ຍສໝ - ນີ້ແມ່ນຄັ້ງທຳອິດ ທີ່ກອງປະຊຸມສົ່ງເສີມການລົງທຶນໃຫຍ່ໄດ້ຮັບການຈັດຕັ້ງທາງອອນລາຍໂດຍມີການເຂົ້າຮ່ວມຂອງວິສາຫະກິດຍີ່ປຸ່ນ 1000 ແຫ່ງຈາກບັນດາຈຸດຖ່າຍທອດສົດຢູ່ຍີ່ປຸ່ນ ແລະ ໃນທົ່ວໂລກ, ຊຶ່ງສະແດງໃຫ້ເຫັນຄວາມເອົາໃຈໃສ່ ແລະ ຄວາມມຸ່ງມາດປາດຖະໜາຢ່າງຍິ່ງຂອງປະຊາຄົມວິສາຫະກິດຍີ່ປຸ່ນຕໍ່ຫວຽດນາມ.
ຍສໝ - ທ່ານ ຮ່າກິມງອກ ເນັ້ນໜັກວ່າ ເພື່ອຊຸກຍູ້ການພົວພັນຮ່ວມມືໃນທຸກໆຂົງເຂດ ລະຫວ່າງ ຫວຽດນາມ - ອາເມລິກາ, ໃນໄລຍະທີ່ຜ່ານມາ, ໜຶ່ງໃນບັນດາບຸລິມະສິດແຖວໜ້າໃນສະພາບການປັດຈຸບັນແມ່ນຮັບປະກັນທ່າອ່ຽງພັດທະນາຢ່າງຕັ້ງໜ້າຂອງການຮ່ວມມດ້ານເສດຖະກິດ - ການຄ້າ - ການລົງທຶນ, ໜູນຊ່ວຍຕັ້ງໜ້າໃຫ້ແກ່ວິວັດການຟື້ນຟູເສດຖະກິດຂອງທັງສອງປະເທດພາຍຫຼັງ ໂລກລະບາດ Covid – 19.
ຍສໝ - ທ່ານ ໂດມິງຮຸ່ງ ສະແດງຄວາມຊົມເຊີຍ ແລະ ຕ້ອນຮັບບັນດາວິສາຫະກິດ ອິດສາລາແອັນ ທີ່ມາສຳຫຼວດການຕະຫຼາດ, ຊອກຫາກາລະໂອກາດໃນການຮ່ວມມືດຳເນີນທຸລະກິດກັບບັນດາຄູ່ຮ່ວມມືຫວຽດນາມ.
ຍສໝ - ສຳລັບສິນຄ້າ ສົ່ງອອກຂອງຫວຽດນາມ ເຂົ້າຕະຫຼາດ ອັງກິດ, ຄວາມສາມາດບົ່ມຊ້ອນໃນການເຕີບໂຕຕະຫຼາດ ຢູ່ອັງກິດໃຫ້ແກ່ສິນຄ້າຫວຽດນາມ ຍັງໃຫຍ່ຫຼວງທີ່ສຸດ ຍ້ອນວ່າ ທຸກໆສິນຄ້າສົ່ງອອກຫວຽດນາມພຽງແຕ່ກວມເອົາບໍ່ເກີນ 1% ໃນຍອດວົງເງິນການຄ້ານຳເຂົ້າສິນຄ້າເກືອບ 700 ຕື້ USD (2019) ໃນແຕ່ລະປີຂອງອັງກິດ.
ຍສໝ - ກອງປະຊຸມສຳມະນາແມ່ນໜຶ່ງໃນບັນດາລະບົບການເຄື່ອນໄຫວ ທີ່ສະຖານທູດ ຫວຽດນາມ ປະຈຳອັງກິດເປັນເຈົ້າການໃນການສົມທົບກັບບັນດາອົງການ, ອົງການຈັດຕັ້ງຢູ່ອັງກິດເພື່ອແນໃສ່ຊຸກຍູ້ ແລະ ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ ແລະ ອັງກິດ, ແກ້ໄຂບັນດາຜົນກະທົບທາງລົບຈາກໂລກລະບາດ Covid – 19 ໃນສະພາບການ ການພົວພັນລະຫວ່າງ ສອງປະເທດໃນຊຸມປີມໍ່ໆມານີ້ໄດ້ມີການພັດທະນາຢ່າງແຮງ.
