ນໍ້າໃຈປະຊາຊົນ ຫວຽດນາມ - ລາວ ໃນສື່ສັງຄົມອອນໄລ: ຟົດຟື້ນ, ມີຜົນປະໂຫຍດ ແລະ ບໍລິສຸດຜຸດຜ່ອງ

07:22 | 26/09/2022

ຍສໝ - ຖ້າຫາກຄົ້ນຫາດ້ວຍ keyword ທີ່ມີຄໍາ ຫວຽດນາມ - ລາວ ໃນສື່ສັງຄົມອອນໄລ ເຊັ່ນ Facebook, Line, WhatsApp ແລະ Twiter... ຜູ້ຊົມໃຊ້ຈະເຫັນເວທີສົນທະນາຫຼາຍກຸ່ມ, ສະມາຄົມ, ສະໂມສອນ... ຂອງຊຸມຊົນສື່ສັງຄົມອອນໄລເຂົ້າຮ່ວມ. ເນື້ອໃນ ແລະ ຮູບແບບຂອງກິດຈະກໍາແມ່ນອຸດົມສົມບູນ, ຟົດຟື້ນ ແລະ ແທດຈິງ. ແລະ ພິເສດແມ່ນບໍລິສຸດຜຸດຜ່ອງ, ໂປ່ງໃສ ແລະ ເບີກບານມ່ວນຊື່ນຄືຈິດວິນຍານແຫ່ງນໍ້າໃຈມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ.

ເພີ່ມທະວີນໍ້າໃຈມິດຕະພາບລະຫວ່າງປະຊາຊົນ ຫວຽດນາມ-ອຸດຊະເບກິດສະຖານ ເພີ່ມທະວີນໍ້າໃຈມິດຕະພາບລະຫວ່າງປະຊາຊົນ ຫວຽດນາມ-ອຸດຊະເບກິດສະຖານ
ການຮ່ວມມືດ້ານການທ່ອງທ່ຽວ ຫວຽດນາມ - ລາວ ຟົດຟື້ນ ແລະ ມີປະສິດທິຜົນ ການຮ່ວມມືດ້ານການທ່ອງທ່ຽວ ຫວຽດນາມ - ລາວ ຟົດຟື້ນ ແລະ ມີປະສິດທິຜົນ

ເວທີປາໄສນຳມາເຊິ່ງລົມຫາຍໃຈຂອງຊີວິດ

ພົ້ນເດັ່ນກວ່າໝູ່ໃນຊຸມມື້ມໍ່ໆມານີ້ແມ່ນ fanpage ການປະກວດ "ໃຫ້ຂອງທີ່ລະລຶກເລົ່າເລື່ອງ" - ເປັນບ່ອນແບ່ງປັນຄວາມຊົງຈຳ, ວັດຖຸພັນ, ເລື່ອງລາວທີ່ຕື້ນຕັນໃຈ, ສູງສົ່ງ, ໜ້າຈົດຈໍາ ແລະ ຄວາມພາກພູມໃຈກ່ຽວກັບນໍ້າໃຈມິດຕະພາບຫວຽດນາມ - ລາວ, ລາວ - ຫວຽດນາມ. Fanpage ບັນລຸໄດ້ຜູ້ສໍາຜັດຫຼາຍກວ່າ 60.000 ເທື່ອຄົນ, ຜູ້ຕອບຮັບຫຼາຍກວ່າ 10.000 ເທື່ອຄົນ, ຜູ້ຕິດຕາມ 166 ຄົນ, ຜູ້ຖືກໃຈ fanpage 124 ຄົນ ແລະ ການ share ນັບຫຼາຍຮ້ອຍເທື່ອ... ພຽງແຕ່ຫນຶ່ງເດືອນຫຼັງຈາກວັນສ້າງຕັ້ງ.

ພິເສດແມ່ນເລື່ອງລາວຂອງ ທ່ານ ຟ້າມວັນຈວຽນ ອາຍຸ 85 ປີ ທີ່ມີຄວາມຊົງຈຳກ່ຽວກັບປະເທດລາວ ມີການເຂົ້າເຖິງ 400.000 ຄັ້ງ; 44.000 ຄັ້ງຕອບຮັບ; 85 ຄໍາເຫັນ; share 95 ຄັ້ງ; ເຂົ້າເບິ່ງຮູບ 1.757 ຄັ້ງ ແລະ 1.489 ຄັ້ງຄລິກເຂົ້າອື່ນໆ.

ນໍ້າໃຈປະຊາຊົນ ຫວຽດນາມ - ລາວ ໃນສື່ສັງຄົມອອນໄລ: ຟົດຟື້ນ, ມີຜົນປະໂຫຍດ ແລະ ບໍລິສຸດຜຸດຜ່ອງ
Fanpage "ການປະກວດໃຫ້ຂອງທີ່ລະນືກເລົ່າເລື່ອງ" ກັບບັນດາຄໍາຄິດເຫັນ ແລະ ການຕອບກັບ.

