ກອງທັບເຮືອປະຕິບັດກົດໝາຍທາງທະເລຫວຽດນາມ ແລະ ກຳລັງປ້ອງກັນຊາຍຝັ່ງຟີລິບປິນ ຈັດການແລກປ່ຽນນາຍທະຫານໜຸ່ມຄັ້ງທີ I

ກອງທັບເຮືອປະຕິບັດກົດໝາຍທາງທະເລຫວຽດນາມ ແລະ ກຳລັງປ້ອງກັນຊາຍຝັ່ງຟີລິບປິນ ຈັດການແລກປ່ຽນນາຍທະຫານໜຸ່ມຄັ້ງທີ I

ຍສໝ - ວັນທີ 7 ກໍລະກົດ, ຢູ່ທີ່ນະຄອນດານັງ, ກອງທັບເຮືອປະຕິບັດກົດໝາຍທາງທະເລຫວຽດນາມ ໄດ້ຈັດພິທີເປີດແຜນງານແລກປ່ຽນນາຍທະຫານໜຸ່ມ ກອງທັບເຮືອປະຕິບັດກົດໝາຍທາງທະເລຫວຽດນາມ ແລະ ກຳລັງປ້ອງກັນຊາຍຝັ່ງຟີລິບປິນ ຄັ້ງທີໜຶ່ງ.

ຫວຽດນາມ ແມ່ນຄູ່ຮ່ວມງານທີ່ສຳຄັນ ຂອງກຸ່ມບໍລິສັດຂົນສົ່ງທາງທະເລ ຊັ້ນນຳຂອງໂລກ

ຫວຽດນາມ ແມ່ນຄູ່ຮ່ວມງານທີ່ສຳຄັນ ຂອງກຸ່ມບໍລິສັດຂົນສົ່ງທາງທະເລ ຊັ້ນນຳຂອງໂລກ

ຍສໝ - ທ່ານ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ຟ້າມ ຢາ ຕຸກ ມຸ່ງຫວັງວ່າ Maersk ຈະຮ່ວມເດີນທາງກັບ ຫວຽດນາມ ໃນຂະບວນການຫັນປ່ຽນເປັນສີຂຽວ, ພັດທະນາພະລັງງານສະອາດ ແລະ ສ້າງລະບົບໂລຈິສຕິກ (Logistics) ທີ່ຍືນຍົງ.

ຫວຽດນາມ ມີຜູ້ພິພາກສາຢູ່ພາຍໃດສານກົດໝາຍທະເລສາກົນ ເປັນຄັ້ງທຳອິດ

ຫວຽດນາມ ມີຜູ້ພິພາກສາຢູ່ພາຍໃດສານກົດໝາຍທະເລສາກົນ ເປັນຄັ້ງທຳອິດ

ຍສໝ - ວັນທີ 18 ມິຖຸນາ, ພາຍໃດຂອບເຂດກອງປະຊຸມຄັ້ງທີ 36 ຂອງບັນດາປະເທດພາຄີສົນທິສັນຍາສະຫະປະຊາຊາດວ່າດ້ວຍກົດໝາຍທະເລ (UNCLOS) ທີ່ສຳນັກງານໃຫຍ່ສະຫະປະຊາຊາດນະຄອນນິວຢອກ (ອາເມລິກາ), ຮອງສາດສະດາຈານ ປະລິນຍາເອກ ຫງວຽນທິລານແອງ, ຮອງຜູ້ນຳສະຖາບັນການຕ່າງປະເທດ ຫວຽດນາມ, ຜູ້ສະໝັກຮັບເລືອກຕັ້ງຂອງຫວຽດນາມ, ໄດ້ຮັບການເລືອກຕັ້ງເຂົ້າດຳລົງຕຳແໜ່ງເປັນຜູ້ພິພາກສາສານກົດໝາຍທະເລສາກົນ (ITLOS) ອາຍຸການ 2026–2035 ດ້ວຍຄະແນນສຽງສູງທີ່ສຸດພາຍໃດເຂດພາກພື້ນ ອາຊີ - ປາຊີຟິກ.

