ຍສໝ - ວັນທີ 1 ພະຈິກ, ສະຖານທູດຫວຽດນາມ ປະຈໍາ ລາຊະອານາຈັກໄທ ໄດ້ຈັດຕັ້ງພິທີຮັບເງິນບໍລິຈາກຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ໄທ ທີ່ສະໜັບສະໜູນພໍ່ແມ່ປະຊາຊົນພາກກາງ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸນໍ້າຖ້ວມ.
ຍສໝ - ສະຖານທູດ ຫວຽດນາມ ປະຈໍາ ມາເລເຊຍ ພ້ອມດ້ວຍປະຊາຄົມຊາວຫວຽດນາມ ອາໄສ ຢູ່ ມາເລເຊຍ ໄດ້ຕັ້ງໜ້າຮຽກຮ້ອງ, ຈັດຕັ້ງການບໍລິຈາກເພື່ອແນໃສ່ຊ່ວຍເຫຼືອພໍ່ແມ່ປະຊາຊົນຢູ່ເຂດພາກກາງ.
ຍສໝ - ເມື່ອບໍ່ດົນມານີ້, ຊຸມຊົນຊາວຫວຽດນາມ ຢູ່ສິງກະໂປ, ໄທ ແລະ ສາທາລະນະລັດເຊັກ ໄດ້ມີຫຼາຍກິດຈະກຳທີ່ມີຄວາມໝາຍ ແລະ ແທດຈິງເພື່ອໜູນຊ່ວຍປະຊາຊົນຢູ່ພາກກາງຫວຽດນາມ ທີ່ຖືກຮັບຜົນສະທ້ອນຈາກໄພນ້ຳຖ້ວມ.
ຍສໝ - ການຢ້ຽມຢາມຊາວຫວຽດນາມທີ່ດຳລົງຊີວິດ ແລະ ດຳເນີນທຸລະກິດຢູ່ແຂວງ Skäne, ຄະນະປະຕິບັດງານໄດ້ມີການພົບປະ ແລະ ເຮັດວຽກກັບຄະນະບໍລິຫານງານສະມາຄົມວັດທະນະທຳ ຫວຽດນາມ ຢູ່ ປະເທດຊູແອດ, ຜູ້ຕາງໜ້າຊາວຫວຽດນາມຢູ່ ບາງແຂວງພາກໃຕ້ຂອງປະເທດຊູແອດ, ຜູ້ຕາງໜ້າບັນດາວິສາຫະກິດຫວຽດນາມຢູ່ບັນດານະຄອນ Malmo, Lund, Helsinborg, Göteborg...
ຍສໝ - ທ່ານ Jiří Koubek ເຈົ້າຄອງນະຄອນ Prague-Libuš ໃຫ້ຮູ້ວ່າການເຄື່ອນໄຫວຂອງປະຊາຄົມຊາວຫວຽດນາມໃນ 4 ເດືອນຜ່ານມາໄດ້ຮັບການຕີລາຄາສູງຈາກປະທານາທິບໍດີເຊັກ.
ຍສໝ - ຕໍ່ໜ້າສະພາບການລະບາດ ຢ່າງສັບສົນ ຂອງ ໂລກລະບາດ COVID-19 ໃນທົ່ວໂລກ, ໂດຍສະເພາະຢູ່ອາເມລິກາເໜືອ, ລັດຖະບານຫວຽດນາມ ໄດ້ມອບຜ້າອັດປາກ 50.000 ອັນ ໃຫ້ແກ່ປະຊາຄົມຊາວຫວຽດນາມຢູ່ການາດາ.
ຍສໝ - ທ່ານຮອງລັດຖະມົນຕີ ໄດ້ຕີລາຄາສູງຕໍ່ການສະໜັບສະໜູນ ແລະ ບັນດາການເຄື່ອນໄຫວທີ່ມີຄວາມໝາຍ ຕໍ່ບ້ານເກີດເມືອງນອນຂອງສູນພຸດທະສາສະໜາ ຫວຽດນາມ ແລະ ສະມາຄົມພຸດທະສາສະໜາ ຫວຽດນາມ ຢູ່ ສ. ເກົາຫຼີ ສຳລັບຊາວຫວຽດນາມຢູ່ຕ່າງປະເທດ.
