ຮ່ວມມືເພື່ອສັນຕິພາບ ແລະ ພັດທະນາຢູ່ພາກພື້ນ

09:04 | 07/11/2019

ຍສໝ - ໃນຕອນເຊົ້າວັນທີ 6 ພະຈິກ 2019, ກອງປະຊຸມສໍາມະນາວິທະຍາສາດສາກົນ ກ່ຽວກັບທະເລຕາເວັນອອກ ຄັ້ງທີ 11 ດ້ວຍຫົວຂໍ້ “ຮ່ວມມືເພື່ອສັນຕິພາບ ແລະ ພັດທະນາຢູ່ພາກພື້ນ” ໄດ້ຂຶ້ນ ຢູ່ ຮ່າໂນ້ຍ.

ຮ່ວມມືເພື່ອສັນຕິພາບ ແລະ ພັດທະນາຢູ່ພາກພື້ນ

ກອງປະຊຸມສໍາມະນາວິທະຍາສາດສາກົນ ກ່ຽວກັບທະເລຕາເວັນອອກ ຄັ້ງທີ 11.(ພາບ:nguoiduatin.vn)

ກອງປະຊຸມສໍາມະນາ ໄດ້ດໍາເນີນບັນດາວາລະປຶກສາຫາລື ດ້ວຍບັນດາຫົວຂໍ້ຄື “ສະພາບການປັດຈຸບັນຂອງທະເລຕາເວັນອອກ: ໄພນາບຂູ່, ຄວາມສ່ຽງ ແລະ ກາລະໂອກາດ”; “ທະເລຕາເວັນອອກໃນຍຸດທະສາດຂອງບັນດາປະເທດມະຫາອໍານາດ”; “ທະເລຕາເວັນອອກໃນບັນດາເວທີປາໄສຫຼາຍຝ່າຍ”. ບັນດາຜູ້ແທນຕ່າງກໍເນັ້ນໜັກເຖິງຄວາມຈໍາເປັນຕ້ອງຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະ ທະເລຕາເວັນອອກ ໂດຍອີງໃສ່ກົດໝາຍສາກົນ, ໃນນັ້ນ ກົດໝາຍວ່າດ້ວຍທະເລ ຕ້ອງແມ່ນພື້ນຖານນິຕິກໍາສໍາຄັນແຖວໜ້າ ເຊິ່ງບັນດາປະເທດຕ້ອງປະຕິບັດ.

ທີ່ພິທີໄຂກອງປະຊຸມສໍາມະນາ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມຫວຽດນາມ ເລຮວ່າຍຈູງ ກ່າວວ່າ: ການຊຸກຍູ້ສັນຕິພາບ, ສະຖຽນລະພາບ, ຊຸກຍູ້ການຮ່ວມມືຢູ່ທະເລຕາເວັນອອກ ບໍ່ພຽງແຕ່ແມ່ນຜົນປະໂຫຍດ ແລະ ໜ້າທີ່ຄວາມຮັບຜິດຊອບ ຂອງບັນດາປະເທດໃນພາກພື້ນເທົ່ານັ້ນ ຫາກຍັງແມ່ນຜົນປະໂຫຍດ ແລະ ຄວາມຮັບຜິດຊອບລວມຂອງປະຊາຄົມສາກົນ. ເຮັດແນວໃດ ເພື່ອຮັບປະກັນລັກສະນະປະສິດທິຜົນຂອງ ກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982) ເວົ້າສະເພາະ ແລະ ເຄົາລົບກົດໝາຍ ເວົ້າລວມ. ດ້ວຍຖານະບົດບາດເປັນປະທານ ອາຊຽນ ໃນປີ 2020, ຫວຽດນາມ ຫວັງວ່າ ຈະພ້ອມກັບບັນດາຄູ່ຮ່ວມມື ຊຸກຍູ້ການຍົກສູງປະສິດທິຜົນການຮ່ວມມືຂອງ ອາຂຽນ ເພື່ອແກ້ໄຂບັນດາສິ່່ງທ້າທາຍຕໍ່ຄວາມໝັ້ນຄົງຢູ່ທະເລ.

(ໄຊພອນ)

ເຫດການ
302 Found

Found

The document has moved here.