ຂະຫຍາຍຄວາມຮັກຕໍ່ກັບທະເລ ແລະ ເກາະດອນ ຂອງຫວຽດນາມ ຜ່ານງານວາງສະແດງຮູບພາບຢູ່ ປະເທດເຢຍລະມັນ

ຂະຫຍາຍຄວາມຮັກຕໍ່ກັບທະເລ ແລະ ເກາະດອນ ຂອງຫວຽດນາມ ຜ່ານງານວາງສະແດງຮູບພາບຢູ່ ປະເທດເຢຍລະມັນ

ຍສໝ - ງານວາງສະແດງ “ທະເລ ແລະ ເກາະດອນ ຫວຽດນາມ ໃນດວງໃຈຂອງພວກເຮົາ” ຢູ່ທີ່ Berlin ໄດ້ຂະຫຍາຍຄວາມຮັກຕໍ່ກັບບ້ານເກີດເມືອງນອນ, ທັງເປັນການເຊື່ອມຕໍ່ຈິດໃຈຂອງຄະນະພີ່ນ້ອງຮ່ວມຊາດ ທີ່ອາໄສຢູ່ຕ່າງປະເທດ ໃຫ້ຫວນຄືນສູ່ທະເລແລະເກາະດອນ ຂອງປິຕິພູມ.

ກອງກຳລັງຕຳຫຼວດທະເລຮ່ວມເດີນທາງໄປພ້ອມກັບຊາວປະມົງ ພາກຕາເວັນຕົກສ່ຽງໃຕ້ ຕົກລົງໃຈຕ້ານ IUU

ກອງກຳລັງຕຳຫຼວດທະເລຮ່ວມເດີນທາງໄປພ້ອມກັບຊາວປະມົງ ພາກຕາເວັນຕົກສ່ຽງໃຕ້ ຕົກລົງໃຈຕ້ານ IUU

ຍສໝ - ໃນການເດີນທາງທາງທະເລເພື່ອສຳຫຼວດເຂດທະເລ, ເກາະດອນ ທາງພາກຕາເວັນຕົກສ່ຽງໃຕ້ ນັບແຕ່ວັນທີ 12 ຫາວັນທີ 16 ເດືອນ ພຶດສະພາ, ຄະນະປະຕິບັດງານກອງກຳລັງຕຳຫຼວດທະເລ ຫວຽດນາມ ໄດ້ລົງກວດກາ, ໂຄສະນາ ແລະ ປະຕິບັດບັນດາກິດຈະກຳໜູນຊ່ວຍ, ປຸກລະດົມກຳລັງໃຈຊາວປະມົງພວມຂຸດຄົ້ນສັດນ້ຳທະເລຢູ່ທະເລໂດຍກົງ.

ຊາວປະມົງ ແຂວງ ແຄ໋ງຮວ່າ ນຳໃຊ້ກ້ອງຖ່າຍຮູບລົງສູ່ທ້ອງທະເລ

ຊາວປະມົງ ແຂວງ ແຄ໋ງຮວ່າ ນຳໃຊ້ກ້ອງຖ່າຍຮູບລົງສູ່ທ້ອງທະເລ

ຍສໝ - ກ້ອງຖ່າຍຮູບໃຕ້ນ້ຳ, ອຸປະກອນກຳນົດຕຳແໜ່ງ ແລະ ລະບົບຕິດຕາມກວດກາທາງໄກຕະຫຼອດ 24/7 ພວມກາຍເປັນສິ່ງທີ່ຄຸ້ນເຄີຍຢູ່ຕາມເຂດລ້ຽງສັດນ້ຳທະເລ ຢູ່ແຂວງ ແຄ໋ງຮວ່າ (Khánh Hòa). ໃນສະພາບການຕໍ່ຕ້ານການຢັ່ງຫາສິນທະເລແບບຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ມີການຄວບຄຸມ (IUU) ກໍຄືແຫຼ່ງຜົນປະໂຫຍດສັດນ້ຳຫຼຸດນ້ອຍຖອຍລົງ, ທ້ອງຖິ່ນແຫ່ງນີ້ພວມຫັນປ່ຽນຢ່າງແຂງແຮງໄປສູ່ການລ້ຽງສັດນ້ຳທະເລດ້ວຍເຕັກໂນໂລຊີສູງ.

