ຂະແໜງອຸດສາຫະກໍາແລະການຄ້າຍົກສູງປະສິດທິຜົນການຜະລິດແລະດຳເນີນທຸລະກິດຂອງຂະແໜງອຸດສາຫະກໍາພະລັງງານ

06:48 | 10/01/2022

ຕອນເຊົ້າວັນທີ 9/1, ຢູ່ຮ່າໂນ້ຍ, ກະຊວງອຸດສາຫະກຳ ແລະ ການຄ້າໄດ້ຈັດກອງປະຊຸມສະຫຼຸບວຽກງານປີ 2021 ແລະ ຜັນຂະຫຍາຍໜ້າທີ່ປີ 2022. ທ່ານຮອງນາຍົກລັດຖະມົນຕີ ເລວັນແທ່ງ ໄດ້ເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມ.

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ທາງ​ດ້ານ​ປ້ອງ​ກັນ​ຊາດ ລະ​ຫວ່າງ ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ທາງ​ດ້ານ​ປ້ອງ​ກັນ​ຊາດ ລະ​ຫວ່າງ ຫວຽດ​ນາມ - ລາວ
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ: ທົ່ວສັງຄົມສະຫງວນສິ່ງທີ່ດີທີ່ສຸດໃຫ້ແກ່ເດັກເພື່ອອະນາຄົດຂອງປະເທດຊາດ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ: ທົ່ວສັງຄົມສະຫງວນສິ່ງທີ່ດີທີ່ສຸດໃຫ້ແກ່ເດັກເພື່ອອະນາຄົດຂອງປະເທດຊາດ
ທ່ານຮອງນາຍົກລັດຖະມົນຕີ ເລວັນແທ່ງ ກ່າວຄຳເຫັນທີ່ກອງປະຊຸມ
ທ່ານຮອງນາຍົກລັດຖະມົນຕີ ເລວັນແທ່ງ ກ່າວຄຳເຫັນທີ່ກອງປະຊຸມ

ທ່ານຮອງນາຍົກລັດຖະມົນຕີ ເລວັນແທ່ງ ຊີ້ແຈ້ງວ່າ: ປີ 2022 ຄາດວ່າຈະມີເງື່ອນໄຂສະດວກ ແລະ ສິ່ງທ້າທາຍໄປພ້ອມກັນ, ການເຕີບໂຕຂອງເສດຖະກິດໂລກບໍ່ໝັ້ນຄົງ, ມີຄວາມສ່ຽງຫຼາຍຢ່າງ. ຄາດຄະເນວ່າ, ການຜັນແປຂອງຕະຫຼາດພາຍໃນ ແລະ ຕ່າງປະເທດ, ໂດຍສະເພາະແມ່ນການນຳເຂົ້າ ແລະ ສົ່ງອອກຈະມີການຜັນປ່ຽນຍາກທີ່ຄາດຄະເນໄດ້ລ່ວງໜ້າ. ສະນັ້ນ, ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ຂະແໜງອຸດສາຫະກຳ ແລະ ການຄ້າ ເອົາໃຈໃສ່ຊີ້ນຳ-ນຳພາວຽກງານສ້າງ ແລະ ຈັດຕັ້ງປະຕິບັດ ແຜນກຳນົດ ຂອງ ຂະແໜງການແຫ່ງຊາດ ເພື່ອຮັບປະກັນ ຕາມຄວາມຄືບໜ້າ ແລະ ຄຸນນະພາບ. ໃນສະເພາະໜ້າ, ແມ່ນສຸມໃສ່ແຜນກຳນົດໄຟຟ້າແຫ່ງຊາດໄລຍະ 2021-2030 ແລະ ວິໄສທັດຮອດປີ 2050; ແຜນກຳນົດສັງລວມ ພະລັງງານແຫ່ງຊາດໄລຍະ 2021-2030 ດ້ວຍວິໄສທັດຮອດປີ 2050. ພ້ອມກັນນັ້ນ, ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ ແລະ ຍົກສູງປະສິດທິຜົນການຜະລິດ ແລະ ການດຳເນີນທຸລະກິດຂອງຂະແໜງອຸດສາຫະກຳພະລັງງານ, ປຸງແຕ່ງ, ເຄມີ, ຝຸ່ນ, ການຜະລິດເຄື່ອງອຸປະໂພກບໍລິໂພກ. ເຊັ່ນ: ເຄື່ອງຕຳແຜ່ນຕັດຫຍິບ, ເກີບ, ປຸງແຕ່ງໄມ້...

ພ້ອມກັນນັ້ນ, ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ຂະແໜງອຸດສາຫະກຳ ແລະ ການຄ້າສຸມໃສ່ພັດທະນາການຄ້າພາຍໃນປະເທດ, ເປີດກ້ວາງລະບົບການຈຳໜ່າຍຄື: ສູນການຄ້າ, ຮ້ານສັບພະສິນຄ້າ, ຕະຫຼາດດັ້ງເດີມ, ຕະຫຼາດຂາຍຍົກ… ເພື່ອແນໃສ່ຊຸກຍູ້ການບໍລິໂພກ ອຸປະໂພກ, ພັດທະນາການຄ້າເອລິກໂຕນິກ ຕິດພັນກັບການຄ້າທີ່ມີມາແຕ່ດົນນານ ເພື່ອ ໝູນໃຊ້ຢ່າງມີປະສິດທິຜົນການພັດທະນາຢ່າງແຂງແຮງຂອງທ່າອ່ຽງຫັນເປັນດິຈິຕອນ.

vovworld.vn

ເຫດການ
302 Found

Found

The document has moved here.