີປາຍ; ເຄົາລົບລັດຖະທຳມະນູນ ແລະກົດໝາຍ, ເຄົາລົບ, ຮັບປະກັນ ແລະປົກປ້ອງສິດທິມະນຸດ ແລະສິດຂອງພົນລະເມືອງຢ່າງມີປະສິດທິຜົນ; ອຳນາດລັດເປັນເອກະພາບ, ໄດ້ຮັບການຈໍາແນກຢ່າງຈະແຈ້ງ, ສົມທົບກັນຢ່າງແໜ້ນແຟ້ນ, ຄວບຄຸມຢ່າງມີປະສິດທິຜົນ; ພື້ນຖານບໍລິຫານ, ຕຸລາການອາຊີບ, ອໍານາດນິຕິບັນຍັດ ແລະທັນສະໄໝ; ກົງຈັກລັດທີ່ກະທັດຫັດ, ປອດໃສ, ເຄື່ອນໄຫວຢ່າງມີປະສິດທິ ພາບ ແລະປະສິດທິຜົນ; ຖັນແຖວພະນັກງານ, ລັດຖະກອນ, ທີ່ມີຄຸນສົມບັດ, ຄວາມສາມາດພຽງພໍ, ມີວິຊາຊີບຢ່າງຈິງຈັງ, ຊື່ສັດບໍລິສຸດ; ຄຸ້ມຄອງປະເທດຢ່າງທັນສະໄຫມ, ມີປະສິດທິຜົນ; ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາປະເທດຊາດຢ່າງວ່ອງໄວ ແລະຍືນຍົງ, ກາຍເປັນປະເທດພັດທະນາທີ່ມີລາຍຮັບສູງຕາມທິດສັງຄົມນິຍົມໃນປີ 2045” .

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ - ການນຳທີ່ເກັ່ງກ້າ ສາມາດ, ອຸທິດຕະຫຼອດຊີວິດ ເພື່ອປະເທດຊາດ ແລະປະຊາຊົນ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ພ້ອມກັບປະຊາຊົນຢູ່ບ້ານ ເທື້ອງດ້ຽນ, ຕາແສງ ຫວີງກວາງ, ເມືອງ ຫວີງບ໊າວ, ນະຄອນຫາຍຟ່ອງ ໃນວັນທີ 15 ພະຈິກ 2017. ພາບ: ສໍານັກຂ່າວສານຫວຽດນາມ

ຊາບຊຶມແນວຄິດໂຮ່ຈີມິນ, ມີສະຕິຢ່າງເລິກເຊິ່ງກ່ຽວກັບທີ່ຕັ້ງ ແລະບົດບາດສຳຄັນຂອງວັດທະນະທຳ “ວັດທະນະທຳແມ່ນວິນຍານຂອງປະເທດຊາດ”, “ວັດທະນະທຳຄົງຕົວ ປະເທດຊາດຈຶ່ງຄົງຕົວ”, ນັກວັດທະນະທຳ ຫງວຽນຝູຈ້ອງ, ຜູ້ນຳທີ່ດີເລີດໃນແນວຮົບວັດທະນະທໍາຂອງພັກໄດ້ອຸທິດສ່ວນເຂົ້າໃນການກໍ່ສ້າງພື້ນຖານວັດທະນະທຳທີ່ກ້າວໜ້າ, ເຕັມໄປດ້ວຍສີສັນຊາດ, ເປັນພື້ນຖານທາງດ້ານຈິດໃຈຂອງສັງຄົມຢ່າງແທ້ຈິງ, ເປັນກຳລັງແຮງພາຍໃນ, ກໍາລັງໜູນສໍາຄັນໃນການພັດທະນາປະເທດຊາດ. ພາຍໃຕ້ການນຳພາຂອງສະຫາຍ ຫງວຽນຝູຈ້ອງ, ເອກະສານຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໄດ້ເຕື້ອງເຖິງຂົງເຂດວັດທະນະທຳຢ່າງຮອບດ້ານ ແລະເລິກເຊິ່ງ; ກອງປະຊຸມໃຫຍ່ປະຊາຊົນທົ່ວປະເທດກ່ຽວກັບວັດທະນະທຳຂອງພັກພາຍຫຼັງກວ່າ 70 ປີແຫ່ງການຕິດພັນແນວຄິດ, ແລະການກະທໍາຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບເສີມຂະຫຍາຍບົດບາດຂອງວັດທະນະທຳໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດງ, ປະຕິບັດຄວາມຄາດຫວັງພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງ ແລະມີຄວາມສຸກ.

