ມູນເຊື້ອອັນສະຫງ່າລາສີຂອງກຳລັງຮັກສາສັນຕິພາບຂອງ ຫວຽດນາມ

07:45 | 28/05/2024

ຍສໝ - ວັນ​ທີ 27 ພຶດສະພາ, ຢູ່​ ຮ່າ​ໂນ້ຍ, ກົມ​ຮັກສາ​ສັນຕິພາບ​ ຫວຽດນາມ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 10 ປີ​ແຫ່ງ​ວັນ​ມູນເຊື້ອ (ທີ 27 ພຶດສະພາ 2014 – ທີ 27 ພຶດສະພາ 2024) ​ແລະ ​ຕ້ອນ​ຮັບ​ຫຼຽນ​ໄຊ​ປ້ອງ​ກັນ​ປະ​ເທດ​ຊາດ​ຊັ້ນ 3.

ພົບປະ, ລະດົມກໍາລັງໃຈນາຍຕໍາຫຼວດທະເລຫວຽດນາມ ເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ
ກຳລັງຮັກສາສັນຕິພາບສະຫະປະຊາຊາດຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 77 ປີແຫ່ງວັນຊາດຫວຽດນາມຢູ່ ຊູດັງໃຕ້

​ເຂົ້າ​ຮ່ວມ​ພິທີ​ມີ​ບັນດາກຳມະການສູນ​ກາງ​ພັກກອມມູນິດ ຫວຽດນາມ: ​ທ່ານຮອງ​ນາຍົກລັດຖະມົນຕີທ່ານ ເຈີ່ນ​ລືວກວ່າງ; ທ່ານພົນໂທ ຮວ່າງຊວນຈ໋ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະປະຕິບັດງານລະຫວ່າງຂະແໜງການ, ຫົວໜ້າຄະນະຊີ້ນໍາກະຊວງປ້ອງກັນປະເທດກ່ຽວກັບການເຄື່ອນໄຫວຮັກສາສັນຕິພາບ ສະຫະປະຊາຊາດ (ສປຊ).

ມູນເຊື້ອອັນສະຫງ່າລາສີຂອງກຳລັງຮັກສາສັນຕິພາບຂອງ ຫວຽດນາມ

ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ພິທີ​ເຄົາລົບ​ທຸງ​ຢູ່​ເຫດການ. (ພາບ: ຫງວຽນມິນ)

ເຂົ້າຮ່ວມເຫດການມີບັນດາອະດີດການນຳກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ, ກົມໃຫຍ່ການເມືອງ, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ອົງການ, ຫົວໜ່ວຍພາຍໃນ ແລະ ພາຍນອກກອງທັບຈຳນວນໜຶ່ງ.

​ສຳລັບຝ່າຍສາກົນ, ມີ​ເອກ​ອັກຄະ​ລັດຖະທູດ​ບັນດາ​ປະ​ເທດ​ທີ່​ມີ​ການ​ພົວພັນ​ຮ່ວມ​ມື​ດ້ານ​ຮັກສາສັນຕິພາບ ແລະ ຜູ້ຕາງໜ້າ​ບັນດາ​ອົງການ​ສາກົນ​ປະຈຳ​ ຫວຽດນາມ.

ພິທີ​ໄດ້​ຮັບ​ການຈັດ​ຕັ້ງ​ເພື່ອ​ຍົກ​ສູງ​ຄວາມ​ຮັບ​ຮູ້​ໃຫ້​ພະນັກງານ, ລັດຖະກອນ, ນັກຮົບ​ໃນ​ທົ່ວ​ກອງທັບ​ກ່ຽວ​ກັບ​ໜ້າທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ​ຂອງ​ກອງທັບ​ປະຊາຊົນ ​ຫວຽດນາມ; ໂຄສະນາ​ເຜີຍ​ແຜ່ ​ແລະ ສຶກສາ​ຢ່າງ​ກວ້າງຂວາງ​ກ່ຽວ​ກັບ​ມູນເຊື້ອ​ອັນ​ສະຫງ່າ​ລາສີຂອງ​ກຳລັງ​ຮັກສາ​ສັນຕິພາບ ສປຊ ຂອງ​ກອງທັບ​ປະຊາຊົນ ​ຫວຽດນາມ ​ ເວົ້າລວມ ​ແລະ ກົມ​ຮັກສາ​ສັນຕິພາບ ຫວຽດນາມ ​ເວົ້າ​ສະ​ເພາະ.

