ຊາວ ຫວຽດນາມ ຢູ່ ອາເມລິກາ ໄດ້ໜູນຊ່ວຍເກືອບ 3,5 ຕື້ດົ່ງເພື່ອເພີ່ມທະວີປ້ອງກັນ, ຕ້ານເດັກນ້ອຍຈົມນ້ຳ

11:00 | 05/01/2024

ຍສໝ - ທ່ານ​ນາງ ດວານ​ທູ​ເລ (ຊາວ ຫວຽດນາມ ​ຢູ່​ ອາ​ເມ​ລິ​ກາ​) ​ໄດ້ອຸປະຖຳ​ແຂວງ ​ເທື່ອ​ທຽນ​ເຫວ້ ເກືອບ 3,5 ຕື້​ດົ່ງ ເພື່ອ​ຍົກ​ສູງກຳລັງຄວາມສາມາດກ່ຽວກັບການປ້ອງ​ກັນອຸບັດຕິເຫດຈົມ​ນ້ຳ ​ແລະ ​ຮັກສາ​ສຸຂະພາບ​ຂອງ​ເດັກນ້ອຍ​ໃນ​ແຂວງ.

ຊຸກຍູ້ການພົວພັນຮ່ວມມືທີ່ແທດຈິງລະຫວ່າງ ຫວຽດນາມ ກັບສະຫະປະຊາຊາດ, ອາເມລິກາ ແລະບຣາຊິນ ຊຸກຍູ້ການພົວພັນຮ່ວມມືທີ່ແທດຈິງລະຫວ່າງ ຫວຽດນາມ ກັບສະຫະປະຊາຊາດ, ອາເມລິກາ ແລະບຣາຊິນ
ສະຫະພັນ​ຊາວ​ໜຸ່ມ​ແຂວງ: ງານ​ບຸນ​ວັດທະນະທຳ ​ແລະ ກິລາ “ຊາວ​ໜຸ່ມ​ຫວຽດນາມ - ລາວ ສືບ​ຕໍ່​ພາກ​ພູມ​ໃຈ” ປີ 2023 ສະຫະພັນ​ຊາວ​ໜຸ່ມ​ແຂວງ: ງານ​ບຸນ​ວັດທະນະທຳ ​ແລະ ກິລາ “ຊາວ​ໜຸ່ມ​ຫວຽດນາມ - ລາວ ສືບ​ຕໍ່​ພາກ​ພູມ​ໃຈ” ປີ 2023

ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ເທື່ອ​ທຽນ​ເຫວ້ ຫາກໍ​ໄດ້ປະກາດໃຊ້ຂໍ້ຕົກລົງ​ເລກທີ 2997/QD-UBND ລົງວັນ​ທີ 19 ທັນວາ ປີ 2023 ວ່າດ້ວຍການອະນຸມັດຮັບເອົາໂຄງການ “ຍົກສຸງກຳລັງຄວາມສາມາດກ່ຽວກັບການປ້ອງ​ກັນ​ອຸບັດ​ຕິ​ເຫດ​ຈົມ​ນ້ຳ ​ແລະ ຮັກສາສຸຂະພາບຂອງເດັກນ້ອຍ” ​ໂດຍ​ທ່ານ​ນາງ ດວານທູເລ (ສັນຊາດ ອາເມລິກາ) ໄດ້ອຸປະຖຳ ເຊິ່ງມີມູນຄ່າ 150.000 USD, ເທົ່າກັບເກືອບ 3,5 ຕື້ດົ່ງ.

ຊາວ ຫວຽດນາມ ຢູ່ ອາເມລິກາ ໄດ້ໜູນຊ່ວຍເກືອບ 3,5 ຕື້ດົ່ງເພື່ອເພີ່ມທະວີປ້ອງກັນ, ຕ້ານເດັກນ້ອຍຈົມນ້ຳ

ການສອນເດັກນ້ອຍລອຍນໍ້າແມ່ນເປັນການແກ້ໄຂທີ່ມີປະສິດທິພາບເພື່ອປ້ອງກັນການຈົມນໍ້າ

​ໂຄງການ “ຍົກສຸງກຳລັງຄວາມສາມາດກ່ຽວກັບການປ້ອງກັນອຸບັດຕິເຫດຈົມນ້ຳ ແລະ ຮັກສາສຸຂະພາບຂອງເດັກນ້ອຍ” ແມ່ນ​ເພື່ອຊ່ວຍຫຼຸດຜ່ອນ​ຄວາມ​ເສຍ​ຫາຍ​ຂອງ​ເດັກນ້ອຍ​ທີ່​ເກີດ​ຈາກ​ໄພ​ນ້ຳ​ຖ້ວມ ຫຼື ຄວາມ​ສ່ຽງ​ເມື່ອໄປກະທົບກັບ​ສິ່ງ​ແວດ​ລ້ອມ​ນ້ຳ; ປັບປຸງ​ສະພາບການຫ້ອງ​ນ້ຳ​ໃນ​ໂຮງຮຽນປະຈຸບັນ ປະກອບສ່ວນ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ຮັບປະກັນ​ສຸຂະພາບ​ຂອງ​ນັກຮຽນ; ໜູນຊ່ວຍພັດທະນາພາຫະນະທຳມາຫາກິນໃຫ້ຄອບຄົວນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກ; ເອົາລະດູຫນາວທີ່ອົບອຸ່ນມາໃຫ້ແກ່ເດັກນ້ອຍທີ່ມີຄວາມຫຍຸ້ງຍາກໃນຄອບຄົວ.

ລະອຽດ, ໂຄງການປະກອບມີ: ການຍົກສຸງກຳລັງຄວາມສາມາດປ້ອງກັນອຸບັດຕິເຫດຈົມນ້ຳຂອງເດັກນ້ອຍຄື: ການຈັດຫ້ອງຮຽນລອຍນໍ້າ; ສະໜັບສະໜູນການກໍ່ສ້າງສະລອຍນ້ຳ ແລະ ອຸປະກອນຝຶກລອຍສຳລັບເດັກນ້ອຍ;ອະນາໄມໂຮງຮຽນ ແລະ ປົກປັກຮັກສາສິ່ງແວດລ້ອມ: ກໍ່ສ້າງຫ້ອງນ້ຳທີ່ຊຸດໂຊມຢູ່ຕາມໂຮງຮຽນໃນຂົງເຂດໂຄງການ; ໂຄສະນາປູກຈິດສຳນຶກ, ແນະນຳໃຫ້ເດັກນ້ອຍໃຊ້ຫ້ອງນ້ຳຢ່າງຖືກວິທີ ແລະ ມີສະຕິ.

ນອກ​ນີ້, ​ໂຄງການ​ຍັງ​ໄດ້​ໜູນຊ່ວຍການ​ພັດທະນາພາຫະນະທຳມາຫາກິນໃຫ້ແກ່ຄອບຄົວ​ນັກ​ຮຽນ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ກິດຈະກຳ​ສະໜັບສະໜູນ​ອື່ນໆ ​ເຊັ່ນ: ຜັນຂະຫຍາຍລາຍການສິນເຊື່ອຈຸນລະພາກໃຫ້​ຄອບຄົວ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ຖືກຜົນສະທ້ອນຈາກໄພທຳມະຊາດ, ພະຍາດ...; ມອບທຶນການສຶກສາໃຫ້ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກ; ມອບເຄື່ອງນຸ່ງກັນໜາວໃຫ້ນັກຮຽນທຸກຍາກ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.