12 ວັນຢ່າງລຽນຕິດ ຫວຽດນາມ ຢັ້ງຢືນບໍ່ພົບຜູ້ຕິດເຊື້ອໂຄວິດ - 19 ໃນຊຸມຊົນ | |
ຊາວຫວຽດນາມ ຢູ່ ອາເມລິກາ ແຈກຢາຍອາຫານຟຣີຫຼາຍກວ່າ 10.000 ພູດ ເພື່ອແບ່ງປັນຄວາມຫຍຸ້ງຍາກກັບປະຊາຊົນທ້ອງຖິ່ນ |
![]() |
ຕາງໜ້າໃຫ້ຄະນະກຳມະການປະຊາຊົນແຂວງແຄງຮ່ວາ ທ່ານ ເຢືອງນາມແຄງ - ຮອງຫົວໜ້າພະແນກການຕ່າງປະເທດ ໄດ້ມອບເງິນຈໍານວນ 400 ລ້ານດົ່ງໃຫ້ແກ່ການນຳ ນະຄອນປາກເຊ. |
ຫວ່າງມໍ່ໆນີ້, ຢູ່ດ່ານຊາຍແດນສາກົນ ເບີ່ອີ, ແຂວງ ກອນຕູມ, ໄດ້ຈັດພິທີມອບເງິນຈຳນວນ 1 ຕື້ດົ່ງ ເພື່ອສະໜັບສະໜູນ ນະຄອນປາກເຊ, ແຂວງ ຈຳປາສັກ (ລາວ) ປັບແປງຕົກແຕ່ງຕົວເມືອງ ເພື່ອ ຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ 8 ຂອງອົງຄະນະພັກແຂວງ ຈຳປາສັກ.
ເຂົ້າຮ່ວມພິທີມີທ່ານ ອຸດົມສັກ ດີວິໄຊ - ເລຂາພັກ, ເຈົ້າຄອງນະຄອນ ປາກເຊ, ຜູ້ຕາງໜ້າກົງສຸນໃຫຍ່ຫວຽດນາມປະຈຳ ປາກເຊ, ຜູ້ຕາງໜ້າການນຳຄະນະຜູ້ແທນທີ່ມາຈາກບັນດາແຂວງຄື: ແຄງຮ່ວາ, ດັກລັກ, ບິ່ງເຢືອງ. ກ່າວຄຳ ເຫັນທີ່ພິທີ, ຕາງໜ້າໃຫ້ຄະນະກຳມະການປະຊາຊົນແຂວງແຄງຮ່ວາ ທ່ານ ເຢືອງນາມແຄງ - ຮອງຫົວໜ້າພະແນກການຕ່າງປະເທດ ໄດ້ມອບເງິນຈໍານວນ 400 ລ້ານດົ່ງໃຫ້ແກ່ການນຳ ນະຄອນປາກເຊ.
ແລະກໍ່ໃນພິທີ, ຜູ້ຕາງໜ້າການນໍາແຂວງບິ່ງເຢືອງ ໄດ້ມອບເງິນຈຳນວນ 400 ລ້ານດົ່ງ, ຜູ້ຕາງໜ້າການນໍາແຂວງດັກລັກ ໄດ້ມອບເງິນ 200 ລ້ານດົ່ງ ເພື່ອໜູນຊ່ວຍ ນະຄອນປາກເຊ.
ໃນໄລຍະທີ່ຜ່ານມາ, ຜ່ານບັນດາການເຄື່ອນໄຫວຮ່ວມມືກ່ຽວກັບການແລກປ່ຽນຄະນະຜູ້ແທນ, ການສະໜັບສະໜູນ ດ້ານການສຶກສາ, ຍຸຕິທຳ, ການພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງບັນດາແຂວງ ແຄງຮ່ວາ, ດັກລັກ, ບິ່ງເຢືອງ ແລະ ບັນດາທ້ອງຖິ່ນຕ່າງໆຂອງລາວນັບມື້ນັບ ໄດ້ຮັບການປັບປຸງ ແລະ ພັດທະນາ, ຕອບສະໜອງຄວາມຕ້ອງການຕົວຈິງຂອງທັງສອງຝ່າຍ.
![]() | ກອງປະຊຸມ ໄອປາ ຄັ້ງທີ 41 ມອບລາງວັນໃຫ້ຜູ້ປະກອບສ່ວນດີເດັ່ນ ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດ ອາຊີຕາເວັນອອກສ່ຽງໃຕ້ ຫລື ໄອປາ(AIPA) ຄັ້ງທີ 41 ຜ່ານລະບົບທາງໄກ ທີ່ ສສ.ຫວຽດນາມ ເປັນເຈົ້າພາບ ໄດ້ສຳເລັດລົງດ້ວຍຜົນສຳເລັດອັນຈົບງາມ ໃນວັນທີ 10 ກັນຍາ 2020 ພາຍຫລັງດຳເນີນມາເປັນເວລາ 3 ວັນ, ໂດຍການເປັນປະທານຂອງ ທ່ານ ນາງ ຫງວຽນທິ ກີມເງິນ ປະທານສະພາແຫ່ງຊາດ ສສ.ຫວຽດນາມ, ມີທູຕານຸທູດຂອງບັນດາ ປະເທດສະມາຊິກ ເຂົ້າຮ່ວມ. |
![]() | ປະທານສະພາແຫ່ງຊາດ ລາວ ຕີລາຄາສູງຕໍ່ຄວາມສາມາດໃນການຈັດຕັ້ງ AIPA 41 ຂອງ ສະພາແຫ່ງຊາດຫວຽດນາມ ຍສໝ - ຫວຽດນາມ ໄດ້ມານະພະຍາຍາມປະຕິບັດບົດບາດປະທານເປັນຢ່າງດີ, ມີກົນໄກປຶກສາຫາລືກັບບັນດາປະເທດສະມາຊິກ AIPA ດີທີ່ສຸດ, ເຊິ່ງເປັນສິ່ງທີ່ຊ່ວຍໃຫ້ກອງປະຊຸມຮັບຮອງເອົາບັນດາມະຕິຕົກລົງແຕກຕ່າງກັນໂດຍໄວ ແລະ ດ້ວຍຄວາມເຫັນດີເປັນເອກະພາບສູງ. |
![]() | ຕັດສິນໃຈ ແລະມານະພະຍາຍາມສູງທີ່ສຸດໃນການກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່ ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນເດືອນພະຈິກ 2016, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ຕາງໜ້າພັກ, ລັດ ແລະປະຊາຊົນຫວຽດນາມ ມອບກິດຈະກໍາກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່ໃຫ້ພັກ, ລັດ ແລະປະຊາຊົນລາວ. ກະຊວງປ້ອງກັນປະເທດຫວຽດນາມ ໄດ້ມອບໃຫ້ພົນລະພາກຫຼວງ 11 ລົງມືກໍ່ສ້າງໂຄງການດັ່ງກ່າວ. |
ໄຊພອນ