ທັງນີ້ກໍ່ແມ່ນແຫຼ່ງລະດົມກຳລັງໃຈ, ປຸກລະດົມພະນັກງານນາຍທະຫານ, ນັກຮົບອາຊີບ, ນາຍທະຫານ -ນັກຮົບສ້າງຄວາມໄວ້ເນື້ອເຊື່ອໃຈ, ຍົກສູງຄວາມຮັບຜິດຊອບ, ເພີ່ມທະວີຄວາມສາມັກຄີ, ປະຕິບັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ປະສົບຜົນສໍາເລັດ, ປະກອບສ່ວນສ້າງອົງຄະນະພັກ ກົມ​ຮັກສາສັນຕິພາບ ​ຫວຽດນາມ ເປັນໜ່ວຍ​ງານ​ທີ່​ປອດໃສເຂັ້ມ​ແຂງ, ໜ່ວຍ​ງານທີ່ເຂັ້ມແຂງຮອບດ້ານ “​ເປັນ​ແບບຢ່າງ ​ແລະ ​ເປັນສັນຍາລັກ”, ສືບ​ຕໍ່​ຂຽນ​ປະຫວັດສາດມູນເຊື້ອ​ອັນ​ສະຫງ່າ​ລາສີຂອງ​ໜ່ວຍ​ງານ​ໃນ​ຍຸກ​ສະໄໝໃໝ່.

ມູນເຊື້ອອັນສະຫງ່າລາສີຂອງກຳລັງຮັກສາສັນຕິພາບຂອງ ຫວຽດນາມ

ທ່ານພົນໂທ ຮວ່າງຊວນຈ໋ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ກ່າວຄຳປາໄສທີ່ເຫດການ.

ກ່າວ​ຄຳ​ປາໃສທີ່ເຫດການ, ທ່ານ​ພົນ​ໂທ ຮວ່າງ​ຊວນ​ຈ໋ຽນ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ​ໃຫ້​ຮູ້​ວ່າ ນັບ​ແຕ່​ເຂົ້າ​ເປັນ​ສະ​ມາ​ຊິກ​ສະ​ຫະ​ປະ​ຊາ​ຊາດ ​ເມື່ອ​ປີ 1977; ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ຢ່າງ​ເລິກ​ເຊິ່ງກວ່າ​ ​ແລະ ​ແມ່ນ​ສະມາຊິກ​ທີ່​ຕັ້ງໜ້າ, ມີ​ຄວາມ​ຮັບຜິດຊອບ, ​ເປັນ​ຄູ່​ຮ່ວມ​ມື​ສຳຄັນ​ຂອງ ສປຊ ​ແລະ ປະກອບສ່ວນຢ່ງ​ແທດ​ຈິງ, ມີ​ປະສິດທິ​ຜົນ​ເຂົ້າ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມ​ລວມຂອງ​ປະຊາ​ຄົມ​ໂລກ, ​ແນໃສ່​ປົກ​ປັກ​ຮັກສາ​ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ​ໃນ​ທົ່ວ​ໂລກ.

ທ່ານພົນໂທ ໄດ້ຢືນຢັນວ່າ: “ການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ແມ່ນນະໂຍບາຍທີ່ຖືກຕ້ອງ, ສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດພວກເຮົາ, ແມ່ນກຽດສັກສີ ແລະ ໜ້າທີ່ອັນສໍາຄັນຂອງກໍາລັງປະກອບອາວຸດປະຊາຊົນ, ໃນນັ້ນມີກອງທັບປະຊາຊົນ ຫວຽດນາມ, ແນໃສ່ປະຕິບັດແນວທາງ, ນະໂຍບາຍການຕ່າງປະເທດ ​ຕາມແນວທາງ​ເອກະລາດ, ເປັນເຈົ້າ​ຕົນ​ເອງ, ສັນຕິພາບ, ມິດຕະພາບ, ການ​ຮ່ວມ​ມື ​ແລະ ພັດທະນາ, ບົນ​ພື້ນຖານບັນດາ​ຫຼັກການ​ພື້ນຖານ​ຂອງ​ກົດ​ບັດ ສປຊ ​ແລະ ກົດໝາຍ​ສາກົນ.