Fanpage ຍັງມີການເຄື່ອນໄຫວທີ່ຟົດຟື້ນ ໂດຍມີການແລກປ່ຽນ ແລະ ມີຄໍາເຫັນຫຼາຍຢ່າງ. ເຟສບຸກ ຫງວຽນຮົ່ງຟຸກ ແບ່ງປັນວ່າ: “ຂອບໃຈຜູ້ຂຽນສຳລັບຮູບພາບທີ່ສວຍງາມ ແລະ ຂອງລະນຶກທີ່ສວຍງາມຂອງບັນດາວິລະຊົນ. ເມື່ອປະເທດຕົກຢູ່ໃນອັນຕະລາຍເຂົາເຈົ້າສະຫມັກໃຈທີ່ຈະຊ່ວຍປະເທດເພື່ອນ. ການເສຍສະຫຼະຂອງຊາວຫວຽດນາມວິລະຊົນນັ້ນໄດ້ປະກອບສ້າງຄໍາກອນທີ່ວ່າ: “ສອງຊາດລາວ - ຫວຽດ ໄດ້ຝັງຄວາມຮັກຢູ່ໃນໃຈ ຮົ່ງຮ່າທັງແມ່ຂອງ ບໍ່ເລິກປຸນປານໄດ້”. Facebook ຂອງນັກຮົບເຂດຕາເວັນຕົກ ໄດ້ໃຫ້ຄຳເຫັນວ່າ: “ຂອງທີ່ລະນຶກຂອງນາຍທະຫານແມ່ນເລື່ອງລາວພິເສດ, ແຕ່ປະຈຸບັນນີ້ ເຂົາເຈົ້າລ້ວນແຕ່ມີອາຍຸ 70 ປີຂຶ້ນໄປ, ຍາກທີ່ເຂົາເຈົ້າຈະຕິດຕາມການປະກວດ. ຂ້າພະເຈົ້າຫວັງວ່າລຸ້ນໜຸ່ມຈະສືບຕໍ່ເສີມຂະຫຍາຍນ້ຳໃຈສາມັກຄີແບບພິເສດຫວຽດນາມ - ລາວ”.

Facebook ຂອງຊາວລາວຫລາຍຄົນກໍ່ສະແດງຄວາມຄິດເຫັນໃຕ້ໂພສນີ້. Facebook Sangthong Hangponsavane, Khonesavanh Chounraphanithghi: "ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ລັດ ແລະ ປະຊາຊົນຫວຽດນາມ ວິລະຊົນ".

ຂົວຕໍ່ມິດຕະພາບ

ເວົ້າເຖິງບັນດາສະມາຄົມ, ກຸ່ມທີ່ພົ້ນເດັ່ນຂອງຊາວຫວຽດນາມໃນເຄືອຂ່າຍສື່ສັງຄົມອອນໄລ, ສາມາດກ່າວເຖິງ Fanpages ເຊັ່ນ: “ເຊື່ອມຕໍ່ປະຊາຄົມ ລາວ-ຫວຽດນາມ” ດ້ວຍສະມາຊິກ 11.000 ຄົນ; “ສະໂມສອນສາຍໃຈຫວຽດນາມ-ລາວ ອ້າຍນ້ອງ”, ກຸ່ມຂອງອາດີດນັກຊ່ຽວຊານທະຫານອາສາສະໝັກຫວຽດນາມ ຢູ່ ລາວ ດ້ວຍສະມາຊິກ 6.358 ຄົນ; “ຂ່າວສານ ລາວ-ຫວຽດນາມ” ສະມາຊິກ 40.000 ຄົນ ແລະ “ລາວຫວຽດ 24 ຊົ່ວໂມງ” ມີສະມາຊິກ 29.421 ຄົນ.

“ສະໂມສອນນໍ້າໃຈຫວຽດນາມ -  ລາວ ອ້າຍນ້ອງ”,
“ສະໂມສອນນໍ້າໃຈຫວຽດນາມ - ລາວ ອ້າຍນ້ອງ”

ນອກຈາກນັ້ນ, Facebook ຍັງມີບັນດາສະມາຄົມ, ກຸ່ມທີ່ກ່ຽວຂ້ອງກັບການ ສົ່ງເສີມການສຶກສາ, ການແລກປ່ຽນເງິນຕາ, ສະໜອງການບໍລິການ, ການແນະນໍາລັບນັກສຶກສາຕ່າງປະເທດຢູ່ປະເທດເພື່ອນ... ດ້ວຍຈໍານວນສະມາຊິກຈາກ 2.000 ຫາ 4.000 ຄົນ.

Fanpages ນີ້ສ່ວນຫຼາຍໄດ້ຮັບການສ້າງຕັ້ງແຕ່ປີ 2015 ເປັນຕົ້ນໄປ ດ້ວຍການເຄື່ອນໄຫວປອດກຳໄລ, ເຊື່ອມຕໍ່ຊາວຫວຽດນາມ - ລາວ, ແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນ ແລະ ກັນ.