ດ້ວຍທັດສະນະດ້ານການເມືອງທີ່ເລິກເຊິ່ງ, ຈີນຕະນາການຍຸດທະສາດ, ສະຫາຍ ຫງວຽນຝູຈ້ອງ ໄດ້ພ້ອມກັບຄະນະບໍລິຫານງານສູນກາງພັກ ພັດທະນາຈີນຕະນາການພົວພັນຕ່າງປະເທດຂອງຫວຽດນາມ, ສະຫຼຸບພຶດຕິກໍາຕົວຈິງ ແລະສ້າງເປັນສິລະປະ “ການທູດໄມ້ໄຜ່”; ກໍ່ສ້າງ ແລະພັດທະນາພື້ນຖານການພົວພັນຕ່າງປະເທດ ແລະການທູດຂອງຫວຽດນາມ ເຕັມໄປດ້ວຍສີສັນ “ໄມ້ໄຜ່ຫວຽດນາມ”.

ພາຍໃຕ້ການນຳພາຂອງພັກ, ໂດຍກົງແມ່ນທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ສີສັນ “ການທູດໄມ້ໄຜ່” ໄດ້ຮັບການເສີມຂະຫຍາຍຢ່າງແຮງ, ສ້າງບາດລ້ຽວທີ່ມີລັກສະນະປະຫວັດສາດປ່ຽນແປງທາດແທ້ໃນການພົວພັນລະຫວ່າງຫວຽດນາມ ກັບບັນດາຄູ່ຮ່ວມມືໃຫຍ່. ບໍ່ມີເວລາໃດທີ່ຖານະບົດບາດ, ອິດທິພົນຊື່ສຽງ ແລະຮູບພາບຫວຽດນາມ ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ເປັນສະມາຊິກທີ່ຕັ້ງໜ້າ ແລະມີຄວາມຮັບຜິດຊອບພົ້ນເດັ່ນໃນເວທີສາກົນຄືປະຈຸບັນ ແລະຫວຽດນາມ ບໍ່ມີເວລາໃດທີ່ຫວຽດນາມ ເຊື່ອມໂຍງເຂົ້າພື້ນຖານເສດຖະກິດໂລກ, ພື້ນຖານການເມືອງສາກົນ ແລະພື້ນຖານສີວິໄລຂອງມວນມະນຸດ ຢ່າງເລິກເຊິ່ງກວ້າງຂວາງ ຄືໃນປະຈຸບັນ.

ໃນໄລຍະດຳລົງຕຳແໜ່ງເປັນປະທານປະເທດ, ປະທານສະພາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຜູ້ບັນຊາການບັນດາກຳລັງປະກອບອາວຸດປະຊາຊົນ, ສະຫາຍ ຫງວຽນຝູຈ້ອງ ຍາມໃດກໍ່ໃຫ້ຄວາມເອົາໃຈໃສ່ຢ່າງເລິກເຊິ່ງເຖິງກໍາລັງກອງທັບປະຊາຊົນ, ຕໍາຫຼວດປະຊາຊົນ; ເອົາໃຈໃສ່ກໍ່ສ້າງກອງທັບ ແລະຕຳຫຼວດໃຫ້ໝັ້ນຄົງເຂັ້ມແຂງ, ສາມັກຄີ ສະໜິດຕິດພັນ. ສະຫາຍໄດ້ຕັກເຕືອນບັນດາກຳລັງປະກອບອາວຸດຕ້ອງຊາບຊຶມ, ຮ່ຳຮຽນ, ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານ ໂຮ່ຈີມິນ ເປັນປະຈໍາ, ຖື “ກຽດສັກສີແມ່ນສິ່ງສັກສິດສູງສົ່ງລ້ຳຄ່າທີ່ສຸດ”, ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນຢ່າງສຸດຈິດສຸດໃຈ. “ອີງໃສ່ປະຊາຊົນ ເພື່ອເຮັດວຽກ”, “ຕ້ອງມີຈົ່ງຮັກພັກດີ, ເຄົາລົບນັບຖື, ຮັກແພງປະຊາຊົນຢ່າງແທ້ຈິງ”, ໃກ້ຊິດສະໜິດຕິດພັນກັບປະຊາຊົນ, ປົກປັກຮັກສາຜົນປະໂຫຍດຂອງປະຊາຊົນ, ຕ້ອງເຮັດໃຫ້ປະຊາຊົນນັບມື້ນັບມີຄວາມເຊື່ອໝັ້ນ ແລະຊ່ວຍເຫຼືອຫລາຍກວ່າເກົ່າ.