ເສັ້ນທາງແຫ່ງຄວາມພາກພຽນໃນການປົດ

ເສັ້ນທາງແຫ່ງຄວາມພາກພຽນໃນການປົດ "ບັດເຫຼືອງ" IUU ຈາກຖ້ຽວເຮືອຫາປາທີ່ອອກສູ່ທະເລ

ຍສໝ - ຢູ່ທີ່ "ດ່ານໜ້າ" ເກາະ ລີເຊີນ, ແຂວງ ກວາງຫງາຍ, ການຕໍ່ສູ້ຕ້ານການເຮັດການປະມົງແບບຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ມີການຄວບຄຸມ (IUU) ກໍາລັງຖືກຈັດຕັ້ງປະຕິບັດດ້ວຍວິທີການທີ່ອົດທົນ ແລະ ໃກ້ຊິດກັບປະຊາຊົນ ຂອງສະຖານີຕຳຫຼວດທະເລ ເລກ 2. ນັບຕັ້ງແຕ່ການລາດຕະເວນ, ການລົງໄປຫາ "ແຕ່ລະລໍາເຮືອ, ແຕ່ລະທ່າເຮືອ", ກໍາລັງເຈົ້າໜ້າທີ່ກໍາລັງຄ່ອຍໆປ່ຽນແປງຈິດສໍານຶກຂອງຊາວປະມົງ, ປະກອບສ່ວນເຂົ້າໃນການປົດ "ໃບເຫຼືອງ" ໃຫ້ແກ່ຂະແໜງສິນໃນນໍ້າຂອງ ຫວຽດນາມ.

ຍົກເລີກ 'ບັດເຫຼືອງ' ຂອງ IUU: ອານຢາງ ມຸ່ງໝັ້ນທີ່ຈະຮັບປະກັນວ່າບໍ່ມີເຮືອປະມົງທີ່ມີ

ຍົກເລີກ 'ບັດເຫຼືອງ' ຂອງ IUU: ອານຢາງ ມຸ່ງໝັ້ນທີ່ຈະຮັບປະກັນວ່າບໍ່ມີເຮືອປະມົງທີ່ມີ "ສາມຂໍ້ບໍ່" ໄດ້ອອກທະເລ.

ຍສໝ - ອີງຕາມທ່ານ ເລຮຶວຕວານ, ຜູ້ອຳນວຍການພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ອານຢາງ, ແຂວງກຳລັງເຂັ້ມງວດການຄຸ້ມຄອງກອງເຮືອຫາປາໂດຍໃຊ້ເຕັກໂນໂລຢີດີຈີຕອນ, ກຳຈັດສະຖານະການເຮືອຫາປາ “ສາມຂໍ້ບໍ່” ທີ່ດຳເນີນງານຢູ່ໃນບໍລິເວນຫາປາ.

ຊາວປະມົງອອກສູ່ທະເລໃນຕົ້ນປີ, ໃຫ້ຄຳໝັ້ນສັນຍາຕ້ານການຫາປາ IUU

ຊາວປະມົງອອກສູ່ທະເລໃນຕົ້ນປີ, ໃຫ້ຄຳໝັ້ນສັນຍາຕ້ານການຫາປາ IUU

ຍສໝ - ຮອດ​ລະດູ​ການ​ຫາ​ປາ​ໃນ​ປີ​ມ້າ 2026, ຊາວ​ປະມົງ​ຈາກ​ນະຄອນ ດ່າໜັງ, ​ແຄ໋ງຮ່ວາ, ເລີມດົງ, ຢ່າລາຍ ​ແລະ ບັນດາ​ແຂວງ​ອື່ນໆ ​ພວມ​ດຳ​ເນີນ​ການ​ອອກ​ສູ່​ທະ​ເລ. ແຕ່ລະເຮືອທີ່ອອກຈາກທ່າເຮືອມີການບັນທຶກການກວດກາ, ອຸປະກອນຕິດຕາມຂອງມັນຖືກເປີດຢ່າງຕໍ່ເນື່ອງ, ບັນທຶກການຫາປາຂອງມັນຖືກບັນທຶກຢ່າງລະມັດລະວັງ.

