ກອງປະຊຸມເຜີຍແຜ່ ກ່ຽວກັບຄວາມສໍາຄັນຂອງວຽກງານຊັບສິນທາງປັນຍາ ຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທຳແບບຍືນຍົງ. (ພາບ: ແສງທອງ ວັນນະທຳ)
ໂອກາດນີ້, ທ່ານ ລັດຖະມົນຕີ ກວຕ ໄດ້ໃຫ້ກຽດກ່າວເປີດກອງປະຊຸມໃນຄັ້ງນີ້ ຊຶ່ງທ່ານ ໄດ້ຍົກໃຫ້ເຫັນເຖິງການປະຕິວັດອຸດສາຫະກຳ ໃນສາມສະຕະວັດທີ່ຜ່ານມານີ້ ໄດ້ມີການປະຕິວັດທາງດ້ານວິ ທະຍາສາດ-ເຕັກນິກ ທີ່ສົ່ງຜົນສະທ້ອນອັນໃຫຍ່ຫຼວງ ແບບກ້າວກະໂດດຕໍ່ການຂະຫຍາຍຕົວຂອງສັງຄົມມະ ນຸດເຖິງ 3 ຄັ້ງແລ້ວ ຄື: ການປະຕິວັດອຸດສາຫະກໍາ ຄັ້ງທີ 1: ເກີດຂຶ້ນ ໃນທ້າຍສະຕະວັດທີ 18 (ປີ 1784) ຍ້ອນວ່ານັກວິທະຍາສາດ ໄດ້ຄົ້ນພົບການນໍາໃຊ້ອາຍນໍ້າ ເພື່ອເປັນພະລັງໃຫ້ ແກ່ເຄື່ອງຈັກອຸດສາຫະກໍາ, ເຮັດໃຫ້ການຜະລິດອຸດສາຫະກໍາຂະຫຍາຍຕົວຢ່າງແຂງແຮງ; ການປະຕິວັດອຸດສາຫະກໍາ ຄັ້ງທີ 2: ເກີດຂຶ້ນໃນທ້າຍສະຕະວັດທີ 19 (ປີ 1870) ຍ້ອນວ່າ ນັກວິທະຍາສາດ ໄດ້ຄົ້ນພົບພະລັງງານໄຟຟ້າ ແລະ ໄດ້ ນໍາໃຊ້ພະລັງງານ ຖ່ານຫີນ ແລະ ນໍ້າມັນ ເພື່ອຜະລິດເປັນພະລັງງານໄຟຟ້າ ໃຫ້ແກ່ເຄື່ອງຈັກອຸດສາຫະກໍາ ຊຶ່ງພາໃຫ້ເກີດມີສາຍພານການຜະລິດຂະໜາດໃຫຍ່, ເກີດມີອຸດສະຫະກໍາຫຼາຍຢ່າງ ທີ່ສາມາດຜະລິດສິນ ຄ້າ ຕະຫຼອດເຖິງຜະລິດອາວຸດຍຸດໂທປະກອບທັນສະໄໝຫຼາຍຢ່າງ ທີ່ພາໃຫ້ເກີດມີ ບັນດາປະເທດມະຫາອໍານາດ ແລະ ເຮັດໃຫ້ແຜນທີ່ການເມືອງຂອງໂລກມີການປ່ຽນແປງຫຼາຍຄັ້ງ; ການປະຕິວັດອຸດສາຫະກໍາ ຄັ້ງທີ 3: ເກີດຂຶ້ນໃນທ້າຍສະຕະວັດທີ 20 (ຊຸມປີ 1960), ນັກວິທະຍາສາດ ໄດ້ຄົ້ນພົບ ແລະ ປະດິດເຄື່ອງຈັກຄິດເລກທັນສະໄໝ ທີ່ເອີ້ນວ່າ Computer ຊຶ່ງໃນໄລຍະຕໍ່ມາໄດ້ພັດທະນາລະບົບອິນເຕີເນັດ.
ນະວັດຕະກໍາໃໝ່ດັ່ງກ່າວໄດ້ຊ່ວຍໃຫ້ສັງຄົມະນຸດ ສາມາດຄົ້ນຄວ້າ ແລະ ນໍາໃຊ້ວິທະຍາສາດ ແລະ ເຕັກໂນໂລຊີໃໝ່ຫຼາຍດ້ານໃນການຜະລິດອຸດສາຫະກໍາ, ຄົ້ນຄວ້ານໍາໃຊ້ທໍາມະຊາດຢູ່ເທິງໂລກ, ຢູ່ອະວະກາດ ແລະ ພື້ນມະຫາສະມຸດ.
