ຮ່າໂນ້ຍ ກະກຽມແຜນການຕ້ອນຮັບນັກທ່ອງທ່ຽວສາກົນ ເມື່ອມີເງື່ອນໄຂອະນຸຍາດ

13:40 | 15/01/2022

ຍສໝ - ນະຄອນ​ຮ່າ​ໂນ້ຍ ສົມທົບ​ກັບ​ບັນດາ​ແຂວງ, ນະຄອນ ​ເພື່ອ​ທົດ​ລອງ​​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ ​ທີ່ຮັບປະກັນ​ຄວາມ​ປອດ​ໄພ​ໃນ​ການ​ປ້ອງ​ກັນ ​ແລະ ຕ້ານ​ພະຍາດ​ໂຄ​ວິດ-19.

ກວາງນິງ ຈະເປີດປະຕູຮັບນັກທ່ອງທ່ຽວສາກົນຄັ້ງທຳອິດ ໃນວັນທີ 7 ມັງກອນ 2022 ກວາງນິງ ຈະເປີດປະຕູຮັບນັກທ່ອງທ່ຽວສາກົນຄັ້ງທຳອິດ ໃນວັນທີ 7 ມັງກອນ 2022
ນັກທ່ອງທ່ຽວສາກົນມາ ຫວຽດນາມ ໃນເດືອນ ພະຈິກ 2021 ເພີ່ມຂຶ້ນ 42% ເມື່ອທຽບໃສ່ເດືອນ ຕຸລາ ນັກທ່ອງທ່ຽວສາກົນມາ ຫວຽດນາມ ໃນເດືອນ ພະຈິກ 2021 ເພີ່ມຂຶ້ນ 42% ເມື່ອທຽບໃສ່ເດືອນ ຕຸລາ

ໃນ​ສະພາບ​ທີ່​ສະຖານທີ່ປະຫວັດສາດ ​ບໍ່​ສາມາດ​ເປີດ​ໃຫ້​ນັກ​ທ່ອງ​ທ່ຽວເຂົ້າຢ້ຽມເຊົາ​​ໄດ້ນັ້ນ, ບັນດາ​ສະຖານ​ທີ່​ມໍລະດົກ​ຢູ່​ຮ່າ​ໂນ້ຍ ​ ກໍໄດ້ຈັດຕັ້ງ​ເປີດ​ລາຍການ​ທ່ອງ​ທ່ຽວ​ອອນ​ລາຍ​ເພື່ອ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ.

ດ້ວຍເທັກໂນໂລຍີ 3D, ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດສາມາດສຳຜັດກັບການທ່ອງທ່ຽວແບບສະເໝືອນຈິງ, ເມື່ອເຂົາເຈົ້າບໍ່ມີໂອກາດໄດ້ໄປທ່ຽວໂດຍກົງ, ເຂົາເຈົ້າຍັງສາມາດເຂົ້າຊົມ ແລະ ເຂົ້າໃຈຄຸນຄ່າທາງທຳມະຊາດ ແລະ ວັດທະນະທຳຂອງນະຄອນຫຼວງໄດ້ຫຼາຍຂຶ້ນ.

ຮ່າໂນ້ຍ ກະກຽມແຜນການຕ້ອນຮັບນັກທ່ອງທ່ຽວສາກົນ ເມື່ອມີເງື່ອນໄຂອະນຸຍາດ
ຮ່າໂນ້ຍ ກະກຽມແຜນການຕ້ອນຮັບນັກທ່ອງທ່ຽວສາກົນ ເມື່ອມີເງື່ອນໄຂອະນຸຍາດ. (ພາບ: vietnamplus)

ບັນດາ​ລາຍການ​ທ່ອງ​ທ່ຽວ​ ເພື່ອ​ຄົ້ນ​ຫາ​ວັດທະນະທຳ, ປະຫວັດສາດ ​ແລະ ພູມ​ສັນຖານ​ຂອງ​ຮ່າ​ໂນ້ຍ ​ໄດ້​ເກີດ​ຂຶ້ນ​ບົນ​ພື້ນຖານ​ການ​ປ່ຽນ​ໃໝ່​ລາຍການ​ທ່ອງ​ທ່ຽວ​ພື້ນ​ເມືອງ. ນີ້​ແມ່ນ​ຮູບ​ແບບ​ການ​ທ່ອງ​ທ່ຽວ​ກະສິກຳ ຫຼື ການທ່ອງທ່ຽວ​ສີຂຽວ, ປະຈຸ​ບັນ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ທ່າ​ອ່ຽງພັດທະນາຂະແໜງການ​ການທ່ອງທ່ຽວ​ໂລກ​ພາຍຫຼັງ​ໂລກ​ລະບາດ.

