ຍສໝ - ສຳນັກຂ່າວ ແລະ ອົງການສື່ມວນຊົນຫຼາກຫຼາຍແຫ່ງຂອງຟິລິບປິນ ໄດ້ເນັ້ນໜັກເຖິງຄວາມໝາຍທາງດ້ານປະຫວັດສາດ ແຫ່ງການຢ້ຽມຢາມທາງລັດຖະກິດ ຢູ່ທີ່ປະເທດຟິລິບປິນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm).
ຍສໝ - ບົດກ່າວປາໄສນຳພາ (ບົດກ່າວປາໄສເປີດສາກ) ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢູ່ທີ່ເວທີການໂອ້ລົມສົນທະນາ Shangri-La 2026 ແມ່ນສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ ແລະ ການຕີລາຄາໄປໃນທິດທາງຕັ້ງໜ້າ ຈາກຂະແໜງການນັກຊ່ຽວຊານ ແລະ ນັກວິຊາການສາກົນ. ຫຼາກຫຼາຍທັດສະນະຄຳເຫັນຕ່າງກໍເຫັນດີວ່າ ບັນດາສານກ່ຽວກັບການເຄົາລົບນັບຖືລະບຽບກົດໝາຍສາກົນຢ່າງສູງສຸດ, ການຄຸ້ມຄອງການແຂ່ງຂັນຢ່າງມີຄວາມຮັບຜິດຊອບ, ການຊຸກຍູ້ການໂອ້ລົມສົນທະນາ ແລະ ການພັດທະນາຊັບພະຍາກອນມະນຸດ ນັ້ນ ແມ່ນໄດ້ສະທ້ອນໃຫ້ເຫັນເຖິງວິໄສທັດຍຸດທະສາດຂອງ ຫວຽດນາມ ຕໍ່ກັບສັນຕິພາບ, ສະຖຽນລະພາບ ແລະ ການຂະຫຍາຍຕົວພັດທະນາຂອງພາກພື້ນ.
ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມດ້ວຍພັນລະຍາ ໄດ້ເດີນທາງອອກຈາກນະຄອນຫຼວງມານີລາ, ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຢູ່ທີ່ປະເທດຟິລິບປິນ ຢ່າງຈົບງາມ.
ຍສໝ - ພິທີຕ້ອນຮັບຢ່າງເປັນທາງການ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ຮັບການຈັດຕັ້ງຂຶ້ນຢ່າງສະຫງ່າຜ່າເຜີຍ ຢູ່ທີ່ທຳນຽບລັດຖະບານ ໄທ ພາຍໃນນະຄອນຫຼວງ ບາງກອກ (Bangkok).
ຍສໝ - ຕາມການໃຫ້ຮູ້ຂອງ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນແມັງເກືອງ (Nguyễn Mạnh Cường) ວ່າ, ດ້ວຍຮາກຖານແຫ່ງສາຍພົວພັນມິດຕະພາບອັນດີງາມ, ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງໃນລະດັບສູງ ແລະ ທ່າແຮງບົ່ມຊ້ອນແຫ່ງການຮ່ວມມືອັນກວ້າງຂວາງຫຼາກຫຼາຍ, ການຢ້ຽມຢາມຢ່າງເປັນທາງການ ທີ່ປະເທດໄທ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ຈະສ້າງກຳລັງດັນໃໝ່ຕື່ມອີກ ເພື່ອນຳພາສາຍພົວພັນ ຫວຽດນາມ - ໄທ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງແຂງແຮງຍິ່ງໆຂຶ້ນກວ່າເກົ່າ, ມຸ່ງໄປສູ່ລະດັບສູງໃໝ່ໃນຊ່ວງໄລຍະຕໍ່ໜ້າ.
ຫວຽດນາມ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ອິນເດຍ ໃນທຸກຂົງເຂດ, ໃນນັ້ນມີດ້ານເສດຖະກິດວິທະຍາສາດ, ເຕັກໂນໂລຊີ, ການຫັນເປັນດີຈີຕອນ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມກັບບັນດາການຳພັກ, ລັດ ແລະ ການນຳທ້ອງຖິ່ນ ໄດ້ຖະຫວາຍທູບທຽນ, ດອກໄມ້, ເຄື່ອງບູຊາເພື່ອອາໄລຫາ, ຕອບບຸນແທນຄຸນຕໍ່ຄຸນງາມຄວາມດີຂອງບັນດາເຈົ້າຊີວິດ ຮຸ່ງ
ສະຖານີວິທະຍຸ ແລະ ໂທລະພາບ ຍີ່ປຸ່ນ NHK ໄດ້ສະຫງວນເວລາສ່ວນຫຼາຍເພື່ອໃຫ້ຂ່າວກ່ຽວກັບການເຈລະຈາລະຫວ່າງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ການນຳຂະແໜງລົດໄຟ ແລະ ບັນດາວິສາຫະກິດ ຈີນ ແບ່ງປັນບົດຮຽນ ແລະ ໜູນຊ່ວຍ, ເຂົ້າຮ່ວມພ້ອມກັບ ຫວຽດນາມ ໃນວິວັດການກໍ່ສ້າງ, ຖ່າຍທອດເຕັກໂນໂລຊີ
ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ຈີນ, ຕອນບ່າຍວັນທີ 15 ເມສາ, ຢູ່ ປັກກິ່ງ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ພົບປະກັບບັນດາການນຳ ຈີນ.
