ຫວຽດນາມຕີລາຄາສູງວິວັດການເຊື່ອມຕໍ່ທີ່ເໝາະສົມກັບແຕ່ລະປະເທດ

06:30 | 11/09/2021

ຍສໝ - ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ ຮຽກຮ້ອງໃຫ້ປະຊາຄົມໂລກເພີ່ມທະວີການປຶກສາຫາລືກ່ຽວກັບຫົວຂໍ້ນີ້ ເພື່ອຮັບປະກັນການເຊື່ອມຕໍ່ຢ່າງມີປະສິດທິຜົນ.

ປະຊາຄົມຊາວຫວຽດນາມຢູ່ນິວຊີແລນ ໜູນຊ່ວຍ ໂຮງໝໍ 26 ແຫ່ງ ຢູ່ນະຄອນໂຮ່ຈີມິນ ປະຊາຄົມຊາວຫວຽດນາມຢູ່ນິວຊີແລນ ໜູນຊ່ວຍ ໂຮງໝໍ 26 ແຫ່ງ ຢູ່ນະຄອນໂຮ່ຈີມິນ
ຄົນຕ່າງປະເທດຢູ່ຫວຽດນາມ ຮູ້ສຶກຕະລຶງ ແລະ ຕື້ນຕັນໃຈທີ່ໄດ້ຮັບການໜູນຊ່ວຍ ຄົນຕ່າງປະເທດຢູ່ຫວຽດນາມ ຮູ້ສຶກຕະລຶງ ແລະ ຕື້ນຕັນໃຈທີ່ໄດ້ຮັບການໜູນຊ່ວຍ
ພາບປະກອບ
ພາບປະກອບ

ວັນທີ 8 ກັນຍາ, ສະພາຄວາມໝ້ັນຄົງສະຫະປະຊາຊາດ ໄດ້ມີການປຶກສາຫາລືເປີດກ່ຽວກັບວິວັດການເຊື່ອມຕໍ່ຈາກບັນດາການເຄື່ອນໄຫວຮັກສາສັນຕິພາບໂດຍມີການເຂົ້າຮ່ວມຂອງ ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ແລະ ທ່ານອະດີດປະທານາທິບໍດີ Liberian Ellen Johnson Sirleaf.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໃຫ້ຮູ້ວ່າ: ວິວັດການເຊື່ອມຕໍ່ແມ່ນໄລຍະສຳຄັນທີ່ສຸດ, ສະແດງໃຫ້ເຫັນຄວາມມານະພະຍາຍາມ ແລະ ການກຽມພ້ອມຂອງປະເທດຊາດພາຍຫຼັງການປະທະກັນເພື່ອມຸ່ງໄປສູ່ສັນຕິພາບແບບຍືນຍົງ, ຍາວນານ. ເຖິງຢ່າງໃດກໍ່ຕາມ, ແຕ່ກໍ່ຍັງນໍາມາເຊິ່ງສິ່ງທ້າທາຍເຊັ່ນ: ແຫຼ່ງຊັບພະຍາກອນສາກົນຫຼຸດລົງ, ບໍ່ມີຄວາມສະຖຽນລະພາບທາງດ້ານເສດຖະກິດ-ສັງຄົມ, ຂາດການພັດທະນາ ແລະບັນດາສາເຫດຂອງການປະທະກັນຍັງຄົງຄ້າງ.

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ ຮຽກຮ້ອງໃຫ້ປະຊາຄົມໂລກເພີ່ມທະວີການປຶກສາຫາລືກ່ຽວກັບຫົວຂໍ້ນີ້ ເພື່ອຮັບປະກັນການເຊື່ອມຕໍ່ຢ່າງມີປະສິດທິຜົນ, ປະສົບຜົນສໍາເລັດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາຂອງປະເທດຊາດ ແລະປະຊາຊົນ.

ໄຊພອນ

ເຫດການ
302 Found

Found

The document has moved here.