ຍສໝ - ອີງຕາມພະແນກກະສິກຳ ແລະ ສິ່ງແວດລ້ອມນະຄອນ ໂຮ່ຈິມິນ, ນະຄອນດັ່ງກ່າວຍັງສືບຕໍ່ປະຕິບັດມາດຕະການທີ່ຄົບຖ້ວນ ແລະ ເດັດຂາດເພື່ອຕ້ານການຫາປາທີ່ຜິດກົດໝາຍ, ບໍ່ໄດ້ລາຍງານ ແລະ ບໍ່ໄດ້ຄວບຄຸມ (IUU). ຜ່ານັ້ນ, ນະຄອນທີ່ບັນລຸໄດ້ຜົນໄດ້ຮັບທີ່ສຳຄັນ, ແຕ່ສິ່ງນີ້ຍັງໄດ້ນຳສະເໜີສິ່ງທ້າທາຍຫຼາຍຢ່າງທີ່ຕ້ອງໄດ້ຮັບການແກ້ໄຂໃນອະນາຄົດ.
ຍສໝ - ຊາວປະມົງ ຫວຽດນາມ ຮ່ວມກັບ ກຳລັງປ້ອງກັນຊາຍແດນ ກຳລັງດຳເນີນມາດຕະການປ້ອງກັນ ການປະມົງທີ່ຜິດກົດໝາຍ, ບໍ່ລົງບັນທຶກ ແລະ ບໍ່ປະຕິບັດຕາມກົດໝາຍ (IUU). ການຮັບຮູ້ຂອງຊາວປະມົງໄດ້ຖືກຍົກລະດັບຂຶ້ນ, ການຄວບຄຸມເຮືອປະມົງ ແລະ ການຈັດການກັບຄວາມຜິດຖືກດຳເນີນຢ່າງເຂັ້ມງວດ, ມຸ່ງໄປສູ່ອາຊີບປະມົງທັນສະໄໝ, ຍືນຍົງ ແລະ ເປົ້າໝາຍການກຳຈັດ “ໃບເຫຼືອງ” ຂອງ ຄະນະກຳມະການເອີຣົບ.
ຍສໝ - ໃນວັນທີ 18 ພະຈິກ, ທີ່ກອງປະຊຸມຂ່າວໃນໂອກາດສະເຫຼີມສະຫຼອງ 35 ປີ ແຫ່ງການພົວພັນລະຫວ່າງຫວຽດນາມ ແລະ ສະຫະພາບເອີຣົບ (EU), ທ່ານ Julien Guerrier ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ຫວຽດນາມ ໄດ້ປະເມີນວ່າ ຫວຽດນາມໄດ້ “ປັບປຸງຮອບດ້ານ” ໂຄງສ້າງກົດໝາຍຕ້ານການຫາປາ IUU ຢ່າງຄົບຖ້ວນ ແລະ ບັນລຸໄດ້ຄວາມຄືບໜ້າຫຼາຍຢ່າງທີ່ທາດແທ້, ແຕ່ການຍົກເລີກບັດເຫຼືອງຍັງຕ້ອງການເວລາຫຼາຍກວ່ານີ້ເພື່ອເສີມຂະຫຍາຍປະສິດທິພາບຂອງການປະຕິບັດໃນຂົງເຂດນີ້ໃຫ້ສົມບູນແບບ.
ຍສໝ - ວັນທີ 4 ພະຈິກ, ກົມກະສິກຳ ແລະ ສິ່ງແວດລ້ອມ ຂອງນະຄອນ ໂຮ່ຈີມິງ ໄດ້ຈັດທຳເອກະສານສົ່ງໃຫ້ກະຊວງກະສິກຳ ແລະ ສິ່ງແວດລ້ອມ ເພື່ອລາຍງານຜົນການດຳເນີນງານໃນການຕ້ານການຫາປາຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU).
