ສູນກາງຊາວໜຸ່ມຫວຽດນາມ ສະໜັບສະໜູນ 80 ລ້ານດົ່ງ ເພື່ອສ້າງເຮືອນບຸນຄຸນຢູ່ແຂວງເງະອານ

ສູນກາງຊາວໜຸ່ມຫວຽດນາມ ສະໜັບສະໜູນ 80 ລ້ານດົ່ງ ເພື່ອສ້າງເຮືອນບຸນຄຸນຢູ່ແຂວງເງະອານ

ຍສໝ - ວັນທີ 25 ກໍລະກົດ, ເນື່ອງໃນໂອກາດລະນຶກຄົບຮອບ 79 ປີ ວັນທະຫານບາດເຈັບ ແລະ ວິລະຊົນເສຍສະຫຼະຊີວິດ, ຄະນະປະຕິບັດງານຂອງສູນກາງຊາວໜຸ່ມຄອມມູນິດໂຮ່ຈີມິນ ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ຜູ້ມີຄຸນງາມຄວາມດີຕໍ່ຊາດຢູ່ແຂວງເງະອານ ແລະ ສະໜັບສະໜູນ 80 ລ້ານດົ່ງ ເພື່ອກໍ່ສ້າງເຮືອນບຸນຄຸນໃຫ້ຄອບຄົວອະດີດນັກຮົບ.

Plan International ຮ່ວມເດີນທາງກັບນັກຮຽນ ຢູ່ເຂດນ້ຳຖ້ວມ ລາຍເຈົາ

Plan International ຮ່ວມເດີນທາງກັບນັກຮຽນ ຢູ່ເຂດນ້ຳຖ້ວມ ລາຍເຈົາ

ຍສໝ - Plan International ຫວຽດນາມ ຫາເກີດມີຄຳມັ້ນສັນຍາ ບ່ວງງົບປະມານສະໜັບສະໜູນສຸກເສີນ ມູນຄ່າ 350 ລ້ານດົ່ງ ໃຫ້ແກ່ນັກຮຽນ ໂຮງຮຽນປະຖົມ ຟຸກທານ ແລະ ໂຮງຮຽນລ້ຽງເດັກກ່ອນໄວຮຽນ ຟຸກທານ, ຕຳບົນ ເມືອງທານ, ແຂວງ ໄລເຈົາ, ພາຍຫຼັງເຫດການນ້ຳຊ່າມໄຫຼຊົ່ວຄາວ ສ້າງຄວາມເສຍຫາຍຢ່າງໜັກໜ່ວງ.

ອົງການກາແດງຫວຽດນາມ ໃຫ້ການຊ່ວຍເຫຼືອປະຊາຊົນກວ່າ 52 ລ້ານເທື່ອຄົນ ພາຍໃນໄລຍະ 2022-2026

ອົງການກາແດງຫວຽດນາມ ໃຫ້ການຊ່ວຍເຫຼືອປະຊາຊົນກວ່າ 52 ລ້ານເທື່ອຄົນ ພາຍໃນໄລຍະ 2022-2026

ຍສໝ​ - ພາຍໃນໄລຍະຫຼາຍປີທີ່ຜ່ານມາ, ອົງການກາແດງຫວຽດນາມ ສືບຕໍ່ຢັ້ງຢືນບົດບາດເປັນອົງການມະນຸດສະທຳຮັບຜິດຊອບສະເພາະ, ເປັນແກນນຳ, ເປັນຂົວຕໍ່ ແລະ ປະສານງານ ພາຍໃນວຽກງານມະນຸດສະທຳ. ໂດຍຜ່ານນັ້ນ ໄດ້ລະດົມທຶນໄດ້ກວ່າ 21.000 ຕື້ດົ່ງ, ໃຫ້ການຊ່ວຍເຫຼືອປະຊາຊົນທີ່ມີເງື່ອນໄຂຫຍຸ້ງຍາກ ກວ່າ 52 ລ້ານເທື່ອຄົນ.

ຍູ້ແຮງ “ບັ້ນຮົບ 500 ວັນແລະຄືນ”, ເບິ່ງແຍງດູແລຜູ້ມີຄຸນງາມຄວາມດີຕໍ່ຊາດໃຫ້ດີກວ່າເກົ່າ

ຍູ້ແຮງ “ບັ້ນຮົບ 500 ວັນແລະຄືນ”, ເບິ່ງແຍງດູແລຜູ້ມີຄຸນງາມຄວາມດີຕໍ່ຊາດໃຫ້ດີກວ່າເກົ່າ

ຍສໝ - ນັບຕັ້ງແຕ່ບັນດານະໂຍບາຍການເບິ່ງແຍງດູແລອັນແທດຕົວຈິງ ທີ່ສະຫງວນໃຫ້ແກ່ຜູ້ມີຄຸນງາມຄວາມດີຕໍ່ຊາດ ຕະຫຼອດຮອດການເດີນທາງຄົ້ນຫາແລະຄືນຊື່ໃຫ້ແກ່ບັນດາວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ໂດຍຜ່ານ "ບັ້ນຮົບ 500 ວັນແລະຄືນ", ວຽກງານ "ຕອບບຸນແທນຄຸນ" ພວມໄດ້ຮັບການຜັນຂະຫຍາຍຢ່າງເປັນລະບົບແລະຄົບຊຸດໃນທົ່ວປະເທດ, ສະແດງໃຫ້ເຫັນເຖິງຄວາມຮູ້ບຸນຄຸນ ແລະ ຄວາມຮັບຜິດຊອບຂອງພັກ, ລັດ ກໍຄືທົ່ວສັງຄົມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 79 ປີ, ທັງມຸ່ງໄປສູ່ຂີດໝາຍຄົບຮອບ 80 ປີ ຂອງວັນບຸນແຫ່ງການລະນຶກຄຸນອັນພິເສດນີ້.

