ຍສມ - ອີງຕາມການປະກາດຫຼ້າສຸດຂອງກະຊວງສາທາລະນະສຸກ ສປປ.ລາວ ໃຫ້ຮູ່ວ່າມາຮອດປະຈຸບັນ, ໃນປະເທດລາວມີຜູ້ຕິດເຊື້ອໄວຣັດ Covid ທັງໝົດເປັນ 10 ຄົນແລ້ວ. ລັດຖະບານ ສປປ.ລາວ ໄດ້ຕັດສິນໃຈປິດໂຮງໝໍເອກະຊົນທັງໝົດ, ເພື່ອສະກັດກັ້ນຄວາມສ່ຽງຕໍ່ການຕິດພະຍາດ.
ຍສໝ - ເຖິງວ່າຖືກຜົນສະທ້ອນຍ້ອນເຊື້ອພະຍາດໂຄວິດ - 19 ໃນຕະຫຼາດການເງິນທົ່ວໂລກກໍ່ຕາມ, ແຕ່ພື້ນຖານເສດຖະກິດຫວຽດນາມຍັງມີຄວາມໝັ້ນຄົງເປັນການຊົ່ວຄາວຕໍ່ຜົນສະທ້ອນຈາກພາຍນອກໃນຊຸມເດືອນຕົ້ນ ປີ 2020.
ຍສໝ - ນັບແຕ່ວັນທີ 1 ເມສາ, ລັດຖະບານ ຫວຽດນາມ ໄດ້ຢຸດຕິຄົນເຂົ້າເມືອງຊົ່ວຂາວສໍາລັບບັນດາບຸກຄົນທີ່ບັນດາດ່ານຊາຍແດນສະກົນ ແລະ ດ່ານຊາຍແດນປະເພນີ ຢູ່ເຂດຊາຍແດນຫວຽດນາມ - ກຳປູເຈຍ ແລະ ຫວຽດນາມ - ລາວ.
ຍສໝ - ອຳນາດການປົກຄອງ ແຂວງຮ່າຢາງ (ກຽນຢາງ) ໄດ້ມອບນໍ້າຢາລ້າງມືຂ້າເຊື້ອແມ່ພະຍາດຈຳນວນ 100 ແກັດ ແລະ ຜ້າປິດປາກ 5.500 ຜືນ ໃຫ້ແກ່ທະຫານຊາຍແດນກໍາປູເຈຍ.
ຍສໝ - ວັນທີ 31 ມີນາ, ກອງປະຊຸມທາງອອນໄລຄັ້ງທຳອິດ ຂອງກຸ່ມປະຕິບັດງານຂຶ້ນກັບສະພາປະສານງານ ອາຊຽນ ວ່າດ້ວຍການຮັບມືຕໍ່ບັນດາສະຖານະການສຸກເສີນ ດ້ານສາທາລະນະສຸກໄດ້ເກີດຂື້ນ.
ຍສໝ - ຕອນບ່າຍວັນທີ 30 ມີນາ, ກະຊວງສາທາລະນະສຸກ ສປປ.ລາວ ຢືນຢັນວ່າ ປະເທດນີ້ໄດ້ບັນທຶກກໍລະນີຕິດເຊື້ອໄວຣັດ Covid - 19 ເພີ່ມຂຶ້ນອີກ 1 ຄົນ, ເຊິ່ງເຮັດໃຫ້ຈຳນວນຜູ້ຕິດເຊື້ອທັງໝົດ ຢູ່ລາວ ເປັນ 9 ຄົນແລ້ວ.