ຍສໝ - ແຕ່ວັນທີ 29-31 ຕຸລາ, ກອງທະຫານເຮືອປ້ອງກັນຊາຍແດນ 18 (ກອງບັນຊາການປ້ອງກັນຊາຍແດນ) ສົມທົບກັບກອງບັນຊາການຕຳຫຼວດທະເລເຂດ 3 (ກອງບັນຊາກາຕຳຫຼວດທະເລເຂດ ຫວຽດນາມ) ໄດ້ຈັດຕັ້ງການໂຄສະນາກ່ຽວກັບການຕ້ານການຫາປາທີ່ຜິດກົດໝາຍ, ບໍ່ໄດ້ລາຍງານ ແລະ ບໍ່ຕາມກຳນົດ (IUU) ໃຫ້ແກ່ເຮືອ 60 ລຳ ແລະ ຊາວປະມົງປະມານ 800 ຄົນ ໃນນ່ານນ້ຳຂອງນະຄອນໂຮ່ຈິມິນ.
ຍສໝ - ຫວ່າງມໍ່ໆນີ້, ຄະນະປະຕິບັດຫວຽດນາມ ໂດຍທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ຟຸ່ງດຶກຕ໋ຽນ ນຳໜ້າໄດ້ມີການພົບປະກັບການນຳກະຊວງກະສິກຳ ແລະ ຄວາມໝັ້ນຄົງສະບຽງອາຫານມາເລເຊຍ ຢູ່ນະຄອນຫຼວງ Putrajaya ຂອງມາເລເຊຍ, ເພື່ອແນໃສ່ຊຸກຍູ້ການຮ່ວມມືສອງຝ່າຍໃນຂົງເຂດກະສິກຳ ແລະ ການປະມົງແບບຍືນຍົງ.
ຍສໝ - ວັນທີ 6 ກໍລະກົດ 2025, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ແລະ ຄະນະທະນາຍຄວາມ ນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງການເຜີຍແຜ່, ສະເຫຼີຍດ້ານກົດໝາຍໃຫ້ແກ່ຊາວຫວຽດນາມ ພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ ສ.ເກົາຫຼີ.
ຍສໝ - ບໍ່ວ່າຈະຢູ່ໃສ, ຊາວຫວຽດນາມຢູ່ຕ່າງປະເທດຍາມໃດກໍຫັນມາສູ່ບ້ານເກີດເມືອງ. ຕະຫຼອດປະຫວັດສາດ, ຊາວຫວຽດນາມຢູ່ຕ່າງປະເທດຢູ່ທົ່ວທຸກແຫ່ງລ້ວນແຕ່ພ້ອມກັບປະເທດ ແລະ ປະຊາຊົນ. ພິເສດ, ເມື່ອໄດ້ຮັບຟັງການແບ່ງປັນຂອງການນຳພັກ, ລັດ ກ່ຽວກັບຄວາມຄາດໝາຍຂອງຍຸກໃໝ່, ຍຸກແຫ່ງການເຕີບໂຕຂອງປະເທດຊາດ, ຊາວຫວຽດນາມຢູ່ຕ່າງປະເທດກໍ່ມີຄວາມກະຕືລືລົ້ນຮ່ວມມື, ປະກອບສ່ວນສ້າງສາບ້ານເກີດເມືອງນອນ ແລະ ປະເທດຊາດນັບມື້ນັບຈະເລີນຮຸ່ງເຮືອງ. ການປັບປຸງກົດໝາຍວ່າດ້ວຍສັນຊາດນີ້ແມ່ນບາດກ້າວທີ່ສຳຄັນເພື່ອ “ຮັດແໜ້ນ” ສະພາບກົດໝາຍ, ເພື່ອໃຫ້ຊາວຫວຽດນາມ ບໍ່ວ່າຢູ່ພາຍໃນປະເທດ ຫຼື ດຳລົງຊີວິດ ແລະ ເຮັດວຽກຢູ່ຕ່າງປະເທດສາມາດສົມທົບກັນປະກອບສ່ວນ, ສາມັກຄີ, ສົມທົບກັນຢ່າງແໜ້ນແຟ້ນເພື່ອນຳບ້ານເກີດເມືອງນອນ-ປະເທດກ້າວເຂົ້າສູ່ຍຸກແຫ່ງການເຕີບໃຫຍ່ຂະຫຍາຍຕົວ.