ເອກະສານຫຼາຍກວ່າ 50 ສະບັບ ເປີດເຜີຍເບາະແສເພີ່ມເຕີມໃນການກໍານົດຕົວຕົນຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ

ເອກະສານຫຼາຍກວ່າ 50 ສະບັບ ເປີດເຜີຍເບາະແສເພີ່ມເຕີມໃນການກໍານົດຕົວຕົນຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ

ຍສໝ - ເອກະສານຖອດລະຫັດນາມລັບຂອງກົມກອງ 962, ແຜນຜັງເຂດຝັງສົບນັກຮົບເສຍສະຫຼະຊີວິດ 21 ທ່ານ ຢູ່ໂຮງໝໍ K76A T7 ເຂດທະຫານ 7, ພ້ອມກັບເອກະສານ ແລະ ວັດຖຸພັນທີ່ລະນຶກ ທີ່ພົວພັນເຖິງສະໜາມຮົບພາກຕາເວັນອອກສ່ຽງໃຕ້ ໃນໄລຍະປີ 1966-1972... ຫາກໍໄດ້ຮັບການສົ່ງມອບຈາກໂຄງການ "ຄວາມຄິດລິເລີ່ມຊອກຫາຄົນຫວຽດນາມຫາຍສາບສູນໃນປາງສົງຄາມ" (VWAI) ໃຫ້ແກ່ພາກສ່ວນກ່ຽວຂ້ອງຂອງຫວຽດນາມ, ເພື່ອຮັບໃຊ້ເຂົ້າໃນການກຳນົດຂອບເຂດທີ່ຕັ້ງຂຸມຝັງສົບ, ຊອກຫາພີ່ນ້ອງຍາດຕິພີ່ນ້ອງ ແລະ ສົມທຽບ DNA ພາຍໃນບັ້ນຮົບ 500 ວັນແລະຄືນ.

“ບັ້ນຮົບ 500 ວັນ ແລະ ຄືນ”: ບໍ່ປ່ອຍໃຫ້ການເສຍສະຫຼະໃດໆ ຖືກຫຼົງລືມ

“ບັ້ນຮົບ 500 ວັນ ແລະ ຄືນ”: ບໍ່ປ່ອຍໃຫ້ການເສຍສະຫຼະໃດໆ ຖືກຫຼົງລືມ

ຍສໝ - ພາຍຫຼັງຜັນຂະຫຍາຍເປັນເວລາຫຼາຍກວ່າສີ່ເດືອນ, "ບັ້ນຮົບ 500 ວັນ ແລະ ຄືນ" ໄດ້ສ້າງບາດກ້າວຫັນປ່ຽນຢ່າງແຂງແຮງ ແລະ ຕັ້ງໜ້າທີ່ສຸດ ເທົ່າທີ່ເຄີຍມີມາ ພາຍໃນວຽກງານຊອກຫາ, ທ້ອນໂຮມ ແລະ ພິສູດເອກະລັກອັດຖິ ຂອງບັນດາທະຫານທີ່ເສຍສະຫຼະຊີວິດເພື່ອຊາດ.

ຊ່ວຍເຫຼືອລ້າກວ່າ 3,74 ຕື້ດົ່ງ ເພື່ອຊ່ວຍເຫຼືອປະຊາຊົນ ດານັງ ຟື້ນຟູຊີວິດການເປັນຢູ່ພາຍຫຼັງໄພພິບັດທຳມະຊາດ

ຊ່ວຍເຫຼືອລ້າກວ່າ 3,74 ຕື້ດົ່ງ ເພື່ອຊ່ວຍເຫຼືອປະຊາຊົນ ດານັງ ຟື້ນຟູຊີວິດການເປັນຢູ່ພາຍຫຼັງໄພພິບັດທຳມະຊາດ

ຍສໝ - ດ້ວຍຍອດງົບປະມານກວ່າ 3,74 ຕື້ດົ່ງ, ໂຄງການດັ່ງກ່າວແມ່ນໄດ້ຮັບການອຸປະຖຳໂດຍພັນທະມິດກູ້ໄພ ເຢຍລະມັນ (ADH) ໂດຍຜ່ານອົງການ World Vision ເພື່ອຊ່ວຍເຫຼືອ 376 ຄອບຄົວ ຢູ່ສອງຕາແສງ ນາມຈາໝີ ແລະ ຈາເວີນ ພາຍໃນການສ້ອມແປງເຮືອນຊານບ້ານຊ່ອງ, ຟື້ນຟູລະບົບນ້ຳສະອາດ, ວຽກງານສຸຂາພິບານ ແລະ ຟື້ນຟູຊີວິດການເປັນຢູ່ພາຍຫຼັງການເກີດໄພພິບັດທຳມະຊາດ.