ພາຍໃຕ້ການຊີ້ນຳນຳພາຂອງພັກ, ໂດຍກົງແມ່ນສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ, ໜ້າທີ່ກໍ່ສ້າງກຳລັງປະກອບອາວຸດທີ່ຍອດຢ້ຽມ, ກະທັດຮັດ, ເຂັ້ມແຂງ, ປອດໃສຢ່າງແທດຈິງ, ໝັ້ນຄົງເຂັ້ມແຂງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະໜ້າທີ່ໃນສະພາບການໃໝ່ບັນລຸໄດ້ໝາກຜົນທີ່ສໍາຄັນຫຼາຍຢ່າງ; ກໍາລັງຕຳຫຼວດ ແລະກໍາລັງກອງທັບສາມັກຄີ ແລະ ສົມທົບກັນຢ່າງແໜ້ນແຟ້ນ, ເປັນດາບ ແລະໂລ້, ສອງປີກນົກ, ປົກປັກຮັກສາສັນຕິພາບ ແລະສະຖຽນລະພາບ ເພື່ອພັດທະນາປະເທດຊາດໄວ້ຢ່າງ ໝັ້ນຄົງ.

ແນວຄິດຂອງສະຫາຍ ຫງວຽນຝູຈ້ອງ ຍາມໃດກໍ່ແມ່ນປະຊາຊົນ, ແມ່ນມະນຸດ, ແມ່ນຄວາມສຸດຈິດສຸດໃຈຮັບໃຊ້ປະຊາຊົນ, ກໍ່ສ້າງມະນຸດ, ຖືປະຊາຊົນເປັນເຈົ້າ ແລະເປັນໃຈກາງຂອງພາລະກິດປ່ຽນແປງໃໝ່. ກ່ຽວກັບພັກ, ສະຫາຍຢືນຢັນວ່າ: “ພັກເຮົາຕ້ອງມີຄວາມຮັບຜິດຊອບສູງສຸດຕໍ່ປະຊາຊົນ, ເບິ່ງແຍງຊີວິດທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນ”; “ ຖ້າຫາກວ່າ ແນວທາງຂອງພັກບໍ່ສ່ອງແສງໄດ້ຜົນປະໂຫຍດຂອງປະຊາຊົນ, ຂອງປະເທດ ຊາດ, ບໍ່ສອດຄ່ອງກັບກົດເກນປ່ຽນແປງກ້າວໜ້າຂອງປະຫວັດສາດ, ນັ້ນແມ່ນ ແນວທາງທີ່ຜິດພາດ”, “ພົວພັນກັບປະຊາຊົນຢ່າງແໜ້ນແຟ້ນ ແມ່ນກົດເກນຄົງຕົວ, ພັດທະນາ ແລະການເຄື່ອນໄຫວຂອງພັກ, ເປັນປັດໄຈຕັດສິນໃຈສ້າງກຳລັງແຮງຂອງພັກ”. ໄຈ້ແຍກກ່ຽວກັບຄວາມ ແຕກຕ່າງກັນລະຫວ່າງລັດແຫ່ງອໍານາດນິຕິບັນຍັດສັງຄົມນິຍົມ ກັບລັດແຫ່ງອໍານາດນິຕິບັນຍັດທຶນນິຍົມ , ສະຫາຍໄດ້ຊີ້ແຈ້ງວ່າ “ລັດແຫ່ງອໍານາດນິຕິບັນຍັດສັງຄົມນິຍົມ ແມ່ນມີທາດແທ້ແຕກຕ່າງກັບລັດແຫ່ງອໍານາດນິຕິບັນຍັດທຶນນິຍົມ ຢູ່ບ່ອນວ່າ: ອຳນາດນິຕິບັນຍັດພາຍໃຕ້ລະບອບທຶນນິຍົມເນື້ອແທ້ແມ່ນເຄື່ອງມືປົກປັກຮັກສາ ແລະຮັບໃຊ້ຜົນປະໂຫຍດຂອງຊົນຊັ້ນນາຍທຶນ, ສ່ວນອໍານາດນິຕິບັນຍັດພາຍໃຕ້ລະບອບສັງຄົມນິຍົມແມ່ນເຄື່ອງມືສະແດງໃຫ້ເຫັນ ແລະປະຕິບັດສິດເປັນເຈົ້າຂອງປະຊາຊົນ, ຮັບປະກັນ ແລະປົກປັກຮັກສາຜົນປະໂຫຍດຂອງປະຊາຊົນສ່ວນຫຼາຍ” .