ຍສໝ - ຕາມ ທ່ານ ຫງວຽນດຶກແທັງ ທູດການຄ້າຫວຽດນາມ ປະຈຳອີຕາລີແລ້ວ, ໃນເດືອນສິງຫາຈະມາເຖິງ, ເມື່ອບັນດາຄຳໝັ້ນສັນຍາ ຂອງ EVFTA ມີຜົນສັກສິດຢ່າງເປັນທາງການ ກໍ່ແມ່ນໄລຍະທີ່ ພື້ນຖານເສດຖະກິດ EU ເວົ້າສະເພາະ ແລະ ເສດຖະກິດໂລກເວົ້າລວມຄາດຄະເນວ່າຈະກ້າວເຂົ້າສູ່ສະພາບການທີ່ເປັນປົກກະຕິໃໝ່, EVFTA ຈະສ້າງທ່າໄດ້ປຽບໃຫຍ່ຫຼາຍຢ່າງ, ເປັນຕົ້ນແມ່ນທ່າໄດ້ປຽບກ່ຽວກັບພາສີອາກອນ ໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ແລະ EU.
ຍສໝ - ໃນຊຸມປີຈະມາເຖິງຄວາມຕ້ອງການກ່ຽວກັບການບໍລິການເຮືອນພັກໃຫ້ແກ່ບັກດານັກຊ່ຽວຊານຍີ່ປຸ່ນຈະເພີ່ມຂຶ້ນຢ່າງແຮງ.
ຍສໝ - ສານທີ່ກະຊວງແຜນການ ແລະ ການລົງໃຫ້ຮູ້ວ່າ, ປະຊາຊົນແມ່ນໃຈກາງໃນວິວັດການພັດທະນາ ແລະ ບັນດານະໂຍບາຍຂອງລັດຖະບານຫວຽດນາມລ້ວນແຕ່ມຸ່ງໄປສູ່ຄວາມສຸກຂອງປະຊາຊົນ.
ຍສໝ - ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ອົງການ WHO ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກັບ ທະນາຄານ EIB ເຊິ່ງມີສຳນັກງານຕັ້ງຢູ່ ລຸກຊຳບວກ (Luxembourg), ເພື່ອເພີ່ມທະວີການຮ່ວມມື ແນໃສ່ໜູນຊ່ວຍບັນດາປະເທດໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກໂລກລະບາດໂຄວິດ - 19.
ຍສໝ - ຕອນບ່າຍວັນທີ 24 ທັນວາ 2019, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນລາວ.
ຍສໝ - ໃນວັນທີ 18 ທັນວາ 2019, ທະນາຄານໂລກ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ຄະນະຊີ້ນຳກອງທຶນພື້ນຖານໂຄງລ່າງທົ່ວໂລກ (GIF) ໄດ້ອະນຸມັດ ບ້ວງເງິນອຸປະຖຳ 1,5 ລ້ານ USD ໜູນຊ່ວຍທະນາຄານໂລກ ແລະ ລັດຖະບານ ຫວຽດນາມ ປະຕິບັດໂຄງການທົດລອງການປະມູນລາຄາໄຟຟ້າແສງຕາເວັນ.
ຍສໝ - ທ່ານ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ເຈີ່ນຕວນແອງ ໄດ້ສະເໜີບັນດາວິສາຫະກິດ UAE ເຂົ້າມາລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມໃນຂົງເຂດຕ່າງໆຄື: ການພັດທະນາພື້ນຖານໂຄງລ່າງດ້ານພະລັງງານ, ການບໍລິການ logistics, ນ້ຳມັນອາຍແກດ, ພະລັງງານຜະລິດຄືນໃໝ່...