ເລຂາທິການໃຫຍ່ ຫງວຽນຟູຈ້ອງ ເຖິງແກ່ມໍລະນະກໍາ

19:35 | 19/07/2024

ຍສໝ - ສະຫາຍ ຫງວຽນຟູຈ້ອງ, ເກີດປີ 1944, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເຖິງແກ່ມໍລະນະກໍາໃນເວລາ 13 ໂມງ 38 ນາທີຂອງວັນທີ 19 ກໍລະກົດ 2024 ຢູ່ໂຮງໝໍສູນກາງກອງທັບ 108.

ຕາມຂ່າວຈາກຄະນະຮັກສາ, ເບິ່ງແຍງດູແລສຸຂະພາບພະນັກງານຂັ້ນສູນກາງ, ສະຫາຍ ຫງວຽນຟູຈ້ອງ, ເກີດປີ 1944, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ພາຍຫຼັງເຈັບເປັນມາໄດ້ໄລຍະໜຶ່ງ, ເຖິງວ່າ ພັກ, ລັດ, ຄະນະແພດໝໍ, ນັກຊ່ຽວຊານ ແລະຄອບຄົວໄດ້ເອົາໃຈໃສ່ເບິ່ງແຍງດູແລ, ປິ່ນປົວຢ່າງສຸດຈິດສຸດໃຈແລ້ວກໍ່ຕາມແຕ່ຍ້ອນອາຍຸສູງ ແລະເຈັບໜັກ, ສະຫາຍເຖິງແກ່ມໍລະນະກໍາໃນເວລາ 13 ໂມງ 38 ນາທີຂອງວັນທີ 19 ກໍລະກົດ 2024 ຢູ່ໂຮງໝໍສູນກາງກອງທັບ 108.

ເລຂາທິການໃຫຍ່ ຫງວຽນຟູຈ້ອງ ເຖິງແກ່ມໍລະນະກໍາ
ເລຂາທິການໃຫຍ່ ຫງວຽນຟູຈ້ອງ. ພາບ: ຕູ່ງດິງ

ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ, ປະທານປະເທດ ແຫ່ງ ສສ ຫວຽດນາມ, ລັດຖະບານ ແຫ່ງ ສສ ຫວຽດນາມ, ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ຈະມີແຈ້ງການພິເສດກ່ຽວກັບການຈັດຕັ້ງງານຊາປະນະກິດສົບສະຫາຍ ຫງວຽນຟູຈ້ອງ ດ້ວຍພິທີລະດັບຊາດ.

ບູນມີ

ເຫດການ
302 Found

Found

The document has moved here.