ຍສໝ - ບັນດາຄວາມມານະພະຍາຍາມໃນການສະໜັບສະໜູນ ຊຸມຊົນ ແລະ ປົກປ້ອງພົນລະເມືອງຂອງອົງການຜູ້ຕາງໜ້າດ້ານການທູດຫວຽດນາມຢູ່ສະວິດເຊີແລນ ໄດ້ເພີ່ມທະວີຄວາມສາມັກຄີ ແລະ ສົ່ງເສີມປະຊາຄົມຊາວຫວຽດນາມ ເພື່ອໃຫ້ມີການປະກອບສ່ວນຫຼາຍກວ່າເກົ່າໃນການພັດທະນາປະເທດຊາດ.
ຍສໝ - ເມື່ອບໍ່ດົນມານີ້, ທ່ານນາງ ບຸ່ຍທູມີງ ແລະ ທ່ານ Frank ດີ້ງເຈືອງ ຕາງໜ້າໃຫ້ຄະນະການຈັດຕັ້ງໂຄງການໄດ້ມອບສັນຍາລັກຂອງຜ້າອັດປາກ 100.000 ອັນ ທີ່ເປັນຂອງຂວັນຈາກປະຊາຄົມຊາວຫວຽດນາມຢູ່ເຢຍລະມັນມອບໃຫ້ແກ່ປະຊາຊົນເຢຍລະມັນ ສຳລັບ ອັງການຈັດຕັ້ງ WUS (ບໍລິການມະຫາວິທະຍາໄລໂລກ) ຢູ່ Wiesbaden.
ຍສໝ - ນັບຕັ້ງແຕ່ສາທາລະນະລັດເຊັກພົບເຫັນການຕິດເຊື້ອ COVID-19 ເປັນຄັ້ງທຳອິດ, ປະຊາຄົມຊາວຫວຽດນາມຢູ່ທີ່ນີ້ໄດ້ ປຸກລະດົມການເຄື່ອນໄຫວຕັດຫຍິບຜ້າອັດປາກ, ບໍລິຈາກເງິນເພື່ອໜູນຊ່ວຍໂຮງໝໍ ແລະ ສະໜອງອາຫານຫວ່າງ ແລະເຄື່ອງດື່ມໂດຍບໍ່ເສຍຄ່າ... ສຳລັບອົງການເຈົ້າໜ້າທີ່ປະຈໍາຖິ່ນ.
ຍສໝ - ເມື່ອບໍ່ດົນມານີ້, ຊຸມຊົນຊາວຫວຽດນາມ ຢູ່ ເມືອງ Irkutsk ໄດ້ມອບຜ້າອັດປາກທີ່ສາມາດນຳໃຊ້ໄດ້ຄືນ ຈຳນວນ 4000 ອັນ ໃຫ້ຫ້ອງການບໍລິຫານງານຂະບວນການອາສາສະໝັກ "ພວກເຮົາຮ່ວມກັນ" ຂອງແຂວງ Irkutsk, ລັດເຊຍ.
ຍສໝ - ເມື່ອບໍ່ດົນມານີ້, ທ່ານ Balcerowski ເຈົ້າຄອງເມືອງ Thale (ເຢຍລະມັນ), ໄດ້ສົ່ງຄຳ ຂອບອົກຂອບໃຈຢ່າງຈິງໃຈມາຍັງຊຸມຊົນຊາວຫວຽດນາມ ຢູ່ ເຂດ Harz ທີ່ໄດ້ປະກອບສ່ວນຊ່ວຍເຫຼືອປະຊາຊົນໃນເມືອງໃນການຕັດຫຍິບຜ້າອັດປາກເພື່ອຕ້ານ COVID-19.
ຍສໝ - ຕໍ່ໜ້າສະພາບການແຜ່ລະບາດຂອງ COVID-19 ໃນສະຫະລັດອາເມລິກາ, ປະຊາຄົມຊາວຫວຽດນາມ ຢູ່ ສະຫະລັດອາເມລິກາ ກໍ່ໄດ້ປະກອບສ່ວນ ຢ່າງສຸດຄວາມສາມາດໃນການປ້ອງກັນການລະບາດຂອງພະຍາດດັ່ງກ່າວໂດຍການກະທຳຕົວຈິງ.