ຍສໝ - ຫວຽດນາມ ຍົກເວັ້ນວີຊາໃຫ້ພົນລະເມືອງ 12 ປະເທດ, ກຳນົດເວລາອາໄສຢູ່ຊົ່ວຄາວ 45 ວັນ ນັບແຕ່ວັນເຂົ້າເມືອງ.
ຍສໝ - ໂດຍຜ່ານປ່າໄມ້ດ້ວຍໄລຍະທາງກວ່າ 20 ກິໂລແມັດ, ຄະນະປະຕິບັດງານລວມມີພະນັກງານຄ້າຍທະຫານຊາຍແດນມົນເຊີນ (ທະຫານຊາຍແດນແຂວງເງະອານ) ພ້ອມດ້ວຍພະນັກງານ, ສະມາຊິກ, ສະມາຊິກຊາວໜຸ່ມຂອງສະຫະພັນແມ່ຍິງ ແລະຄະນະຊາວໜຸ່ມຕາແສງ ມົນເຊີນ, ເມືອງກອນກວງ (ແຂວງເງະອານ) ໄດ້ມີໜ້າຢູ່ບ້ານກໍຟາດ, ຕາແສງມົນເຊີນ ເພື່ອໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ພໍ່ແມ່ປະຊາຊົນຢູ່ທີ່ນີ້.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ມີຜົນສັກສິດ (ແຕ່ວັນທີ 16 ພະຈິກ 1994 ຫາວັນທີ 16 ພະຈິກ 2024), ກຳມະການສຳຮອງຄະນະບໍລິຫານງານສູນກາງພັກ, ຮອງລັດຖະມົນຕີຖາວອນກະຊວງການຕ່າງປະເທດ ທ່ານ ຫງວຽນມິນຫວູ໊ ໄດ້ຕອບສຳພາດຕໍ່ນັກຂ່າວ.
ຍສໝ - ວັນທີ 5 ພະຈິກ, ຄ້າຍທະຫານຊາຍແດນ ແຫ້ງຢີກ ໄດ້ສົມທົບກັບໂຮງຮຽນມດທະຍົມຊົນເຜົ່າເຄິ່ງກິນນອນຂັ້ນປະຖົມ ແລະ ມັດທະຍົມຕອນຕົ້ນ ແຫ້ງຢີກ (ຕາແສງ ແຫ້ງຢີກ, ເມືອງ ເກວຟອງ, ແຂວງ ເຫງ້ອານ) ຈັດຕັ້ງການໂຄສະນາ, ເຜີຍແຜ່ການສຶກສາກົດໝາຍໃຫ້ແກ່ນັກຮຽນຊັ້ນ ມ4 ແລະ ມອບປື້ມ 100 ຫົວໃຫ້ແກ່ໂຮງຮຽນ.
ຍສໝ - ຕອນບ່າຍວັນທີ 11 ມິຖຸນາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີລົງນາມໃນແຜນການສົມທົບກັນເຮັດວຽກ 2024 ລະຫວ່າງຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ຄະນະທະນາຍຄວາມຮ່າໂນ້ຍ.