World Vision ຊ່ວຍເຫຼືອ 376 ຄອບຄົວຢູ່ດ່ານັງ ຟື້ນຟູຜົນເສຍຫາຍຈາກພາຍຸ

World Vision ຊ່ວຍເຫຼືອ 376 ຄອບຄົວຢູ່ດ່ານັງ ຟື້ນຟູຜົນເສຍຫາຍຈາກພາຍຸ

ຍສໝ - ໂຄງການມູນຄ່າກວ່າ 3,74 ຕື້ດົ່ງ ໄດ້ຊ່ວຍເຫຼືອປະຊາຊົນຢູ່ນາມຈ່າມີ ແລະ ຈ່າເວິນ ໃນການສ້ອມແປງເຮືອນ, ຟື້ນຟູລະບົບນ້ຳສະອາດ, ສຸຂາພິບານ ແລະ ການດຳລົງຊີບພາຍຫຼັງໄພພິບັດທຳມະຊາດ.

ການກວດກາພາກສະໜາມຕົວຈິງ, ຊຸກຍູ້ແຜນງານ 500 ວັນ ແລະ ຄືນ ຢູ່ທ້ອງຖິ່ນ

ການກວດກາພາກສະໜາມຕົວຈິງ, ຊຸກຍູ້ແຜນງານ 500 ວັນ ແລະ ຄືນ ຢູ່ທ້ອງຖິ່ນ

ຍສໝ - ບັນດາຄະນະປະຕິບັດງານຂອງ ຄະນະຊີ້ນຳ 515 ແລະ ກອງທັບເຂດ 3 ໄດ້ລົງກວດກາການຜັນຂະຫຍາຍ “ແຜນງານ 500 ວັນ ແລະ ຄືນ” ພາຍໃນການຊອກຫາ, ທ້ອນໂຮມ ແລະ ກຳນົດຕົວຕົນອັດຖິຂອງນັກຮົບເສຍສະຫຼະຊີບເພື່ອຊາດ ຢູ່ຫຼາຍທ້ອງຖິ່ນ; ໃນຂະນະດຽວກັນ ກໍສືບຕໍ່ຄົ້ນພົບ ແລະ ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີບເພື່ອຊາດເພີ່ມເຕີມ ຢູ່ດານັງ ແລະ ກາວບັງ.

ລະດົມທົ່ວປວງຊົນເຂົ້າຮ່ວມວຽກງານຊອກຫາ, ເກັບໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ

ລະດົມທົ່ວປວງຊົນເຂົ້າຮ່ວມວຽກງານຊອກຫາ, ເກັບໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ

ຍສໝ - ກຳແໜ້ນຄຳຊີ້ນຳຂອງທ່ານນາຍົກລັດຖະມົນຕີ ເລມິງຮຶງ ຢູ່ທີ່ພິທີ "ເດັດຂາດບໍ່ຢຸດເຊົາ ໃນເວລາທີ່ອັດຖິຂອງບັນດາທະຫານເສຍສະຫຼະຊີວິດເພື່ອຊາດ ຍັງບໍ່ທັນໄດ້ຮັບການເກັບໂຮມຢ່າງຄົບຖ້ວນ", ສູ້ຊົນບັນລຸ ແລະ ລື່ນກາຍຄາດໝາຍທີ່ວາງໄວ້ ຢູ່ທີ່ບັ້ນຮົບ 500 ວັນແລະຄືນ.

ການຫັນປ່ຽນດິຈິຕອນ ສ້າງໂອກາດໃໝ່ໃຫ້ປະຊາຊົນຊົນເຜົ່າສ່ວນໜ້ອຍ

ການຫັນປ່ຽນດິຈິຕອນ ສ້າງໂອກາດໃໝ່ໃຫ້ປະຊາຊົນຊົນເຜົ່າສ່ວນໜ້ອຍ

ຍສໝ - ບາງທັດສະນະທີ່ເຜີຍແຜ່ຢູ່ເທິງອິນເຕີເນັດໄດ້ອາໄສຂໍ້ຫຍຸ້ງຍາກຢູ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ເພື່ອສະເໜີວ່າ ການຫັນປ່ຽນດິຈິຕອນກຳລັງຂະຫຍາຍຊ່ອງຫວ່າງການພັດທະນາ, ເຮັດໃຫ້ປະຊາຊົນບໍ່ໄດ້ຮັບຜົນປະໂຫຍດຢ່າງຄົບຖ້ວນຈາກການປະຕິວັດອຸດສາຫະກຳຄັ້ງທີສີ່. ແຕ່ເມື່ອພິຈາລະນາທັງແນວທາງ, ນະໂຍບາຍ ແລະ ຜົນການດຳເນີນງານຕົວຈິງ, ຈະເຫັນວ່າທັດສະນະເຫຼົ່ານັ້ນບໍ່ໄດ້ສະທ້ອນຢ່າງຖືກຕ້ອງເຖິງທິດທາງການພັດທະນາຢ່າງທົ່ວເຖິງທີ່ຫວຽດນາມກຳລັງດຳເນີນຢູ່.

