ເປີດຕົວປື້ມຂອງ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່ຽວກັບເສັ້ນທາງ ກ້າວຂຶ້ນສັງຄົມນິຍົມຢູ່ຫວຽດນາມ

08:54 | 11/02/2022

ຍສໝ - ວັນທີ 9 ກຸມພາ, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງ ສົມທົບກັບ ສະພາທິດສະດີສູນກາງ ແລະສຳນັກພິມການເມືອງແຫ່ງຊາດ ຊື້ເທີດ ຈັດຕັ້ງພີທີ ເປີດຕົວປື້ມ “ບາງບັນຫາທິດສະດີ ແລະພຶດຕິກຳກ່ຽວກັບລັດທິສັງຄົມນິຍົມ ແລະເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ຫວຽດນາມ” ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ: ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພະຍາດໂຄວິດ-19, ຮັກສາ ແລະພັດທະນາເສດຖະກິດ-ສັງຄົມ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ: ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພະຍາດໂຄວິດ-19, ຮັກສາ ແລະພັດທະນາເສດຖະກິດ-ສັງຄົມ
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ: ປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນແບບພິເສດຫວຽດນາມ-ລາວ ໃຫ້ນັບມື້ນັບພັດທະນາ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ: ປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນແບບພິເສດຫວຽດນາມ-ລາວ

ສະຫາຍ ຫວໍວັນເຖືອງ, ກຳມະການກົມການເມືອງ, ຜູ້ປະຈຳຄະນະເລຂາທິການ ສູນກາງພັກ, ພ້ອມກັບຜູ້ແທນຕາງໜ້າບັນດາຄະນະ, ກະຊວງ, ຂະແໜງການ ສູນກາງ, ບັນດານັກວິທະຍາສາດ, ສະມາຊິກຄະນະຊີ້ນຳການຮຽບຮຽງ, ຄະນະບັນນາທິການປື້ມ... ເຂົ້າຮ່ວມພິທີ.

ເປີດຕົວປື້ມຂອງ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່ຽວກັບເສັ້ນທາງ ກ້າວຂຶ້ນສັງຄົມນິຍົມຢູ່ຫວຽດນາມ
ເປີດຕົວປື້ມຂອງ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່ຽວກັບເສັ້ນທາງ ກ້າວຂຶ້ນສັງຄົມນິຍົມຢູ່ຫວຽດນາມ. ພາບ: laodong.vn

ໂດຍກ່າວຄຳເຫັນແນະນຳເນື້ອໃນ, ຄຸນຄ່າຂອງປື້ມເຫຼັ້ມດັ່ງກ່າວ, ສະຫາຍ ຕ້າງອັກເຕີ໊ນ, ຮອງປະທານຜູ້ປະຈຳສະພາທິດສະດີສູນກາງ, ເນັ້ນໜັກວ່າ: ປື້ມ “ບາງບັນຫາທິດສະດີ ແລະພຶດຕິກຳກ່ຽວກັບລັດທິສັງຄົມນິຍົມ ແລະເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ຫວຽດນາມ” ລວມມີ 29 ບົດຂຽນ, ບົດປາໄສຂອງ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ນັບ ແຕ່ເມື່ອກະກຽມຮຽບຮຽງເອກະສານກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ຮອດປະຈຸບັນ. ເນື້ອໃນຂອງ 29 ບົດຂຽນ ແມ່ນໄຈ້ແຍກສັດຈະວິພາກ, ອະທິບາຍບັນດາຄຳຖາມກ່ຽວກັບລັດທິສັງຄົມນິຍົມ ແລະເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ຫວຽດນາມຂອງ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ບັນດາບົດຂຽນໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ ແລະເຮັດໃຫ້ ທາດແທ້, ຄຸນຄ່າຫຼັກແຫຼ່ງແກ່ນສານຂອງລັດທິສັງຄົມນິຍົມໃນດ້ານການເມືອງ, ເສດຖະກິດ, ກໍ່ສ້າງພັກ ແລະລະບົບການເມືອງ, ວັດທະນະທຳ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດເລິກເຊິ່ງກວ່າເກົ່າ...

ບູນມີ

ເຫດການ
302 Found

Found

The document has moved here.