ຕອນເຊົ້າວັນທີ 13 ເມສາ, ຢູ່ຮ່າໂນ້ຍ, ກົມການເມືອງ, ຄະນະເລຂາສູນກາງພັກໄດ້ຈັດກອງປະຊຸມທົ່ວປະເທດຄົ້ນຄ້ວາ, ຮ່ຳຮຽນ, ເຊື່ອມຊືມ ແລະ ຜັນຂະຫຍາຍປະຕິບັດມະຕິກອງປະຊຸມຄັ້ງທີ 2 ຄະນະບໍລິຫານງານສູນກາງພັກຊຸດທີ XIV.
ຍສໝ - ວັນທີ 14 ເມສາ 2026, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ພ້ອມດ້ວຍ ທ່ານນາງ ໂງເພືອງລີ ພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກຮ່າໂນ້ຍ ເພື່ອໄປຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ປະຊາຊົນ ຈີນ ໃນລະຫວ່າງວັນທີ 14-17 ເມສາ 2026.
ຍສໝ - ໃນສານອວຍພອນບຸນປີໃໝ່ລາວ ພສ 2569, ທ່ານ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ໄດ້ຮຽກຮ້ອງໃຫ້ເພີ່ມທະວີຄວາມສາມັກຄີປວງຊົນທັງຊາດ, ຮ່ວມແຮງຮ່ວມໃຈກັນຊຸກຍູ້ການພັດທະນາແບບຍືນຍົງ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ທະຫານເຂດ 1 ສືບຕໍ່ຊາບຊຶມແນວທາງ, ທັດສະນະຂອງພັກກ່ຽວກັບການທະຫານ, ການປ້ອງກັນຊາດ, ປົກປັກຮັກສາປະເທດຊາດໃນສະພາບການໃໝ່
ເມື່ອກ່າວຄຳເຫັນໃນວາລະໄຂກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XVI, ໃນຕອນເຊົ້າວັນທີ 06 ເມສາ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ຢັ້ງຢືນວ່າ ຄຳຮຽກຮ້ອງຕ້ອງການຂອງໄລຍະພັດທະນາໃໝ່ຮຽກຮ້ອງໃຫ້ສະພາແຫ່ງຊາດ ຕ້ອງມີການປ່ຽນແປງໃໝ່ຢ່າງແຮງກວ່າ, ແທດຈິງກວ່າ, ມີປະສິດທິຜົນກວ່າ ເພື່ອປະຕິບັດຢ່າງຄົບຖ້ວນ ແລະ ສົມກັບ ພາລະສຳຄັນເຊິ່ງລັດຖະທຳມະນູນໄດ້ກຳນົດ.
ເວລາຜ່ານມາ, ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມກັບຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການ ໄດ້ຊີ້ນຳນຳພາ, ປະກາດໃຊ້ຫຼາຍນະໂຍບາຍຊີ້ຂາດໃຫຍ່, ວາງເປົ້າໝາຍຮອດປີ 2030 ຫວຽດນາມ ກາຍເປັນປະເທດພວມພັດທະນາ ມີອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ; ຮອດປີ 2045 ກາຍເປັນປະເທດພັດທະນາ, ມີລາຍຮັບສູງ.
ຕອນເຊົ້າວັນທີ 7 ເມສາ, ທີ່ກອງປະຊຸມຄັ້ງປະຖົມມະເລີກ, ສະພາແຫ່ງຊາດ ຊຸດທີ XVI, ສະພາແຫ່ງຊາດ ເລືອກຕັ້ງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໃຫ້ດຳລົງຕຳແໜ່ງປະທານປະເທດ ອາຍຸການ 2026-2031.
ຍສໝ - ກ່ອນການຢ້ຽມຢາມທາງລັດຖະກິດຂອງທ່ານເລຂາທິການໃຫຍ່ ໂຕເລີມ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ຢູ່ລາວ ໃນວັນທີ 5 ກຸມພາ ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ ແລະ ປະທານປະເທດລາວ ທອງລຸນ ສີສຸລິດ, ສື່ມວນຊົນລາວ ໄດ້ລົງພິມບົດຄວາມຫຼາຍບົດທີ່ຢືນຢັນຄວາມສຳຄັນ ແລະ ຄວາມໝາຍທາງປະຫວັດສາດຂອງການຢ້ຽມຢາມດັ່ງກ່າວ.
ຍສໝ - ການຢ້ຽມຢາມລາວ ແລະ ກຳປູເຈຍ ຂອງທ່ານເລຂາທິການໃຫຍ່ ໂຕເລີມ ປະສົບຜົນສຳເລັດຢ່າງຍິ່ງ, ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈທາງດ້ານການເມືອງອັນສູງສົ່ງຂອງຜູ້ນຳຫວຽດນາມ, ລາວ ແລະ ກຳປູເຈຍ ໃນການຍົກລະດັບສາຍພົວພັນບ້ານໃກ້ເຮືອນຄຽງມິດຕະພາບແບບດັ້ງເດີມຂຶ້ນສູ່ລະດັບໃໝ່, ຕອບສະໜອງເປົ້າໝາຍການພັດທະນາທີ່ສູງສົ່ງຂອງແຕ່ລະປະເທດໃນສະພາບການໃໝ່.
ຍສໝ - ວາລະສານ ຍຸກສະໄໝມີຄວາມຍິນດີທີ່ຈະນຳສະເໜີບົດຄວາມຂອງເອກອັກຄະລັດຖະທູດລາວປະຈຳຫວຽດນາມ ທ່ານນາງ ຄຳເພົາ ເອີນທະວັນ ໃນໂອກາດທີ່ທ່ານເລຂາທິການໃຫຍ່ ໂຕເລີມ ນຳພາຄະນະຜູ້ແທນຂັ້ນສູງຂອງຫວຽດນາມ ມາຢ້ຽມຢາມລາວຢ່າງເປັນທາງການ ຕາມຄຳເຊີນຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ແລະ ປະທານປະເທດລາວ.