ຍສໝ - ໃນຖານະເປັນສະມາຊິກຢ່າງຕັ້ງໜ້າໃນສະພາສິດທິມະນຸດ ສະຫະປະຊາຊາດ, ຫວຽດນາມ ໄດ້ປັບປຸງຄຳໝັ້ນສັນຍາໃນການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດຢ່າງບໍ່ຢຸດຢັ້ງ ໂດຍຜ່ານບັນດາການພະຍາຍາມເຮັດລະບົບນະໂຍບາຍ ແລະ ກົດໝາຍໃຫ້ສົມບູນແບບ. ບົດລາຍງານແຫ່ງຊາດກ່ຽວກັບການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດຢູ່ ຫວຽດນາມ ຕາມກົນໄກກວດກາຄືນປະຈຳໄລຍະສັງລວມດ້ານສິດທິມະນຸດ (UPR) ຮອບວຽນທີ IV ຂອງສະພາສິດທິມະນຸດ ສະຫະປະຊາຊາດ ໂດຍກະຊວງການຕ່າງປະເທດ ປະກາດໄດ້ເນັ້ນໜັກເຖິງບັນດາຜົນງານທີ່ສຳຄັນໃນຂົງເຂດນີ້, ພິເສດແມ່ນບັນດານະໂຍບາຍ, ກົດໝາຍທີ່ປະກາດໃຊ້ ເພື່ອປົກປ້ອງສິດທິຂອງບັນດາກຸ່ມຄົນທີ່ຖືກຄວາມສ່ຽງງ່າຍ ແລະ ສິດທິຂອງຜູ້ອອກແຮງງານ, ພ້ອມກັນນັ້ນ ກໍ່ຊຸກຍູ້ການພັດທະນາແບບຍືນຍົງ.
ຍສໝ - ວັນທີ 6 ກັນຍາ, ຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງກອງປະຊຸມເຜີຍແຜ່ກ່ຽວກັບກົດໝາຍວ່າດ້ວຍທີ່ດິນ ແລະ ກົດໝາຍວ່າດ້ວຍບັດປະຈຳຕົວ ໃຫ້ແກ່ພະນັກງານ, ລັດຖະກອນ, ຜູ້ອອກແຮງງານຂອງຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ, ຜູ້ແທນຊາວຫວຽດນາມ ຢູ່ຕ່າງປະເທດ, ພີ່ນ້ອງຊາວຫວຽດນາມ ຢູ່ຕ່າງປະເທດ.
ຍສໝ - ຫວ່າງອລ້ວນີ້, ຢູ່ສຳນັກງານກະຊວງຍຸຕິທຳ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຍຸຕິທຳ ຫວຽດນາມ ເລແທງລອງ ໄດ້ໃຫ້ການຕ້ອນຮັບ ແລະ ໂອ້ລົມເຈລະຈາກັບ ທ່ານລັດຖະມົນຕີ LEE Wan-kyu ພ້ອມດ້ວຍຄະນະຜູ້ແທນກະຊວງນິຕິບັນຍັດລັດຖະບານ ສ.ເກົາຫຼີ.
ຍສໝ - ສະພາແຫ່ງຊາດ ຫວຽດນາມ ປຶກສາຫາລືຫຼາຍເນື້ອໃນສຳຄັນທີ່ກ່ຽວຂ້ອງເຖິງໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການພັດທະນາ
ວັດທະນະທຳ ໄລຍະ ປີ 2025-2035, ກົດໝາຍວ່າດ້ວຍອົງການກຳມະບານ (ສະບັບປັບປຸງ), ກົດໝາຍວ່າດ້ວຍການອາລັກຂາ...
ຍສໝ - ຕອນບ່າຍວັນທີ 23 ພຶດສະພາ, ຢູ່ ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຊິງເຫຍີດເຕິ່ນ ໄດ້ມີການຕ້ອນຮັບ ແລະ ເຮັດວຽກກັບທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ລາວ.
ຍສໝ - ຫວຽດນາມ ມີພື້ນຖານນິຕິກຳ ແລະ ຫຼັກຖານປະຫວັດສາດຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕຂອງ ຫວຽດນາມ ສຳລັບ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ທີ່ສອດຄ່ອງກັບກົດໝາຍສາກົນ.
ຍສໝ - ແຕ່ວັນທີ 20 – 28 ກຸມພານີ້, ຢູ່ສຳນັກງານໃຫຍ່ອົງການສະຫະປະຊາຊາດ (ສປຊ) ຢູ່ນິວຢອກ (ອາເມລິກາ), ກອງປະຊຸມປະຈຳປີຂອງຄະນະກຳມະການພິເສດກ່ຽວກັບກົດບັດ ສປຊ ໄດ້ເລີ່ມດຳເນີນດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າເກືອບ 90 ປະເທດສະມາຊິກ ແລະ ຫຼາຍອົງການສາກົນ.