ຍສໝ - ພິທີຕ້ອນຮັບຢ່າງເປັນທາງການ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ຮັບການຈັດຕັ້ງຂຶ້ນຢ່າງສະຫງ່າຜ່າເຜີຍ ຢູ່ທີ່ທຳນຽບລັດຖະບານ ໄທ ພາຍໃນນະຄອນຫຼວງ ບາງກອກ (Bangkok).
ຍສໝ - ຕາມການໃຫ້ຮູ້ຂອງ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນແມັງເກືອງ (Nguyễn Mạnh Cường) ວ່າ, ດ້ວຍຮາກຖານແຫ່ງສາຍພົວພັນມິດຕະພາບອັນດີງາມ, ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງໃນລະດັບສູງ ແລະ ທ່າແຮງບົ່ມຊ້ອນແຫ່ງການຮ່ວມມືອັນກວ້າງຂວາງຫຼາກຫຼາຍ, ການຢ້ຽມຢາມຢ່າງເປັນທາງການ ທີ່ປະເທດໄທ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ຈະສ້າງກຳລັງດັນໃໝ່ຕື່ມອີກ ເພື່ອນຳພາສາຍພົວພັນ ຫວຽດນາມ - ໄທ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງແຂງແຮງຍິ່ງໆຂຶ້ນກວ່າເກົ່າ, ມຸ່ງໄປສູ່ລະດັບສູງໃໝ່ໃນຊ່ວງໄລຍະຕໍ່ໜ້າ.
ຫວຽດນາມ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ອິນເດຍ ໃນທຸກຂົງເຂດ, ໃນນັ້ນມີດ້ານເສດຖະກິດວິທະຍາສາດ, ເຕັກໂນໂລຊີ, ການຫັນເປັນດີຈີຕອນ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມກັບບັນດາການຳພັກ, ລັດ ແລະ ການນຳທ້ອງຖິ່ນ ໄດ້ຖະຫວາຍທູບທຽນ, ດອກໄມ້, ເຄື່ອງບູຊາເພື່ອອາໄລຫາ, ຕອບບຸນແທນຄຸນຕໍ່ຄຸນງາມຄວາມດີຂອງບັນດາເຈົ້າຊີວິດ ຮຸ່ງ
ສະຖານີວິທະຍຸ ແລະ ໂທລະພາບ ຍີ່ປຸ່ນ NHK ໄດ້ສະຫງວນເວລາສ່ວນຫຼາຍເພື່ອໃຫ້ຂ່າວກ່ຽວກັບການເຈລະຈາລະຫວ່າງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ການນຳຂະແໜງລົດໄຟ ແລະ ບັນດາວິສາຫະກິດ ຈີນ ແບ່ງປັນບົດຮຽນ ແລະ ໜູນຊ່ວຍ, ເຂົ້າຮ່ວມພ້ອມກັບ ຫວຽດນາມ ໃນວິວັດການກໍ່ສ້າງ, ຖ່າຍທອດເຕັກໂນໂລຊີ
ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ຈີນ, ຕອນບ່າຍວັນທີ 15 ເມສາ, ຢູ່ ປັກກິ່ງ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ພົບປະກັບບັນດາການນຳ ຈີນ.
ຕອນເຊົ້າວັນທີ 13 ເມສາ, ຢູ່ຮ່າໂນ້ຍ, ກົມການເມືອງ, ຄະນະເລຂາສູນກາງພັກໄດ້ຈັດກອງປະຊຸມທົ່ວປະເທດຄົ້ນຄ້ວາ, ຮ່ຳຮຽນ, ເຊື່ອມຊືມ ແລະ ຜັນຂະຫຍາຍປະຕິບັດມະຕິກອງປະຊຸມຄັ້ງທີ 2 ຄະນະບໍລິຫານງານສູນກາງພັກຊຸດທີ XIV.
ຍສໝ - ວັນທີ 14 ເມສາ 2026, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ພ້ອມດ້ວຍ ທ່ານນາງ ໂງເພືອງລີ ພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກຮ່າໂນ້ຍ ເພື່ອໄປຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ປະຊາຊົນ ຈີນ ໃນລະຫວ່າງວັນທີ 14-17 ເມສາ 2026.
ຍສໝ - ໃນສານອວຍພອນບຸນປີໃໝ່ລາວ ພສ 2569, ທ່ານ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ໄດ້ຮຽກຮ້ອງໃຫ້ເພີ່ມທະວີຄວາມສາມັກຄີປວງຊົນທັງຊາດ, ຮ່ວມແຮງຮ່ວມໃຈກັນຊຸກຍູ້ການພັດທະນາແບບຍືນຍົງ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ທະຫານເຂດ 1 ສືບຕໍ່ຊາບຊຶມແນວທາງ, ທັດສະນະຂອງພັກກ່ຽວກັບການທະຫານ, ການປ້ອງກັນຊາດ, ປົກປັກຮັກສາປະເທດຊາດໃນສະພາບການໃໝ່
ຍສໝ - ກ່ອນການຢ້ຽມຢາມທາງລັດຖະກິດຂອງທ່ານເລຂາທິການໃຫຍ່ ໂຕເລີມ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ຢູ່ລາວ ໃນວັນທີ 5 ກຸມພາ ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ ແລະ ປະທານປະເທດລາວ ທອງລຸນ ສີສຸລິດ, ສື່ມວນຊົນລາວ ໄດ້ລົງພິມບົດຄວາມຫຼາຍບົດທີ່ຢືນຢັນຄວາມສຳຄັນ ແລະ ຄວາມໝາຍທາງປະຫວັດສາດຂອງການຢ້ຽມຢາມດັ່ງກ່າວ.