ເສີມຂະຫຍາຍຄຸນຄ່າເອກະສານຫໍພິພິດທະພັນພາຍໃນການຊອກຄົ້ນ, ກຳນົດເອກະລັກອັດຖິສະຫາຍນັກຮົບເສຍສະຫຼະຊີວິດເພື່ອຊາດ

ເສີມຂະຫຍາຍຄຸນຄ່າເອກະສານຫໍພິພິດທະພັນພາຍໃນການຊອກຄົ້ນ, ກຳນົດເອກະລັກອັດຖິສະຫາຍນັກຮົບເສຍສະຫຼະຊີວິດເພື່ອຊາດ

ຍສໝ - ລະບົບບັນດາສູນຫໍພິພິດທະພັນແຫ່ງຊາດ ພວມຊຸກຍູ້ການກວດກາ, ຂຸດຄົ້ນ ແລະ ຫັນເປັນດິຈິຕອນເທື່ອລະກ້າວ ຕໍ່ກັບແຫຼ່ງເອກະສານຫໍພິພິດທະພັນ ແນໃສ່ຮັບໃຊ້ໃຫ້ແກ່ມູນນິທິຂະບວນການ "500 ວັນ ແລະ ຄ່ຳຄືນ ຊຸກຍູ້ການປະຕິບັດການຊອກຄົ້ນ, ເກັບໂຮມ ແລະ ກຳນົດເອກະລັກອັດຖິສະຫາຍນັກຮົບເສຍສະຫຼະຊີວິດເພື່ອຊາດ". ຫຼາກຫຼາຍສຳນວນເອກະສານ, ເອກະສານຂໍ້ມູນທີ່ມີຄຸນຄ່າ ແມ່ນໄດ້ຮັບການຄົ້ນພົບ, ປະກອບສ່ວນເພີ່ມເຕີມເຂົ້າໃນຖານຂໍ້ມູນຮັບໃຊ້ການກວດສອບຂໍ້ມູນຂ່າວສານ, ພ້ອມທັງເປີດທິດທາງການປະຍຸກໃຊ້ນຳໃຊ້ເຕັກໂນໂລຊີດິຈິຕອນ ແລະ ປັນຍາປະດິດ (AI) ພາຍໃນຂົງເຂດຫໍພິພິດທະພັນ.

ພະນັກງານສະຖານທູດຫວຽດນາມ ບໍລິຈາກເລືອດຢູ່ເວເນຊູເອລາ

ພະນັກງານສະຖານທູດຫວຽດນາມ ບໍລິຈາກເລືອດຢູ່ເວເນຊູເອລາ

ຍສໝ - ພະນັກງານສະຖານທູດຫວຽດນາມປະຈຳເວເນຊູເອລາ ໄດ້ເຂົ້າຮ່ວມການບໍລິຈາກເລືອດເພື່ອມະນຸດສະທຳ, ເຜີຍແຜ່ຈິດໃຈແຫ່ງການແບ່ງປັນ ແລະ ຄວາມຮັບຜິດຊອບຕໍ່ຊຸມຊົນໃນປະເທດເຈົ້າພາບ ຜ່ານກິດຈະກຳທີ່ເປັນຮູບປະທຳ ແລະ ໃກ້ຊິດກັບປະຊາຊົນ.

GNI ຊ່ວຍເຫຼືອດ້ານທີ່ຢູ່ອາໄສໃຫ້ເດັກນ້ອຍໃນໂຄງການອຸປະຖຳ 5 ຄົນ ຢູ່ຕວຽນກວາງ

GNI ຊ່ວຍເຫຼືອດ້ານທີ່ຢູ່ອາໄສໃຫ້ເດັກນ້ອຍໃນໂຄງການອຸປະຖຳ 5 ຄົນ ຢູ່ຕວຽນກວາງ

ຍສໝ - ອົງການ Good Neighbors International (GNI) ໄດ້ໃຫ້ການຊ່ວຍເຫຼືອປັບປຸງສະພາບທີ່ຢູ່ອາໄສໃຫ້ເດັກນ້ອຍໃນໂຄງການອຸປະຖຳ 5 ຄົນ ຢູ່ແຂວງຕວຽນກວາງ, ແນໃສ່ສ້າງສະພາບແວດລ້ອມການດຳລົງຊີວິດທີ່ດີຂຶ້ນໃຫ້ແກ່ເດັກນ້ອຍ ແລະ ຄອບຄົວ.

ເດັກນ້ອຍຈາກ 7 ປະເທດອາຊີຕາເວັນອອກ ເຂົ້າຮ່ວມຄ້າຍພັກແຮມຢູ່ດ່ານັງ

ເດັກນ້ອຍຈາກ 7 ປະເທດອາຊີຕາເວັນອອກ ເຂົ້າຮ່ວມຄ້າຍພັກແຮມຢູ່ດ່ານັງ

ຍສໝ - ຜູ້ແທນເດັກນ້ອຍ 27 ຄົນ ຈາກ 7 ປະເທດອາຊີຕາເວັນອອກ ໄດ້ເຂົ້າຮ່ວມຄ້າຍພັກແຮມຢູ່ນະຄອນດ່ານັງ, ແລກປ່ຽນຂໍ້ລິເລີ່ມກ່ຽວກັບການປ່ຽນແປງດິນຟ້າອາກາດ, ເຕັກໂນໂລຊີ ແລະ ການມີສ່ວນຮ່ວມຢ່າງທົ່ວເຖິງ, ຜ່ານນັ້ນ ໄດ້ນຳສຽງຂອງເດັກນ້ອຍເຂົ້າສູ່ບັນດາບັນຫາຮ່ວມຂອງພາກພື້ນ.