ຫວນຄືນ 10 ປີທີ່ຜ່ານມາ, ພັນເອກ ຟ້າມແມ້ງຖັງ, ຫົວໜ້າກົມຮັກສາສັນຕິພາບ ຫວຽດນາມ ໃຫ້ຮູ້ວ່າ: ເພື່ອຜັນຍະຫຍາຍໜ້າທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ, ວັນທີ 21 ມັງກອນ 2014, ລັດຖະບານໄດ້ສ້າງຕັ້ງຄະນະປະຕິບັດງານລະຫວ່າງຂະແໜງການ, ກະຊວງ​ປ້ອງ​ກັນ​ປະ​ເທດ​ ໄດ້​ສ້າງ​ຕັ້ງ​ຄະນະ​ຊີ້​ນຳ​ກະຊວງ​ປ້ອງ​ກັນ​ປະ​ເທດ​ກ່ຽວກັບການເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ ສປຊ.

ຕໍ່ຈາກນັ້ນ, ວັນທີ 27 ພຶດສະພາ 2014, ກະຊວງປ້ອງກັນປະເທດ ໄດ້ສ້າງຕັ້ງສູນຮັກສາສັນຕິພາບ ຫວຽດນາມ ແລະ ໄດ້ສົ່ງນາຍທະຫານກອງທັບປະຊາຊົນຫວຽດນາມ 2 ຄົນທໍາອິດເຂົ້າຮ່ວມປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ ໃນຖານະເປັນທະຫານຕິດຕໍ່ພົວພັນຢູ່ Sudan ໃຕ້.

​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການ​ພັດທະນາ​ກຳລັງ, ​ໃນ​ຕົ້ນ​ປີ 2018, ສູນ​ຮັກສາສັນຕິພາບ ​ຫວຽດນາມ ​ໄດ້​ຮັບ​ການຈັດ​ຕັ້ງ​ຄືນ​ໃໝ່​ເປັນ​ກົມ​ຮັກສາສັນຕິພາບ ​ຫວຽດນາມ ​ແລະ ມີ​ໜ້າ​ທີ່ເປັນ​ເສນາທິການໃຫ້ແກ່​ຄະນະ​ພັກກອງທັບ​ສູນ​ກາງ, ກະຊວງ​ປ້ອງ​ກັນ​ປະ​ເທດ​ປະຕິບັດ​ການປະສານໃນ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ​ກຳລັງຮັກສາສັນຕິພາບ; ເປັນເສນາທິການ​ກັບ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ໃນວຽກງານກໍ່ສ້າງ, ຄຸ້ມ​ຄອງ, ບັນຊາ, ຊີ້​ນຳ ​ແລະ ບໍລິຫານກ່ຽວກັບກຳລັງ​ທີ່​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ ສປຊ ຂອງ​ກອງທັບ​ປະຊາຊົນ​ ຫວຽດນາມ.

ມູນເຊື້ອອັນສະຫງ່າລາສີຂອງກຳລັງຮັກສາສັນຕິພາບຂອງ ຫວຽດນາມ

ພັນ​ເອກ ຟ້າມ​ແມ້ງຖັງ, ຫົວ​ໜ້າ​ກົມ​ຮັກສາສັນຕິພາບ ຫວຽດ​ນາມ ກ່າວ​ຄຳປາໄສ. (ພາບ: ຫງວຽນມິນ)

ພາຍຫຼັງ​ກົມຮັກສາສັນຕິພາບ ​ຫວຽດນາມ ​ໄດ້​ຮັບ​ການ​ສ້າງ​ຕັ້ງ, ລັດຖະບານ​ໄດ້ດຳເນີນການສົ່ງມອບໜ່ວຍປະຕິບັດງານລະຫວ່າງຂະແໜງການ​ ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ​ຈາກ​ກະຊວງ​ການ​ຕ່າງປະ​ເທດ​ໄປ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມສຸມໃຈ​, ​ເປັນ​ເອກະ​ພາບ​ໃນ​ການ​ນຳພາ, ຊີ້ນຳ, ກໍ່ສ້າງ​ ແລະ​ ການ​ຜັນຂະຫຍາຍກຳລັງ.

