ເພີ່ມອີກສອງໃບອະນຸຍາດສິ່ງປະດິດສະເພາະທີ່ສະຫະລັດອາເມລິກາ ໃຫ້ແກ່ຜະລິດຕະພັນເຕັກໂນໂລຊີຂອງຫວຽດເທວ

10:55 | 08/01/2022

ຍ​ສ​ໝ - ອົງ​ການ​ຄຸ້ມ​ຄອງສິ່ງ​ປະ​ດິດ ແລະ ຍີ່​ຫໍ້​ຂອງ​ສະ​ຫະ​ລັດ​ອາ​ເມ​ລິ​ກາ ສືບ​ຕໍ່​ຮັບ​ຮອງ​ໃບ​ອະ​ນຸ​ຍາດ​ສິ່ງ​ປະ​ດິດ​ສະ​ເພາະ​ໃນ​ສະ​ຫະ​ລັດ​ອາ​ເມ​ລິ​ກາ ສຳ​ລັບ​ການ​ຈົດ​ທະ​ບຽນ 2 ຜະ​ລິດ​ຕະ​ພັນ​ຂອງ​ກຸ່ມ​ບໍ​ລິ​ສັດ​ອຸດ​ສາ​ຫະ​ກຳ​ເຕັກ​ໂນ​ໂລ​ຊີ​ຂັ້ນສູງ​ຫວຽດ​ເທວ.

ໄຂງານວາງສະແດງຕະຫຼາດນັດ “ເສດຖະກິດ - ປ້ອງກັນຊາດ ໃນສັງກາດເຕັກໂນໂລຊີດີຈີຕອນ”- VIDEX 2021 ໄຂງານວາງສະແດງຕະຫຼາດນັດ “ເສດຖະກິດ - ປ້ອງກັນຊາດ ໃນສັງກາດເຕັກໂນໂລຊີດີຈີຕອນ”- VIDEX 2021
ເຕັກໂນໂລຊີ 'Make in Vietnam' ເອົາຊະນະໃຈໃນທ້ອງຕະຫຼາດຂອງຍີ່ປຸ່ນ ເຕັກໂນໂລຊີ 'Make in Vietnam' ເອົາຊະນະໃຈໃນທ້ອງຕະຫຼາດຂອງຍີ່ປຸ່ນ

ອົງ​ການ​ຄຸ້ມ​ຄອງສິ່ງ​ປະ​ດິດ ແລະ ຍີ່​ຫໍ້​ຂອງ​ສະ​ຫະ​ລັດ​ອາ​ເມ​ລິ​ກາ ສືບ​ຕໍ່​ຮັບ​ຮອງ​ໃບ​ອະ​ນຸ​ຍາດ​ສິ່ງ​ປະ​ດິດ​ສະ​ເພາະ​ໃນ​ສະ​ຫະ​ລັດ​ອາ​ເມ​ລິ​ກາ ສຳ​ລັບ​ການ​ຈົດ​ທະ​ບຽນ 2 ຜະ​ລິດ​ຕະ​ພັນ​ຂອງ​ກຸ່ມ​ບໍ​ລິ​ສັດ​ອຸດ​ສາ​ຫະ​ກຳ​ເຕັກ​ໂນ​ໂລ​ຊີ​ຂັ້ນສູງ​ຫວຽດ​ເທວ.

ເພີ່ມອີກສອງໃບອະນຸຍາດສິ່ງປະດິດສະເພາະທີ່ສະຫະລັດອາເມລິກາ ໃຫ້ແກ່ຜະລິດຕະພັນເຕັກໂນໂລຊີຂອງຫວຽດເທວ
ພາບປະກອບ: baonguoilaodong

