ຍີ່ປຸ່ນ ຊ່ວຍເຫຼືອ 7,6 ລ້ານໂດລາ ຟື້ນຟູໄພພິບັດໃນລາວ

00:54 | 15/05/2019

ລັດຖະບານຍີ່ປຸ່ນ ໄດ້ຊ່ວຍເຫຼືອມູນຄ່າ 7,6 ລ້ານໂດລາ ເພື່ອຟື້ນຟູຄວາມເສຍຫາຍຈາກໄພພິບັດໃນປີ 2018 ລວມ 4 ໂຄງການ ແລະ ຈະມີ 4 ອົງການຈັດຕັ້ງສາກົນ ເປັນຜູ້ຈັດຕັ້ງປະຕິບັດ.

ຍີ່ປຸ່ນ ຊ່ວຍເຫຼືອ 7,6 ລ້ານໂດລາ ຟື້ນຟູໄພພິບັດໃນລາວ

ຍີ່ປຸ່ນ ຊ່ວຍເຫຼືອ 7,6 ລ້ານໂດລາ ຟື້ນຟູໄພພິບັດໃນລາວ

ພິທີລົງນາມເອກະສານແລກປ່ຽນສຳລັບໂຄງການຊ່ວຍເຫຼືອດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 6 ມີນາຜ່ານມາ ທີ່ຫ້ອງການສະຫະປະຊາຊາດ ປະຈຳ ສປປ ລາວ ລະຫວ່າງ ທ່ານ ທາເຄຊິ ຮິຄິຮາຣະ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ແລະ ທ່ານ ອົກຕາວຽນ ບີໂວລ (Octavian Bivol) ຜູ້ຕາງໜ້າອົງການ UNICEF ປະຈຳ ສປປ ລາວ, ທ່ານ ອາວີ ຊາກາ (Avi SARKAR) ທີ່ປຶກສາພາກພື້ນອົງການ UN-Habitat ປະຈຳ ສປປ ລາວ, ທ່ານ ນາຊາ ຮາຢັດ (Nasar HAYAT) ຜູ້ຕາງໜ້າອົງການ FAO ປະຈຳ ສປປ ລາວ, ໂດຍມີ ທ່ານຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ ສັງຄົມ, ກະຊວງກະສິກຳ ແລະ ປ່າໄມ້ ພ້ອມພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ.

ສຳລັບ 4 ໂຄງການ ປະ ກອບມີ:ໂຄງການດ້ານການສຶກສາ ໂດຍອົງການ UNICEF ຊຶ່ງຈະໃຫ້ການສະໜັບສະໜູນເພື່ອສົ່ງເສີມການລົງທະບຽນຂອງໂຮງຮຽນ, ການເຂົ້າຮຽນຢ່າງສະໝ່ຳສະເໝີ ແລະ ການຮຽນຮູ້ຢ່າງມີປະສິດທິພາບ ໃຫ້ເດັກນ້ອຍທັງກ່ອນ ແລະ ໄລຍະໄວປະຖົມສຶກສາ ໃນຂົງເຂດເມືອງເປົ້າໝາຍທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ທີ່ແຂວງອັດຕະປື ແລະ ແຂວງຊຽງຂວາງ, ນອກຈາກນີ້ ໂຄງການຍັງຈະສະໜັບສະໜູນການສ້າງຄວາມອາດສາມາດຂອງລະບົບການສຶກສາ, ທັງໃນລະດັບຊາດ ແລະ ລະດັບທ້ອງຖິ່ນ ເພື່ອເສີມສ້າງຄວາມອົດທົນ ແລະ ທັກສະການຫຼຸດຜ່ອນຄວາມສ່ຽງທີ່ມາຈາກໄພພິບັດ(DRR).

ໂຄງການ WASH ໂດຍອົງການ UNICEF ຈະຊ່ວຍໃຫ້ປະຊາຊົນເຂົ້າເຖິງສິ່ງອຳນວຍຄວາມສະດວກທາງສຸຂະອະນາໄມ (ວິດຖ່າຍ,ໂຖປັດສະວະ, ອຸປະກອນລ້າງມື, ລວມເຖິງການລ້າງມືເປັນກຸ່ມ) ແລະ ຊ່ວຍໃຫ້ເດັກນ້ອຍທັງຍິງ ແລະ ຊາຍ ຝຶກແອບການຮັກສາສຸຂະອະນາໄມໃນຊີວິດປະຈຳວັນ ຢູ່ແຂວງອັດຕະປື ແລະ ຊຽງຂວາງ ໂດຍການຍົກລະດັບຄວາມສາມາດໃຫ້ວິຊາການ. ອົງການ UN-Habitat ຈະຊ່ວຍເຮັດວຽກກັບຂົງເຂດທີ່ໄດ້ຮັບຜົນກະທົບຈາກຄູກັັ້ນນ້ຳຂອງເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ຊຶ່ງມີເປົ້າໝາຍທີ່ຈະໃຫ້ການຊ່ວຍເຫຼືອທີ່ຈຳເປັນ ແລະ ໃຫ້ຄວາມຮູ້ທາງດ້ານເຕັກນິກໃນການກໍ່ສ້າງສະຖານທີ່ຫຼົບໄພ ແລະ ປຸກສ້າງ ແລະ ສ້ອມແປງເຮືອນ ໂດຍອີງໃສ່ຄວາມເສຍຫາຍຕໍ່ໂຄງສ້າງ ແລະ ສືບຕໍ່ໃຫ້ການຊ່ວຍເຫຼືອທາງດ້ານເຕັກນິກ ແລະ ອຸປະກອນທີ່ເໝາະສົມ (ລວມທັງອຸປະກອນຫຼົບໄພໃນເວລາທີ່ຈຳເປັນ).

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

ເຫດການ
302 Found

Found

The document has moved here.