ທີ່ວາລະໄຂກອງປະຊຸມສຳມະນາ, ໃນຖານະເປັນປະທານຮ່ວມ ແລະ ຫົວໜ້າຂອງຄະນະຜູ້ແທນ ຫວຽດນາມ, ທ່ານ ຫວູໂຮ່, ຫົວໜ້າກົມອາຊຽນ, ກະຊວງການຕ່າງປະເທດ ໄດ້ແບ່ງປັນກ່ຽວກັບຄວາມສຳຄັນຂອງການຮັກສາ ແລະ ຊຸກຍູ້ການໂອ້ລົມສົນທະນາ, ຮ່ວມມືເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງ ຢູ່ພາກພື້ນ, ໃນນັ້ນມີຄວາມໝັ້ນຄົງທາງທະເລ.
ຍສໝ - ບັນດາພາບຖ່າຍຂອງກ່ຳປັ່ນຫາປາໝາຍເລກ QNg 91327 TS ໂດຍສະແດງໃຫ້ເຫັນຄວາມສະດວກສະບາຍຂອງກ່ຳປັ່ນປອກເຫຼັກ, ເປັນຕົ້ນແມ່ນເມື່ອໄປຫາປາຢູ່ໄກຝັ່ງທະເລ.
ຍສໝ - ທ່ານ ຫງວຽນແທັງຕ່ອງ, ອະດີດຮອງປະທານສະມາຄົມຊາວຫວຽດນາມໄອໄສຢູ່ຝລັ່ງຫາກໍ່ໄດ້ປະຕິບັດສຳເລັດປຶ້ມພາບຖ່າຍ “ທະເລໝູ່ເກາະແຫ່ງບ້ານເກີດເມືອງນອນ”. ປຶ້ມຫົວນີ້ແມ່ນບັນດາຄວາມຊົງຈຳທີ່ບໍ່ອາດລົງລືມໄດ້ກ່ຽວກັບການຢ້ຽມຢາມ, ລະດົມກຳລັງໃຈຂອງທະຫານ ປະຊາຊົນຢູ່ໝູ່ເກາະເຈື່ອງຊາ ແລະ ເຮືອນຮ້ານ DK1 ປີ 2016.
ຍສໝ - ກອງປະຊຸມສະຫຼຸບວຽກງານສົມທົບກັນໂຄສະນາກ່ຽວກັບທະເລໝູ່ເກາະປີ 2020 ຂອງກອງບັນຊາການທະຫານເຮືອເຂດ 1 ກັບຄະນະໂຄສະນາສຶກສາບັນດາແຂວງກ໋ວາງນິງ, ທ໊າຍບິ່ງ, ນາມດິ້ງ, ເງະອານ, ຮືງອຽນ ແລະ ຕວຽນກວາງ.
ຍສໝ - ນີ້ແມ່ນກາລະໂອກາດໃຫ້ບັນດາວິສາຫະກິດ ຫວຽດນາມເຂົ້າຕະຫຼາດລາວ.
ຍສໝ - ມີຄຳເຫັນຫຼາຍຂໍ້ ກໍ່ສະເໜີໃຫ້ອາຊຽນຕ້ອງສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດຄືເຊື່ອມຕໍ່ການເດີນເຮືອ ແລະ ການຄ້າໃນທະເລ, ປົກປັກຮັກສາສິ່ງແວດລ້ອມຢູ່ທະເລ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອ
ຍສໝ - ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ້ຍ, ຫົວໜ້າ ຄະນະຜູ້ຕາງໜ້າຫວຽດນາມຕີລາຄາສູງບັນດາການປະກອບສ່ວນຂອງບັນດາອົງການຈັດຕັ້ງທີ່ຖືກຈັດຕັ້ງຂຶ້ນພາຍໃຕ້ສົນທິສັນຍາໃນການສົ່ງເສີມຄວາມເປັນລະບຽບຮຽບຮ້ອຍທາງທະເລ
ຍສໝ - ທ່ານ Viktor Konstantinov ຮອງສາດສະດາຈານ, ສະຖາບັນການພົວພັນສາກົນ ຂຶ້ນກັບມະຫາວິທະຍາໄລສັງລວມແຫ່ງຊາດ Kiev ຖືວ່າ ບັນດາປະເທດຄວນເຄົາລົບ ແລະ ປະຕິບັດຕາມກົດໝາຍສາກົນ. ຕາມທ່ານ ແລ້ວ, ເຖິງວ່າສານສາກົນ ໄດ້ວາງອອກບັນດາຄຳຕັດສິນຂອງສານໃນປີ 2016 ໃນເຫດການຂອງ ຟີລິບປິນແລ້ວກໍ່ຕາມ, ແຕ່ສະພາບການ ແລະ ຫຼັກໝັ້ນຂອງບັນດາຝ່າຍຢູ່ທະເລຕາເວັນອອກບໍ່ມີການປ່ຽນແປງຫຼາຍປານໃດ.