ໂອກາດສຳລັບຄວາມກ້າວໜ້າໃນການສົ່ງອອກອາຫານທະເລໃນປີ 2026

ໂອກາດສຳລັບຄວາມກ້າວໜ້າໃນການສົ່ງອອກອາຫານທະເລໃນປີ 2026

ຍສໝ - ຂະແໜງການປະມົງຂອງຫວຽດນາມສືບຕໍ່ສະແດງສັນຍານໃນທາງບວກຕັ້ງແຕ່ເດືອນທຳອິດຂອງປີ, ທ່າມກາງຄວາມຜັນຜວນທາງການຄ້າທົ່ວໂລກຢ່າງຕໍ່ເນື່ອງ. ສິ່ງທີ່ໜ້າສັງເກດແມ່ນຕະຫຼາດຈີນໄດ້ກາຍເປັນຕົວຂັບເຄື່ອນການເຕີບໂຕທີ່ສຳຄັນ, ໂດຍມີການເພີ່ມຂຶ້ນຂອງການບໍລິໂພກອາຫານທະເລ ແລະ ການນຳເຂົ້າຢ່າງຕໍ່ເນື່ອງ.

ແຂວງກວາງຈິ້ ສ້າງຕັ້ງທີມງານຄວບຄຸມລະຫວ່າງອົງການສອງໜ່ວຍງານ ເພື່ອຕ້ານການຫາປາ IUU ຢູ່ທະເລ.

ແຂວງກວາງຈິ້ ສ້າງຕັ້ງທີມງານຄວບຄຸມລະຫວ່າງອົງການສອງໜ່ວຍງານ ເພື່ອຕ້ານການຫາປາ IUU ຢູ່ທະເລ.

ຍສໝ - ເພື່ອຕອບສະໜອງຕໍ່ຄວາມຕ້ອງການທີ່ຈະເຂັ້ມງວດໃນການຄຸ້ມຄອງກິດຈະກຳການປະມົງ, ແຂວງກວາງຈິ ຫາກໍ່ສ້າງຕັ້ງທີມງານຄວບຄຸມລະຫວ່າງອົງການສອງໜ່ວຍງານທີ່ປະຕິບັດງານເປັນປະຈຳໃນນ່ານນ້ຳຂອງແຂວງເພື່ອເພີ່ມທະວີການລາດຕະເວນ, ການຄວບຄຸມ, ການປ້ອງກັນ ແລະ ການຈັດການຢ່າງເຂັ້ມງວດຕໍ່ການຫາປາທີ່ຜິດກົດໝາຍ, ບໍ່ໄດ້ລາຍງານ ແລະ ບໍ່ໄດ້ຄວບຄຸມ (IUU).

ກອງບັນຊາການກຳລັງປ້ອງກັນຝັ່ງທະເລເຂດ 4 ໃຫ້ກຳລັງໃຈພະນັກງານ ແລະ ທະຫານລ່ວງໜ້າພາລະກິດຕ້ານການຄ້າຂາຍສັດຜິດກົດໝາຍ ແລະ IUU ໃນຊ່ວງເວລາບຸນເຕັດ.

ກອງບັນຊາການກຳລັງປ້ອງກັນຝັ່ງທະເລເຂດ 4 ໃຫ້ກຳລັງໃຈພະນັກງານ ແລະ ທະຫານລ່ວງໜ້າພາລະກິດຕ້ານການຄ້າຂາຍສັດຜິດກົດໝາຍ ແລະ IUU ໃນຊ່ວງເວລາບຸນເຕັດ.

ຍສໝ - ກ່ອນອອກເດີນທາງໄປປະຕິບັດພາລະກິດປ້ອງກັນ ແລະ ຕ້ານການຫາປາທີ່ຜິດກົດໝາຍ, ບໍ່ໄດ້ລາຍງານ ແລະ ບໍ່ໄດ້ຄວບຄຸມ (IUU) ໃນຊ່ວງປີໃໝ່ມະກາ 2026, ທ່ານພົນຈັດຕະວາ ຫງວຽນວັນຢຸງ ໄດ້ໄປຢ້ຽມຢາມ, ໃຫ້ກຳລັງໃຈ ແລະ ມອບໝາຍໜ້າທີ່ໃຫ້ແກ່ພະນັກງານ, ນັກຮົບເຮືອ KN-373, ໂດຍເນັ້ນໜັກເຖິງຄວາມຮັບຜິດຊອບ, ຄວາມອົດທົນທາງການເມືອງ ແລະ ຄວາມຕັດສິນໃຈຮັກສາກົດໝາຍ ແລະ ຄວາມເປັນລະບຽບຮຽບຮ້ອຍທາງທະເລ.