ມອບລົດຖີບ 100 ຄັນ ໃຫ້ນັກຮຽນທີ່ມີຄວາມຫຍຸ້ງຍາກຢູ່ດ່ານັງ

ມອບລົດຖີບ 100 ຄັນ ໃຫ້ນັກຮຽນທີ່ມີຄວາມຫຍຸ້ງຍາກຢູ່ດ່ານັງ

ຍສໝ - ອົງການ SAP-VN ໄດ້ມອບລົດຖີບ 100 ຄັນ ໃຫ້ແກ່ນັກຮຽນທີ່ມີສະພາບຄອບຄົວຫຍຸ້ງຍາກຢູ່ຕາແສງທັງຟູ, ນະຄອນດ່ານັງ, ເພື່ອຊ່ວຍເຫຼືອນ້ອງນັກຮຽນໃນການເດີນທາງໄປໂຮງຮຽນ ແລະ ເສີມສ້າງກຳລັງໃຈໃນການຮ່ຳຮຽນ.

ອານຢາງ ຕັ້ງເປົ້າເກັບຕົວຢ່າງອັດຖິວິລະຊົນ 15.747 ຕົວຢ່າງ ເພື່ອກວດ ADN

ອານຢາງ ຕັ້ງເປົ້າເກັບຕົວຢ່າງອັດຖິວິລະຊົນ 15.747 ຕົວຢ່າງ ເພື່ອກວດ ADN

ຍສໝ - ແຂວງອານຢາງ ວາງເປົ້າໝາຍເກັບຕົວຢ່າງອັດຖິວິລະຊົນທີ່ຍັງບໍ່ສາມາດລະບຸຕົວຕົນໄດ້ 15.747 ຕົວຢ່າງ ເພື່ອນຳໄປກວດພິສູດ ADN. ແຜນການນີ້ໄດ້ຮັບການຜັນຂະຫຍາຍໃນກອງປະຊຸມທາງໄກຂອງຄະນະຊີ້ນຳ 515 ແຂວງ ໃນຕອນບ່າຍວັນທີ 22 ມິຖຸນາ.

ນະຄອນເຫ້ວ ເກັບຕົວຢ່າງ DNA ຈາກຂຸມຝັງສົບນັກຮົບພລີຊີບ 1.456 ຂຸມ

ນະຄອນເຫ້ວ ເກັບຕົວຢ່າງ DNA ຈາກຂຸມຝັງສົບນັກຮົບພລີຊີບ 1.456 ຂຸມ

ຍສໝ - ວັນທີ 16 ມິຖຸນາ, ຄະນະຊີ້ນຳວຽກງານຊອກຫາ, ທ້ອນໂຮມ ແລະ ກຳນົດຕົວຕົນອັດຖິນັກຮົບພລີຊີບນະຄອນເຫ້ວ ໄດ້ປະສານງານກັບຄະນະກຳມະການປະຊາຊົນຕາແສງອານກິວ (An Cựu) ຈັດການເກັບຕົວຢ່າງອັດຖິນັກຮົບພລີຊີບທີ່ຍັງບໍ່ສາມາດກຳນົດຕົວຕົນໄດ້ ຢູ່ສຸສານນັກຮົບພລີຊີບນະຄອນເຫ້ວ ເພື່ອນຳໄປກວດພິສູດ DNA. ກິດຈະກຳນີ້ເປັນສ່ວນໜຶ່ງຂອງບັ້ນຂົນຂວາຍ “500 ວັນ ແລະ ຄ່ຳຄືນ” ທີ່ລັດຖະບານປຸກລະດົມ.

ອົງການ Sunflower Mission (ອາເມລິກາ) ອຸປະຖຳໂຄງການກໍ່ສ້າງການສຶກສາ ມູນຄ່າ 4,9 ຕື້ດົ່ງ ຢູ່ແຂວງ ອານຢາງ

ອົງການ Sunflower Mission (ອາເມລິກາ) ອຸປະຖຳໂຄງການກໍ່ສ້າງການສຶກສາ ມູນຄ່າ 4,9 ຕື້ດົ່ງ ຢູ່ແຂວງ ອານຢາງ

ຍສໝ - ບໍ່ດົນມານີ້, ສະຫະພັນບັນດາອົງການຈັດຕັ້ງມິດທະພາບແຂວງ ອານຢາງ (An Giang), ອົງການ Sunflower Mission (ອາເມລິກາ) ຮ່ວມກັບ ຄະນະກຳມະການປະຊາຊົນຕາແສງ ອານຝູ (An Phú) ຈັດຕັ້ງພິທີສະຫຼອງ ແລະ ມອບ-ຮັບ ຫ້ອງຮຽນຈຳນວນ 6 ຫ້ອງ ຢູ່ທີ່ໂຮງຮຽນປະຖົມ "B" ວິງໂຮ້ຍດົງ.

ຫວຽດນາມ ເນັ້ນໜັກວິທີການເຂົ້າເຖິງແບບມີມະນຸດເປັນສູນກາງ ພາຍໃດການພັດທະນາ AI

ຫວຽດນາມ ເນັ້ນໜັກວິທີການເຂົ້າເຖິງແບບມີມະນຸດເປັນສູນກາງ ພາຍໃດການພັດທະນາ AI

ຍສໝ - ເມື່ອບໍ່ດົນມານີ້, ທ່ານເອກອັກຄະລັດຖະທູດ ມາຍຟານຢຸ້ງ (Mai Phan Dũng) - ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ Geneva ໄດ້ເຂົ້າຮ່ວມ ແລະ ກ່າວປາໄສຢູ່ພາຍໃດ ວາລະກອງປະຊຸມຄົບຄະນະ ຂອງກອງປະຊຸມໃຫຍ່ແຮງງານສາກົນ ຄັ້ງທີ 114 (ILC114) ຂອງອົງການແຮງງານສາກົນ (ILO).

