ສາກົນຕີລາຄາສູງຄວາມສາມາດຄວບຄຸມໄພເງິນເຟີ້ຂອງຫວຽດນາມ

18:57 | 31/10/2023

ສາກົນຕີລາຄາສູງຄວາມສາມາດຄວບຄຸມໄພເງິນເຟີ້ຂອງຫວຽດນາມ

ໝາກທຸລຽນ:  ປະເພດສິນຄ້າຮັບເງິນຕາຕ່າງປະເທດຫຼາຍທີ່ສຸດຂອງຂະແໜງຜັກ ແລະ ໝາກໄມ້ຫວຽດນາມ ໃນ 9 ເດືອນຕົ້ນປີ ໝາກທຸລຽນ: ປະເພດສິນຄ້າຮັບເງິນຕາຕ່າງປະເທດຫຼາຍທີ່ສຸດຂອງຂະແໜງຜັກ ແລະ ໝາກໄມ້ຫວຽດນາມ ໃນ 9 ເດືອນຕົ້ນປີ
OECD ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ຊຸກຍູ້​ການ​ເຕີບ​ໂຕ​ໃໝ່​ຄື​ ການ​ຫັນປ່ຽນ​ສີຂຽວ ​ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ OECD ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ຊຸກຍູ້​ການ​ເຕີບ​ໂຕ​ໃໝ່​ຄື​ ການ​ຫັນປ່ຽນ​ສີຂຽວ ​ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ

ໃນໄລຍະຜ່ານມາ, ຂະແໜງທະນາຄານໄດ້ມີຫຼາຍມາດຕະການຮັບມືກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຢ່າງທັນການ, ພ້ອມທັງທະນາຄາແຫ່ງ ສສ ຫວຽດນາມ ກໍ່ໄດ້ປັບປຸງນະໂຍບາຍເງິນຕາຢ່າງເປັນເຈົ້າການ, ມີໄຫວພິບ, ສົມທົບກັບນະໂຍບາຍປີການເງິນ ແລະບັນດານະໂຍບາຍເສດຖະກິດມະຫາພາກອື່ນໆຢ່າງຄົບຊຸດເພື່ອຄວບຄຸມເງິນເຟີ້, ປະກອບສ່ວນຮັກສາເສດຖະກິດມະຫາພາກ, ໜູນຊ່ວຍການເຕີບໂຕເສດຖະກິດຢ່່າງເໝາະສົມ. ໝາກຜົນການຄວບຄຸມໄພເງິນເຟີ້ຂອງຫວຽດນາມ ໄດ້ຮັບການຕີລາຄາສູງຈາກສາກົນ.

ສາກົນໄດ້ຈັດອັນດັບຜູ້ວ່າການທະນາຄານແຫ່ງ ສສ ຫວຽດນາມ ຢູ່ລະດັບ A+

ນັບແຕ່ຕົ້ນປີມາຮອດປະຈຸບັນ, ເສດຖະກິດໂລກສືຶບຕໍ່ມີການເຕີບໂຕຊ້າລົງ, ການເຄື່ອນໄຫວຜະລິດ ແລະການຄ້າທົ່ວໂລກປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ຍ້ອນຜົນກະທົບຈາກການຜັນແປຂອງພູມສາດການເມືອງທີ່ສັບສົນ, ອາກາດປ່ຽນແປງຢ່າງຮ້າຍແຮງ.

Quốc tế đánh giá cao kiểm soát lạm phát của Việt Nam - Ảnh 1.

ພາບປະກອບ: vtv.vn

ຢູ່ຫຼາຍປະເທດ, ໄພເງິນເຟີ້ໄດ້ຮັບການຄວບຄຸມ ແຕ່ວ່າຍັງຢູ່ໃນລະດັບສູງຢູ່, ການຄວບຄຸມໄພເງິນເຟີ້ປະສົບກັບສິ່ງທ້າທາຍເມື່ອສິນຄ້າໂລກມີການຜັນແປທີ່ຄາດເດົາລ່ວງໜ້າໄດ້ຍາກ, ເພີ່ມຂຶ້ນແຮງໃນຫຼາຍໄລຍະ. ຕໍ່ສະພາບການດັ່ງກ່າວ, ບັນດາທະນາຄານກາງໃຫຍ່ຂອງຫຼາຍປະເທດໃນໂລກ ໄດ້ສືບຕໍ່ປະຕິບັດການຮັດແໜ້ນນະໂຍບາຍການເງິນ, ເພີ່ມອັດຕາດອກເບ້ຍເພື່ອຄວບຄຸມໄພເງິນເຟີ້.