ຕຳຫຼວດທະເລຫວຽດນາມ ໄດ້ກຳນົດການຕ້ານການຫາປາເປັນໜ້າທີ່ຈຸດສຸມສຳລັບປີ 2026.

ຕຳຫຼວດທະເລຫວຽດນາມ ໄດ້ກຳນົດການຕ້ານການຫາປາເປັນໜ້າທີ່ຈຸດສຸມສຳລັບປີ 2026.

ຍສໝ - ວັນທີ 20 ທັນວາ, ຄະນະພັກ - ຕຳຫຼວດທະເລຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບວຽກງານຂອງຕຳຫຼວດທະເລໃນປີ 2025. ທີ່ກອງປະຊຸມຄັ້ງນີ້, ຕຳຫຼວດທະເລຫວຽດນາມຢືນຢັນວ່າ ການຕ້ານການຫາປາທີ່ຜິດກົດໝາຍ, ບໍ່ໄດ້ລາຍງານ ແລະ ບໍ່ໄດ້ຄວບຄຸມ (IUU) ແມ່ນໜ້າທີ່ຫຼັກສຳລັບປີ 2026, ເພື່ອແນໃສ່ຮັກສາກົດລະບຽບຂອງກົດໝາຍໃນທະເລ ແລະ ປະກອບສ່ວນຍົກເລີກ “ບັດເຫຼືອງ” ຂອງຄະນະກຳມະການເອີຣົບ (EC) ຕໍ່ກັບການຫາປາຂອງຫວຽດນາມ.

ຕໍາຫຼວດທະເລ ເຂດ 4 ຕໍ່ຕ້ານການຂຸດຄົ້ນ IUU, ຍົກສູງຄວາມຮັບຮູ້ຂອງຊາວປະມົງ

ຕໍາຫຼວດທະເລ ເຂດ 4 ຕໍ່ຕ້ານການຂຸດຄົ້ນ IUU, ຍົກສູງຄວາມຮັບຮູ້ຂອງຊາວປະມົງ

ຍສໝ - ໃນເຊົ້າວັນທີ 22 ພະຈິກ ທີ່ກາເມົາ, ກອບເຮືອ 42 – ກອງບັນຊາການ ເຂດ ຕໍາຫຼວດທະເລ 4 ໄດ້ຈັດກອງປະຊຸມສະຫຼຸບຜົນວຽກງານປະຈຳປີ 2025. ຈຸດເດັ່ນຂອງປີຄືການກວດກາ, ການເຮັດວຽກປະຊາສຳພັນກ່ຽວກັບການຕໍ່ຕ້ານການຂຸດຄົ້ນສັດນ້ຳທະເລທີ່ຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຕາມຂໍ້ກຳນົດ (IUU) ໃຫ້ແກ່ເຮືອ ແລະ ຊາວປະມົງຫຼາຍພັນຮອບ, ຊຶ່ງໄດ້ມີສ່ວນຊ່ວຍໃນການບັນລຸເປົ້າໝາຍຮ່ວມຂອງປະເທດໃນຄວາມພະຍາຍາມຍົກເລີກ “ໃບເຕືອນສີເຫຼືອງ” EC.

ຕຳຫຼວດທະເລ ເຂດ 2 ໄດ້ໂຄສະນາ ເພື່ອປ້ອງກັນ, ຕ້ານການຫາປາ IUU

ຕຳຫຼວດທະເລ ເຂດ 2 ໄດ້ໂຄສະນາ ເພື່ອປ້ອງກັນ, ຕ້ານການຫາປາ IUU

ຍສໝ - ໃນຕອນເຊົ້າວັນທີ 5 ພະຈິກ, ທີ່ບ່ອນຈອດເຮືອປະມົງ ບ້ານຮາໄຕ, ຕາແສງນາມເກືອເຫວຽດ, ແຂວງກວາງຈິ້, ຫົວໜ່ວຍເຮືອ 202 (ຕຳຫຼວດທະເລ ເຂດ 2) ໄດ້ຮ່ວມມືກັບດ່ານຊາຍແດນທະເລ ຈຽວວັນ (ກອງທັບຊາຍແດນແຂວງກວາງຈິ້) ຈັດກິດຈະກຳປະຊາສຳພັນກົດໝາຍ ໃຫ້ແກ່ເຈົ້າຂອງເຮືອ, ເຮືອປະມົງ ແລະ ຊາວປະມົງ.

