ສະມາຊິກສະພາແຫ່ງຊາດ ສະເໜີໃຫ້ລັດຖະບານສຸມໃສ່ ການຜະລິດພາຍໃນໃຫ້ເຂັ້ມແຂງ

13:39 | 13/11/2019

ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ສະເໜີໃຫ້ລັດຖະບານສຸມໃສ່ການຜະລິດພາຍໃນໃຫ້ເຂັ້ມແຂງ, ໃນຂະນະດຽວກັນກໍປູກຈິດສຳນຶກໃຫ້ຄົນລາວຫັນມາຊົມໃຊ້ສິນຄ້າທີ່ຜະລິດພາຍໃນໃຫ້ຫຼາຍຂຶ້ນ ພ້ອມທັງສະເໜີໃຫ້ລັດຖະບານຄວນມີມາດຕະການໃນການປ້ອງກັນ ແລະ ຄຸ້ມຄອງໄພພິບັດຢ່າງຮັດກຸມ.

ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII ເມື່ອວັນທີ 12 ພະຈິກນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ບັນດາ ສສຊ ໄດ້ສຸມໃສ່ປະກອບຄຳເຫັນໃສ່ບົດລາຍງານການພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ.

ສະມາຊິກສະພາແຫ່ງຊາດ ສະເໜີໃຫ້ລັດຖະບານສຸມໃສ່ ການຜະລິດພາຍໃນໃຫ້ເຂັ້ມແຂງ

ສະມາຊິກສະພາແຫ່ງຊາດ ສະເໜີໃຫ້ລັດຖະບານສຸມໃສ່ ການຜະລິດພາຍໃນໃຫ້ເຂັ້ມແຂງ.(ພາບ: pasaxon.org.la)

ທ່ານ ຄຳສີ ປ່ຽນວໍລະວົງ ສສຊ ເຂດ 15 ແຂວງຈໍາປາສັກກ່າວວ່າ: ການພັດທະນາເສດຖະກິດຂອງປະເທດເຮົາ ຍັງອາໄສແຕ່ຊັບພະຍາກອນທຳມະຊາດ ແທນທີ່ຈະເນັ້ນໃສ່ການພັດທະນາບຸກຄະລາກອນ ໃຫ້ມີຄວາມຮູ້ ຄວາມສາມາດ ເພື່ອມາພັດທະນາເສດຖະກິດ-ສັງຄົມ ພ້ອມທັງສະເໜີໃຫ້ລັດຖະບານ ສົ່ງເສີມການຜະລິດພາຍໃນໃຫ້ມີຄວາມເຂັ້ມແຂງ, ສົ່ງເສີມໃຫ້ຄົນລາວຫັນມາຊົມໃຊ້ຜະລິດຕະພັນພາຍໃນ ລຶບຄ່ານິຍົມສິນຄ້ານຳເຂົ້າຈາກຕ່າງປະເທດ. ທ່ານ ຄຳແດງ ສີລາວົງ ສສຊ ເຂດ 18 ແຂວງໄຊສົມ ບູນ ກ່າວວ່າ: ໄລຍະຜ່ານມາ ລັດຖະບານໄດ້ມີຄວາມພະ ຍາຍາມສົ່ງເສີມປະຊາຊົນຜະລິດເປັນສິນຄ້າ ແຕ່ການປະຕິບັດຕົວຈິງ ຍັງບໍ່ທັນມີແຜນການ ໂຄງການລະອຽດຢູ່ແຕ່ລະເມືອງ, ແຕ່ລະບ້ານ ເພື່ອນຳພາປະຊາຊົນຈັດຕັ້ງປະຕິບັດຕົວຈິງ, ດັ່ງນັ້ນຈຶ່ງສະເໜີໃຫ້ລັດຖະບານ ປັບປຸງຄວາມຮັບ ຜິດຊອບຂອງຂະແໜງການກ່ຽວຂ້ອງ, ຫຼຸດຜ່ອນການຊີ້ນໍາ ແລ້ວລົງໄປນຳພາປະຊາຊົນປະຕິບັດຕົວຈິງຢູ່ບັນດາບ້ານ ເນື່ອງຈາກໄລຍະຜ່ານມາ ມັກເຫັນພະນັກງານມີແຕ່ຊີ້ນຳເປັນພຽງຄຳເວົ້າ ແຕ່ການນຳພາເຮັດຕົວຈິງຍັງມີໜ້ອຍ, ຍິ່ງໄປກວ່ານັ້ນບັນຫາທີ່ເກີດຂຶ້ນຢູ່ໃນຄວາມຮັບຜິດຊອບຂອງຕົນເອງ ມີແຕ່ທັກທ້ວງ ແຕ່ບໍ່ພາກັນແກ້ໄຂ.

ສະມາຊິກສະພາແຫ່ງຊາດ ສະເໜີໃຫ້ລັດຖະບານສຸມໃສ່ ການຜະລິດພາຍໃນໃຫ້ເຂັ້ມແຂງ

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງການເງິນ.(ພາບ: pasaxon.org.la)

