ອົງການອະນາໄມໂລກ ກ່າວເຕືອນກ່ຽວກັບຄວາມສ່ຽງເມື່ອບັນດາປະເທດຍົກເລີກຄໍາສັ່ງຈໍາກັດຂອບເຂດປິດລ້ອມ ຫຼື ເວັ້ນໄລຍະຫ່າງທາງສັງຄົມ
ຍສໝ - ທ່ານ Tedros Adhanom Ghebreyesus ຜູ້ອໍານວຍການໃຫຍ່ WHO ໄດ້ອອກຄໍາກ່າວເຕືອນວ່າ ຖ້າຫາກບັນດາປະເທດຍົກເລີກບັນດາມາດຕະການປິດລ້ອມ ຫຼື ເວັ້ນໄລຍະຫ່າງທາງສັງຄົມທີ່ພວມປະຕິບັດເພື່ອຮັບມືກັບໂລກລະບາດໂຄວິດ - 19 ນັ້ນ ອາດຈະຕ້ອງປະເຊີນໜ້າກັບບັນດາການລະບາດຄັ້ງໃໝ່ທີ່ອັນຕະລາຍຕື່ມອີກ.