ແຈ້ງການພິເສດກ່ຽວກັບງານສົບເລຂາທິການໃຫຍ່ ຫງວຽນຝູຈ້ອງ

21:09 | 20/07/2024

ຍສໝ - ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ ສສ ຫວຽດນາມ, ປະທານປະເທດສສ ຫວຽດນາມ, ລັດຖະບານ ສສ ຫວຽດນາມ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແລະຄອບຄົວ ໂສກເສົ້າ ເສຍດາຍຢ່່າງໄດ້ສຸດຊຶ້ງ ແຈ້ງຂ່າວວ່າ:

ເລຂາທິການໃຫຍ່ ຫງວຽນຟູຈ້ອງ ເຖິງແກ່ມໍລະນະກໍາ ເລຂາທິການໃຫຍ່ ຫງວຽນຟູຈ້ອງ ເຖິງແກ່ມໍລະນະກໍາ

ສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງ ພັກກອມມູນິດຫວຽດນາມ, ເລຂາຄະນະພັກການທະຫານສູນກາງ. ພາຍຫຼັງທີ່ເປັນພະຍາດຮ້າຍແຮງ, ເຖິງວ່າ ພັກ, ລັດ, ຄະນະແພດໝໍ, ນັກຊ່ຽວຊານ ແລະຄອບຄົວໄດ້ເອົາໃຈໃສ່ເບິ່ງແຍງດູແລ, ປິ່ນປົວຢ່າງສຸດ ຈິດສຸດໃຈແລ້ວກໍ່ຕາມແຕ່ຍ້ອນອາຍຸສູງ ແລະເຈັບໜັກ, ສະຫາຍຈຶ່ງ ໄດ້ຈາກໄປໃນເວລາ 13 ໂມງ 38 ນາທີຂອງວັນທີ 19 ກໍລະກົດ 2024 ຢູ່ໂຮງໝໍສູນກາງກອງທັບ 108, ອາຍຸໄດ້ 80 ປີ.

ແຈ້ງການພິເສດກ່ຽວກັບງານສົບເລຂາທິການໃຫຍ່ ຫງວຽນຝູຈ້ອງ
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ . ພາບ: ດັງຄວາ

ໃນຕະຫຼອດ 60 ປີແຫ່ການປະຕິບັດງານ, ສະຫາຍໄດ້​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ ​ແລະດີເດັ່ນພິ​ເສດ​ຕໍ່​ພາລະກິດ​ປະຕິວັດ​ອັນ​ສະຫງ່າ​ລາສີ​ຂອງ​ພັກ ​ແລະປະ​ເທດ​ຊາດ. ສະຫາຍໄດ້​ຮັບ​ຫຼຽນໄຊ​ດາວ​ຄຳ​, ຫຼຽນກາອາຍຸພັກ 55 ປີຈາກ​ພັກ ​ແລະລັດ ​ແລະຫຼາຍຫຼຽນ​ໄຊ, ຫຼຽນກາ​ອັນ​ສູງ​ສົ່ງ​ອື່ນໆ​ຂອງ​ຫວຽດນາມ ​ແລະ ສາກົນ​.

ສະຫາຍຈາກໄປແມ່ນຄວາມເສຍຫາຍຢ່າງໃຫຍ່ຫຼວງຕໍ່ກັບພັກ, ລັດ ແລະປະຊາຊົນ ແລະຄອບຄົວ, ຍາດຕີພິນ້ອງຂອງສະຫາຍ. ເພື່ອຈາລຶກ ບຸນຄຸນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ ສສ ຫວຽດນາມ, ຄະນະກຳມະການສູນກາງແນວ ໂຮມປະເທດຊາດຫວຽດນາມ ໄດ້ຕົກລົງເຫັນດີຈັດຕັ້ງພິທີງານສົບ ລະດັບຊາດໃຫ້ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

ພິທີໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຈັດຢູ່ ຢູ່ຫໍທຳພິທີງານສົບລະດັບຊາດເລກທີ 5 ຖະໜົນເຈິ່ນແທ໊ງຕົງ, ຮ່າໂນ້ຍ ຈະເລີ່ມແຕ່ເວລາ 7 ໂມງ 00 ນາທີເຖິງ 22 ໂມງ 00 ນາທີຂອງວັນທີ 25 ກໍລະກົດ 2024 ແລະເວລາ 7 ໂມງ 30 ນາທີ ເຖິງ 13 ໂມງ 00 ນາທີຂອງວັນທີ 26 ກໍລະກົດ 2024.

ພິທີໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຈັດໃນເວລາ13 ໂມງ 00 ນາທີຂອງວັນທີ 26 ກໍລະກົດ 2024 ຢູ່ຫໍທຳພິທີງານສົບລະດັບຊາດເລກທີ 5 ຖະໜົນເຈິ່ນແທ໊ງຕົງ, ຮ່າໂນ້ຍ.

ພິທີປົງສົບຈະໄດ້ຈັດຂຶ້ນແຕ່ເວລາ 15 ໂມງ 30 ນາທີຂອງວັນດຽວກັນ ຢູ່ສຸສານມາຍຢິກ, ນະຄອນຮ່າໂນ້ຍ.

ໃນສອງວັນໄວ້ທຸກລະດັບຊາດ (ວັນທີ 26 – 27 ກໍລະກົດ 2024), ບັນດາອົງການ, ສຳນັກງານ, ສະຖານທີ່ສາທາລະນະຈະຕ້ອງຊັກທຸງລົງເຄິ່ງເສົາ ແລະ ບໍ່ໄດ້ຈັດຕັ້ງການເຄື່ອນໄຫວລະຫຼິ້ນບັນເທິງຕ່າງໆ.

ບູນມີ

ເຫດການ
302 Found

Found

The document has moved here.