ຍສໝ - ການຢ້ຽມຢາມລາວ ແລະ ກຳປູເຈຍ ຂອງທ່ານເລຂາທິການໃຫຍ່ ໂຕເລີມ ປະສົບຜົນສຳເລັດຢ່າງຍິ່ງ, ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈທາງດ້ານການເມືອງອັນສູງສົ່ງຂອງຜູ້ນຳຫວຽດນາມ, ລາວ ແລະ ກຳປູເຈຍ ໃນການຍົກລະດັບສາຍພົວພັນບ້ານໃກ້ເຮືອນຄຽງມິດຕະພາບແບບດັ້ງເດີມຂຶ້ນສູ່ລະດັບໃໝ່, ຕອບສະໜອງເປົ້າໝາຍການພັດທະນາທີ່ສູງສົ່ງຂອງແຕ່ລະປະເທດໃນສະພາບການໃໝ່.
ຍສໝ - ວາລະສານ ຍຸກສະໄໝມີຄວາມຍິນດີທີ່ຈະນຳສະເໜີບົດຄວາມຂອງເອກອັກຄະລັດຖະທູດລາວປະຈຳຫວຽດນາມ ທ່ານນາງ ຄຳເພົາ ເອີນທະວັນ ໃນໂອກາດທີ່ທ່ານເລຂາທິການໃຫຍ່ ໂຕເລີມ ນຳພາຄະນະຜູ້ແທນຂັ້ນສູງຂອງຫວຽດນາມ ມາຢ້ຽມຢາມລາວຢ່າງເປັນທາງການ ຕາມຄຳເຊີນຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ແລະ ປະທານປະເທດລາວ.
ຍສໝ - ໃນໂອກາດຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ, ຕອນເຊົ້າວັນທີ 27 ມັງກອນ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຈາກພັກ ແລະ ລັດລາວ ໄດ້ວາງພວງມາລາ, ຢ້ຽມສຸສານປະທານໂຮ່ຈີມິນ ແລະ ໄປຖະຫວາຍທູບທຽນ, ໄວ້ອາໄລເຖິງວິລະຊົນຜູ້ເສຍສະຫຼະຊີວິດທີ່ອະນຸສາວະລີວິລະຊົນຜູ້ເສຍສະຫຼະຊີວິດ ຖະໜົນບັກເຊີນ.
ຍສໝ - ໃນລະຫວ່າງການພົບປະກັບທູດພິເສດຂອງທ່ານເລຂາທິການໃຫຍ່ ໂຕເລີມ, ລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ, ຜູ້ທີ່ໄດ້ມາອວຍພອນຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກປະຊາຊົນປະຕິວັດລາວ, ທ່ານເລຂາທິການໃຫຍ່ ແລະ ປະທານປະເທດລາວ ໄດ້ຊົມເຊີຍຜົນສຳເລັດທີ່ສຳຄັນຂອງຫວຽດນາມ ແລະ ສະແດງຄວາມໝັ້ນໃຈວ່າຫວຽດນາມຈະຈັດກອງປະຊຸມໃຫຍ່ຄັ້ງທີ 14 ໃຫ້ປະສົບຜົນສຳເລັດ.
ຍສໝ - ຕອນບ່າຍວັນທີ 10 ມິຖຸນານີ້, ຢູ່ທີ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ໂຕເລີມ ໄດ້ໃຫ້ການຕ້ອນຮັບທ່ານ Alex Rogers ປະທານຮັບຜິດຊອບການບໍລິຫານທົ່ວໂລກ, ກຸ່ມບໍລິສັດ Qualcomm
ຍສໝ - ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຕີລາຄາສູງເລື່ອງຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ ໃນໄລຍະຜ່ານມາໄດ້ສົມທົບກັບຫ້ອງວ່າການສູນກາງພັກ ຫວຽດນາມ ຢ່າງແໜ້ນແຟ້ນ ໃນການປະສານງານ
ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ຢືນຢັນວ່າ: “ຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໂດຍສະຫາຍ ໂຕເລີມ ເປັນນຳໜ້າ, ຫວຽດນາມ ຈະສືບຕໍ່ເດີນຕາມເສັ້ນທາງສັງຄົມນິຍົມຢ່າງໜັກແໜ້ນຕາມເງື່ອນໄຂຕົວຈິງຂອງປະເທດ”.
ຍສໝ - ທ່ານເລຂາທິການໃຫຍ່ ສະເໜີໃຫ້ປະຊາຊົນສືບຕໍ່ສາມັກຄີ, ຮ່ວມມືກໍ່ສ້າງປະຊາຄົມພັດທະນາ, ໂຄສະນາຄວາມງາມຂອງຫວຽດນາມ ໃຫ້ແກ່ເພື່ອນມິດສາກົນ, ເປັນຂົວຕໍ່ທີ່ໝັ້ນຄົງໃນການພົວພັນຫວຽດນາມ - ສິງກະໂປ.