ກ່ຽວກັບເສດຖະກິດການຕະຫຼາດສັງຄົມນິຍົມ, ສະຫາຍໄດ້ສະຫຼຸບໂດຍສັງເຂບວ່າ: ລັກສະນະພື້ນຖານ, ເຊິ່ງແມ່ນລັກສະນະສຳຄັນຂອງການກຳນົດທິດສັງຄົມນິຍົມໃນເສດຖະກິດການຕະຫຼາດຢູ່ປະເທດເຮົາແມ່ນເສດຖະກິດຕ້ອງຕິດພັນກັບສັງຄົມ, ຕໍ່ນະໂຍບາຍເສດຖະກິດຕ້ອງເປັນເອກະພາບໄປກັບນະໂຍບາຍສັງຄົມ, ການເຕີບໂຕເສດຖະກິດຕ້ອງໄປຄຽງຄູ່ກັບການປະຕິບັດຄວາມກ້າວໜ້າ ແລະຄວາມຍຸຕິທຳທາງສັງຄົມໃນແຕ່ລະບາດກ້າວ, ແຕ່ລະນະໂຍບາຍ ແລະຕະຫຼອດຂະບວນການພັດທະນາ”, “ແຕ່ລະນະໂຍບາຍເສດຖະກິດຕ້ອງມຸ່ງໄປເຖິງຈຸດໝາຍພັດທະນາສັງຄົມ..., ສົ່ງເສີມການສ້າງຄວາມຮັ່ງມີຖືກຕາມກົດໝາຍໄປພ້ອມກັບການລົບລ້າງຄວາມອຶດຫິວ ແລະຫຼຸດຜ່ອນຄວາມທຸກຍາກ. ເບິ່ງແຍງດູແລຜູ້ມີຄຸນງາມຄວາມດີ ແລະຜູ້ປະສົບກັບຄວາມຫຍຸ້ງຍາກ ແລະດ້ອຍໂອກາດ".

ພາຍໃຕ້ການນຳພາຂອງສະຫາຍ ຫງວຽນຝູຈ້ອງ, ພັກເຮົາໄດ້ປະກາດໃຊ້ ບັນດາມະຕິກ່ຽວກັບການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ 6 ເຂດເສດຖະກິດໃນທົ່ວປະເທດ ຮອດປີ 2030, ວິໄສທັດຮອດປີ 2045, ວາງແຜນເປົ້າໝາຍ, ວິໄສທັດ, ທິດທາງ, ມາດຕະການ ເພື່ອພັດທະນາຢ່າງແຂງແຮງ ແລະບຸກທະລຸ, ປະກອບສ່ວນປະຕິບັດເປົ້າໝາຍຂອງປະເທດຊາດ 100 ປີພາຍໃຕ້ການນຳພາຂອງພັກ, 100 ປີແຫ່ງປະເທດສາທາລະນະລັດປະຊາທິປະໄຕຫວຽດນາມ, ປະຈຸບັນແມ່ນສາທາລະນະລັດສັງຄົມນິຍົມ ຫວຽດນາມ ຢ່າງມີໄຊ, ຮອດກາງສະຕະວັດທີ 21 ປະເທດເຮົາກາຍເປັນປະເທດພັດທະນາ, ປະຕິບັດຕາມຄວາມຫວັງຂອງປະທານ ໂຮ່ຈີມິນ, ເພື່ອໃຫ້ປະເທດເທົ່າທຽບກັບບັນດາປະເທດມະຫາອໍານາດຂອງ 5 ທະວີບ.