ຊ່ວຍຊາວປະມົງນະຄອນໂຮ່ຈິມິນ ໃຫ້ເຂົ້າໃຈກົດໝາຍ ແລະ ເວົ້າວ່າບໍ່ຕໍ່ການຫາປາ IUU

ຊ່ວຍຊາວປະມົງນະຄອນໂຮ່ຈິມິນ ໃຫ້ເຂົ້າໃຈກົດໝາຍ ແລະ ເວົ້າວ່າບໍ່ຕໍ່ການຫາປາ IUU

ຍສໝ - ແຕ່ວັນທີ 29-31 ຕຸລາ, ກອງທະຫານເຮືອປ້ອງກັນຊາຍແດນ 18 (ກອງບັນຊາການປ້ອງກັນຊາຍແດນ) ສົມທົບກັບກອງບັນຊາການຕຳຫຼວດທະເລເຂດ 3 (ກອງບັນຊາກາຕຳຫຼວດທະເລເຂດ ຫວຽດນາມ) ໄດ້ຈັດຕັ້ງການໂຄສະນາກ່ຽວກັບການຕ້ານການຫາປາທີ່ຜິດກົດໝາຍ, ບໍ່ໄດ້ລາຍງານ ແລະ ບໍ່ຕາມກຳນົດ (IUU) ໃຫ້ແກ່ເຮືອ 60 ລຳ ແລະ ຊາວປະມົງປະມານ 800 ຄົນ ໃນນ່ານນ້ຳຂອງນະຄອນໂຮ່ຈິມິນ.

ເປັນຄັ້ງທຳອິດທີ່ງານໂຄສະນາອາຫານທະເລ ຫວຽດນາມ ຢູ່ງານບຸນວັດທະນະທຳອາຫານ Prague 2025

ເປັນຄັ້ງທຳອິດທີ່ງານໂຄສະນາອາຫານທະເລ ຫວຽດນາມ ຢູ່ງານບຸນວັດທະນະທຳອາຫານ Prague 2025

​ຍສໝ - ເປັນ​ຄັ້ງ​ທຳ​ອິດ, ບັນດາ​ຜະລິດ​ຕະພັນ​ອາຫານ​ທະ​ເລ​ຂອງ​ຫວຽດນາມ ​ໄດ້​ຮັບ​ການ​ແນະນຳ​ຢ່າງ​ກ້ວາງ​ຂວາງ​ຕໍ່​ໝູ່ປະຊາຊົນສາທາລະນະ​ລັດ ເຊັກ​ໂກ ​ໃນ​ຂອບ​ເຂດ​ງານ​ບຸນ​ວັດ​ທະ​ນະ​ທຳ​ອາຫານ Prague 2025 - ເປັນເຫດການ​​ພົບ​ປະ​ແລກປ່ຽນ​ສາກົນ​ຂະໜາດ​ໃຫຍ່, ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ກ່ວາ 20.000 ເທື່ອຄົນ. ດ້ວຍ 5 ​ຮ້ານ​ວາງສະ​ແດງ​ຢູ່​ສະໜາມ​ຫຼວງ Victory, ຫວຽດນາມ ​ໄດ້​ເຜີຍແຜ່ພາບ​ພົດ​ຂອງ​ປະ​ເທດ​ດ້ວຍ​ບັນດາ​ເຍື່ອງ​ອາ​ຫານ, ຜະລິດ​ຕະພັນ​ກະ​ເສດ ແລະ ບັນດາຜະລິດ​ຕະພັນ​ວັດທະນະທຳ​ພື້ນ​ເມືອງ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ​ເຊັກ​ໂກ.