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງການເງິນ ໄດ້ລາຍງານການປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2019 ແລະ ທິດທາງແຜນການປີ 2020 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງ ສພຊ ຊຸດທີ VIII ໃນວັນທີ 7 ພະຈິກ 2019 ວ່າ: ອີງຕາມແຜນງົບປະມານແຫ່ງລັດ ທີ່ສະພາແຫ່ງຊາດຮັບຮອງປະກອບມີ ແຜນລາຍຮັບທັງໝົດ 26.502 ຕື້ກີບ, ໃນນັ້ນ ລາຍຮັບພາຍໃນ 24.240 ຕື້ກີບ; ລາຍຮັບຈາກການຊ່ວຍເຫຼືອ 2.065 ຕື້ກີບ ແລະ ລາຍຮັບຈາກການປະກອບສ່ວນຂອງສັງຄົມ 197 ຕື້ກີບ. ຜ່ານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 9 ເດືອນປີ 2019 ນັບແຕ່ວັນທີ 1 ມັງກອນ ຮອດວັນທີ 30 ກັນຍາ 2019 ການຈັດຕັ້ງປະຕິບັດລາຍຮັບທັງໝົດບັນລຸ 17.261 ຕື້ກີບ ເທົ່າກັບ 65,62% ຂອງແຜນ ການປີ, ສະເພາະລາຍຮັບພາຍໃນປະຕິບັດໄດ້ 16.440 ຕື້ກີບ ເທົ່າກັບ 67,82% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີ 2018 (ວັນທີ 30 ກັນຍາ 2018 ຈໍານວນ 15.819 ຕື້ກີບ) ເພີ່ມຂຶ້ນປະມານ 4%, ໃນນີ້ ຂັ້ນສູນກາງ 13.099 ຕື້ກີບ ເທົ່າກັບ 68,26% ຂອງແຜນການປີ ແລະ ທ້ອງຖິ່ນ 3.340 ຕື້ກີບ ເທົ່າກັບ 66,18% ຂອງແຜນ ການປີ, ສໍາລັບລາຍຮັບຈາກການຊ່ວຍເຫຼືອ ປະຕິບັດໄດ້ 821 ຕື້ກີບ, ເທົ່າກັບ 39,77% ຂອງແຜນການປີ; ສ່ວຍສາອາກອນ 7.580 ຕື້ກີບ ເທົ່າກັບ 61,53% ຂອງແຜນການປີ; ພາສີ 4.884 ຕື້ກີບ ເທົ່າກັບ 64,96% ຂອງແຜນການປີ; ຄຸ້ມຄອງພັດທະນາລັດວິສາຫະກິດ-ການປະກັນໄພ 2.404 ຕື້ກີບ ເທົ່າກັບ 102,34% ຂອງແຜນການປີ; ຄຸ້ມຄອງຊັບສິນຂອງລັດ 1.564 ຕື້ກີບ ເທົ່າກັບ 76,32% ຂອງແຜນການປີ; ແລະ ລາຍຮັບອື່ນໆ 5,73 ຕື້ກີບ. ສໍາລັບການຈັດຕັ້ງປະ ຕິບັດລາຍຮັບທັງໝົດຮອດວັນທີ 31 ຕຸລາ 2019 ປະຕິບັດໄດ້ 19.439 ຕື້ກີບ ເທົ່າກັບ 73,35% ຂອງແຜນການປີ, ໃນນັ້ນ ລາຍຮັບພາຍໃນປະຕິບັດໄດ້ 18.558 ຕື້ກີບ ເທົ່າກັບ 76,56% ຂອງແຜນການປີ. ຄາດຄະເນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດໝົດປີ 2019 ຈະບັນລຸ 25.744 ຕື້ກີບ ເທົ່າກັບ 97,1% ຂອງແຜນປີ, ໃນນັ້ນ ສະເພາະລາຍຮັບພາຍໃນ ຈະສາມາດປະຕິບັດໄດ້ 23.482 ຕື້ກີບ, ເທົ່າກັບ 96,8% ຂອງແຜນປີ, ຫຼຸດແຜນປະມານ 758 ຕື້ກີບ ໂດຍສະເພາະ 2 ຂະແໜງລາຍຮັບ ຄື: ຂະແໜງສ່ວຍສາອາກອນ ຄາດວ່າຈະປະຕິບັດໄດ້ 95% ແລະ ລາຍຮັບພາສີ 98% ຂອງແຜນປີ.

ເພື່ອສູ້ຊົນຈັດຕັ້ງປະຕິບັດງົບປະມານແຫ່ງລັດປະຈໍາປີ 2019 ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ກະຊວງ ການເງິນ ຈຶ່ງໄດ້ຄົ້ນຄ້ວາ ແລະ ກໍານົດມາດຕະການຕ່າງໆ ຄື: ມາດຕະການດ້ານລາຍຮັບ ຈະສຸມກໍາລັງໃສ່ການຈັດເກັບລາຍຮັບໃຫຍ່ທີ່ເປັນລາຍຮັບຕົ້ນຕໍ ມອບເຂົ້າງົບປະມານໃນທ້າຍປີ 2019 ໂດຍສະເພາະເລັ່ງທວງໜີ້ຄ້າງມອບ, ເພີ່ມທະວີມາດຕະການເກັບລາຍຮັບຕໍ່ທຸລະກິດຂຸດຄົ້ນບໍ່ແຮ່, ພະລັງງານໄຟຟ້ານ້ຳຕົກ, ໂຄງການສາຍສົ່ງໄຟຟ້າ, ໂຄງການສ້າງທາງລົດໄຟ ແລະ ບັນດາໂຄງການຕ່າງໆ ທີ່ນໍາໃຊ້ເງິນກູ້ຢືມ ແລະ ຊ່ວຍເຫຼືອ, ສືບຕໍ່ບັນດາໂຄງ ການຫັນເປັນທັນສະໄໝໃນການຈັດເກັບລາຍຮັບຕ່າງໆໃຫ້ໄວ, ຮັດກຸມ ແລະ ມີປະສິດທິຜົນ ແລະ ອື່ນໆ.

(ໄຊພອນ)

ເຫດການ