ໜັງເລື່ອງທໍາອິດຂອງຍີ່ປຸ່ນກ່ຽວກັບບານເຕະຫວຽດນາມ ໄດ້ມີໜ້າຢູ່ໃນ ຫວຽດນາມ

19:00 | 01/08/2022

ຍສໝ - "Son Goal" ແຕ່ງໂດຍນັກຈິດຕະກອນຍີ່ປຸ່ນ Baba Tamio.

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຄັດ​ຄ້ານ​ເລື່ອງ ຈີນ ປະ​ກາດ​ໃຊ້​ຄຳ​ສັ່ງ​ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຄັດ​ຄ້ານ​ເລື່ອງ ຈີນ ປະ​ກາດ​ໃຊ້​ຄຳ​ສັ່ງ​ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດນາມ ເວືອງ​ດິ່ງ​ເຫ້ວ ເປັນ​ປະ​ທານ​ກອງ​ປະ​ຊຸມ​ ຫົວເລື່ອງກ່ຽວກັບການປ່ຽນແປງໃໝ່, ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດນາມ ເວືອງ​ດິ່ງ​ເຫ້ວ ເປັນ​ປະ​ທານ​ກອງ​ປະ​ຊຸມ​ ຫົວເລື່ອງກ່ຽວກັບການປ່ຽນແປງໃໝ່, ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ

ຢູ່​ໂຕ​ກຽວ (ຍີ່ປຸ່ນ), ວັນ​ທີ 28 ກໍລະກົດ, ບໍລິສັດ​ຫຸ້ນ​ສ່ວນ Kadokawa (ຍີ່ປຸ່ນ) ​ໄດ້​ເລີ່​ມສາຍໜັງເລື່ອງ “Son Goal” ຢູ່​ຕະຫຼາດ​ຫວຽດນາມ. ນີ້​ແມ່ນ​ໜັງ ເລື່ອງ​ທຳ​ອິດ​ກ່ຽວ​ກັບບານ​ເຕະ​ຫວຽດນາມ ໂດຍສຳນັກ​ພິມ​ຈໍາໜ່າຍ ​ຍີ່ປຸ່ນ ຜະລິດດ້ວຍການຮ່ວມມືຂອງ​ສຳນັກ​ພິມ​ຈຳໜ່າຍກິມດົ່ງ.

ໜັງເລື່ອງທໍາອິດຂອງຍີ່ປຸ່ນກ່ຽວກັບບານເຕະຫວຽດນາມ ໄດ້ມີໜ້າຢູ່ໃນ ຫວຽດນາມ
ໜັງເລື່ອງທໍາອິດຂອງຍີ່ປຸ່ນກ່ຽວກັບບານເຕະຫວຽດນາມ ໄດ້ມີໜ້າຢູ່ໃນ ຫວຽດນາມ. ພາບ: vovworld.vn

"Son Goal" ແຕ່ງໂດຍນັກຈິດຕະກອນຍີ່ປຸ່ນ Baba Tamio. ​ເລື່ອງ​ລາວ​ແມ່ນ​ກ່ຽວ​ກັບ​ການ​ເດີນ​ທາງ​ຂອງ​ເດັກ​ຊາຍ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ທີ່​ມີ​ຊື່​ວ່າ ​ເຊີນ, ຢູ່​ຫວຽດນາມ. ເຊີນມີພໍ່ເປັນຊາວບຣາຊິນ ແລະ ແມ່ຫວຽດນາມ. ເຊີນ​ໄດ້​ມາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ນີ້​ເພື່ອຮໍ່າ​ຮຽນ ​ຫຼັງ​ຈາກ​ພໍ່​ຂອງ​ລາວ​ໄດ້​ຍ້າຍ​ມາ​ເຮັດ​ວຽກ​ຢູ່​ທີ່​ນີ້. ຢູ່ຫວຽດນາມ, ລາວ ໄດ້ພົບ ແລະ ຮູ້ຈັກກັບກຸ່ມໄວລຸ້ນ ແລະ ຊ່ວຍໃຫ້ທີມບານເຕະທີ່ອ່ອນແອຂອງພວກເຂົາເຂັ້ມແຂງຂຶ້ນ.

“Son Goal” ສະ​ບັບ​ພາ​ສາ​ຫວຽດ​ນາມ ໄດ້​ຈໍາໜ່າຍ​ຢູ່​ຕະ​ຫລາດ​ຫວຽດ​ນາມ ແຕ່​ວັນ​ທີ 28 ກໍລະກົດ. ສະບັບພາສາຍີ່ປຸ່ນ ຈະຈໍາໜ່າຍຢູ່ຍີ່ປຸ່ນ ໃນຕົ້ນປີ 2023.

ບູນມີ

ເຫດການ
302 Found

Found

The document has moved here.