ສືບຕໍ່ “ການເດີນທາງຫວ່ານເມັດພັນຂຽວແຫ່ງຄວາມຫວັງ” ໃຫ້ແກ່ເດັກພິການຢູ່ ດຽນບຽນ (Điện Biên)

ສືບຕໍ່ “ການເດີນທາງຫວ່ານເມັດພັນຂຽວແຫ່ງຄວາມຫວັງ” ໃຫ້ແກ່ເດັກພິການຢູ່ ດຽນບຽນ (Điện Biên)

ຍສໝ - ແຕ່ວັນທີ 8-12/6, ໂຄງການ “ການເດີນທາງຫວ່ານເມັດພັນຂຽວແຫ່ງຄວາມຫວັງ” ຜ່າຕັດເດັກພິການທີ່ມີເງື່ອນໄຂຄອບຄົວຝືດເຄືອງ ຢູ່ພາຍໃດທ້ອງຖິ່ນແຂວງ ດຽນບຽນ ປະຈຳປີ 2026 ແມ່ນໄດ້ຈັດຂຶ້ນຢູ່ທີ່ ໂຮງໝໍມະໂຫສົດແຂວງ. ພາຍໃດນັ້ນ, ມີເດັກນ້ອຍທີ່ປະສົບກັບຮູບແບບຄວາມພິການຕ່າງໆຈຳນວນ 370 ຄົນ ໄດ້ຮັບການສະໜັບສະໜູນເພື່ອເຂົ້າຮັບການກວດພະຍາດ, ວິນິດໄສຮ່ວມ, ປິ່ນປົວ ແລະ ຜ່າຕັດ.

ຜັນຂະຫຍາຍຫຼາກຫຼາຍກິດຈະກຳເບິ່ງແຍງດູແລສຸຂະພາບໃຫ້ແກ່ເດັກນ້ອຍ ແລະ ແມ່ຍິງ ໃນທົ່ວປະເທດ

ຜັນຂະຫຍາຍຫຼາກຫຼາຍກິດຈະກຳເບິ່ງແຍງດູແລສຸຂະພາບໃຫ້ແກ່ເດັກນ້ອຍ ແລະ ແມ່ຍິງ ໃນທົ່ວປະເທດ

ຍສໝ - ວັນທີ 3/6, ກົມກວດພະຍາດແມ່ ແລະ ເດັກ, ກະຊວງສາທາລະນະສຸກ ພ້ອມດ້ວຍ ລະບົບນິເວດການແພດ Tam Anh - VNVC - ECO - Nutrihome ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈຮ່ວມມື ເພື່ອຜັນຂະຫຍາຍຂະບວນການເບີກຈ່າຍ ແລະ ເບິ່ງແຍງດູແລສຸຂະພາບຢ່າງຮອບດ້ານ ໃຫ້ແກ່ເດັກນ້ອຍ ແລະ ແມ່ຍິງ ໃນທົ່ວປະເທດ ຢ່າງພ້ອມກັນ.

ຄວາມພະຍາຍາມ ເພື່ອຜົນປະໂຫຍດຂອງຜູ້ປ່ວຍ HIV/AIDS

ຄວາມພະຍາຍາມ ເພື່ອຜົນປະໂຫຍດຂອງຜູ້ປ່ວຍ HIV/AIDS

ຍສໝ - ຍ້ອນການຫັນກະບວນການຂັ້ນຕອນໃຫ້ມີຄວາມງ່າຍດາຍ ແລະ ການນຳໃຊ້ເຕັກໂນໂລຊີ, ຂະແໜງສາທາລະນະສຸກ ແຂວງກວາງຈິ ໄດ້ໃຫ້ການສະໜັບສະໜູນຢ່າງມີປະສິດທິຜົນ ແກ່ຜູ້ປ່ວຍ HIV ຫຼາຍຮ້ອຍຄົນ ໃຫ້ສາມາດເຂົ້າເຖິງການປິ່ນປົວໄດ້ແຕ່ຫົວທີ, ຮັກສາຄວາມລັບຂອງຂໍ້ມູນ ແລະ ມີສຸຂະພາບທີ່ສະຖຽນລະພາບ.

ຫັນປ່ຽນໃໝ່ວິທີການເຂົ້າຫາໃນການປ້ອງກັນ ແລະ ຕ້ານ HIV/AIDS

ຫັນປ່ຽນໃໝ່ວິທີການເຂົ້າຫາໃນການປ້ອງກັນ ແລະ ຕ້ານ HIV/AIDS

ຍສໝ - ການກວດຫາເຊື້ອ HIV ພາຍໃນຊຸມຊົນ, ການປິ່ນປົວປ້ອງກັນກ່ອນການສຳຜັດເຊື້ອ (PrEP), ການແຈກຢາຍຢາ ເມທາໂດນ (Methadone) ສຳລັບຫຼາຍວັນ ຫຼື ການເຂົ້າຮ່ວມຂອງບັນດາກຸ່ມຊຸມຊົນ ພວມຊ່ວຍໃຫ້ວຽກງານການປ້ອງກັນ ແລະ ຕ້ານ HIV/AIDS ເຂົ້າເຖິງໄດ້ໃກ້ຊິດກັບຜູ້ທີ່ມີຄວາມສ່ຽງ ແລະ ຜູ້ປ່ວຍກວ່າເກົ່າ. ຈາກພຶດຕິກຳຕົວຈິງຢູ່ຫຼາກຫຼາຍທ້ອງຖິ່ນ, ຂະແໜງສາທາລະນະສຸກພວມຄ່ອຍໆປັບປຸງວິທີການຈັດຕັ້ງປະຕິບັດ ໄປໃນທິດທາງທີ່ມີຄວາມຢືດຢຸ່ນ, ຫຼຸດຜ່ອນອຸປະສັກໃນການເຂົ້າເຖິງບໍລິການ ແລະ ຮັກສາການປິ່ນປົວໃນໄລຍະຍາວ.

