ລູກຮັກຫຼານແພງຂອງພໍ່ແມ່ປະຊາຊົນ

13:29 | 06/08/2018

ຍສໝ - ປະຊາຊົນເຂດໝູ່ບ້ານຕາມແນວຊາຍແດນຫວຽດນາມ-ລາວ(ຂື້ນກັບເມືອງອາເລື໋ອຍ ແຂວງເທື່ອທຽນເຫວ້ ແລະ ເມືອງກະລືມ ແຂວງເຊກອງ) ຍັງຄົງມອບນ້ຳໃຈຄວາມຮັກແພງໃຫ້ແກ່ ທ່ານໝໍ ດັ້ງຮົ່ງມິງ ຫົວໜ້າຫ້ອງການສຸກສາລາເສນາຮັກ ເມືອງເຍີມ(ເມືອງອາເລື໋ອຍ)

ລູກຮັກຫຼານແພງຂອງພໍ່ແມ່ປະຊາຊົນ

ທ່ານໝໍ ດັ້ງຮົ່ງມິງ ກວດພະຍາດໃຫ້ແກ່ປະຊາຊົນຊົນເຜົ່າ ເຂດຊາຍແດນຫວຽດນາມ-ລາວ.(ພາບ: sggp)

ຜ່ານປ່າ ລຸຍນຳ້ເພື່ອຊ່ວຍຄົນ

ຕອນນັ້ນ ປະມານ 7ໂມງແລງ ຟ້າຕົກຝົນລົງ. ອ້າຍນ້ອງທະຫານກຳລັງເຮັດວຽກຢູ່ ຫ້ອງການສາທາເສນາຮັກ ຕາແສງເຍີມ ຮັບໂທລະສັບແຈ້ງວ່າ ຢູ່ບ້ານອາບຸງ ມີເດັກນ້ອຍກຳລັງຊັກ ແລະ ຫາຍໃຈຜິດປົກກະຕິ. ທ່ານໝໍ ດັ້ງຮົ່ງມິງ ກັບເອື້ອຍນ້ອງນາງໝໍໄດ້ຟ້າຈັດເຄື່ອງການແພດຄົບຊຸດມືຈັບບັ້ງໄຟສາຍ ຟ້າວໄປທີ່ເກີດເຫດ. ແລ່ນຕາມຫຼັງທ່ານໝໍທັງສອງຄົນເກືອບເຄິ່ງຫຼັກ ຂ້ອຍໄດ້ເອີຍຖາມວ່າ: ມີລົດຈັກຄືບໍ່ຂີ່ລົດຈັກທ່ານໝໍ? ທ່ານໝໍມິງຫົວແລະກໍ່ຕອບວ່າ: ເສັ້ນທາງເບື້ອງໜ້າເປັນປ່າ, ທາງໝື່ນ, ລົດຄັນໃດໄປກໍ່ອັນຕະລາຍອ້າຍນັກຂ່າວເອີຍ. ແລ້ວພວກເຮົາກໍ່ພາກັນແລ່ນຕໍ່ໄປໂດຍທັງສີ່ທິດແມ່ນປ່າເລິກຫງຽບສະຫງັດ... ມື້ນັ້ນດ້ວຍປະສົບການ ທ່ານໝໍມິງ ໄດ້ຊ່ວຍເຫຼືອຫຼານນ້ອຍ ໂຮ່ວັນຮຸ່ງ ອາຍຸ 5ປີ ຄວບຄຸມອາການໄດ້.

ຜ່ານເລື່ອງລາວຂອງຄົນເຈັບແຕ່ລະຄົນທີ່ໄດ້ມາປິ່ນປົວ ແລະ ຮັກສາໂລກ ຢູ່ຫ້ອງການສຸກສາລາເສນາຮັກຕາແສງ ເຍິມ ( ອາຄານຂອງໂຄງການມະນຸດສະທຳ ສາຍພູຫຼວງ ໜັງສືພິມ SGGP ເປັນຜູ້ຊ່ວຍເຫຼືອທືນ, ເລີ່ມການກໍ່ສ້າງ ແລະ ສຳເລັດພ້ອມນຳໃຊ້ໃນປີ 2013) ພວກເຮົາຈັ່ງຮູ້ວ່າເປັນຫຍັງ ທ່ານໝໍ ຢູ່ຫ້ອງການສຸກສາລາ ເຂດຫ່າງໄກສອກຫຼີກ ຄື: ທ່ານໝໍມິງຈັ່ງມີພໍ່ແມ່ປະຊາຊົນຮູ້ເປັນຈຳນວນຫຼວງຫຼາຍ ມອບຄວາມຮັກແພງແນວນັ້ນ. ຜູ້ອະວຸໂສໃນບ້ານຄືພໍ່ເຖົ້າ ກວິ່ງເຫຍີ໋ດ ( ບ້ານອາບຸງ ຕາແສງເຍີນ)ໃຫ້ຮູ້ວ່າ: “ທ່ານໝໍມິງບໍ່ພຽງແຕ່ມີຄວາມສາມາດດ້ານວິຊາການເທົ່ານັ້ນ, ແຕ່ຍັງເປັນຄົນທີ່ມີຄວາມມານະອົດທົນ, ບາກບັ່ນນຳອີກ. ເປັນຄົນຈິດໃຈງາມມີນຳ້ໃຈ, ເດິກທ່ຽງຄືນຄັນມີຄົນເຈັບຮຽກຮ້ອງເຖິງວ່າຈະຟ້າຕົກຝົນລົງໄກຊຳ່ໃດກໍ່ອອກໄປຊ່ວຍທັນທີໂລດ”.

