ການນໍາລັດ, ລັດຖະບານ ສົ່ງຈົດໝາຍຮຽກຮ້ອງ ອີຢູ ໜູນຊ່ວຍ, ແບ່ງປັນວັກຊິນໃຫ້ແກ່ຫວຽດນາມ

14:25 | 20/08/2021

ເພື່ອສືບຕໍ່ຍູ້ແຮງການຜັນຂະຫຍາຍການທູດວັກຊິນ, ວັນທີ 18 ສິງຫາ, ທ່ານ ຫງວຽນຊວນຟຸກ ປະທານປະເທດແຫ່ງ ສສ ຫວຽດນາມ ໄດ້ສົ່ງຈົດໝາຍເຖິງທ່ານ Charles Michel, ປະທານສະພາເອີລົບ ເພື່ອຮຽກຮ້ອງສະຫະພາບເອີລົບ (ອີຢູ) ໜູນຊ່ວຍ, ແບ່ງປັນວັກຊິນ ໃຫ້ແກ່ຫວຽດນາມ.

ສື່​ມວນ​ຊົນ ອານ​ເຊ​ຣີ ​ຕີ​ລາ​ຄາ​ສູງ​ບົດ​ບາດ​​ນຳ​ພ​າຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຕໍ່​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ສື່​ມວນ​ຊົນ ອານ​ເຊ​ຣີ ​ຕີ​ລາ​ຄາ​ສູງ​ບົດ​ບາດ​​ນຳ​ພ​າຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຕໍ່​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ
ການປະຕິວັດເດືອນສິງຫາປີ 1945 - ບົດຮຽນກ່ຽວກັບການສຸມກຳລັງແຮງຂອງປະຊາຊົນພາຍໃຕ້ການນຳພາອັນປີຊາສາມາດຂອງພັກກອມມູນິດ ຫວຽດນາມ ການປະຕິວັດເດືອນສິງຫາປີ 1945 - ບົດຮຽນກ່ຽວກັບການສຸມກຳລັງແຮງຂອງປະຊາຊົນພາຍໃຕ້ການນຳພາອັນປີຊາສາມາດຂອງພັກກອມມູນິດ ຫວຽດນາມ
undefined
ຊຸດວັກຊິນທີ່ສົ່ງເຖິງຫວຽດນາມ ຕາມກົນໄກໂຄແວັກ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນຈົດໝາຍ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຂອບໃຈຕໍ່ການເອົາໃຈໃສ່ ແລະການໜູນຊ່ວຍຂອງອີຢູ ໃຫ້ແກ່ຫວຽດນາມ ໃນໄລຍະຜ່ານມາ, ພິເສດແມ່ນໄດ້ໜູນຊ່ວຍວັກຊິນຈໍານວນ 2,4 ລ້ານໂດສ ຜ່ານກົນໄກໂຄແວັກ. ທ່ານປະທານປະເທດ ເນັ້ນໜັກວ່າ, ຫວຽດນາມ ກໍາລັງປະສົບຄວາມຫຍຸ້ງຍາກເພື່ອມີຈໍານວນວັກຊິນສັກໃຫ້ປະຊາຊົນເກືອບ 100 ລ້ານຄົນ ແລະອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງພຽງພໍ. ຕາມນັ້ນແລ້ວ, ບົນພື້ນຖານການພົວພັນຄູ່ຮ່ວມມື ແລະການຮ່ວມມືຮອບດ້ານກໍາລັງພັດທະນາອັນດີງາມລະຫວ່າງຫວຽດນາມ ແລະອີຢູ, ທ່ານປະທານປະເທດ ຮຽກຮ້ອງໃຫ້ອີຢູ ໜູນຊ່ວຍຫວຽດນາມ ໃນລະດັບສູງສຸດຜ່ານການເຄື່ອນໄຫວໜູນຊ່ວຍ, ໂອນວັກຊິນ, ແບ່ງປັນເຕັກໂນໂລຢີ, ສະໜອງວັດຖຸອຸປະກອນການແພດປິ່ນປົວໃຫ້ຜູ້ຕິດເຊື້ອພະຍາດໂຄວິດ-19 ແລະແບ່ງປັນບົດຮຽນໃນການຮັບມືກັບພະຍາດໂຄວິດ-19.

ນອກຈາກນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ກໍ່ໄດ້ສົ່ງຈົດໝາຍເຖິງທ່ານນາງ Ursula von der Leyen ປະທານຄະນະກໍາມະການເອີລົບ. ໃນຈົດໝາຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຕີລາຄາສູງທ່າພັດທະນາທີ່ຕັ້ງໜ້າໃນການພົວພັນລະຫວ່າງຫວຽດນາມ ແລະອີຢູ ໃນສະພາບການທີ່ສອງຝ່າຍໄດ້ຮັບຜົນສະທ້ອນຈາກພະຍາດໂຄວິດ-19. ທ່ານນາ ຍົກລັດຖະມົນຕີ ຫວັງວ່າ ອີຢູ ຈະພິຈາລະນາໜູນຊ່ວຍວັກຊິນໃຫ້ແກ່ຫວຽດນາມ, ສະເໜີໂຄແວັກ ບຸລິມະສິດແບ່ງປັນວັກຊິນໃຫ້ແກ່ຫວຽດນາມ ແລະບັນດາປະເທດອາຊຽນ ໃນໄລຍະພະຍາດໂຄວິດ-19 ຜັນແປຢ່າງສັບສົນຢູ່ພາກພື້ນໃນປະຈຸບັນ.

la.qdnd.vn

ເຫດການ
302 Found

Found

The document has moved here.