ສອງ​ສິ່ງ​ປະ​ດິດ​ໃໝ່​ທີ່​ໄດ້​ຮັບ​ໃບ​ອະ​ນຸ​ຍາດ​ມີ: “ເສົາ​ອາ​ກາດ​ຄູ່​ກະ​ຈາຍ​ວົງ​ກວ້າງ (Broadband dual-polarized)” ໂດຍ​ນຳ​ເອົາ​ວິ​ທີ​ການອອກ​ແບບໂຄງ​ປະ​ກອບ​ເສົາ​ອາ​ກາດ​ທີ່​ມີ​ຂະ​ໜາດ​ນ້ອຍ, ກະ​ຈາຍ​ສັນ​ຍານກວ້າງ, ພຽງ​ພໍ​ໃນ​ການຈັດ​ການຂໍ້​ມູນ​ໃນ​ລ​ະ​ດັບ​ສູງ; “ເລນ​ອິ​ນ​ຟາ​ເຣດ​ຄື້ນ​ກາງ ຊູມຂະຫຍາຍຢ່າງຕໍ່ເນື່ອງໃນ​ອັດ​ຕາ​ສ່ວນ​ຊູມຫຼາຍ” ນຳ​ມາ​ສູ່ຄຸນສົມບັດໃນການສັງເກດການທີ່ເໝາະ​ສົມ​ກັບ​ຂອບ​ເຂດ​ນັບສິບກິໂລແມັດ, ສະໜອງຮູບພາບທີ່ມີຄວາມຄົມຊັດສູງໃນສະພາບເງື່ອນ​ໄຂທີ່ຫຍຸ້ງ​ຍາກ​ຕ່າງໆ. ການ​ທີ່​ໄດ້​ຮັບ​ໃບ​ອະ​ນຸ​ຍາດ​ສິ່ງ​ປະ​ດິດ​ສະ​ເພາະ​ໃນ​ອາ​ເມ​ລິ​ກາ ເປັນ​ຜົນ​ປະ​ໂຫຍດ​ທີ່​ຊ່ວຍ​ໃຫ້​ຜະ​ລິດ​ຕະ​ພັນ​ເຕັກ​ໂນ​ໂລ​ຊີ​ຫວຽດ​ນາມ​ເຂົ້າເຖິງ​ຕະ​ຫຼາດ​ສາ​ກົນ​ໄດ້​ຢ່າງ​ງ່າຍ​ດາຍ​.

ຄິດ​ໄລ່​ຮອດ​ໝົດ​ປີ 2021, ກຸ່ມ​ບໍ​ລິ​ສັດ​ອຸດ​ສາ​ຫະ​ກຳ​ເຕັກ​ໂນ​ໂລ​ຊີຂັ້ນ​ສູງຫວຽດ​ເທວ ໄດ້​ຮັ​ບ​ລິ​ຂະ​ສິດ​ໃບ​ອະ​ນຸ​ຍາດ​ສິ່ງ​ປະ​ດິດ​ສະ​ເພາະ 8 ຢ່າງ; ເປັນ​ວິ​ສາ​ຫະ​ກິດ​ເຕັກ​ໂນ​ໂລ​ຊີ​ຂັ້ນ​ສູງ​ຂອງ​ຫວຽດ​ນາມ​ທີ່​ມີ​ໃບ​ອະ​ນຸ​ຍາດ​ສິ່ງ​ປະ​ດິດ​ສະ​ເພາະຫຼາຍ​ທີ່​ຄ້ຳປະ​ກັນ​ຜູກ​ຂາດສິດ​ໃນ​ອາ​ເມ​ລິ​ກາ​ທີ່​ສຸດ, ກວມ​ເອົາທັງ​ສາມ​ຂົງ​ເຂດ​ຄື​: ການ​ທະ​ຫານ, ພົນ​ລະ​ເຮືອນ ແລະ ການສື່​ສານໂທ​ລະຄົມ.

ຕາມ​ຂໍ້​ມູນ​ກົມ​ລິ​ຂະ​ສິດ​ຊັບ​ສິນ​ທາງ​ປັນ​ຍາ, ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ປີ 2021, ກຸ່ມ​ບໍ​ລິ​ສັດ​ອຸດ​ສະ​ຫະ​ກຳ​ເຕັກ​ໂນ​ໂລ​ຊີ​ຂັ້ນ​ສູງ​ຫວຽດ​ເທວ ເປັນ​ຂະ​ແໜງ​ການ​ທີ່​ມີ​ຕົວ​ເລກ​ຈຳ​ນວນ​ການ​ຈົດ​ທະ​ບຽນ​ສິ່ງ​ປະ​ດິດ​ຫຼາຍ​ທີ່​ສຸດ​ໃນ​ຫວຽດ​ນາມ, ຕໍ່​ມາ​ແມ່ນ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີຫວຽດ​ນາມ; ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ ແລະ ນະ​ຄອນ​ໂຮ່​ຈີ​ມິນ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.