ໂຄສະນາຍອດຍິ່ງຂອງອາຫານ ແລະ ວັດທະນະທຳຫວຽດນາມ ຢູ່ ເວເນຊູເອລາ

16:16 | 24/11/2026

ຍສໝ - ເພື່ອຕອບສະໜອງວັນວັດທະນະທຳຫວຽດນາມ 24/11 ແລະ ຂໍ້ລິເລີ່ມ "ວັນວັດທະນະທຳອາຫານຫວຽດນາມ", ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳ ເວເນຊູເອລາ ໄດ້ຈັດງານພົບປະແລກປ່ຽນວັດທະນະທຳ, ແນະນຳອາຫານພື້ນເມືອງຫຼາຍເຍື່ອງ ພ້ອມດ້ວຍບັນດາຜະລິດຕະພັນເຄື່ອງເທດຂອງຫວຽດນາມ ໃຫ້ແກ່ເພື່ອນມິດປະເທດເຈົ້າພາບ ແລະ ສາກົນ.

ອາຫານຫວຽດນາມເຊື່ອມໂຍງມິດສະຫາຍສາກົນຢູ່ເວເນຊູເອລາ 46 ປະເທດເຂົ້າຮ່ວມງານມະຫະກຳວັດທະນະທຳອາຫານສາກົນ ປີ 2026

ງານດັ່ງກ່າວມີການເຂົ້າຮ່ວມຂອງບັນດາສະມາຊິກລັດຖະສະພາ ທີ່ຂຶ້ນກັບກຸ່ມສະມາຊິກລັດຖະສະພາມິດຕະພາບ ເວເນຊູເອລາ - ຫວຽດນາມ, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການຂອງປະເທດເຈົ້າພາບ ແລະ ຄະນະທູຕານຸທູດ.

ໂຄສະນາຍອດຍິ່ງຂອງອາຫານ ແລະ ວັດທະນະທຳຫວຽດນາມ ຢູ່ ເວເນຊູເອລາ
ບັນດາຜູ້ແທນຊິມລົດຊາດອາຫານພື້ນເມືອງຂອງຫວຽດນາມ

ກ່າວຄຳເຫັນໄຂງານ, ທ່ານ ຫວໍ ຕ໊ວນ ງອກ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ເວເນຊູເອລາ ຢືນຢັນວ່າ ລາຍການດັ່ງກ່າວແນໃສ່ຕອບສະໜອງວັນວັດທະນະທຳຫວຽດນາມ 24/11 ແລະ ຂໍ້ລິເລີ່ມ “ວັນວັດທະນະທຳອາຫານຫວຽດນາມ”. ຕາມທ່ານເອກອັກຄະລັດຖະທູດແລ້ວ, ນີ້ບໍ່ພຽງແຕ່ແມ່ນໂອກາດເພື່ອໂຄສະນາອາຫານພື້ນເມືອງຂອງຫວຽດນາມ ໃຫ້ແກ່ເພື່ອນມິດສາກົນເທົ່ານັ້ນ, ຫາກຍັງແມ່ນກາລະໂອກາດເພື່ອຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດອີກດ້ວຍ.

ທີ່ງານດັ່ງກ່າວ, ບັນດາແຂກຖືກເຊີນໄດ້ຊິມລົດຊາດອາຫານທີ່ເປັນເອກະລັກຫຼາຍເຍື່ອງ ເຊັ່ນ: ເຝີງົວ, ຢໍ່ຈືນ, ຍຳໄກ່ຈີກ, ເຂົ້າໜົມຖົ່ວຂຽວ; ຢ້ຽມຊົມງານວາງສະແດງຮູບພາບ, ພາບປັກແສ່ວທິວທັດທຳມະຊາດ ແລະ ເຄື່ອງດົນຕີພື້ນເມືອງຂອງຫວຽດນາມ. ນອກຈາກນັ້ນ, ສະຖານເອກອັກຄະລັດຖະທູດ ຍັງໄດ້ສົມທົບກັບວິສາຫະກິດປະເທດເຈົ້າພາບ ວາງສະແດງເຄື່ອງເທດຫຼາຍຊະນິດທີ່ນຳເຂົ້າໂດຍກົງຈາກຫວຽດນາມ ເຊິ່ງພວມໄດ້ຮັບການຈຳໜ່າຍຢ່າງກວ້າງຂວາງຢູ່ໃນລະບົບຊຸບເປີມາເກັດຂອງ ເວເນຊູເອລາ.

ແນະນຳຄວາມສາມາດບົ່ມຊ້ອນດ້ານກະສິກຳ ຂອງຫວຽດນາມ ຢູ່ ເວເນຊູເອລາ ແນະນຳຄວາມສາມາດບົ່ມຊ້ອນດ້ານກະສິກຳ ຂອງຫວຽດນາມ ຢູ່ ເວເນຊູເອລາ
ຍສໝ - ກອງປະຊຸມສຳມະນາມີແຂກຖືກເຊີນ ເກືອບ 60 ຄົນ ແລະ ບັນດານັກວິສາຫະກິດ, ນັກທຸລະກິດ ຫວຽດນາມ ແລະ ເວເນຊູເອລາເຂົ້າຮ່ວມ.
ໂຄສະນາວັນນະຄະດີຫວຽດນາມ ຢູ່ ເວເນຊູເອລາ ໂຄສະນາວັນນະຄະດີຫວຽດນາມ ຢູ່ ເວເນຊູເອລາ
ຍສໝ - ຜ່ານປະ​ຫວັດ​ສາດນັບຫຼາຍພັນປີ, ຫວຽດ​ນາມ ສ້າງໄດ້ພື້ນຖານວັນນະຄະດີ​ທີ່​ອຸດົມສົມບູນ​.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