ໂດຍປະຕິບັດແຜນນະໂຍບາຍຂອງສະພາແຫ່ງຊາດ, ການຊີ້ນຳຂອງລັດຖະບານ, ນາຍົກລັດຖະມົນຕີກ່ຽວກັບການຫຼຸດດອກເບ້ຍກູ້ຢືມເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ພື້ນຖານເສດຖະກິດ, ວິສາຫະກິດ ແລະປະຊາຊົນ, ທະນາຄານແຫ່ງ ສສ ຫວຽດນາມ ໄດ້ດັດປັບໃຫ້ຫຼຸດລົງຢ່າງລຽນຕິດ 4 ເທື່ອດ້ວຍລະດັບດອກເບ້ຍລະດັບຫຼຸດລົງ 0,5-2,0%/ປີ, ໃນສະພາບການທີ່ອັດຕາດອກເບ້ຍໂລກສືບຕໍ່ເພີ່ມຂຶ້ນ ແລະຢູ່ລະດັບສູງ.

ຄຽງຂ້າງກັນນັ້ນ, ທະນາຄານແຫ່ງ ສສ ຫວຽດນາມ ກໍ່ສົມທົບກັບສະຫະພັນທະນາຄານຫວຽດນາມ ເພື່ອຂົນຂວາຍຄວາມເຫັນດີເປັນເອກະພາບຂອງບັນດາອົງການຈັດຕັ້ງສະມາຊິກ ໃນການສືບຕໍ່ຫຼຸດອັດຕາດອກເບ້ຍເງິນກູ້ຢືມລົງ. ສູ້ຊົນຫຼຸດອັດຕາດອກເບ້ຍໜ້ອຍສຸດ 1,5-2%/ປີ ເພື່ອແນໃສ່ໜູນຊ່ວຍວິສາຫະກິດ, ປະຊາຊົນເພື່ອຮັບໃຊ້ການຜະລິດ, ດຳເນີນທຸລະກິດ, ຊຸກຍູ້ການເຕີບໂຕເສດຖະກິດໃຫ້ຖືກຕາມແຜນນະໂຍບາຍ, ການຊີ້ນຳຂອງສະພາແຫ່ງຊາດ, ລັດຖະບານ, ທະນາຄານແຫ່ງ ສສ ຫວຽດນາມ.

ກໍ່ກ່ຽວຂ້ອງເຖິງອັດຕາແລກປ່ຽນເງິນຕາ, ທະນາຄານແຫ່ງ ສສ ຫວຽດນາມ ສືບຕໍ່ບໍລິຫານອັດຕາແລກປ່ຽນຢ່າງມີໄຫວພິບ, ເໝາະສົມກັບສະພາບການຂອງຕະຫຼາດພາຍໃນ ແລະຕ່າງປະເທດ ເພື່ອຮັກສາຄວາມໝັ້ນຄົງຂອງຕະຫຼາດເງິນຕາຕ່າງປະເທດ. ທີ່ການຢ້ຽມຢາມ, ເຮັດວຽກຂອງກະຊວງການເງິນອາເມລິກາ ທີ່ມາຫວຽດນາມ ໃນວັນທີ 3 ຕຸລາ 2022, ກະຊວງການເງິນອາເມລິກາ ໄດ້ຕີລາຄາສູງວຽກງານບໍລິຫານນະໂຍບາຍເງິນຕາ, ອັດຕາແລກປ່ຽນເງິນຕາຂອງທະນາຄານ ແຫ່ງ ສສ ຫວຽດນາມ ໃນສະພາບການເສດຖະກິດທົ່ວໂລກຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຫຼາຍຢ່າງ. ເພາະສະນັ້ນ, ໃນບົດລາຍງານຂອງ ກະຊວງການເງິນອາເມລິກາ ເດືອນພະຈິກ 2022, ຫວຽດນາມ ໄດ້ຍົກຊື່ອອກຈາກບັນຊີລາຍຊື່ຕິດຕາມການຄອບງຳເງິນຕາ.

ບັນດາຜູ້ວ່າການທະນາຄານກາງທີ່ໄດ້ຮັບການຈັດລະດັບຈາກ A ຮອດ F ໂດຍອີງຕາມມາດຕະຖານຜົນສຳເລັດຂອງການຄວບຄຸມໄພເງິນເຟີ້, ບັນລຸໄດ້ບັນດາເປົ້າໝາຍການເຕີບໂຕເສດຖະກິດ, ເງິນຕາມີຄວາມໝັ້ນຄົງ ແລະການບໍລິຫານອັດຕາດອກເບ້ຍ (ຈັດລະດັບ A ທຽບເທົ່າກັບການບໍລິຫານດີເລີດ, ຈັດລະດັບ F ທຽບເທົ່າກັບການບໍລິຫານບໍ່ບັນລຸໄດ້ເປົ້າໝາຍ).