ເພື່ອພັດທະນາເສດຖະກິດປະເທດຊາດ ຕ້ອງພັດທະນາເສດຖະກິດທະເລ

ເພື່ອພັດທະນາເສດຖະກິດປະເທດຊາດ ຕ້ອງພັດທະນາເສດຖະກິດທະເລ

ຍສໝ - ຫວຽດນາມ ພວມຢູ່ໃນສັບປະດາທະເລ ແລະ ໝູ່ເກາະ (01- 08 ມິຖຸນາ). ນີ້ແມ່ນໂອກາດເພື່ອໃຫ້ຫວຽດນາມ ຢັ້ງຢືນແຫລ່ງກຳລັງໃຫຍ່ກ່ຽວກັບເສດຖະກິດທະເລ ແລະ ສະແດງໃຫ້ເຫັນຄວາມຕັດສິນໃຈພັດທະນາຮອບດ້ານຂະແຫນງອາຊີບທາງທະເລ, ປົກປັກຮັກສາສິ່ງແວດລ້ອມເຂດທະເລ, ໝູ່ເກາະແບບຍືນຍົງ. ສັບປະດາໄດ້ດຳເນີນໃນສະພາວະຫວຽດນາມ ພວມສູ້ຊົນສຳເລັດການໂຮມແຂວງກ່ອນວັນທີ 15 ສິງຫາຈະມາເຖິງ. ນີ້ບໍ່ພຽງແຕ່ແມ່ນ “ການສ້າງອົງປະກອບຄືນໃຫມ່”ເຂດແດນການປົກຄອງເທົ່ານັ້ນ ຫາກຍັງແມ່ນກາລະໂອກາດດີທີ່ສຸດເພື່ອກໍ່ສ້າງບັນດາພື້ນທີ່ພັດທະນາໃຫມ່, ຕາມທິດທະເລ.

ການພົບປະແລກປ່ຽນ “ຕໍາຫຼວດທະເລຫວຽດນາມ ແລະເພື່ອນມິດ” ຄັ້ງທີ 2

ການພົບປະແລກປ່ຽນ “ຕໍາຫຼວດທະເລຫວຽດນາມ ແລະເພື່ອນມິດ” ຄັ້ງທີ 2

ຍສໝ - ວັນທີ 8 ທັນວາ, ຄະນະຈັດຕັ້ງລາຍການພົບປະແລກປ່ຽນ “ຕໍາຫຼວດທະເລຫວຽດນາມ ແລະເພື່ອນມິດ” ຄັ້ງທີ 2, ປີ 2024 ໄດ້ຈັດຕັ້ງການກວດເບື້ອງຕົ້ນລາຍການສິລະປະໃນຂອບເຂດການພົບປະແລກປ່ຽນ.

ກໍາປັ່ນຕໍາຫຼວດທະເລ 8004 ສິ້ນສຸດການຢ້ຽມຢາມ ແລະພົບປະແລກປ່ຽນຢູ່ ສ.ເກົາຫຼີ

ກໍາປັ່ນຕໍາຫຼວດທະເລ 8004 ສິ້ນສຸດການຢ້ຽມຢາມ ແລະພົບປະແລກປ່ຽນຢູ່ ສ.ເກົາຫຼີ

ຕອນເຊົ້າວັນທີ 8 ພະຈິກ, ກໍາປັ່ນຕໍາຫຼວດທະເລ 8004 ພ້ອມດ້ວຍຄະນະປະຕິບັດງານຕໍາຫຼວດທະເລຫວຽດນາມ ໄດ້ອອກຈາກທ່າກໍາປັ່ນ Yeosu, ສິ້ນສຸດການຢ້ຽມຢາມ ແລະພົບປະແລກປ່ຽນກັບວິທະຍາຄານກໍາລັງປ້ອງກັນຝັ່ງທະເລ ສ.ເກົາຫຼີ ດ້ວຍຜົນສຳເລັດອັນຈົບງາມ. ທ່ານພົນຈັດຕະວາ Han Sang-Chul, ຫົວໜ້າວິທະຍາຄານກໍາລັງປ້ອງກັນຝັ່ງທະເລ ສ.ເກົາຫຼີ ເຂົ້າຮ່ວມພິທີສົ່ງກໍາປັ່ນ.