ຕະຫຼອດຊີວິດຂອງຕົນ, ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ອຸທິດສ່ວນໃຫ້ແກ່ພາລະກິດປະຕິວັດຂອງພັກ ແລະປະເທດຊາເຮົາດ້ວຍຈິດໃຈ ແລະເຈດຈຳນົງເຫຼັກກ້າ, ບໍ່ຖອຍຫຼັງຕໍ່ໜ້າອຸປະສັກ ແລະຄວາມຫຍຸ້ງຍາກ; ຢືນຢັນບຸກຄະລິກກະພາບອັນໃຫຍ່ຫຼວງ, ຖື: “ກຽດສັກສີແມ່ນສິ່ງທີ່ສັກສິດ, ສູງສົ່ງທີ່ສຸດ”, ຍຶດໝັ້ນຫຼັກການ, ຕະຫຼອດຊີວິດເພື່ອປະເທດຊາດ ແລະເພື່ອປະຊາຊົນ. ສະຫາຍເປັນແບບຢ່າງດີເດັ່ນກ່ຽວກັບຄຸນສົມບັດປະຕິວັດທີປອດໄສ, “ເຫັນແກ່ສ່ວນລວມບໍ່ເຫັນແກ່ສ່ວນຕົວ”, ວິຖີຊີວິດທີ່ລຽບງ່າຍ, ແບບແຜນເຮັດວຽກປະຊາທິປະໄຕ, ສຸດຈິດສຸດໃຈ, ວິທະຍາສາດ, ເຄົາລົບນັບຖື, ຮັກແພງມະນຸດ..., ໄດ້ຮັບການເຄົາລົບນັບຖື, ຄວາມເຊື່ອໝັ້ນ, ໄວ້ເນື້ອເຊື່ອໃຈ ແລະຮັກແພງຈາກພະນັກງານ, ສະມາຊິກພັກ ແລະປະຊາຊົນ ແລະໄດ້ໄດ້ຮັບຄວາມເຄົາລົບນັບຖື ແລະຕີລາຄາສູງຈາກ ເພື່ອມິດສາກົນ.

ພວກເຮົາເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຂອງພັກ, ການໝູນໃຊ້ ແລະພັດທະນາລັດທິມາກ-ເລນິນ, ແນວຄິດໂຮ່ຈີມິນ, ທິດສະດີກ່ຽວກັບແນວທາງປ່ຽນແປງໃໝ່ຂອງພັກຢ່າງມີຫົວຄິດປະດິດສ້າງ; ຢຶດໝັ້ນເອກະລາດແຫ່ງຊາດ ແລະລັດທິສັງຄົມນິຍົມ; ຢຶດໝັ້ນບັນດາຫຼັກການກໍ່ສ້າງພັກ; ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບເຮົາຈະສາມັກຄີ, ເປັນເອກະພາບ, ຮ່ວມແຮງຮ່ວມໃຈ, ເປັນຈິດໜຶ່ງໃຈດຽວ, ຍາດແຍ່ງກາລະໂອກາດ, ຜ່ານຜ່າສິ່ງທ້າທາຍ, ກໍ່ສ້າງ ພັກເຮົາ ແລະລະບອບການເມືອງຂອງພັກໃຫ້ປອດໃສ ແລະໝັ້ນຄົງເຂັ້ມແຂງຮອບດ້ານ; ພັດທະນາປະເທດຊາດຢ່າງວ່ອງໄວ ແລະຍືນຍົງ, ປົກປັກຮັກສາປະເທດຊາດໄວ້ຢ່າງໝັ້ນຄົງ; ນໍາປະເທດເຮົາໃຫ້ກາຍເປັນປະເທດພັດທະນາ, ມີອຸດສາຫະກຳທັນສະໄໝ ແລະ ມີລາຍຮັບສະເລ່ຍສູງໃນປີ 2030 ເມື່ອພັກເຮົາສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງ, ສ້າງປະຖົມ ປັດໄຈອັນໝັ້ນແກ່ນ ເພື່ອຮອດປີ 2045 , ປະຕິບັດສໍາເລັດເປົ້າໝາຍ 100 ປີແຫ່ງວັນສ້າງຕັ້ງປະເທດ, ນໍາປະເທດເຮົາກາຍເປັນປະເທດພັດທະນາ, ມີລາຍຮັບສູງຕາມທິດສັງຄົມນິຍົມ.

ທ່ານພົນເອກ ໂຕເລິມ, ກຳມະການກົມການເມືອງ, ປະທານປະເທດແຫ່ງສາທາລະນະລັດ ສັງຄົມນິຍົມຫວຽດນາມ

ບູນມີ

ເຫດການ
302 Found

Found

The document has moved here.