ມວນຊົນນະທົ່ວນະຄອນຫຼວງວຽງຈັນ ເຂົ້າຮ່ວມການຍ່າງ ເນື່ອງໃນວັນກຳມະກອນສາກົນ ຄົບຮອບ 133ປີ.
ໃນທ້າຍສະຕະວັດທີ 18 ຫາຕົ້ນສະຕະວັດທີ 19 ມີຫລາຍປະເທດໃນເອີລົບ ແລະ ເອເມລີກາໄດ້ກ້າວເຂົ້າສູ່ການຜະລິດແບບອຸດສາຫະກຳ, ໄດ້ກໍ່ສ້າງ ແລະ ຂະຫຍາຍໂຮງຈັກ, ໂຮງງານເປັນຈຳນວນຫລວງຫລາຍ. ໄປຄຽງຄູ່ກັນນັ້ນຈຳນວນກຳມະກອນ ແລະ ຊາວຜູ້ອອກແຮງງານ ກໍໄດ້ເຕີບໃຫ່ຍຂະຫຍາຍຕົວໄປຄຽງຄູ່ກັບການຜະລິດໃນສັງຄົມ. ຢູ່ພາຍໃຕ້ການປົກຄອງຂອງພວກນາຍທຶນກຳມະກອນໄດ້ຖຶກກົດຂີ່ຂູດຮີບຢ່າງຫນັກຫນ່ວງ, ຊີວິດການເປັນຢູ່ນັບມື້ນັບທຸກຍາກ ແລະ ມີຄວາມສ່ຽງສູງຕໍ່ຊີວິດ ເນື່ອງຈາກລະບົບປ້ອງກັນໄພຂອງເຄື່ອງຈັກໃນເວລານັ້ນຍັງບໍ່ທັນມີ, ນາຍທຶນນັບມື້ເພີ່ມທະວີການກົດຂີຂູດຮີດ, ບັງຄັບຂົ່ມເຫັງໃຫ້ກຳມະກອນອອກແຮງງານໂດຍບໍ່ມີເວລາພັກຜ່ອນມື້ໜຶ່ງເຮັດວຽກ 14 – 15 ຊົ່ວໂມງ, ແຕ່ໄດ້ຮັບຄ່າແຮງງານພັດຕໍ່າ, ພວກເຂົາບໍ່ໄດ້ເອົາໃຈໃສ່ກ່ຽວກັບສະຫວັດດີການ-ສັງຄົມ ໃຫ້ແກ່ຊາວຜຄ້ອອກແຮງງານ ຈຶ່ງພາໃຫ້ເກີດມີຂໍ້ຂັດແຍ່ງນັບມື້ນັບຮຸນແຮງຂື້ນເລື້ອຍໆ. ກຳມະກອນ ແລະ ຊາວຜູ້ອອກແຮງງານຈຳເປັນຈຶ່ງໄດ້ຈັດຕັ້ງກັນເປັນກຸ່ມ, ເປັນຂະບວນເພື່ອລຸກຮື້ຂຶ້ນຕໍ່ສູ້ກັບຊົນຊັ້ນນາຍທຶນ, ທວງໃຫ້ພວກນາຍທຶນເພີ່ມເງິນເດືອນ ແລະ ຫຼຸດຜ່ອນຊົ່ວໂມງເຮັດວຽກລົງ. ເພື່ອປົກປ້ອງສິດຜົນປະໂຫຍດຂອງຕົນ ແລະ ເພື່ອນຳພາກຳມະກອນຕໍ່ສູ້ຕ້ານພວກນາຍທຶນ, ຊົນຊັ້ນກຳມະກອນໃນປະເທດອັງກິດຈຶ່ງໄດ້ຈັດຕັ້ງ “ອົງການກຳມະບານຂຶ້ນ ເປັນຕົວແທນໃຫ້ແກ່ຊົນຊັ້ນຂອງຕົນ. ຈາກນັ້ນຂະບວນການຕໍ່ສູ້ຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານນັບມື້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ມາຮອດວັນທີ 01 ພຶດສະພາ 1886 ເປັນເທື່ອທຳອິດທີ່ ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນປະເທດອາເມລິກາຢູ່ຕົວເມືອງຊິກາໂກ້ ໄດ້ມີການຕໍ່ສູ້ໂດຍອີງໃສ່ເນື້ອໃນ ຂອງຖະແຫຼງການຮຽກຮ້ອງໃຫ້ພວກນາຍທຶນຕ້ອງປະຕິບັດຕາມການສະເໜີ ຂອງກຳມະກອນວ່າ: “ແຕ່ນີ້ຕໍ່ໄປບໍ່ໃຫ້ກຳມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້, 8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງຮໍ່າຮຽນ” ຈາກເຫດການຂອງວັນທີ 01 ພຶດສະພາ 1886 ໄດ້ສ້າງກະແສຟອງອັນໃຫຍ່ຫຼວງ ແລະ ແຂງແຮງເຖິງຂະບວນການກຳມະກອນຢູ່ທະວີບເອີລົບ ແລະ ທະວີບອາເມລິກາເປັນກຳລັງໃຈໃຫ້ຂະບວນການຕໍ່ສູ້ຂອງກຳມະກອນໂລກ, ທັງເປັນບາດກ້າວຂະຫຍາຍຕົວແຫ່ງໄຊຊະນະ, ເປັນວັນທີ່ມີຄວາມ ໝາຍອັນສໍາຄັນໃຫຍ່ຫຼວງຂອງຊົນຊັ້ນກຳມະກອນໃນຂະບວນການຕໍ່ສູ້ເພື່ອປົກປ້ອງສິດທິ ແລະ ຜົນປະໂຫຍດອັນຊອບທຳຂອງຕົນ.
ກອງປະຊຸມພັກກອມມູນິດສາກົນຄັ້ງທີ II ໄດ້ໄຂຂຶ້ນຢູ່ທີ່ນະຄອນຫຼວງປາຣີ (ປະເທດຝະລັ່ງ) ໃນວັນທີ 14 ກໍລະກົດປີ 1889 ກອງປະຊຸມໄດ້ຜ່ານໂຄງການດຳເນີນງານສຳຄັນຄື: ຊົນຊັ້ນກຳມະກອນສາມັກຄີຕໍ່ສູ້ເພື່ອປະຕິບັດຄຳຂັວນ “ມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກຳນົດເອົາວັນທີ 1 ພຶດສະພາ 1886 ເປັນວັນກຳມະກອນສາກົນ” ນັບແຕ່ນັ້ນມາ “ວັນທີ 1 ເດືອນ ພຶດສະພາ ຂອງທຸກໆປີ ຈຶ່ງໄດ້ກາຍເປັນວັນບຸນໃຫຍ່ ຂອງຊົນຊັ້ນກຳມະກອນໃນທົ່ວໂລກ”.
ໃນໂອກາດນີ້ທ່ານຍັງໄດ້ຮຽກຮ້ອງມາຍັງສະມະຊິກກຳມະບານ, ກຳມະບານ ແລະ ຜູ້ອອກແຮງງານລາວ ຈົ່ງສາມະຄີກັນຢ່າງແຫນ້ນແຟ້ນຢູ່ອ້ອມຂ້າງພັກ ແລະ ລັດຖະບານ, ຕັ້ງຫນ້າຝຶກຝົນຫລໍ່ຫລອມຕົນເອງໃຫ້ມີລະບຽບວິໄນໃນການອອກແຮງງານ, ເສີມຂະຫຍາຍຄຸນລັກສະນະອັນດີເລີດ, ທາດແທ້ ແລະ ມູນເຊື້ອອັນດີງານ ຂອງຊົນຊັ້ນກຳມະກອນລາວ, ເອົາໃຈໃສ່ຍົກລະດັບຄວາມຮູ້ ຄວາມສາມາດໃຫ້ສູງຂື້ນເລື້ອຍໆ ເພື່ອໃຫ້ຕອບສະຫນອງຕາມຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາປັດຈູບັນ, ປະກອບສ່ວນຢ່າງຕັ້ງຫນ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກເຮົາ.
(ແຫຼ່ງຂໍ້ມູນ: ວທສ)