ທີມຊາດ aerobic ຫວຽດນາມ ຍາດໄດ້ຫຼຽນຄໍາໂລກ ຄັ້ງທໍາອິດ

12:29 | 21/06/2022

ທີມຊາດ aerobic ຫວຽດນາມ ລວມມີນັກກິລາ ຫງວຽນເຈແທງ, ເລຮວ່າງຟອງ, ເຈິ່ນງອກທຸຍວີ, ຫງວຽນຫວຽດແອງ ແລະ ເວືອງຮວ່າຍເອິນ ຫາກໍ່ບັນລຸຄະແນນດີເລີດ 20.738 ຄະແນນ, ຜ່ານນັ້ນຍາດໄດ້ຫຼຽນຄໍາໃນລາຍການສະແດງເປັນກຸ່ມ 5 ຄົນໃນການແຂ່ງຂັນ aerobic ໂລກ 2022, ເຊິ່ງດໍາເນີນຢູ່ປອກຕຸຍການ.

ທີມຊາດ U23 ຫວຽດນາມຕັ້ງເປົ້າໝາຍສູງສຸດໃນການແຂ່ງຂັນບານເຕະຊິງແຊ້ມອາຊີບຕາເວັນອອກສຽງໃຕ້ U23 ປີ 2022 ທີມຊາດ U23 ຫວຽດນາມຕັ້ງເປົ້າໝາຍສູງສຸດໃນການແຂ່ງຂັນບານເຕະຊິງແຊ້ມອາຊີບຕາເວັນອອກສຽງໃຕ້ U23 ປີ 2022
ທີມຊາດ U.23 ຫວຽດນາມ ຊະນະທີມຊາດ U.23 ໄຕ້ຫວັນ 1:0 ປະຕູ ທີມຊາດ U.23 ຫວຽດນາມ ຊະນະທີມຊາດ U.23 ໄຕ້ຫວັນ 1:0 ປະຕູ
ທີມຊາດ aerobic ຫວຽດນາມ ຍາດໄດ້ຫຼຽນຄໍາໂລກ ຄັ້ງທໍາອິດ
ກຸ່ມນັກກິລາ 5 ຄົນ ຂອງທີມຊາດ aerobic ຫວຽດນາມ ຍາດໄດ້ຫຼຽນຄໍາໂລກ. ພາບ: ທຸ່ຍລິງ

ນີ້ແມ່ນຄັ້ງທໍາອິດໃນປະຫວັດສາດທີ່ aerobic ຫວຽດນາມ ຍາດໄດ້ຫຼຽນຄໍາໂລກ. ກ່ອນນັ້ນກໍ່ທີ່ການແຂ່ງຂັນດັ່ງກ່າວ, ນັກກິລາ ຫງວຽນເຈແທງ, ເລຮວ່າງຟອງ, ເຈິ່ນງອກທຸຍວີ ກໍ່ຍາດໄດ້ຫຼຽນທອງໃນລາຍການສະແດງ 3 ຄົນ ດ້ວຍຜົນງານຄະແນນ 20.183 ຄະແນນ, ຖືກຈັດຢູ່ຕາມຫຼັງທີມຮຸງກາຣີ ແລະບຸນກາຣີ. ນອກຈາກນັ້ນ, ຄູ່ນັກກິລາ ເຈິ່ນງອກທຸຍວີ ແລະ ເລຮວ່າງຟອງ ຍາດໄດ້ຫຼຽນທອງ ດ້ວຍຜົນງານ 20.550 ຄະແນນໃນລາຍການສະແດງສອງຄົນ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.