ສະນັ້ນ, ຈຶ່ງເຮັດໃຫ້ການຜະລິດ ແລະ ການດໍາລົງຊີວິດ ຂອງສັງຄົມມະນຸດມີການ ພັັດທະນາ ແລະ ຂະຫຍາຍຕົວຢ່າງເລິກເຊິ່ງ; ການປະຕິວັດອຸດສາຫະກໍາ ຄັ້ງທີ 4: ເລີ່ມຕົ້ນໃນສະຕະວັດທີ 21 ນີ້ເປັນຕົ້ນມາ, ຍ້ອນຜົນຂອງການປະຕິວັດອຸດສາຫະກໍາ ຄັ້ງທີ 3 ໃນດ້ານເຕັກໂນໂລຊີດີຈີຕ໋ອນ, ການເຊື່ອມຕໍ່ອິນເຕີເນັດແຫ່ງສັບພະສິ່ງ, ຄວາມກ້າວໜ້າດ້ານເຕັກໂນໂລຊີ ຊີວະພາບ, ນາໂນເຕັກໂນໂລຊີ ແລະ ການພັດທະນາຫຸ່ນຍົນ ຈົນກ້າວໄປເຖິງອຸດສາຫະກໍາແບບອັດສະລິຍະ, ສ້າງຕົວເມືອງອັດສະລິຍະດ້ວຍປັນຍາປະດິດ ແລະ ນະວັດຕະກໍາໃໝ່ນັ້ນ ໄດ້ເປັນພື້ນຖານດ້ານວິທະຍາສາດ, ເຕັກໂນໂລຊີໃໝ່ ທີ່ໜັກແໜ້ນໃຫ້ເກີດການປະຕິວັດອຸດສາຫະກໍາຄັ້ງທີ 4 ຫຼືເອີ້ນວ່າ: ອຸດສາຫະກໍາຍຸກ 4.0, ບໍ່ພຽງແຕ່ໃນການຜະລິດກະສິກໍາ, ອຸດສາຫະກໍາ, ການຄ້າ ແລະ ການບໍລິການເທົ່ານັ້ນ, ແຕ່ຫາກຍັງມີບົດບາດສໍາຄັນຢ່າງໃຫຍ່ຫຼວງໃນຂົງເຂດ ປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ວັດທະນະທໍາ-ສັງຄົມ ແລະ ການຄຸ້ມຄອງບໍລິຫານລັດອີກດ້ວຍ.
ໃນຍຸກປັດຈຸບັນ, ການສື່ສານ, ຄົມມະນາຄົມຂົນສົ່ງ ແມ່ນມີຄວາມກ້າວໜ້າ ແລະ ທັນສະໄໝກວ່າແຕ່ກ່ອນ ຊຶ່ງສາມາດເຫັນໄດ້ຈາກ ສິ່ງທີ່ໃກ້ຕົວ ເຊັ່ນ: ໂທລະສັບມືຖື ທີ່ສາມາດຕິດຕໍ່ສື່ສານກັນພຽງແຕ່ໃຊ້ປາຍນີ້ວ ກໍສາມາດຕິດຕໍ່ ແລະ ເຫັນໜ້າກັນໄດ້ ຊຶ່ງເມື່ອກ່ອນ ແມ່ນຈຳຕ້ອງຂຽນດ້ວຍມື ຫຼື ພິມດິດ ແລ້ວສົ່ງທາງໄປສະນີ ຫຼື ການເດີນທາງໃນເມື່ອກ່ອນ ທີ່ຕ້ອງໃຊ້ເວລາດົນນານກວ່າຈະຮອດຈະເຖິງ.
ທັງໝົດທີ່ກ່າວມານີ້ ກໍລ້ວນແລ້ວແຕ່ເປັນຊັບສິນທາງປັນຍາ ທີ່ບົ່ງບອກເຖິງຄວາມກ້າວໜ້າທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ.
ກ່ຽວກັບການພັດທະນາວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ຢູ່ ສປປ ລາວ ເຮົາແລ້ວ, ກະ ຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ມີວິໄສທັດ ແລະ ຍຸດທະສາດ ການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ໂດຍຜັນຂະຫຍາຍເປັນ 6 ແຜນງານໃຫຍ່ ເພື່ອເຮັດໃຫ້ວິທະຍາສາດ ແລະ ເຕັກໂນໂລຊີ ຕິດພັນກັບການຜະລິດ ກາຍເປັນກຳລັງຂັບເຄື່ອນ ຂອງການພັດທະນາເສດຖະກິດ-ສັງຄົມ, ລຶບລ້າງຄວາມທຸກຍາກ ແລະ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.
ກອງປະຊຸມເຜີຍແຜ່ວຽກງານຊັບສິນທາງປັນຍາໃນມື້ນີ້ ກໍເປັນ 1 ໃນ 6 ແຜນງານໃຫຍ່ ຂອງວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ໃນການເຜີຍແຜ່ ໂຄສະນາ ສ້າງຈິດສຳນຶກ ແລະ ຄວາມເຂົ້າໃຈ ໃນທົ່ວສັງຄົມ.
ວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ແມ່ນວຽກໜຶ່ງທີ່ມີບົດບາດສຳຄັນຕໍ່ກັບການພັດທະນາເສດຖະກິດ-ສັງຄົມ, ເປັນກໍາລັງແຮງ ແລະ ພາຫະນະບຸກທະລຸ ທີ່ມີປະສິດທິຜົນສູງ ເພື່ອຊຸກຍູ້ ແລະ ຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທຳແຫ່ງຊາດ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງຍືນຍົງ ແລະ ຕາມທິດສີຂຽວ ໂດຍສະເພາະ ວຽກງານຊັບສິນທາງປັນຍາ ແມ່ນວຽກງານໜຶ່ງທີ່ປິ່ນອ້ອມ.
ການຈັດກອງປະຊຸມໃນມື້ນີ້ ກໍແມ່ນຈັດຂຶ້ນເພື່ອສ້າງຄວາມເຂົ້າໃຈ ແລະ ຄວາມເຂັ້ມແຂງທາງດ້ານວິຊາການໃຫ້ແກ່ພະນັກງານຂັ້ນທ້ອງຖິ່ນ, ຜູ້ປະກອບການຂະໜາດນ້ອຍ ແລະ ກາງ (SME), ນັກທຸ ລະກິດ, ກຸ່ມຜູ້ຜະລິດ, ຊາວກະສິກອນ ເຫັນໄດ້ຄວາມສໍາຄັນຂອງວຽກງານຊັບສິນທາງປັນຍາ ກໍຄື ເຫັນຄວາມສຳຄັນໃນການນຳໃຊ້ຊັບສິນທາງປັນຍາ ເພື່ອປົກປ້ອງພູມປັນຍາໃນການປະດິດສ້າງ ແລະ ປະດິດຄິດແຕ່ງ ແລະ ເພື່ອປົກປ້ອງຜົນປະໂຫຍດເຂົ້າໃນການສ້າງມູນຄ່າເພີ່ມຂອງສິນຄ້າ ແລະ ສາມາດແຂ່ງຂັນໃນຕະຫຼາດໄດ້.
ໃນກອງປະຊຸມຄັ້ງນີ້, ບັນດາທ່ານ ໄດ້ມີໂອກາດຮັບຟັງ ກ່ຽວກັບຄວາມສຳຄັນຂອງວຽກງານຊັບສິນທາງປັນຍາ ຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທຳແບບຍືນຍົງ, ກົດໝາຍ ແລະ ຄວາມຮູ້ພື້ນຖານທາງດ້ານວຽກງານຊັບສິນທາງປັນຍາ ເພື່ອການສົ່ງເສີມການຜະລິດເປັນສິນຄ້າ.
ກອງປະຊຸມໃນຄັ້ງນີ້ ຈະເປັນການປະກອບສ່ວນເຮັດໃຫ້ຄວາມຮູ້ຂອງບັນດາທ່ານ, ໃຫ້ແກ່ຂະແໜງການທ້ອງຖິ່ນ, ຜູ້ປະກອບການກ່ຽວກັບວຽກງານຊັບສິນທາງປັນຍາ ເພີ່ມຂຶ້ນ ເພື່ອນຳມາໝູນໃຊ້ເຂົ້າໃນການດຳເນີນວຽກງານ ແລະ ທຸລະກິດຕົວຈິງຂອງທ່ານ ກໍຄື ຂອງປະເທດເຮົາ.
ທ່ານ ລັດຖະມົນຕີ ຍັງໄດ້ຮຽກຮ້ອງມາຍັງ ທຸກພາກສ່ວນ, ທຸກຂະແໜງການ ນັບທັງຜູ້ປະກອບການ ຈົ່ງໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ມະຕິຂອງກອງປະຊຸມໃຫຍ່ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ ໄດ້ວາງອອກ, ສຸມຈິດສຸມໃຈ ແລະ ສຸມທຸກກຳລັງເຫື່ອແຮງ ແລະ ສະຕິປັນຍາ ເພື່ອເຊື່ອມຊຶມເອົາບົດຮຽນອັນລ້ຳຄ່າຈາກບັນດານັກວິທະຍາກອນ ເພື່ອນຳມາໝູນໃຊ້ເຂົ້າໃນວຽກງານ ແລະ ໃນທຸລະກິດຂອງທ່ານ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທໍາຂອງຊາດ ໃຫ້ນັບມື້ນັບດີຂຶ້ນເທື່ອລະກ້າວ.
ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີທ່ານ ປອ. ຈັນແສງ ພິມມະວົງ, ຮອງລັດຖະມົນຕີ ກວຕ, ບັນດາທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາຫົວໜ້າຫ້ອງການ, ກົມ, ສະຖາບັນ, ຜູ້ຕາງໜ້າຈາກພະແນກການອ້ອມຂ້າງ ນະຄອນຫຼວງວຽງຈັນ, ບັນດາຜູ້ປະກອບການ ແລະ ພະນັກງານວິຊາການທີ່ກ່ຽວ ຂ້ອງ ຈຳນວນ 180 ກວ່າຄົນ.
(ແຫຼ່ງຂໍ້ມູນ: ບາລະຄອນ ສຸວັນນະພາສີ/ໜັງສືພິມ ວິທະຍາສາດ ແລະ ພັດທະນາ)