ບັນດາອົງການຈັດຕັ້ງປະຊາຊົນນັບມື້ນັບມີບົດບາດສໍາຄັນໃນການສ້າງບົດລາຍງານ UPR

15:38 | 08/10/2023

ຍສໝ - ຕອນ​ບ່າຍ​ວັນ​ທີ 2/10, ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ແບ່ງປັນຂໍ້​ມູນ​ຂ່າວສານ​ໃຫ້​ບັນດາ​ອົງການ​ປະຊາຊົນ​ຫວຽດນາມ ປະກອບສ່ວນ​ເຂົ້າ​ໃນການ​ສ້າງ “ບົດ​ລາຍ​ງານ​ກົນ​ໄກ​ກວດກາ​ຄືນປະຈຳໄລຍະ (UPR) ຮອບວຽນ​ IV ຂອງ​ຫວຽດນາມ”, ທ່ານ​ຮອງ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ຫງວຽນ​ຫງອກ​ຮຸ່ງ ​ໃຫ້​ຮູ້​ວ່າ: ບັນດາອົງການຈັດຕັ້ງປະຊາຊົນນັບມື້ນັບມີບົດບາດສໍາຄັນເພີ່ມຂຶ້ນໃນຂະບວນການສ້າງ, ປົກປ້ອງ ແລະ ຕິດຕາມກວດກາການປະຕິບັດບົດລາຍງານ UPR.

ຮັດ​ແໜ້ນ​ການ​ເຊື່ອມ​ຕໍ່​ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ ແລະ ການທູດປະຊາຊົນລະ​ຫວ່າງ​ຫວຽດ​ນາມ ແລະ Kyushu (ຍີ່​ປຸ່ນ) ຮັດ​ແໜ້ນ​ການ​ເຊື່ອມ​ຕໍ່​ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ ແລະ ການທູດປະຊາຊົນລະ​ຫວ່າງ​ຫວຽດ​ນາມ ແລະ Kyushu (ຍີ່​ປຸ່ນ)
UNDP ສະ​ແດງ​ຄວາ​ມ​ຊົມ​ເຊີຍ​ຕໍ່​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ປະ​ຕິ​ບັດ​ບົດ​ລາຍ​ງານ UPR UNDP ສະ​ແດງ​ຄວາ​ມ​ຊົມ​ເຊີຍ​ຕໍ່​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ປະ​ຕິ​ບັດ​ບົດ​ລາຍ​ງານ UPR

ທ່ານ​ກ່າວ​ວ່າ: “ຢູ່​ຫວຽດນາມ, ມີ​ຫຼາຍ​ອົງການຈັດຕັ້ງ​ປະຊາຊົນ​ທີ່​ເຄື່ອນໄຫວໃນຂົງເຂດປົກ​ປັກ​ຮັກສາ ​ແລະ ຊຸກຍູ້​ສິດທິ​ມະນຸດ​ ເວົ້າລວມ ແລະ ສິດ​ຂອງ​ກຸ່ມ​ຄົນ​ລະອຽດ. ຈຸດແຂງອັນໜຶ່ງຂອງບັນດາອົງການຈັດຕັ້ງປະຊາຊົນແມ່ນມີຫຼາຍຂໍ້ມູນຂ່າວສານກ່ຽວກັບສິດທິມະນຸດຜ່ານການເຄື່ອນໄຫວ, ເປັນຕົ້ນແມ່ນຂໍ້ມູນຂ່າວສານກ່ຽວກັບການປະຕິບັດກົດໝາຍ, ບັນດານະໂຍບາຍຂອງລັດ, ການປະຕິບັດຂອງບັນດາທ້ອງຖິ່ນໃນການປົກປ້ອງ ແລະ ຊຸກຍູ້​ສິດທິມະນຸດ”.

ບັນດາອົງການຈັດຕັ້ງປະຊາຊົນນັບມື້ນັບມີບົດບາດສໍາຄັນໃນການສ້າງບົດລາຍງານ UPR
ທ່ານຫງວຽນ​ຫງອກ​ຮຸ່ງ, ​ຮອງ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ແບ່ງປັນຂໍ້​ມູນ​ຂ່າວສານ.

ທ່ານ​ຮອງ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ກໍ່​ໃຫ້​ຮູ້​ວ່າ: ກ່ຽວ​ກັບ​ຂະ​ບວນການ UPR, ​ໃນ 3 ຮອບ​ວຽນ I, II, III, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ (VUFO) ​ແລະ ບັນດາ​ອົງການ​ສະມາຊິກ​ໄດ້​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ໃນ​ການ​ປະກອບສ່ວນ​ປະກອບ​ຄຳ​ເຫັນ​ໃຫ້​ແກ່​ບົດ​ລາຍ​ງານ​ແຫ່ງ​ຊາດ ​ແລະ ມີ​ບົດ​ລາຍ​ງານ​ກ່ຽວ​ກັບສະພາບການ​ສິດທິ​ມະນຸດ​ຂອງ​ຫວຽດນາມ ສົ່ງເຖິງຫ້ອງການຂ້າຫຼວງໃຫຍ່ສິດທິມະນຸດສະຫະປະຊາຊາດ; ພ້ອມ​ທັງແຕ່ງຕັ້ງ​ຜູ້​ຕາງໜ້າ​ເຂົ້າ​ຮ່ວມ​ກ່າວຄຳເຫັນທີ່ກອງ​ປະຊຸມ​ຂອງສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ​ ກ່ຽວ​ກັບ​ບົດ​ລາຍ​ງານ UPR ຂອງ​ຫວຽດນາມ.

ຕາມຜູ້ປະສານງານປະຈຳອົງການສະຫະປະຊາຊາດ ທ່ານ Pauline Tamesis ແລ້ວ, ຂະບວນການ UPR ໄດ້ນຳມາເຊິ່ງໂອກາດໃນການຊຸກຍູ້ການປ່ຽນແປງໃນທາງບວກ ແລະ ຊຸກຍູ້ສິດທິມະນຸດຢູ່ຂັ້ນລະດັບຊາດ. ​ໂດຍ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ໃນ​ຂະ​ບວນການ​ຮ່າງ​ບົດ​ລາຍ​ງານ, ບັນດາ​ອົງການຈັດຕັ້ງ​ປະຊາຊົນ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການໂອ້ລົມສົນທະນາທີ່​ກວ້າງ​ຂວາງກວ່າ ​ແລະ ໄດ້ກຳນົດອະນາຄົດ​ຂອງ​ສິດທິ​ມະນຸດ.

ທີ່ເຫດການນີ້, ບັນດາອົງການຈັດຕັ້ງປະຊາຊົນໄດ້ແຈ້ງໃຫ້ຊາບກ່ຽວກັບຂະບວນການສ້າງ UPR, ການເຂົ້າຮ່ວມຂອງຫວຽດນາມ ແລະ ອົງການຈັດຕັ້ງປະຊາຊົນຫວຽດນາມ ໃນ 3 ຮອບວຽນ UPR ທີ່ຜ່ານມາ. ບັນດາຜູ້ແທນຍັງໄດ້ຮັບຄໍາແນະນໍາກ່ຽວກັບທັກສະທີ່ຈໍາເປັນເພື່ອປະກອບສ່ວນຢ່າງມີປະສິດທິຜົນໃນຂະບວນການສະເຫນີຂອງບັນດາຝ່າຍທີ່ກ່ຽວຂ້ອງ UPR.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.