"ແຂນສອກແຫ່ງການເຊື່ອມຕໍ່" ໃນການປ້ອງກັນ ແລະ ຕ້ານ HIV/AIDS

ຍສໝ - ການໃຫ້ຄຳປຶກສາຜ່ານເຄືອຂ່າຍສັງຄົມອອນລາຍ, ການສະໜັບສະໜູນການກວດຫາເຊື້ອ HIV ພາຍໃນຊຸມຊົນ, ການເຊື່ອມຕໍ່ເຂົ້າສູ່ການປິ່ນປົວດ້ວຍຢາ ARV ຫຼື ການນຳພາຜູ້ທີ່ລະເລີຍການປິ່ນປົວກັບຄືນເຂົ້າສູ່ສະຖານທີ່ບໍລິການທາງການແພດ... ແມ່ນບັນດາວຽກງານທີ່ພວມໄດ້ຮັບການຈັດຕັ້ງປະຕິບັດໂດຍ ຫຼາກຫຼາຍອົງການຈັດຕັ້ງທີ່ອີງໃສ່ຊຸມຊົນ (CBO) ຢູ່ຕາມບັນດາທ້ອງຖິ່ນ. ໃນບໍລິບົດທີ່ບັນຫາ HIV/AIDS ນັບມື້ນັບມີຄວາມຫຍຸ້ງຍາກໃນການເຂົ້າເຖິງຕາມແບບດັ້ງເດີມ, ບັນດາກຸ່ມຊຸມຊົນເຫຼົ່ານີ້ ພວມກາຍເປັນກຳລັງແຮງສະໜັບສະໜູນອັນສຳຄັນ ໃຫ້ແກ່ລະບົບການປ້ອງກັນ ແລະ ຕ້ານ HIV/AIDS ນັບຕັ້ງແຕ່ຂັ້ນຮາກຖານ.

ບັນດາອົງການຈັດຕັ້ງສາສະໜາ ຂະຫຍາຍກິດຈະກຳເພື່ອຊຸມຊົນ

ບັນດາອົງການຈັດຕັ້ງສາສະໜາ ຂະຫຍາຍກິດຈະກຳເພື່ອຊຸມຊົນ

ຍສໝ - ການເປີດໂຮງທານ (ເຮືອນຄົວການກຸສົນ), ການຮັກສາຮ້ານຂາຍຢາພື້ນເມືອງ (ຢາພື້ນເມືອງຕາເວັນອອກ), ການສ້າງຕັ້ງຮູບແບບ "02 ສະຫງົບ", "03 ຮ່ວມເດີນທາງ"... ຫຼາຍອົງການຈັດຕັ້ງສາສະໜາ ຢູ່ ຫວຽດນາມ ພວກກຳລັງຂະຫຍາຍບົດບາດທາງດ້ານສັງຄົມ ຈາກກິດຈະກຳການກຸສົນ ໄປສູ່ການເບິ່ງແຍງດູແລຊຸມຊົນ, ການຮັກສາຄວາມສະຫງົບຮຽບຮ້ອຍຢູ່ຕາມເຂດຊຸມຊົນ ແລະ ການຊ່ວຍເຫຼືອຜູ້ດ້ອຍໂອກາດ ຢູ່ທີ່ຮາກຖານໂດຍກົງ.

ແນວໂຮມປະເທດຊາດ ຫວຽດນາມ ກວດກາຄືນບັນດາຂະບວນການທີ່ມີລັກສະນະຮູບການ, ຜັນຂະຫຍາຍ

ແນວໂຮມປະເທດຊາດ ຫວຽດນາມ ກວດກາຄືນບັນດາຂະບວນການທີ່ມີລັກສະນະຮູບການ, ຜັນຂະຫຍາຍ "ເດືອນຮັບຟັງສຽງປະຊາຊົນ" ແລະ "ໝູ່ບ້ານດິຈິຕອນ"

ຍສໝ - ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ການນຳແນວໂຮມປະເທດຊາດ ຫວຽດນາມ ໃຫ້ຮູ້ວ່າ ຈະດຳເນີນການກວດກາຄືນບັນດາຂະບວນການແຂ່ງຂັນທັງໝົດ, ກ້າຫານທີ່ຈະຢຸດຕິບັນດາການເຄື່ອນໄຫວທີ່ມີລັກສະນະຮູບການ, ພ້ອມທັງຜັນຂະຫຍາຍບັນດາຮູບແບບໃໝ່ ເຊັ່ນ: "ເດືອນຮັບຟັງສຽງປະຊາຊົນ", "ແນວໂຮມດິຈິຕອນ", "ໝູ່ບ້ານດິຈິຕອນ" ເພື່ອເພີ່ມທະວີການພົວພັນໂດຍກົງກັບປະຊາຊົນ ແລະ ຍົກສູງປະສິດທິຜົນໃນການຕິດຕາມກວດກາ, ວິພາກວິຈານສັງຄົມ.