ນອກຈາກຈະກວດພະຍາດ, ຮັກສາຄົນເຈັບປະຈຳຢູ່ ຫ້ອງການສຸກສາລາເສນາຮັກຕາແສງແລ້ວ, ທ່ານໝໍ ມິງ ຍັງຮ່ວມກັບພະນັກງານທະຫານຊາຍແດນເຍີມ ຂ້າມໄປບ້ານເຊສາບ, ເມືອງກະລືມ ສປປ ລາວຢູ່ຕະຫຼອດເພື່ອກວດພະຍາດ, ແຈກຢາ ແລະ ຮັກສາໂດຍບໍ່ເສຍຄ່າ ແລະ ໂຄສະນາເຜີຍແຜ່ໃຫ້ປະຊາຊົນ ກິນສຸກ ແລະ ຕົ້ມນຳ້ດື່ມ, ປ້ອງກັນພະຍາດຕິດແປດ, ແນະນຳພໍ່ແມ່ປະຊາຊົນໃຫ້ເຕັກນິກວິທະຍາສາດເຂົ້າໃນການຜລິດ. ນີ້ແມ່ນບ້ານຢູ່ຕາມແນວຊາຍແດນຂອງລາວ ທີ່ເມື່ອບໍ່ດົນມານີ້ໄດ້ຮັບການຊ່ວຍເຫຼືອຍູ້ໜູນຈາກທະຫານຊາຍແດນເຍີມ, ລະດົມທືນກໍ່ສ້າງເຮືອນຢູ່ໃຫ້ຈຳນວນ 40ຫັຼງ, ໂຮງຮຽນ ແລະ ຫ້ອງການອື່ນໆ. ທ່ານ ສຸໄໝ ນາຍບ້ານ-ບ້ານເຊສາບ ດີໃຈ: “ ຍ້ອນມີທ່ານໝໍ ມິງ ແລະ ອ້າຍນ້ອງທະຫານຊາຍແດນຫວຽດນາມ ປະຈຸບັນປະຊາຊົນບໍ່ແມ່ນມີພຽງເຮືອນຢູ່ອັນແໜ້ນໜາງາມຕາ ມີຊີວິດການເປັນຢູ່ທີ່ໝັ້ນຄົງ, ລູກເຕົ້າໄດ້ຮັບອຸບປະກອນການຮຽນໄປໂຮງຮຽນ, ມີສະບຽງອາຫານພຽງພໍ ແຕ່ຍັງມີສຸຂະພາບດີເພື່ອອອກປ່າ, ເຮັດໄຮ່ປູກຝັ່ງ, ຊີວິດການເປັນຢູ່ມີຄວາມໝັ້ນຄົງ. ພໍ່ແມ່ປະຊາຊົນບ້ານ ເຊສາບ ຮູ້ບຸນຄຸນ ແລະ ຖືວ່າທ່ານໝໍ ດັ້ງຮົ່ງມິງ ກໍ່ຄືອ້າຍນ້ອງທະຫານຊາຍແດນຫວຽດນາມຄືກັບລູກເຕົ້າໃນຄອບຄົວດຽວກັນ”.

