ເຄື່ອງໝາຍການຄ້າ Viettel ລອດເຂົ້າໃນ Top 400 ເຄື່ອງໝາຍການຄ້າມີມູນຄ່າທີ່ສຸດທົ່ວໂລກ

11:30 | 07/02/2020

ຍສໝ - ເຄື່ອງໝາຍການຄ້າ Viettel (ຂອງ ຫວຽດນາມ) ໄດ້ກຳນົດລາຄາ 5,8 ຕື້ USD, ເພີ່ມຂຶ້ນ 34% ເມື່ອ ທຽບກັບປີ 2019 (4,38ຕື້ USD).

ເຄື່ອງໝາຍການຄ້າ Viettel ລອດເຂົ້າໃນ Top 400 ເຄື່ອງໝາຍການຄ້າມີມູນຄ່າທີ່ສຸດທົ່ວໂລກ

ພາບປະກອບ

ໃນປັດຈຸບັນ, ເຄື່ອງໝາຍການຄ້າຂອງ Viettel ໄດ້ຈັດຢູ່ອັນດັບທີ 355 ໃນໂລກ, ເພີ່ມຂຶ້ນ 126 ຂັ້ນເມື່ອທຽບໃສ່ກັບປີ 2019, ຢືນອັນດັບທີ 102 ຢູ່ອາຊີ ແລະຢືນອັນດັບທີ 7 ຢູ່ອາຊີຕາເວັນອອກສ່ຽງໃຕ້. ບົດລາຍງານຂອງ Brand Finance - ບໍລິສັດໃຫ້ຄໍາປຶກສາກໍານົດລາຄາເຄື່ອງໝາຍການຄ້າແຖວໜ້າຂອງໂລກ ໃຫ້ຮູ້ວ່າ, ນີ້ແມ່ນບາດກ້າວກະໂດດຂັ້ນ ແລະແມ່ນສູງທີ່ສຸດໃນຕາຕະລາງຈັດອັນດັບໃນປີນີ້. Viettel ບັນລຸໄດ້ລະດັບການເຕີບໂຕກ່ຽວກັບມູນຄ່າເຄື່ອງໝາຍການຄ້າສູງທີ່ສຸດຂອງໂລກໃນຂົງເຂດໂທລະຄົມມະນາຄົມ.

ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຫງວຽນແມ້ງຮູ່ງ ພິນິດໄສວ່າ, Viettel ແມ່ນວິສາຫະກິດໂທລະຄົມມະນາຄົມໜຶ່ງດຽວໃນໂລກໄດ້ເຂົ້າຮ່ວມຂົງເຂດຄົ້ນຄ້ວາຜະລິດອຸປະກອນອິນເຕີແນດໂທລະຄົມມະນາຄົມ. Viettel ຫາກໍທົດລອງສຳເລັດການໂທ 5G ໃນອຸປະກອນທີຕົນເອງໄດ້ຄົ້ນຄ້ວາ ແລະ ຄາດຄະເນວ່າຈະປະກາດເຄື່ອງໝາຍການຄ້າໃນເດືອນມີຖຸນາ 2020.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.