ລັດຖະບານແຫ່ງ ສປປ ລາວ ຂຶ້ນທະບຽນໃຫ້ຄົນຕ່າງປະເທດ ທີ່ເຄື່ອນໄຫວບໍ່ຖືກຕ້ອງ 42 ພັນກວ່າຄົນ

00:54 | 13/05/2019

ລັດຖະບານແຫ່ງ ສປປ ລາວ ໄດ້ຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວໃຫ້ຄົນຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງທັງໝົດ 42.000 ກວ່າຄົນໃນໄລຍະຜ່ານມາເພື່ອຫັນເອົາຄົນຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍຂອງ ສປປ ລາວ ໃຫ້ຫັນເຂົ້າສູ່ການຄຸ້ມຄອງຕາມກົດໝາຍ ແລະ ລະບຽບການຂອງ ຂະແໜງການກ່ຽວຂ້ອງ ຢ່າງເຂັ້ມງວດ.

ລັດຖະບານແຫ່ງ ສປປ ລາວ ຂຶ້ນທະບຽນໃຫ້ຄົນຕ່າງປະເທດ ທີ່ເຄື່ອນໄຫວບໍ່ຖືກຕ້ອງ 42 ພັນກວ່າຄົນ

ມູນໜຶ່ງຢູ່ຕະຫລາດກາງຄືນ.

ການຂຶ້ນທະບຽນ ແລະ ອອກບັດອະນຸຍາດ ໄດ້ຈັ້ງຕັ້ງປະຕິບັດ ໂດຍກະຊວງແຮງງານ ແລະ ສະຫວັດດີການສັງຄົມຮ່ວມກັບກະຊວງປ້ອງກັນຄວາມສະຫງົບນັບຕັ້ງແຕ່ກາງ ເດືອນທັນວາ 2015 ຫາເດືອນພະຈິກ 2017. ຂໍ້ມູນດັ່ງກ່າວ, ໄດ້ລາຍງານຢູ່ກອງປະຊຸມປຶກສາຫາລືກ່ຽວກັບ ແຜນສືບຕໍ່ແກ້ໄຂຄົນຕ່າງປະເທດທີ່ເຄື່ອນໄຫວ ບໍ່ຖືກຕ້ອງຕາມກົດໝາຍຂອງ ສປປ ລາວ ທົ່ວປະເທດໃນວັນທີ 7-8 ມັງກອນ 2019 ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ຄຳ​ແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານພົນຕີ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ໂດຍການເຂົ້າຮ່ວມຂອງບັນດາ​ລັດຖະມົນຕີ, ຮອງ​ລັດຖະມົນຕີ, ຮອງ​ເຈົ້າ​ແຂວງ ​ແລະ ພາກສ່ວນທີ່ກ່ຽວຂ້ອງທົ່ວປະເທດ ຈຳນວນ 150 ກວ່າຄົນ.

ໂອກາດນີ້, ທ່ານ ຄຳແພງ ໄຊສົມ​ແພງ ກ່າວວ່າ: ສອງກະຊວງພວກເຮົາກຳລັງຮີບຮ້ອນເອົາໃຈໃສ່ແກ້ໄຂບັນຫາຄົນຕ່າງປະເທດທີ່ເຂົ້າມາເຄື່ອນໄຫວທຳມາຫາກິນ, ຄ້າຂາຍ ແລະ ເຮັດວຽກແບບບໍ່ຖືກຕ້ອງຕາມກົດໝາຍທີ່ເປັນສາເຫດເຮັດໃຫ້ເກີດຫລາຍບັນຫາຕາມມາໂດຍ​ປະຕິບັດຕາມ​ຄຳ​ສັ່ງ​ເລກທີ 62/ນຍ ຂອງ​ນາຍົກລັດຖະມົນຕີໃຫ້​ປະກົດ​ຜົນ​ເປັນ​ຈິງ. ການຈັດຕັ້ງປະຕິບັດຄຳສັ່ງດັ່ງກ່າວ, ສອງກະຊວງໄດ້ມີການຊຸກຍູ້ ​ແລະ ຕິດຕາມການປະຕິບັດໜ້າທີ່ດັ່ງກ່າວຂອງບັນດາແຂວງ, ນະຄອນຫລວງ ແລະ ໄດ້ສະຫລຸບລາຍງານຜົນການຈັດຕັ້ງປະຕິບັດວຽກງານດັ່ງກ່າວຕໍ່ລັດຖະບານໃນແຕ່ລະໄລຍະເພື່ອຂໍທິດຊີ້ນຳຈາກການນຳຂັ້ນສູງ ແລະ ກໍໄດ້ຮັບການຊີ້ນຳມາຕະຫລອດ.

ທ່ານ ຄຳແພງ ໄຊສົມ​ແພງ ໄດ້​ຮຽກຮ້ອງ​ມາ​ຍັງ​ຜູ້​ແທນ​ກອງ​ປະຊຸມ​​ໃຫ້​ເອົາ​ໃຈ​ໃສ່​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ, ຊີ້ໃຫ້ເຫັນເຖິງວິທີການທີ່ຈະເຮັດໃຫ້ວຽກງານການຄຸ້ມຄອງຄົນຕ່າງປະທດຕາມກົດໝາຍ ແລະ ລະບຽບການ ທີ່ມີຢູ່ໃນຕໍ່ໜ້ານີ້ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ຫລືມີມາດຕະການທີ່ເຂັ້ມງວດ ແລະ ເໝາະສົມ.

ທ່ານ ບຸນຄົງ ຫລ້າສຸກັນ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດຄຳສັ່ງ ເລກທີ 62/ນຍ ໃນຜ່ານມາວ່າ: ບັນຫາຄົນຕ່າງປະເທດທີ່ເຂົ້າມາເຄື່ອນໄຫວປະກອບອາຊີບແບບບໍ່ຖືກຕ້ອງຕາມກົດໝາຍຂອງ ສປປ ລາວ ເປັນບັນຫາຊ້ຳເຮື້ອມາຫລາຍປີຊຶ່ງເຮັດໃຫ້ລັດຖະບານຕ້ອງໄດ້ກຳນົດລະບຽບການ ແລະ ວິທີການໃນການແກ້ໄຂມາຫລາຍຄັ້ງແຕ່ກໍຍັງບໍ່ສາມາດແກ້ໄຂໄດ້ເທົ່າທີ່ຄວນ. ຈາການປະຕິບັດຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວສອງໄລຍະຜ່ານມາ (ໄລຍະທີ 1: ກາງເດືອນ ທັນວາ ປີ 2015 ຫາ ກາງເດືອນມີນາ ປີ 2016, ໄລຍະທີ 2: ເດືອນກັນຍາ ຫາ ເດືອນພະຈິກ ປີ 2017), ສາມາດຂຶ້ນທະບຽນໄດ້ທັງໝົດ 42.434 ຄົນ, ຍິງ 11.767 ຄົນ, ຊຶ່ງມາຮອດປັດຈຸບັນ ແມ່ນສາມາດແກ້ໄຂໄດ້ 7.506 ຄົນ ແລະ ຍັງຈະຕ້ອງໄດ້ສືບຕໍ່ແກ້ໄຂອີກ 34.928 ຄົນ. ສຳລັບເງິນທີ່ເກັບໄດ້ຈາກການຂຶ້ນທະບຽນສອງຄັ້ງມີທັງໝົດ 37 ຕື້ກວ່າກີບ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.