​ໃນ​ປີ 2018, ກົມ​​ຮັກສາສັນຕິພາບ ຫວຽດນາມ ​ໄດ້​ປະຕິບັດສຳ​ເລັດ​ການ​ຜັນ​ຂະຫຍາຍ​ໂຮງໝໍເຄື່ອນທີ່ຂັ້ນ 2 ເລກ 1 ​ໃຫ້​ຄະນະ​ປະຕິບັດ​ງານ​ຮັກສາ​ສັນຕິພາບ​ສະຫະ​ປະຊາ​ຊາດ​ຢູ່ Sudan ​ໃຕ້, ​ແມ່ນ​ຂີດ​ໝາຍ​ສຳຄັນ​ໃນ​ການ​ຜັນ​ຂະຫຍາຍ​ກຳລັງ​ຂອງ ​ຫວຽດນາມ. ​ໃນ​ປີ 2020, ນາຍທະຫານ 3 ຄົນ​ທຳ​ອິດ​ຂອງກົມ​​ຮັກສາສັນຕິພາບ ​ຫວຽດນາມ ​ໄດ້​ຜ່ານ​ການ​ທົດ​ສອບ​ຢ່າງ​ເຂັ້ມ​ງວດ​ຂອງ ສປຊ ​ແລະ ​ໄດ້​ຮັບ​ການ​ຮັບ​ເອົາ​ເຂົ້າ​ເຮັດ​ວຽກ​ຢູ່​ສຳນັກງານ​ໃຫຍ່​ສະຫະ​ປະຊາ​ຊາດ ​ແລະ ຄະນະ​ປະຕິບັດ​ງານ​ຮັກສາ​ສັນຕິພາບ​ຂອງ ສປຊ ຢູ່ ສາທາລະນະ​ລັດ ອາ​ຟຼິກາ​ກາງ.

ຄຽງ​ຂ້າງ​ນັ້ນ, ດ້ວຍ​ຄວາມ​ຕັດສິນ​ໃຈ​ສູງ, ​ໄດ້​ຮັບ​ການ​ຊີ້​ນຳ​ຢ່າງ​ໃກ້ຊິດ ແລະ ມີ​ປະສິດທິ​ຜົນ​ຈາກ​ການ​ນຳ​ພັກ ​ແລະ ລັດ, ​ເຊິ່ງຈາກ​ຄະນະ​ພັກກອງທັບ​ສູນ​ກາງ, ກະຊວງ​ປ້ອງ​ກັນ​ປະ​ເທດ ໂດຍ​ກົງ​, ​ໃນ​ເດືອນ ມີຖຸນາ 2022, ກົມ​ຮັກສາສັນຕິພາບ ​ຫວຽດນາມ ​ໄດ້​ຜັນ​ຂະຫຍາຍສຳເລັດຄະນະ​ທະຫານຊ່າງ​ເລກ​ 1 ດ້ວຍ​ພະນັກງານ, ລັດຖະກອນ 184 ຄົນ ພ້ອມດ້ວຍເຄື່ອງ​ພາຫະນະອຸປະກອນ ​ແລະ ເຄື່ອງກໍ່ສ້າງ​ຫຼາຍ​ກວ່າ 2.000 ​ໂຕນ ​ໃຫ້​ແກ່​ຄະນະຮັກສາ​ສັນຕິພາບ​ ສປຊ ​ຢູ່ເຂດ Abyei.

ທ່ານຫົວໜ້າກົມຮັກສາສັນຕິພາບ ຫວຽດນາມ ເນັ້ນໜັກວ່າ: “ມາຈາກປະຊາຊົນ, ຕໍ່ສູ້ເພື່ອປະຊາຊົນ, ເກືອບ 80 ປີທີ່ຜ່ານມາ, ກອງທັບປະຊາຊົນ ຫວຽດນາມ ບໍ່ພຽງແຕ່ສຳເລັດບັນດາໜ້າທີ່ປົກປັກຮັກສາປະເທດຊາດ ຫາກຍັງປະກອບສ່ວນສຳຄັນເຂົ້າໃນການປະຕິບັດແນວທາງການຕ່າງປະເທດຂອງພັກ ແລະ ​ລັດອີກດ້ວຍ.

ການ​ເຂົ້າ​ຮ່ວມ​ຂອງ​ກອງທັບ​ໃນ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ ສປຊ ​ໄດ້​ສະ​ແດງ​ໃຫ້​ເຫັນ​ບົດບາດ​ຂອງ​ກອງທັບ​ປະຊາຊົນ​ໃນ​ພາລະກິດ​ປະຕິວັດ​ຂອງ​ປະ​ເທດ​ຊາດ ​ແລະ ປະຕິບັດ​ໜ້າທີ່ສາກົນ​”.

