ສະຫນັບສະຫນູນໂຄງການກາກບອນຕໍ່າ, ມີລັກສະນະປ່ຽນແປງໃໝ່ປະດິດສ້າງ

08:20 | 26/12/2022

ໂຄງການຊຸກຍູ້ການເງິນການປ່ຽນແປງຂອງດິນຟ້າອາກາດ (CFA) ແມ່ນໂຄງການຊ່ວຍເຫຼືອທາງດ້ານເຕັກນິກ ໂດຍລັດຖະບານອັງກິດ ອຸປະຖໍາ ເພື່ອຮັບມືໂດຍກົງຕໍ່ສະພາບການສຸກເສີນ ແລະ ຜົນກະທົບທີ່ແຜ່ຂະຫຍາຍຂອງ ການປ່ຽນແປງຂອງດິນຟ້າອາກາດ.

ກະຊວງແຜນການ ແລະ ການລົງທຶນຫວຽດນາມ ໃຫ້ຄຳໝັ້ນສັນຍາ ທີ່ຈະສະຫນັບສະຫນູນ ແລະ ຮ່ວມເດີນທາງກັບແຂວງຫົວພັນ (ສປປລາວ) ກະຊວງແຜນການ ແລະ ການລົງທຶນຫວຽດນາມ ໃຫ້ຄຳໝັ້ນສັນຍາ ທີ່ຈະສະຫນັບສະຫນູນ ແລະ ຮ່ວມເດີນທາງກັບແຂວງຫົວພັນ (ສປປລາວ)
ຫວຽດນາມ ສະຫນັບສະຫນູນ ຍີ່ປຸ່ນ  ເສີມຂະຫຍາຍບົດບາດອັນຕັ້ງຫນ້າຂອງຕົນ, ປະກອບສ່ວນເຂົ້າໃນ ສັນຕິພາບ ແລະ ຄວາມຫມັ້ນຄົງຂອງພາກພື້ນ. ຫວຽດນາມ ສະຫນັບສະຫນູນ ຍີ່ປຸ່ນ ເສີມຂະຫຍາຍບົດບາດອັນຕັ້ງຫນ້າຂອງຕົນ, ປະກອບສ່ວນເຂົ້າໃນ ສັນຕິພາບ ແລະ ຄວາມຫມັ້ນຄົງຂອງພາກພື້ນ.

ຫວ່າງ​ມໍ່ໆ​ມາ​ນີ້, ສະຖານທູດ​ອັງກິດ​ ໄດ້​ເປີດ​ຕົວ​​ໂຄງການ​ສະໜັບສະໜູນ​ການ​ເຂົ້າ​ເຖິງ​ທຶນ​ລົງທຶນ​ຂອງ​ບັນດາ​ໂຄງການກາກບອນຕໍ່າ, ມີລັກສະນະປ່ຽນແປງໃໝ່ປະດິດສ້າງ ຢ່າງ​ເປັນ​ທາງ​ການ.

ໂຄງການຊຸກຍູ້ການເງິນການປ່ຽນແປງຂອງດິນຟ້າອາກາດ (CFA) ແມ່ນໂຄງການຊ່ວຍເຫຼືອທາງດ້ານເຕັກນິກ ໂດຍລັດຖະບານອັງກິດ ອຸປະຖໍາ ເພື່ອຮັບມືໂດຍກົງຕໍ່ສະພາບການສຸກເສີນ ແລະ ຜົນກະທົບທີ່ແຜ່ຂະຫຍາຍຂອງ ການປ່ຽນແປງຂອງດິນຟ້າອາກາດ.

​ໂຄງການ​ໄດ້​ເຊື້ອ​ເຊີນ​ບັນດາແຜນຮ່າງ​ທີ່​ໄດ້​ຮັບ​ການ​ຈັດຕັ້ງປະຕິບັດ​ຢູ່​ຫວຽດນາມ ຍື່ນ​ສະ​ເໜີ​ເຂົ້າ​ຮ່ວມ​ໂຄງການ​ຮອດ​ທ້າຍ​ວັນ​ທີ 15 ມັງກອນ 2023 ​ເພື່ອ​ໄດ້​ຮັບ​ການ​ໜູນ​ຊ່ວຍການ​ເຂົ້າ​ເຖິງ​ແຫຼ່ງທຶນ​ລົງທຶນ​ໂດຍ​ບໍ່​ເສຍ​ຄ່າ​.

Hỗ trợ các dự án các-bon thấp, mang tính đổi mới sáng tạo

ກອງປະຊຸມພິທີເປີດໂຄງການ CFA ໄດ້ຈັດຂຶ້ນຢູ່ລອນດອນ ໃນເດືອນກັນຍາ 2017 ໂດຍການເຂົ້າຮ່ວມຂອງຜູ້ຕາງໜ້າກະຊວງແຜນການ ແລະ ການລົງທຶນ. ພາບ: thoidai.com.vn

​ໃນ​ໄລຍະ​ທຳ​ອິດ, ​ໂຄງການ CFA ຈະ​ຄັດ​ເລືອກ​ເອົາ 8-10 ​ໂຄງການ​ທີ່​ມີ​ຄວາມ​ເປັນ​ໄປ​ໄດ້ ເຊິ່ງ​ພວມມີຕ້ອງການ​ລະດົມ​ທຶນ​ແຕ່ 5 ລ້ານ USD ​ຂຶ້ນ​ໄປ. ບັນດາໂຄງການທີ່ຕ້ອງການຈະເຂົ້າຮ່ວມຈໍາເປັນຕ້ອງໄດ້ສໍາເລັດສໍາເນົາເອກະສານລົງທະບຽນອອນໄລໂດຍກໍານົດໄວ້ຢູ່ໃນເວັບໄຊທາງການຂອງໂຄງການ.

ໂຄງການຈະຄັດເລືອກບັນດາໂຄງການໃນຂົງເຂດດັ່ງນີ້: ພະລັງງານທົດແທນ; ປະສິດທິຜົນການນໍາໃຊ້ພະລັງງານ/ ຊັບພະຍາກອນ; ພາຫະນະໄຟຟ້າ...

​ໂດຍໄດ້​ຮູ້​ວ່າ ​ໂຄງການ CFA ​ໄດ້​ຖືກ​ເປີດ​ນຳ​ໃຊ້​ຢູ່ 8 ປະ​ເທດ​ຄື: ​ໂຄ​ລົມ​ບີ, ​ໄນ​ຈີ​ເລຍ, ​ເມັກ​ຊິ​ໂກ, ຕວກກີ, ອາ​ຟຣິກາ​ໃຕ້, ເປຣູ, ອີ​ຢິບ, ປາ​ກີດ​ສະຖານ ​ແລະ ຫວ່າງ​ມໍ່ໆ​ມາ​ນີ້ແມ່ນຢູ່ ຫວຽດນາມ (ປະ​ເທດ​ທີ 9).

ບູນມີ

ເຫດການ
302 Found

Found

The document has moved here.