| ປະສົບການທ້ອງຖິ່ນນຳຫວຽດນາມເຂົ້າໃກ້ Gen Z ທົ່ວໂລກ ໂຮ້ຍອ່ານ ກຽມພ້ອມຈັດງານເທດສະການໂຄມໄຟສາກົນ ຄັ້ງທຳອິດ |
![]() |
| ພາບປະກອບ. |
ສະເພາະໃນເດືອນກໍລະກົດ, ຈຳນວນນັກທ່ອງທ່ຽວສາກົນທີ່ເດີນທາງມາ ຫວຽດນາມ ບັນລຸປະມານ 1,67 ລ້ານເທື່ອຄົນ. ການເດີນທາງທາງອາກາດຍັງຄົງເປັນຊ່ອງທາງຫຼັກ ໃນການນຳນັກທ່ອງທ່ຽວເຂົ້າສູ່ ຫວຽດນາມ, ກວມເກືອບ 83% ຂອງຈຳນວນນັກທ່ອງທ່ຽວທັງໝົດ.
ຈີນ ແລະ ສ.ເກົາຫຼີ ຍັງຄົງເປັນສອງຕະຫຼາດສົ່ງນັກທ່ອງທ່ຽວໃຫຍ່ທີ່ສຸດ. ນອກຈາກນັ້ນ, ຈຳນວນນັກທ່ອງທ່ຽວຈາກ ໄຕ້ຫວັນ (ຈີນ), ຍີ່ປຸ່ນ ແລະ ບາງປະເທດໃນອາຊີຕາເວັນອອກສ່ຽງໃຕ້ ຍັງຄົງຮັກສາລະດັບທີ່ດີ ຍ້ອນຄວາມໃກ້ຊິດທາງພູມສາດ ແລະ ເຄືອຂ່າຍເສັ້ນທາງບິນທີ່ສະດວກຍິ່ງຂຶ້ນ.
ຈຸດເດັ່ນທີ່ໂດດເດັ່ນແມ່ນຕະຫຼາດ ຣັດເຊຍ ດ້ວຍຈຳນວນນັກທ່ອງທ່ຽວປະມານ 864.000 ເທື່ອຄົນ, ເພີ່ມຂຶ້ນ 174% ເມື່ອທຽບກັບໄລຍະດຽວກັນ ແລະ ສູງກວ່າຊ່ວງກ່ອນການລະບາດຂອງໂຄວິດ-19 ຮອດສອງເທົ່າ. ຜົນສຳເລັດນີ້ໄດ້ຮັບການສະໜັບສະໜູນຈາກການຟື້ນຟູເສັ້ນທາງບິນກົງ, ການເພີ່ມຖີ່ຖ້ວນການບິນ ແລະ ຄວາມຕ້ອງການພັກຜ່ອນຕາມຊາຍຫາດຂອງນັກທ່ອງທ່ຽວ ຣັດເຊຍ.
ຫຼາຍຕະຫຼາດໃນ ເອີຣົບ ກໍບັນທຶກອັດຕາການເຕີບໂຕໃນທາງບວກ ໂດຍສະເພາະບັນດາປະເທດທີ່ ຫວຽດນາມ ນຳໃຊ້ນະໂຍບາຍຍົກເວັ້ນວີຊາ. ຕາມພາກສ່ວນທ່ອງທ່ຽວແລ້ວ, ນັກທ່ອງທ່ຽວຈາກ ເອີຣົບ ມີໄລຍະພັກອາໄສຍາວ ແລະ ມີລະດັບການໃຊ້ຈ່າຍສູງ, ປະກອບສ່ວນຍົກສູງຄຸນນະພາບການເຕີບໂຕຂອງອຸດສາຫະກຳທ່ອງທ່ຽວ.
ນະໂຍບາຍວີຊາທີ່ເປີດກວ້າງ ຄວບຄູ່ກັບການຂະຫຍາຍເຄືອຂ່າຍການບິນ ຄາດວ່າຈະສືບຕໍ່ສ້າງແຮງຈູງໃຈໃຫ້ແກ່ອຸດສາຫະກຳທ່ອງທ່ຽວຂອງ ຫວຽດນາມ ໃນລະດູການທ່ອງທ່ຽວສູງສຸດທ້າຍປີ.
ຍສໝ - ງານບຸນມໍລະດົກ ແລະ ດົນຕີສາກົນ ເຫ້ວ - Huế Wonderverse Music Fest 2026 ບໍ່ພຽງແຕ່ແມ່ນເຫດການວັດທະນະທຳ - ບັນເທີງ ທີ່ມີຂະໜາດໃຫຍ່ ເທົ່ານັ້ນ ແຕ່ຍັງແມ່ນບາດກ້າວຍຸດທະສາດ ພາຍໃນການເດີນທາງຫັນເອົາຄາດໝາຍ ພັດທະນາອຸດສາຫະກຳວັດທະນະທຳ, ເສດຖະກິດປະດິດສ້າງ ແລະ ການໂຄສະນາຮູບພາບຂອງ ເມືອງເຫ້ວ ໃຫ້ກ້າວໄກໄປເຖິງລະດັບພູມິພາກ ແລະ ສາກົນ ໃຫ້ກາຍເປັນຈິງ. |
ຍສໝ - ຂະບວນການດັ່ງກ່າວມີຈຸດປະສົງເພື່ອເສີມຂະຫຍາຍການຮ່ວມມືດ້ານການທ່ອງທ່ຽວລະຫວ່າງສາມປະເທດ, ຕີລາຄາສະພາບຕົວຈິງ, ຊອກຫາຂໍ້ຫຍຸ້ງຍາກໃນຂະບວນການເຊື່ອມຕໍ່ເສັ້ນທາງທ່ອງທ່ຽວ ເພື່ອສະເໜີມາດຕະການສົ່ງເສີມການພັດທະນາການທ່ອງທ່ຽວໃນໄລຍະຕໍ່ໄປ. |
ມິງດຶກ