ບັນດາຜູ້ວ່າການທະນາຄານກາງ ໄດ້ຈັດລະດັບ A+ (ລະດັບສູງສຸດ) ທີ່ບົດລາຍງານການຕີລາຄາ ແລະການຈັດລະດັບບັນດາຜູ້ວ່າການທະນາຄາກາງ ປີ 2023 ຂອງວາລະສານການເງິນທົ່ວໂລກ ແມ່ນ ທ່ານ Shri Shaktikanta Das (ອິນເດຍ), ທ່ານ Thomas J. Jordan (ສະວິດ) ແລະ ທ່ານຫງວຽນທິຮົ່ງ (ຫວຽດນາມ). ສິ່ງນັ້ນໄດ້ພິສູດໃຫ້ເຫັນວ່າ ປະຊາຄົມສາກົນໄດ້ຮັບຮູ້ ແລະຕີລາຄາສູງການເຄື່ອນໄຫວບໍລິຫານນະໂຍບາຍເງິນຕາຂອງທະນາຄານ ສສ ຫວຽດນາມ.

ນຳໃຊ້ສິນເຊື່ອເຂົ້າບັນດາຂົງເຂດບຸລິມະສິດ

ຕາມກອງທຶນເງິນຕາສາກົນ (IMF), ການຊຸກຍູ້ການເຕີບໂຕໃນໄລຍະສັ້ນໃນໄລຍະຈະມາເຖິງຂອງບັນດາປະເທດຕ້ອງອີງໃສ່ນະໂຍບາຍປີການເງິນ, ໃນຂະນະທີ່ນະໂຍບາຍເງິນຕາໄດ້ນຳໃຊ້ຫຼາຍເກີນໄປໃນໄລຍະຜ່ານມາ ແລະຄວາມສາມາດບົ່ມຊ້ອນໃນປັດຈຸບັນຍັງຈຳກັດຢູ່. ຄຽງຂ້າງກັນນັ້ນ, ເພື່ອປະຕິບັດເປົ້າໝາຍກາຍເປັນປະເທດມີລາຍຮັບປານກາງສູງໃນປີ 2030 ແລະປະເທດພັດທະນາໃນປີ 2045, ຫວຽດນາມ ຕ້ອງຍູ້ແຮງການປະຕິບັດບັນດາມາດຕະການເພື່ອຊຸກຍູ້ກຳລັງໜູນການເຕີບໂຕເສດຖະກິດໃນໄລຍະຍາວ, ຄື: ການລົງທຶນພື້ນຖານໂຄງລ່າງ, ການເຕີບໂຕສີຂຽວ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ການດຳເນີນທຸລະກິດ.

ສຳລັບການກຳນົດທິດການເຄື່ອນໄຫວໃນໄລຍະຈະມາເຖິງ, ທະນາຄານແຫ່ງລັດ ສສ ຫວຽດນາມ ຕ້ອງສືບຕໍ່ບໍລິຫານນະໂຍບາຍເງິນຕາຢ່າງມີໄຫວພິບ, ຄົບຊຸດເພື່ອຄວບຄຸມໄພເງິນເຟີ້, ປະກອບສ່ວນຮັກສາຄວາມໝັ້ນຄົງເສດຖະກິດມະຫາພາກ, ຕະຫຼາດເງິນຕາ ແລະອັດຕາແລກປ່ຽນເງິນຕາຕ່າງປະເທດມີສະຖຽນລະພາບ, ຄວບຄຸມລະດັບການເຕີບໂຕສິນເຊື່ອຕາມທິດວາງອອກ. ການບໍລິຫານການເຕີບໂຕປະລິມານ ແລະໂຄງປະກອບສິນເຊື່ອເໝາະສົມ, ຕອບສະໜອງຄວາມຕ້ອງການທຶນສິນເຊື່ອໃຫ້ພື້ນຖານເສດຖະກິດເພື່ອປະກອບສ່ວນຄວບຄຸມໄພເງິນເຟີ້, ໜູນຊ່ວຍການເຕີບໂຕເສດຖະກິດ.

ສືບຕໍ່ຊີ້ນຳບັນດາອົງການຈັດຕັ້ງສິນເຊື່ອນຳໃຊ້ແຫຼ່ງທຶນສິນເຊື່ອເຂົ້າບັນດາຂົງເຂດຜະລິດ, ດຳເນີນທຸລະກິດ, ໂດຍສະເພາະແມ່ນຂົງເຂດບຸລິມະສິດ ແລະບັນດາກຳລັງໜູນການເຕີບໂຕຂອງພື້ນຖານເສດຖະກິດຕາມແຜນນະໂຍບາຍຂອງລັດຖະບານ; ຮັບປະກັນການເຄື່ອນໄຫວສິນເຊື່ອຢ່າງປອດໄພ, ມີປະສິດທິຜົນ; ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ ແລະປະຊາຊົນມີໂອກາດຊົມໃຊ້ສິນເຊື່ອທະນາຄານ.

ບູນມີ

ເຫດການ
302 Found

Found

The document has moved here.