ໂຄສະນາກະແລມທີ່ເປັນເອກະລັກຂອງຫວຽດນາມ ຢູ່ເວເນຊູເອລາ

20:47 | 11/08/2022

ເພື່ອແນໃສ່ໂຄສະນາ, ແນະນໍາ ແລະສ້າງຂີດໝາຍຂອງອາຫານການກິນຫວຽດນາມ, ຫວ່າງແລ້ວນີ້, ສະຖານທູດຫວຽດນາມ ປະຈໍາ ເວເນຊູເອລາ ໄດ້ສົມທົບກັບຮ້ານຂາຍກະແລ່ມທີ່ມີຊື່ສຽງ “Heladería 1000 sabores” ຢູ່ລັດ Mérida ຈັດຕັ້ງພິທີແນະນໍາ “ກະແລມຮ່າໂນ້ຍ” (Helado Ha Noi).

ໂຄສະນາ, ສົ່ງເສີມການທ່ອງທ່ຽວ “ດິນແດນມໍລະດົກມະຫັດສະຈັນ” ຢູ່ບັນດາແຂວງ ໄຕງວຽນ ໂຄສະນາ, ສົ່ງເສີມການທ່ອງທ່ຽວ “ດິນແດນມໍລະດົກມະຫັດສະຈັນ” ຢູ່ບັນດາແຂວງ ໄຕງວຽນ
ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຢູ່ເວເນຊູເອລາ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຢູ່ເວເນຊູເອລາ
ໂຄສະນາກະແລມທີ່ເປັນເອກະລັກຂອງຫວຽດນາມ ຢູ່ເວເນຊູເອລາ
ທ່ານເອກອັກຄະລັດຖະທູດ ເລຫວຽດຢວຽນ ມອບໃບຢັ້ງຢືນໃຫ້ທ່ານນາງ Isbellis Da Silva ເຈົ້າຂອງຮ້ານກະແລມ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄໍາເຫັນທີ່ເຫດການ, ທ່ານເອກອັກຄະລັດຖະທູດ ເລຫວຽດຢວຽນ ປາດຖະໜາຢາກເຊື່ອມຕໍ່ວັດທະນະທໍາ ແລະປະຊາຊົນຂອງສອງປະເທດ, ກໍ່ຄືເພີ່ມທະວີ ແລະສ້າງການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງຫວຽດນາມ ແລະເວເນຊູເອລາ ຢ່າງແໜ້ນແຟ້ນກວ່າອີກ. ເລື່ອງແນະນໍາ “ກະແລມຮ່າໂນ້ຍ” ດ້ວຍກິ່ນທີ່ເປັນເອກະລັກປຸງແຕ່ງມາຈາກຖົ່ວຂຽວ, ວັດຖຸດິບຊະນິດໜຶ່ງທີ່ເປັນເອກະລັກໃນອາຫານການກິນຫວຽດນາມ, ເພື່ອໃຫ້ປະຊາຊົນ Mérida ກິນກະແລມແຕ່ລະເທື່ອນັ້ນເວົ້າສະເພາະ ແລະປະຊາຊົນເວເນຊູເອລາ ເວົ້າລວມລ້ວນແຕ່ນຶກເຫັນພາບຄືດັ່ງພວມໄປທ່ອງທ່ຽວ, ຢ້ຽມຢາມນະຄອນຫຼວງຮ່າໂນ້ຍ ຂອງຫວຽດນາມ.

ເລື່ອງຂາຍກະແລມທີ່ເປັນເອກະລັກສະເພາະຂອງຫວຽດນາມ ຢູ່ຮ້ານຂາຍກະແລມທີ່ມີຊື່ສຽງຂອງເວເນຊູເອລາ “Heladería 1000 sabores” ບໍ່ພຽງແຕ່ເປັນການແນະນໍາ, ໂຄສະນາ ແລະຍົກລະດັບອາຫານການກິນຂອງຫວຽດນາມ ຕໍ່ປະຊາຊົນປະເທດປະຈໍາຖິ່ນ ແລະແຂກສາກົນເທົ່ານັ້ນ, ແຕ່ຍັງເປັນການນໍາເອົາພາບຫຼັກຂອງຫວຽດນາມ ໃຫ້ໃກ້ຊິດຕິດແທດກັບການດໍາລົງຊີວິດປະຈໍາວັນຂອງປະຊາຊົນເວເນຊູເອລາ ກວ່າອີກ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.