ຕົວຈິງແລ້ວ, ກໍາລັງຂອງກອງທັບປະຊາຊົນ ຫວຽດນາມ ເມື່ອເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ , ໄດ້ຊ່ວຍອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນດ້ວຍບັນດາການກະທຳຕົວຈິງຄື: ເຂົ້າຮ່ວມການກໍ່ສ້າງ, ສ້ອມແປງເສັ້ນທາງ; ຊ່ວຍເຫຼືອໂຮງຮຽນກໍ່ສ້າງ ແລະ ສ້ອມແປງຫ້ອງຮຽນ; ຈັດຕັ້ງການສອນອາສາສະໝັກ; ຂຸດເຈາະນ້ຳໃຫ້ເຂດທີ່ຢູ່ອາໄສ ແລະ ໂຮງຮຽນທ້ອງຖິ່ນ; ຈັດຕັ້ງການກວດ ແລະ ປິ່ນປົວພະຍາດ, ໃຫ້ຄຳປຶກສາດ້ານສຸຂະພາບ ແລະ ແຈກຈ່າຍຢາປົວພະຍາດໃຫ້ປະຊາຊົນຢູ່ທ້ອງຖິ່ນໂດຍບໍ່ເສຍຄ່າ.

ນອກຈາກນັ້ນ, ບັນດາຫົວໜ່ວຍ ແລະ ໜ່ວຍງານປະຕິບັດງານ ຍາມໃດກໍ່ປະຕິບັດບັນດາລະບຽບການຂອງ ສປຊ ຢ່າງເຂັ້ມງວດ, ປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍບົນຖານະຕຳແໜ່ງເປັນຢ່າງດີ, ປະກອບສ່ວນຢັ້ງຢືນຄວາມຮັບຜິດຊອບ, ຍົກສູງທີ່ຕັ້ງ, ກຽດສັກສີຂອງຫວຽດນາມ ເວົ້າລວມ ແລະ ກອງທັບປະຊາຊົນຫວຽດນາມ ເວົ້າສະເພາະ ໃນເວທີສາກົນ.

ມູນເຊື້ອອັນສະຫງ່າລາສີຂອງກຳລັງຮັກສາສັນຕິພາບຂອງ ຫວຽດນາມ

​ຮອງ​ນາຍົກລັດຖະມົນຕີທ່ານ ເຈີ່ນ​ລືວ​ກວ່າງ, ຕາງໜ້າ​ການ​ນຳ​ພັກ ​ແລະ ລັດ ​ປະດັບ​ຫຼຽນ​ໄຊ​ປ້ອງ​ກັນ​ປະ​ເທດ​ຊາດ​ໃຫ້​ກົມ​ຮັກສາສັນຕິພາບ​ຫວຽດນາມ. (ພາບ: ຫງວຽນມິນ)

ທ່ານພັນເອກ ຟ້າມແມ້ງຖັງ ຢັ້ງຢືນວ່າ: ບັນດາຜົນສຳເລັດ ແລະ ຄວາມເຕີບໃຫຍ່ເຂັ້ມແຂງໄດ້ຄືໃນມື້ນີ້, ແມ່ນຍ້ອນຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເອົາໃຈໃສ່ຂອງບັນດາການນຳພັກ, ລັດ, ຫົວໜ້າກະຊວງປ້ອງກັນປະເທດ ພ້ອມກັບຄວາມເອົາໃຈໃສ່, ອຳນວຍຄວາມສະດວກໃຫ້ແກ່ການສົມທົບກັນຂອງບັນດາອົງການ,​ໜ່ວຍ​ງານ​ຢູ່​ພາຍ​ໃນ ​ແລະ ພາຍນອກກອງທັບ, ຍາມ​ໃດ​ກໍ່​ສະໜັບສະໜູນ ​ແລະ ສົມທົບ​ກັບ​ກົມ​ຮັກສາສັນຕິພາບ ຫວຽດນາມ ​ໃນ​ການ​ປະຕິບັດ​ໜ້າ​ທີ່​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ປົກ​ປັກ​ຮັກສາ​ສັນຕິພາບ​ຢ່າງມີໄຊຂອງ​ສະຫະ​ປະຊາ​ຊາດ ​ໃນ 10 ປີຜ່ານມາ.

ທີ່​ພິທີ, ກົມ​ຮັກສາສັນຕິພາບ ​ຫວຽດນາມ ​ແລະ ຄະນະ​ທະຫານຊ່າງແສງເລກ​ 1 ​ໄດ້​ເປັນ​ກຽດ​ຮັບ​ຫຼຽນ​ໄຊ​ປ້ອງ​ກັນ​ປະ​ເທດ​ຊັ້ນ 3. ໃນໂອກາດນີ້, ໂຮງໝໍເຄື່ອນທີ່ຂັ້ນ 2 ເລກ 4 ແລະ ທ່ານ ພັນເອກ ໝາກດຶກຈ້ອງ, ຫົວໜ້າຄະນະທະຫານຊ່າງເລກ 1 ກໍ່ໄດ້ມອບໃບຍ້ອງຍໍຈາກທ່ານນາຍົກລັດຖະມົນຕີ ຫວຽດນາມ.