"ແນວໂຮມດີຈີຕອນ" - ພື້ນທີ່ໃໝ່ເພື່ອເຂົ້າເຖິງ, ຮັບ ແລະ ຕອບຮັບຄຳເຫັນຂອງປະຊາຊົນ

ຍສໝ - "ແນວໂຮມດີຈີຕອນ" - ພື້ນທີ່ໃໝ່ເພື່ອເຂົ້າເຖິງ, ຮັບ ແລະ ຕອບຮັບຄຳເຫັນຂອງປະຊາຊົນ ຈາກໂທລະສັບພຽງໜ່ວຍດຽວ, ຫຼາຍການສະທ້ອນກ່ຽວກັບສະພາບແວດລ້ອມ, ຜັງເມືອງ ຫຼື ຊີວິດການເປັນຢູ່ຂອງປະຊາຊົນ ໃນປັດຈຸບັນແມ່ນບໍ່ຈຳເປັນຕ້ອງຄອຍຖ້າຈົນຮອດກອງປະຊຸມຢູ່ເຂດທີ່ພັກອາໄສອີກຕໍ່ໄປ, ແຕ່ໄດ້ຖືກສົ່ງກົງໄປຫາບັນດາກຸ່ມ Zalo, Fanpage ຫຼື ປະຕູປະກອບຄຳເຫັນອອນລາຍຂອງ ແນວໂຮມ. ດ້ວຍເຫດນັ້ນ, "ແນວໂຮມດີຈີຕອນ" ຈຶ່ງບໍ່ແມ່ນພຽງແຕ່ເລື່ອງຂອງຊອບແວ (Software) ຫຼື ແອັບພລິເຄຊັນ (Application) ເທົ່ານັ້ນ, ແຕ່ພວມປ່ຽນແປງວິທີການທີ່ວຽກງານ ແນວໂຮມ ເຂົ້າເຖິງ, ຮັບເອົາ ແລະ ຕອບຮັບຄຳເຫັນຂອງປະຊາຊົນ.

ບັນດາຫຼັງຄາເຮືອນທີ່ກັບຄືນມາ ພາຍຫຼັງໄພທຳມະຊາດ

ບັນດາຫຼັງຄາເຮືອນທີ່ກັບຄືນມາ ພາຍຫຼັງໄພທຳມະຊາດ

ຍສໝ - ພາຍຫຼັງເຫດການຝົນຕົກ ແລະ ນ້ຳຖ້ວມໃນທ້າຍປີ 2025, ຫຼາຍຄອບຄົວຢູ່ຕາແສງ ຮວາທິ້ງ (Hòa Thịnh) (ແຂວງ ດັກລັກ - Đắk Lắk) ຕ້ອງຕົກຢູ່ໃນສະພາບທີ່ບໍ່ມີທີ່ຢູ່ອາໄສ. ແຕ່ພຽງແຕ່ໄລຍະເວລາເດືອນປາຍເທົ່ານັ້ນ, ເຮືອນໃໝ່ຫຼາຍຫຼັງກໍໄດ້ຮັບການກໍ່ສ້າງໃຫ້ສຳເລັດທັນກ່ອນລະດູໃບໄມ້ປົ່ງ ຈາກແຫຼ່ງທຶນຊ່ວຍເຫຼືອຂອງລັດ, ການຮ່ວມແຮງຮ່ວມໃຈຂອງສັງຄົມ ແລະ ວິວັດທະນາການປຸກລະດົມ, ເຊື່ອມຕໍ່ການຊ່ວຍເຫຼືອຈາກລະບົບແນວໂຮມປະເທດຊາດ ຫວຽດນາມ.

“ຫາໄດ້ຍາກທີ່ປະເທດໃດຈະມີຮູບແບບຄວາມສາມັກຄີລະຫວ່າງສາສະໜາຄືຢູ່ ຫວຽດນາມ”

“ຫາໄດ້ຍາກທີ່ປະເທດໃດຈະມີຮູບແບບຄວາມສາມັກຄີລະຫວ່າງສາສະໜາຄືຢູ່ ຫວຽດນາມ”

ຍສໝ - ບັນດາຫ້ອງຝຶກອົບຮົມທີ່ຈັດຂຶ້ນຢູ່ພາຍໃນວິຫານອິດສະລາມ ໂດຍມີການເຂົ້າຮ່ວມຂອງບັນດາພະເຖລານຸເຖລະທາງພຸດທະສາສະໜາ; ບັນດາໂຮງຄົວສົງເຄາະຊ່ວຍເຫຼືອຊຸມຊົນໃນໄລຍະການລະບາດໃຫຍ່ຂອງພະຍາດ COVID-19; ການເຄື່ອນໄຫວປະສານສົມທົບເບິ່ງແຍງດູແລຜູ້ປ່ວຍ HIV/AIDS ຢູ່ ເຫ້ວ (Huế)... ແມ່ນໜຶ່ງໃນບັນດາຮູບແບບການຮັດແໜ້ນຄວາມສາມັກຄີ ແລະ ປະສານສົມທົບລະຫວ່າງສາສະໜາທີ່ດີເດັ່ນຢູ່ ຫວຽດນາມ.

|< < 1 2 3 4 5 > >|