ຍສໝ - ຜ່ານການເຄື່ອນໄຫວຂອງບັນດາສະມາຄົມ, ພິເສດແມ່ນການສະໜັບສະໜູນ ຈາກສະຖານທູດຫວຽດນາມປະຈຳຍີ່ປຸ່ນ, ປະຊາຄົມຊາວຫວຽດນາມ ຢູ່ທີ່ນີ້ ໄດ້ປະຕິບັດການປ້ອງກັນ ແລະ ຄວບຄຸມ COVID-19 ເປັນຢ່າງດີ.
ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງຈົດໝາຍສະແດງຄວາມຂອບອົກຂອບໃຈ ຕໍ່ການສະໜັບສະໜູນອັນລ້ຳຄ່າ ແລະ ແທດກັບຕົວຈິງ, ທັງດ້ານວັດຖຸ ແລະ ຈິດໃຈຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຕ່າງປະເທດ ໃນວຽກງານການປ້ອງກັນ ແລະ ຄວບຄຸມພະຍາດ Covid-19 ພາຍໃນປະເທດ ໃນຊ່ວງແລ້ວນີ້.
ຍສໝ - ພາຍໃນອາທິດໜຶ່ງ, ປະຊາຄົມຊາວຫວຽດນາມ ຢູ່ຮຸງກາຣີ ໄດ້ບໍລິຈາກເງິນຈຳນວນ 22.000 ເອີໂຣ. ຈຳນວນເງິນດັ່ງກ່າວ ໄດ້ນຳໃຊ້ ຊື້ຜ້າອັດປາກ, ຖົງມື, ນໍ້າຢາຂ້າເຊື້ອແມ່ພະຍາດ ເພື່ອສະໜັບສະໜູນໂຮງໝໍ 2 ແຫ່ງ ທີ່ປິ່ນປົວຄົນເຈັບຕິດແປດພະຍາດ Covid-19 ຂອງປະເທດຮັງກາຣີ.
ຍສໝ - ເມື່ອບໍ່ດົນມານີ້, ທີ່ນະຄອນຫຼວງວຽງຈັນ, ໂຮງຮຽນ 2 ພາສາລາວ-ຫວຽດນາມຫງວຽນຢູ ໄດ້ສົມທົບກັບສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ຈັດຕັ້ງພິທີຕອບບຸນແທນຄຸນຄູອາຈານລຸ້ນຕ່າງໆຂອງໂຮງຮຽນ.
ຍສໝ - ໃນວັນທີ 27 ກໍລະກົດ, ທີ່ວັດເຟິດຕິກ, ນະຄອນຫຼວງວຽງຈັນ, ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ໄດ້ຈັດຕັ້ງພິທີສູດສັກອະນິດຈາໃຫ້ແກ່ດວງວິນຍານບັນດານັກວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ.
ຍສໝ - ໃນຕອນບ່າຍຂອງວັນທີ 20 ພຶດສະພາ 2019, ຄະນະຜູ້ແທນກະຊວງການຕ່າງປະເທດຫວຽດນາມໄດ້ມີການເຮັດວຽກກັບຄະນະຕິດຕໍ່ພົວພັນຊາວລາວ ອາໄສຢູ່ຕ່າງປະເທດ ທີ່ສຳນັກງານກະຊວງການຕ່າງປະເທດລາວ, ນະຄອນຫຼວງວຽງຈັນ.
ຍສໝ - ຄະນະໃຫ້ຄໍາປຶກສາດ້ານກົດໝາຍໃຫ້ແກ່ປະຊາຄົມຊາວຫວຽດນາມ ອາໄສ ຢູ່ ສປປ ລາວ ຫາກໍໄດ້ສ້າງຕັ້ງຂຶ້ນ ໂດຍ ປະຊາຄົມຊາວຫວຽດນາມທີ່ອາໄສ ຢູ່ ນະຄອນຫຼວງວຽງຈັນ ສປປ ລາວ ມີໜ້າທີ່ໜູນຊ່ວຍດ້ານກົດໝາຍໃຫ້ແກ່ຊາວຫວຽດນາມ ອາໄສຢູ່ ສປປ ລາວ ໃນກໍລະນີເກີດອຸບັດຕິເຫດ, ເຈັບເປັນ, ເສຍຊິວີດ, ປະກອບເອກະສານຂໍອະນຸຍາດພັກເຊົາ, ເຮັດວຽກ, ດໍາເນີນທຸລະກິດ... ທີ່ ສປປ ລາວ.