ໃນລາວກໍ່ຄ້າຍຄືກັນ, ມີສະມາຄົມ ແລະ ກຸ່ມໃຫຍ່ຈຳນວນໜຶ່ງເຊັ່ນ: Fanpage All Lao News Update ສ້າງຕັ້ງຂຶ້ນໃນວັນທີ 15 ກໍລະກົດ 2018 ມີສະມາຊິກທັງໝົດ 177.240 ຄົນ. ກຸ່ມ Facebook "ນັກສຶກສາລາວ ຢູ່ ນະຄອນ ໂຮ່ຈີມິນ" ມີສະມາຊິກ 2.100 ຄົນ. ຫົວຂໍ້ຂອງກຸ່ມລົງພິມແມ່ນການເຄື່ອນໄຫວແລກປ່ຽນວັດທະນະທຳລະຫວ່າງນັກສຶກສາລາວ ແລະ ນັກສຶກສາຫວຽດນາມ; ກິດຈະກຳອາສາສະໝັກຂອງນັກສຶກສາລາວ ຢູ່ ນະຄອນໂຮ່ຈີມິນ; ໂຄງການຂອງຄອບຄົວຊາວຫວຽດນາມ ຮັບເອົານັກສຶກສາລາວເຂົ້າເປັນລູກຮັກ, ແລກປ່ຽນວັດທະນະທຳ, ເພີ່ມພູນຄູນສ້າງການພົວພັນຫວຽດນາມ - ລາວ.

ກຸ່ມຂອງອະດີດທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ຢູ່ ລາວ ແລະ ສະມາຊິກນັບພັນຄົນ.

ຮູບພາບຈາກ fanpage “ເຊື່ອມຕໍ່ ຫວຽດນາມ - ລາວ”.

ກຸ່ມ Facebook "ນັກສຶກສາລາວ ຢູ່ ມະຫາວິທະຍາໄລຮ່າຕິ້ງ" ກໍ່ມີສະມາຊິກ 4.700 ຄົນ. ຫົວຂໍ້ຂອງກຸ່ມລົງພິມແມ່ນກິດຈະກໍາເຄື່ອນໄຫວແລກປ່ຽນກິລາລະຫວ່າງນັກສຶກສາລາວ ແລະ ນັກສຶກສາຫວຽດນາມ; ການເຄື່ອນໄຫວຕ້ອນຮັບ ບຸນປີໃໝ່ລາວໄດ້ຈັດຂຶ້ນຢູ່ມະຫາວິທະຍາໄລ ຮ່າຕິ້ງ ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາອົງການ, ຄະນະ, ຂະແໜງການທີ່ກ່ຽວຂ້ອງຂອງແຂວງ ຮ່າຕິ້ງ.

ກຸ່ມ Facebook ຄຳສັບລາວ - ຫວຽດນາມ" ກໍ່ມີສະມາຊິກທັງໝົດ 6.600 ຄົນ. ຫົວຂໍ້ທີ່ລົງພິມແມ່ນກຸ່ມຄໍາສັບໃນຫຼາຍຂົງເຂດເພື່ອສະຫນັບສະຫນູນການຮຽນຮູ້ພາສາລາວ ແລະ ພາສາຫວຽດນາມ; ນອກນີ້ຍັງມີບາງບົດເພງເປັນສອງພາສາລາວ ແລະ ຫວຽດນາມ ເພື່ອໜູນຊ່ວຍການຮຽນພາສາລາວ ແລະ ຫວຽດນາມ.

ນອກຈາກບັນດາກຸ່ມທີ່ກ່າວມາຂ້າງເທິງແລ້ວ, ກຸ່ມຕ່າງໆເຊັ່ນ: Facebook ນັກສຶສາລາວ ຮໍ່າຮຽນຢູ່ມະຫາວິທະຍາໄລຫຼາຍຂະແໜງຮ່າໂນ້ຍ, ກໍ່ສ້າງ, ການແພດ, ການຢາ, ເສດຖະກິດ ດ້ວຍສະມາຊິກທັງໝົດ 469 ຄົນ. ກຸ່ມ Facebook ກຸ່ມຮຽນນັກສຶກສາລາວ ຢູ່ຮ່າໂນ້ຍ ດ້ວຍສະມາຊິກ 1.100 ຄົນ.

ຜ່ານ “ຊີວິດທາງອິນເຕີເນັດ”, ພວກເຮົາຍັງໄດ້ເຫັນໄດ້ສ່ວນໃດສ່ວນໜຶ່ງກ່ຽວກັບການພົວພັນທີ່ສະໜິດແໜ້ນ ລະຫວ່າງຫວຽດນາມ ແລະ ລາວ ໃນບັນດາໄວໜຸ່ມໃນປະຈຸບັນ.

ຫວຽດຫວູ - ຖາຍທີ້ງ

ເຫດການ
302 Found

Found

The document has moved here.