ຮັກສາການຜູ້ອໍານວຍການສະຖາບັນພົວພັນຕ່າງປະເທດ ໄດ້ຮັບເລືອກເປັນປະທານສະມາຄົມກົດຫມາຍສາກົນອາຊີ

00:00 | 28/11/2023

ຍສໝ - ທ່ານ ປອ ນາງ ຟ້າມລານຢຸງ, ຮັກສາການຜູ້ອໍານວຍການສະຖາບັນພົວພັນຕ່າງປະເທດ ໄດ້ຮັບກຽດເປັນຜູ້ຕາງໜ້າ ຫວຽດນາມ ຄົນທຳອິດທີ່ດຳລົງ​ຕຳ​ແໜ່​ງປະທານຄົນທີ່ແປດຂອງສະມາຄົມກົດໝາຍສາກົນ ອາຊີ ສະໄໝ 2023-2025.

ທ່ານ ຫງວຽນດັກວິງ ດຳລົງຕຳແໜ່ງປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ອາຍຸການ 2023-2028. ທ່ານ ຫງວຽນດັກວິງ ດຳລົງຕຳແໜ່ງປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ອາຍຸການ 2023-2028.
ປະທານສະມາຄົມມິດຕະພາບລາວ - ຫວຽດນາມ ອວຍພອນວັນຊາດຫວຽດນາມ ປະທານສະມາຄົມມິດຕະພາບລາວ - ຫວຽດນາມ ອວຍພອນວັນຊາດຫວຽດນາມ

ວັນທີ 25 ພະຈິກນີ້, ທ່ານ ປອ ນາງ ຟ້າມລານຢຸງ - ຮັກສາການຜູ້ອໍານວຍການສະຖາບັນພົວພັນຕ່າງປະເທດ ໄດ້ຮັບການເລືອກໃຫ້ດຳລົງຕຳແໜ່ງເປັນປະທານສະມາຄົມກົດໝາຍສາກົນອາຊີ (AsianSIL).

ຮັກສາການຜູ້ອໍານວຍການສະຖາບັນພົວພັນຕ່າງປະເທດ ໄດ້ຮັບເລືອກເປັນປະທານສະມາຄົມກົດຫມາຍສາກົນອາຊີ

ທ່ານ ປອ ນາງ ຟ້າມລານຢຸງ - ຮັກສາການຜູ້ອໍານວຍການສະຖາບັນພົວພັນຕ່າງປະເທດ ໄດ້ຮັບເລືອກເປັນປະທານຄົນທີ່ແປດຂອງສະມາຄົມກົດໝາຍສາກົນ ອາຊີ (AsianSIL).

ໃນຖານະຕໍາແໜ່ງໃໝ່ ທ່ານ ປອ ນາງ ຟ້າມລານຢຸງ ​ໄດ້​ມີ​ສານຂ່ຳນັບຮັບຕ້ອນ​ຄັ້ງ​ທຳ​ອິດ​ພາຍຫຼັງ​ເຂົ້າ​ຮັບ​ຕຳ​ແໜ່​ງ.

​ໂດຍ​ປາດ​ຖະໜາ​ຢາກ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ລະບົບ​ກົດໝາຍ​ສາກົນ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ ປອ ນາງ ຟ້າມລານຢຸງ ​ໄດ້​ຮຽກຮ້ອງ ​ແລະ ປາດ​ຖະໜາ​ວ່າ ບັນດາ​ນັກ​ສຶກສາ​ໃນ​ພາກ​ພື້ນ ​ແລະ ​ໃນ​ທົ່ວ​ໂລກ ຈະພ້ອມກັນ​​ຍົກ​ສູງຄວາມຮັບຮູ້ ແລະ ຊຸກຍູ້ຄວາມຈິດໃຈເຄົາລົບ​ກົດໝາຍ​ສາກົນ ຜ່ານ​ບັນດາ​ການ​ເຄື່ອນ​ໄຫວທີ່​ແທດ​ຈິງ ​ແລະ ມີ​ຄວາມ​ໝາຍ.