ທຸມເທໝົດໃຈເພື່ອພໍ່ແມ່ປະຊາຊົນບັນດາເຜົ່າ

ພາຍຫຼັງຈົບໂຮງຮຽນມັດທະຍົມ ທ່ານດັ້ງຮົ່ງມິງ ໄດ້ເຂົ້າເປັນທະຫານຂອງກອງກຳລັງ ທະຫານຊາຍແດນ , ມາຮອດປີ 1991 ໄດ້ຖືກສົ່ງໄປຮຽນ ຢູ່ໂຮງຮຽນທະຫານເສນາຮັກ ຂື້ນກັບ ສະຖາບັນເສນາຮັກ. ຈົບການຮຽນ ປີ 1994 ເພິ່ນໄດ້ກັບຮັບຜິດຊອບວຽກງານຢູ່ ກອງບັນຊາການທະຫານຊາຍແດນ ເທື່ອທຽນ-ເຫວ້ ແລະ ສືບຕໍ່ສືກສາວິຊາແພດລົງເລິກຂັ້ນ1 ໝໍພາຍໃນ ຢູ່ມະຫາວິທະຍາໄລ ການຢາ ເຫວ້, ຫຼັງຈາກນັ້ນໄດ້ຖືກສົ່ງມາເປັນ ຫົວໜ້າຫ້ອງການສາທາເສນາຮັກຕາແສງເຍີມ. ທ່ານໝໍ ດັ້ງຮ່ົ່ງມິງ ເລົ່າຄືນ: “ ແຕ່ກ່ອນ ປະຊາຊົນບ້ານຮູ້ໜ້ອຍ, ເມື່ອເຈັບໄຂ້ຄິດແຕ່ວ່າຖືກຜີເຮັດ ແລະ ພາກັນໄປຫາໝໍເຍົາ, ໝໍສູດມາສູດຮອດເຮືອນ. ຫຼາຍກໍລະນີທີ່ຄົນເຈັບ ນອນຢູ່ແຕ່ເຮືອນເປັນເວລານານເຮັດໃຫ້ອາການໜັກຂື້ນເລືື້ອຍໆ, ຂ້າພະເຈົ້າ ແລະ ພະນັກງານຫຼາຍຄົນຂອງກອງບັນຊາການທະຫານຊາຍແດນໄດ້ປະສານກັບອຳນາດການປົກຄອງ ທ້ອງຖິ່ນ ປຸກລະດົມ ພໍ່ແມ່ປະຊາຊົນໄປກວດພະຍາດ ແລະ ຮັກສາໂລກ”. ເພິ່ນຍັງໄດ້ເວົ້າຕື່ມອີກວ່າ : ຜູ້ນີ້ກໍ່ດີ, ຜູ້ນັ້ນກໍ່ດີ ສະນັ້ນຄ່ອຍໆດົນໄປ ຜູ້ມາຮັບການຮັກສາພະຍາດ ຢູ່ສຸກສາລາຕາແສງນັບມື້ນັບຫຼາຍ.

ພັນໂທ ດັ້ງວັນເຫື໋ອງ ຮັບຜິດຊອບເສນາຮັກ ທະຫານຊາຍແດນເທື່ອທຽນ-ເຫວ້ ໄດ້ໃຫ້ຮູ້ວ່າ: “ ພັນຕີ ທ່ານໝໍ ດັ້ງຮົ່ງມິງ ເປັນຄົນທີ່ຈິງໃຈກັບວຽກງານ. ພວກຂ້າພະເຈົ້າຮຽນເອົາປະສົບການຫຼາຍແນວນຳລາວໃນການເຮັດວຽກ, ໂດຍສະເພາະແມ່ນຄວາມລຽບງ່າຍ, ໄກ້ສິດກັບພໍ່ແມ່ປະຊາຊົນ ເວົ້າພາສາເຊົາເຜົ່າກໍ່ໄດ້, ຮອບຮູ້ຮີດຄອງປະເພນີຂອງ ພໍ່ແມ່ປະຊາຊົນ. ທ່ານໝໍມິງ ໄດ້ຮັບໃບຍ້ອງຍໍຫຼາຍໃບຈາກຂະແໜງການ, ພ້ອມນັ້ນຍັງໄດ້ຮັບການຍ້ອງຍໍວ່າເປັນນັກຮົບແຂ່ງຂັນຂັ້ນຮາກຖານ ຫຼາຍປີລຽນຕິດ. ແຕ່ວ່າລາງວັນທີ່ມີຄຸນຄ່າຫຼາຍທີ່ສຸດຂອງທ່ານໝໍແມ່ນຄວາມເຊື່ອໝັ້ນ, ຮັກແພງ ຂອງພໍ່ແມ່ປະຊາຊົນ ຊົນເຜົ່າສ່ວນໜ້ອຍບ່ອນທີ່ກອງທະຫານຕັ້ງຢູ່. ບໍ່ພຽງແຕ່ຄົ້ນຄວ້າຕຳລາ, ແຕ່ທ່ານໝໍຍັງໄດ້ລົງຮາກຖານພົບກັບປະຊາຊົນ, ໄກ້ສິດຕິດແທດ ແລະ ໃຫ້ພໍ່ແມ່ປະຊາຊົນບ້ານຕາມແນວຊາຍແດນ ຫວຽດນາມ-ລາວ ສອນພາສາຊົນເຜົ່າ. ຈາກບ່ອນແປກຖິ່ນ ມາຮອດປະຈຸບັນ ທ່ານໝໍມິງ ໄດ້ຮັບຄວາມຮັກແພງຈາກພໍ່ແມ່ປະຊາຊົນ ຕັ້ງຊື່ວ່າ: ອາ ໄກ ( (ລູກຮັກຫຼານແພງຂອງພໍ່ແມ່ປະຊາຊົນ)”.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.