ຮູບ​ແບບ​ການ​ທ່ອງ​ທ່ຽວ​ກະ​ສິ​ກຳ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ບົນ​ພື້ນ​ຖານ​ຄັດ​ເລືອກ​ໝູ່​ບ້ານ​ຫັດ​ຖະ​ກຳ​ພື້ນ​ເມືອງ ດ້ວຍ​ເງື່ອນ​ໄຂ ແລະ ທ່າ​ແຮງ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຊຸມ​ຊົນ; ບັນດາຜະວິດຕະພັນຂອງຂວັນການທ່ອງທ່ຽວທີ່ເປັນທີ່ລະນຶກ, ເຄື່ອງເຟີນີເຈີ ແລະ ເຄື່ອງຕົບແຕ່ງທີ່ມີລັກສະນະວັດທະນະທໍາຂອງແຕ່ລະທ້ອງຖິ່ນ ເພື່ອພັດທະນາເປັນຜະລິດຕະພັນການທ່ອງທ່ຽວ ທີ່ເປັນມິດກັບສິ່ງແວດລ້ອມ. ​ແຫຼ່ງທ່ອງ​ທ່ຽວ​ກະສິກຳ​ຫຼາຍ​ແຫ່ງ ​ໄດ້​ຮັບ​ການ​ສ້າງ​ຕັ້ງ ​ຄື: ບ້ານ​ບາດຈ່າງ, ໝູ່​ບ້ານ​ຜ້າ​ໄໝ​ວ້ານ​ຟຸກ, ​ເຄື່ອງຕົກແຕ່ງດ້ວຍຫອຍ, ຫີນ, ແກ້ວ ຈຽນໝີ, ​ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ ເວີນຕື່, ຂັດສີຮ່າ​ໄທ...

ເຖິງ​ວ່າ ຮ່າ​ໂນ້ຍ ຍັງ​ບໍ່​ທັນ​ໄດ້​ທົດ​ລອງ​ການ​ຕ້ອນຮັບ​​ນັກ​ທ່ອງ​ທ່ຽວ​ສາກົນ​ໃນ​ໄລຍະ​ນີ້, ​ແຕ່​ກໍ​ຍັງ​ຊຸກຍູ້​ການ​ກະກຽມ​ແຜນການ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ ​ເມື່ອ​ເງື່ອນ​ໄຂ​ອະນຸຍາດ.

ຕາມ​ທ່ານ​ນາງ ດັ້ງເຮືອງ​ຢາງ ແລ້ວ, ຫົວໜ້າ​ພະ​ແນ​ກທ່ອງ​ທ່ຽວ​ຮ່າ​ໂນ້ຍ ​ແລ້ວ, ຂະ​ແໜງ​ການ​ທ່ອງ​ທ່ຽວ​ນະຄອນຫຼວງ ​ປະຕິບັດ​ບັນດາ​ໂຄງການ​ສົ່ງ​ເສີມ​ການທ່ອງທ່ຽວ​ ກັບ​ບັນດາ​ປະ​ເທດ​ສະມາຊິກ​ສະພາ​ສົ່ງ​ເສີມ​ການທ່ອງທ່ຽວ​ອາຊີ (CPTA), ອົງການ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ບັນດານະຄອນຂອງ​ ອາຊີ - ປາຊີ​ຟິກ (TPO), ສະຫະພັນບັນດານະຄອນ​ທ່ອງ​ທ່ຽວ​ແມ່​ນ້ຳ​ລ້ານ​ຊ້າງ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການທ່ອງທ່ຽວ​ສາກົນ​ອື່ນໆ. ພ້ອມ​ກັນ​ນັ້ນ, ກໍ່ຈັດຕັ້ງປະຕິບັດ​ລາຍການ​ໂຄສະນາ​ເຜີຍ​ແຜ່​ນະຄອນ​ຮ່າ​ໂນ້ຍ ຜ່ານ​ຊ່ອງ CNN ສາກົນ, ສຸມ​ໃສ່​ບັນດາ​ເວລາ​ກ່ອນ, ​ໃນ​ໄລຍະ ​ແລະ ພາຍຫຼັງ​ງານ​ມະຫາ​ກຳ​ກິລາ​ຊີ​ເກມ​ຄັ້ງ​ທີ 31.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.