ນີ້​ແມ່ນ​ການຮອງ​ຮູ້​ ​ແລະ ລາງວັນ​ອັນ​ປະເສີດເລີດລ້ຳ​ທີ່​ພັກ, ລັດ ​ແລະ ລັດຖະບານ​ມອບ​ໃຫ້​ບັນດາ​ກຸ່ມ ​ແລະ ບຸກຄົນ​ທີ່​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ ສປຊ.

ທີ່ບັນລຸໄດ້ໃນ 10 ປີທີ່ຜ່ານມາ; ຄະນະ​ພັກກອງທັບ​ສູນ​ກາງ ​ແລະ ການ​ນຳ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ເຊື່ອ​ໝັ້ນ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ພະນັກງານ, ລັດຖະກອນ​ກົມ​ຮັກສາສັນຕິພາບ ຫວຽດນາມ ຈະສືບ​ຕໍ່​ສາມັກຄີເປັນເອກະພາບ, ເປັນເຈົ້າການ, ມີ​ຫົວຄິດ​ປະດິດ​ສ້າງ, ມານະ​ພະຍາຍາມ​ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງຍາກ, ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ, ສົມ​ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ຄວາມ​ຮັກ​ແພງ​ຂອງ​ພັກ, ລັດ, ປະຊາຊົນ, ກອງທັບ​ປະຊາຊົນ ​ຫວຽດນາມ, ສະຫະ​ປະຊາ​ຊາດ, ​ເພື່ອນ​ມິດສາ​ກົນ ​ແລະ ປະຊາຊົນຜູ້ມີຄວາມ​ກ້າວໜ້າ, ຜູ້​ຮັກ​ຫອມ​ສັນຕິພາບ​ໃນ​ໂລກ.

ມູນເຊື້ອອັນສະຫງ່າລາສີຂອງກຳລັງຮັກສາສັນຕິພາບຂອງ ຫວຽດນາມ

ການສະແດງສິລະປະໃນພິທີ. (ພາບ: ຫງວຽນມິນ)

ນັກສຶກສາຫວຽດນາມ - ລາວ - ກຳປູເຈຍ ແລກປ່ຽນບົດຮຽນ ນັກສຶກສາຫວຽດນາມ - ລາວ - ກຳປູເຈຍ ແລກປ່ຽນບົດຮຽນ

ຊັ້ນວັນນະນັກສຶກສາເປັນ “ຂົວຕໍ່” ເພື່ອສ້າງສາຍພົວພັນອັນດີງາມລະຫວ່າງປະເທດເພື່ອນບ້ານ.

ຫວຽດນາມ ຖື​ເປັນ​ສຳຄັນ, ປາດ​ຖະໜາ​ຢາກຍູ້ແຮງ ແລະ ເຮັດໃຫ້ການພົວພັນຮ່ວມ​ມື​ຫຼາຍ​ດ້ານ​ກັບ ​ອາ​ຟຣິກາ ເລິກເຊິ່ງກ່ວາອີກ ຫວຽດນາມ ຖື​ເປັນ​ສຳຄັນ, ປາດ​ຖະໜາ​ຢາກຍູ້ແຮງ ແລະ ເຮັດໃຫ້ການພົວພັນຮ່ວມ​ມື​ຫຼາຍ​ດ້ານ​ກັບ ​ອາ​ຟຣິກາ ເລິກເຊິ່ງກ່ວາອີກ

ຍສໝ - ຕອນ​ຄ່ຳ​ວັນ​ທີ 24 ພຶດສະພາ 2024, ຢູ່​ເຮືອນຮັບແຂກຂອງລັດຖະບານ, ທ່ານຜູ້ຊ່ວຍວຽກລັດຖະມົນຕີການ​ຕ່າງປະ​ເທດ ຫງວຽນມິງ​ຫວູ ​ໄດ້​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ ​ອາ​ຟຣິກາ ​ໂດຍບັນດາສະຖານທູດ ອາ​ຟຣິກາ ປະຈຳ ​ຮ່າ​ໂນ້ຍ ຈັດ​ຕັ້ງ.

ມິງດຶກ

ເຫດການ
302 Found

Found

The document has moved here.