ນັກທ່ອງທ່ຽວທົ່ວໂລກເພີ່ມຂຶ້ນ 1.400 ລ້ານເທື່ອຄົນ

00:54 | 13/05/2019

ວັນ​ທີ 22 ເດືອນມັງກອນ​ ປີ 2019 ​ນີ້, ອົງການ​ທ່ອງ​ທ່ຽວ​ໂລກ​ເປີດ​ເຜີຍຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນເພີ່ມ​ຂຶ້ນ 6% ມາ​ເປັນ 1.400 ລ້ານ​ເທື່ອ​ຄົນ.

ນັກທ່ອງທ່ຽວທົ່ວໂລກເພີ່ມຂຶ້ນ 1.400 ລ້ານເທື່ອຄົນ

ນັກທ່ອງທ່ຽວທົ່ວໂລກເພີ່ມຂຶ້ນ 1.400 ລ້ານເທື່ອຄົນ.

ຍ້ອນ​ການ​ເດີນທາງທ່ອງ​ທ່ຽວ​ໄປ​ຍັງ​ຕອນ​ໃຕ້​ທະວີບ​ເອີຣົບຕາ​ເວັນ​ອອກ​ກາງ ​ແລະ ທະວີບອາຟຣິກາເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ​ເນື່ອງ​ຈາກ​ເສດຖະກິດມີ​ການ​ຂະຫຍາຍຕົວ ​ແລະ ຄວາມ​ກ້າວໜ້າທາງ​ດ້ານ​ເຕັກ​ໂນ​ໂລ​ຊີເປັນຈຸດກະຕຸ້ນໃຫ້ພາກການທ່ອງທ່ຽວ ຂະຫຍາຍຕົວ. ຂະນະທີ່ນັກທ່ອງທ່ຽວຊາວອາເມລິກາເພີ່ມຂຶ້ນໃນລະດັບປານກາງ 3% ແຕ່ຈາກອາເມລິກາເໜືອເພີ່ມຂຶ້ນ 4%, ເອີຣົບ 6%, ອາຟຣິກາ 7% ແລະ ອາຊີ-ປາຊີຟິກ 6%. ຂະນະທີ່ການທ່ອງທ່ຽວເປັນໜຶ່ງໃນກົນໄກຂັບເຄື່ອນທີ່ສຳຄັນທີ່ສຸດສຳລັບ ການພັດທະນາລະຫວ່າງປະເທດໂດຍນັກທ່ອງທ່ຽວທີ່ມາເອີຣົບມີຈຳນວນ 713 ລ້ານເທື່ອຄົນ, ອາຟຣິກາ 67 ລ້ານເທື່ອຄົນ ແລະ ຕາເວັນອອກາງ 64 ລ້ານເທື່ອຄົນ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.