ຍສໝ - ກອງປະຊຸມໃຫຍ່ໄດ້ປຶກສາຫາລືກຳນົດບັນດາໜ້າທີ່ຕ້ອງສຸມໃສ່ໃນອາຍຸການ 2020 – 2025. ນັ້ນແມ່ນສ້າງສາ ອົງການ, ພັດທະນາກຳລັງຄວາມສາມາດຂອງສະມາຄົມ, ພັດທະນາສະມາຊິກ, ສ້າງປະຊາຄົມລ້ຽງສິນທະເລ ຫວຽດນາມ, ເຂົ້າຮ່ວມການປະກອບສ່ວນເຂົ້າໃນການສ້າງນະໂຍບາຍ ແລະ ປະຕິເສດສັງຄົມ, ຍູ້ແຮງການຮ່ວມມືສາກົນ ແລະ ພັດທະນາຕະຫຼາດ.
ຍສໝ - ບົດລານງານກໍ່ສະເໜີຫວຽດນາມຕ້ອງປະຕິບັດວຽກງານວາງແຜນກຳນົດຢູ່ແຄມທະເລຢ່າງສິ້ນເຊິ່ງໂດຍອີງໃສ່ການໄຈ້ແຍກກ່ຽວກັບຄວາມສ່ຽງເພື່ອແນໃສ່ຮັບປະກັນການເຕີບໂຕ ທີ່ຕ້ອງຄິດໄລ່ເຖິງຄວາມສ່ຽງຈາກໄພທຳມະຊາດ ແລະ ຄວາມອົດທົນ, ບໍ່ປະໃຫ້ເກີດຜົນຕາມຫຼັງ.
ຍສໝ - ລັດຖະບານອິນໂດເນເຊຍເອົາໃຈໃສ່ເປັນພິເສດເຖິງການພົວພັນຄູ່ຮ່ວມມືຍຸດທະສາດ ແລະການຮ່ວມມືຫຼາຍດ້ານກັບຫວຽດນາມ, ສະນັ້ນກະຊວງທະເລ ແລະການປະມົງອິນໂດເນເຊຍປາດຖະໜາຢາກຊຸກຍູ້ ແລະ ນຳການພົວພັນຮ່ວມມືກັບຫວຽດນາມຂຶ້ນສູ່ ລະດັບສູງໃໝ່ ໃນການຫາປາ, ການລ້ຽງປາ ແລະການນຳເຂົ້າ ແລະສົ່ງອອກສິນໃນນ້ຳເພື່ອຜົນປະໂຫຍດຂອງຊາວກະສິກອນ ແລະຊາວປະມົງຂອງສອງປະເທດ
ໃນການຖະແຫຼງຂ່າວນັດສາມັນ ທີ່ຈັດຂຶ້ນໃນຕອນບ່າຍວັນທີ 01 ຕຸລາ ຢູ່ຮ່າໂນ້ຍ, ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ໄດ້ຢັ້ງຢືນກ່ຽວກັບນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ສຳລັບ 2 ໝູ່ເກາະເຈື່ອງຊາ ແລະ ຮວ່າງຊາ ພ້ອມທັງຊົມເຊີຍບັນດາປະເທດ ທີ່ໄດ້ແບ່ງປັນທັດສະນະດັ່ງກ່າວກັບ ຫວຽດນາມ.
ຍສໝ - ຕາມ Rappler ແລ້ວ, ໃນບັນດາຈົດໝາຍທາງການທີ່ໄດ້ສົ່ງໃນວັນທີ 16 ກັນຍາ, 3 ປະເທດເອີລົບ ໄດ້ຢ້ຳເຖິງງໂຄງການຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 ທີ່ໄດ້ກຳນົດຂອບນິຕິກຳເຊິ່ງທຸກການເຄື່ອນໄຫວຢູ່ບັນດາມະຫາສະມຸດ ແລະ ທະເລຕ້ອງປະຕິບັດຕາມ.