ຂ້າງລຸ່ມນີ້ແມ່ນສານສະແດງຄວາມຂ່ຳນັບຮັບຕ້ອນຂອງທ່ານ ປອ ນາງ ຟ້າມລານຢຸງ ທີ່ໄດ້ເປັນປະທານສະມາຄົມກົດໝາຍສາກົນອາຊີ (AsianSIL):

“ຍິນດີຕ້ອນຮັບທຸກທ່ານເຂົ້າສູ່ແວບໄຊເປັນທາງການ ຂອງສະມາຄົມກົດໝາຍສາກົນອາຊີ (AsianSIL).

ຂ້າພະເຈົ້າຮູ້ສຶກເປັນກຽດທີ່ໄດ້ຮັບເລືອກຕັ້ງເປັນປະທານຄົນທີ່ແປດຂອງ AsianSIL. ຂ້າພະເຈົ້າຂໍຂອບໃຈຢ່າງເລິກເຊິ່ງ ແລະ ຈິງໃຈຕໍ່ຄວາມພະຍາຍາມຂອງຜູ້ທີ່ເລືອກເອົາຂ້າພະເຈົ້າ ເຊິ່ງໄດ້ຊຸກຍູ້ວິໄສທັດ ແລະ ພາລະກຳຂອງ AsianSIL ຕັ້ງແຕ່ປີ 2007 ຈົນເຖິງປັດຈຸບັນ.

ໂລກ​ພວມ​ມີ​ການ​ປ່ຽນ​ແປງ​ຢ່າງ​ແຮງ​ໃນ​ທຸກ​ດ້ານ, ບົນບັນດາແງ່ມຸມຈາກຍຸດ​ທະ​ສາດ, ເສດ​ຖະ​ກິດ, ສັງ​ຄົມ​ເຖິງ​ດ້ານ​ເຕັກ​ໂນ​ໂລ​ຊີ. ພາກພື້ນຂອງພວກເຮົາກໍ່ເຊັ່ນກັນ.

ສະນັ້ນ, ບົດບາດຂອງກົດໝາຍສາກົນໃນການຊຸກຍູ້ສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງໂລກ ກໍ່ຄືການກຳນົດການປະພຶດຂອງຝ່າຍຕ່າງໆ ແລະ ການສ້າງຄວາມເປັນລະບຽບຮຽບຮ້ອຍຂອງໂລກທີ່ໝັ້ນຄົງ ມີຜົນປະໂຫຍດໃຫ້ແກ່ການເຕີບໂຕ ແລະ ການພັດທະນານັບທີ່ມື້ນັບມີຄວາມສຳຄັນຍິ່ງ.

ພວກເຮົາໂຊກດີທີ່ໄດ້ອາໄສຢູ່ໃນພາກພື້ນທີ່ມີການຂະຫຍາຍຕົວຂະຫຍັນຂັນເຄື່ອນທີ່ສຸດໃນໂລກ ກໍແຕ່ມີຄວາມສັບສົນຫຼາຍພໍກັນ.

​ເພື່ອກຳໄດ້​ກາລະ​ໂອກາດຈາກຄວາມເຕີບ​ໂຕ​ເສດຖະກິດ​ຢ່າງ​ແຮງ ​ແລະ ຄວາມ​ກ້າວໜ້າ​ດ້ານ​ເຕັກ​ໂນ​ໂລ​ຊີ​ຢ່າງ​ວ່ອງ​ໄວ ໃນເມື່ອສາມາດຄວບຄຸມການກວດກາບັນດາສິ່ງທ້າທາຍດ້ານ​ພູມ​ສາດຍຸດທະສາດໄດ້, ພວກເຮົາຕ້ອງມານະ​ພະຍາຍາມຫຼາຍກວ່າ​ອີກ ເພຶ່ອຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ພາກ​ພື້ນ​ອີງຕາມກົດໝາຍ​ສາກົນ ​ ເພື່ອ​ຮັບປະກັນ​ສະພາບ​ແວດ​ລ້ອມ​ທີ່ສະຫງົບ ແລະ ໝັ້ນຄົງ.

ດ້ວຍ​ການ​ຮ່ວມແຮງຮ່ວມໃຈຍົກສູງ​ກົດໝາຍ​ສາກົນ, ພວກ​ເຮົາ​ສາມາດ​ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ສະພາບ​ທີ່​ສັບສົນ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຮັບມືກັບບັນດາເຫດຮ້າຍ.

ມິງດຶກ

ເຫດການ