ເປີດ​ຕົວຫ້ອງ​ການ​ຕາງ​ໜ້າ​ຂອງ ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ (PCA) ປະ​ຈຳ ຮ່າ​ໂນ້ຍ

16:05 | 27/11/2022

ຕອນເຊົ້າວັນທີ 24 ພະຈິກ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ພ້ອມດ້ວຍທ່ານເລຂາທິການໃຫຍ່ສານອະນຸຍາໂຕຕຸລາການ (PCA) Marcin Czepelak ໄດ້ເປີດຕົວຫ້ອງການຕາງໜ້າຂອງ PCA ປະຈຳຮ່າໂນ້ຍ ຢ່າງເປັນທາງການ ແລະ ຕິດປ້າຍທີ່ມີຊື່ວ່າ “ຊາຍຄາແຫ່ງສັນຕິພາບ” ໃຫ້ແກ່ສຳນັກງານຫ້ອງການ.

ຮ່າ​ໂນ້ຍ​ຄາດ​ວ່າ​ຈະ​ເປີດ​ຖະ​ໜົນ​ຄົນເດີນ​ຢູ່​ໜອງ​ ເງືອມ ຄື​ນ ​ນັບ​ແຕ່​ເດືອນ​ມີ​ນາ ຮ່າ​ໂນ້ຍ​ຄາດ​ວ່າ​ຈະ​ເປີດ​ຖະ​ໜົນ​ຄົນເດີນ​ຢູ່​ໜອງ​ ເງືອມ ຄື​ນ ​ນັບ​ແຕ່​ເດືອນ​ມີ​ນາ
ຮ່າ​ໂນ້ຍ: ເຂດປູຊະນີຍະສະຖານຫຼາຍແຫ່ງ​ໄດ້​ເປີດ​ຄືນ​ໃໝ່​ເພື່ອ​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ ຮ່າ​ໂນ້ຍ: ເຂດປູຊະນີຍະສະຖານຫຼາຍແຫ່ງ​ໄດ້​ເປີດ​ຄືນ​ໃໝ່​ເພື່ອ​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ
ເປີດ​ຕົວຫ້ອງ​ການ​ຕາງ​ໜ້າ​ຂອງ ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ (PCA) ປະ​ຈຳ ຮ່າ​ໂນ້ຍ
ພິທີຕັດແຖບຜ້າເປີດຕົວຫ້ອງການຕາງໜ້າຂອງ PCA ປະຈຳຮ່າໂນ້ຍ (ພາບ: TTXVN)

ກ່າວຄຳເຫັນທີ່ພິທີ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ຢັ້ງຢືນວ່າ ຫວຽດນາມ ຕີລາຄາສູງບົດບາດຂອງ PCA - ອົງການແກ້ໄຂການຂັດແຍ້ງສາກົນ. ເລື່ອງ ຫວຽດນາມ ສະໜັບສະໜູນ ແລະ ຊ່ວຍເຫຼືອ PCA ຕັ້ງຫ້ອງການຕາງໜ້າຢູ່ ຮ່າໂນ້ຍ ໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ໃນການຊຸກຍູ້ລັດທິຫຼາຍຝ່າຍ, ຖືກົດບັດ ສປຊ, ຫຼັກການຂອງກົດໝາຍສາກົນ, ໃນນັ້ນ ມີການແກ້ໄຂການຂັດແຍ້ງສາກົນເປັນສຳຄັນ.

ສ່ວນທ່ານ Marcin Czepelak ຢັ້ງຢືນວ່າ ການເປີດສະຫຼອງນຳໃຊ້ຫ້ອງການດັ່ງກ່າວເປັນຂີດໝາຍສຳສຄັນໃນການພົວພັນຄູ່ຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ ແລະ ມີປະສິດທິຜົນລະຫວ່າງສອງຝ່າຍ ແລະ ເຊື່ອໝັ້ນວ່າ ຫ້ອງການຕາງໜ້າປະຈຳ ຫວຽດນາມ ຈະມີຫຼາຍກິດຈະກຳທີ່ມີປະສິດທິຜົນ, ປະກອບສ່ວນຮັກສາ, ຍົກສູງພາບພົດຂອງ PCA ໃນການແກ້ໄຂການຂັດແຍ້ງສາກົນ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.