ຍສໝ - ທ້າຍຈົດໝາຍ, ບັນດາອົງການໄດ້ຂຽນຢ່າງຈະແຈ້ງວ່າ: “ພວມຂ້າພະເຈົ້າຮຽກຮ້ອງໃຫ້ລັດຖະບານຂອງບັນດາທ່ານສົມທົບກັບອາເມລິກາ, ອົດສະຕາລີ ປະຕິເສດຢ່າງເປັນທາງການບັນດາຄຳທ້ວງສິດຂອງຈີນຢູ່ທະເລຕາເວັນອອກເພື່ອສ້າງພື້ນຖານໃຫ້ແກ່ເຂດມະຫາສະມຸດອິນເດຍ - ປາຊີຟິກ ຢ່າງເສລີ, ເປີດກ້ວາງ ແລະ ປອດໄພ”.
ຍສໝ - ທີ່ການຖະແຫຼງຂ່າວປະຈຳເດືອນ ທີ່ໄດ້ຈັດຕັ້ງໃນຕອນບ່າຍວັນທີ 20 ສິງຫາ, ຢູ່ຮ່າໂນ້ຍ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ໄດ້ຄັດຄ້ານການກະທໍາໃນຫວ່າງມໍ່ໆມານີ້ຂອງ ຈີນ ຢູ່ເຂດໝູ່ເກາະເຈື່ອງຊາ ແລະ ຮວ່າງຊາຂອງຫວຽດນາມ, ພ້ອມທັງຮຽກຮ້ອງໃຫ້ບັນດາຝ່າຍ ຈົ່ງມີການປະກອບສ່ວນຢ່າງມີຄວາມຮັບຜິດຊອບຕໍ່ສັນຕິພາບ, ສະຖຽນລະພາບ ຢູ່ທະເລຕາເວັນອອກ.
ຍສໝ - ວັນທີ 19 ສິງຫາ, ສະຖາບັນການຕ່າງປະເທດພ້ອມກັບຄະນະປະຕິບັດງານ ສະຫະພາບ ເອີລົບ (EU) ປະຈຳ ຮ່າໂນ້ຍ ແລະ ກອງທຶນ Konrad Adenauer Stiftung (KAS) ໄດ້ຈັດຕັ້ງການໂອ້ລົມສົນທະນາດ້ວຍຫົວຂໍ້: "ພັດທະນາທະເລແບບຍືນຍົງ: ແບ່ງປັນທັດສະນະຂອງຫວຽດນາມ ແລະ EU".
ຍສໝ - ທ່ານລັດຖະມົນຕີຕ່າງປະເທດມາເລເຊຍ Hishamuddin Hussein ໄດ້ຢືນຢັນເຖິງຈິດໃຈສາມັກຄີຂອງບັນດາປະເທດສະມາຊິກອາຊຽນທີ່ສວມບົດບາດສໍາຄັນໃນການແກ້ໄຂຂໍ້ຂັດແຍ່ງອະທິປະໄຕຢູ່ທະເລຕາເວັນອອກ.
ຍສໝ - ຫວຽດນາມ ປາດຖະໜາວ່າ ບັນດາປະເທດ ຈະມານະພະຍາຍາມປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ຢູ່ທະເລຕາເວັນອອກ.
ຍສໝ - ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຢັ້ງຢືນວ່າ ອາຊຽນໄດ້ສະແດງຄວາມຕັດສິນໃຈດ້ານການເມືອງຢູ່ລະດັບສູງສຸດ, ຍູ້ແຮງການກະທຳ ແລະ ຮັບມືລວມ ຕາມເນື້ອໃນຈິດໃຈສະໜິດຕິດພັນ ແລະ ເປັນເຈົ້າການຮັບມືຂອງອາຊຽນໃນປີ 2020.
ໃນສື່ສັງຄົມ Twitter ສ່ວນຕົວ, ທ່ານ Mike Pompeo ໄດ້ຢືນຢັນວ່າ: “ອາເມລິກາ ຊົມເຊີຍບັນດາການນຳອາຊຽນ ທີ່ໄດ້ເຫັນດີນຳກັນວ່າ ບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກ ຄວນໄດ້ແກ້ໄຂຕາມກົດໝາຍສາກົນ, ລວມທັງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982).