ຍສໝ - ໃນວັນທີ 30 ມີນານີ້ ວ່າ: ຍອດຜູ້ຕິດເຊື້ອພະຍາດ ໂຄວິດ-19 ທົ່ວໂລກ ເພີ່ມຂຶ້ນ 720.117 ຄົນ ແລະ ຍອດຜູ້ເສຍຊີວິດ ທົ່ວໂລກ ຢູ່ທີ່ 33.925 ຄົນ ໃນນີ້ີ້ ສ.ອາເມລິກາ ມີຍອດ ຜູ້ຕິດເຊື້ອ ສູງເຖິງ 140.886 ຄົນ, ຮອງລົງມາແມ່ນ ອີຕາລີ 97.689 ຄົນ, ຈີນ 82.122 ຄົນ, ແອັດສະປາຍ 80.110 ຄົນ ແລະ ເຢຍລະມັນ 62.095 ຄົນ.
ຍສໝ - ສໍານັກຂ່າວສານ Sputnik ຄັດສະເໜີຂໍ້ມູນຂ່າວຈາກໜັງສືພິມ The New York Times ຂອງອາເມລິກາ ຕີລາຄາວ່າ ຫວຽດນາມໄດ້ມີຄວາມມານະພະຍາຍາມສຳເລັດຜົນຮັບປະກັນອັດຕາສ່ວນຜູ້ຕິດພະຍາດ Covid-19 ຢູ່ລະດັບຕໍ່າ.
ໄລ່ມາຮອດຕອນເຊົ້າວັນທີ 29 ມີນາ, ຫວຽດນາມ ໄດ້ຢັ້ງຢືນມີ 179 ກໍລະນີຕິດເຊື້ອພະຍາດໂຄວິດ - 19, ໃນນັ້ນ, ມີ 21 ກໍລະນີໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ໄດ້ອອກໂຮງໝໍແລ້ວ.
ຍສໝ - ທ່ານ ບຸ່ຍແທັງເຊີນ ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ ຢັ້ງຢືນວ່າ ລັດຖະບານຫວຽດນາມ ຖືການປ້ອງກັນ, ຕ້ານ ແລະຄວບຄຸມເຊື້ອພະຍາດເປັນບູລິມະສິດສູງສຸດໃນປະຈຸບັນ.
ຍສໝ - ໂດຍປະເຊີນໜ້າກັບສະພາບເສດຖະກິດທີ່ບໍ່ດີ ໂດຍເກີດຈາກການລະບາດຂອງ Covid-19, ລັດຖະບານ ສປປ.ລາວ ໄດ້ນຳໃຊ້ຫຼາຍມາດຕະການທາງດ້ານເສດຖະກິດໃນການຊຸກຍູ້ຜະລິດສິນຄ້າພາຍໃນປະເທດ ເພື່ອທົດແທນສິນຄ້າທີ່ນຳເຂົ້າໃນເມື່ອກ່ອນເຊັ່ນ: ຫຼຸດຜ່ອນອັດຕາດອກເບ້ຍເງິນກູ້, ໃຫ້ຄວາມບຸລິມະສິດແກ່ວິສາຫະກິດຂະໜາດນ້ອຍ ແລະ ກາງ.
ເຊິ່ງຜູ້ຕິດເຊື້ອໃໝ່ 2 ຄົນນີ້ ເປັນເພດຍິງ 1 ຄົນ ອາຍຸ 50 ປີ, ສັນຊາດ: ລາວ, ບ້ານວິຊຸນ, ນະຄອນຫລວງພະບາງ, ແຂວງຫລວງພະບາງ, ເຊິ່ງເປັນເມຍ ຜູ້ຕິດເຊື້ອ ທີ່ເປັນຄົນຂັບລົດໃຫ້ແກ່ກຸ່ມທ່ອງທີ່ລາຍງານ ໄປໃນກ່ອນໜ້ານີ້ ແລະ ເພດຊາຍ 1 ຄົນ ອາຍຸ 18 ປີ, ບ້ານ ດອນນົກຂຸ້ມ, ເມືອງ ສີສັດຕະນາກ, ນະຄອນຫລວງວຽງຈັນ ເປັນພະນັກງານໍລິສັດ DHL, ບຸກຄົນນີ້ສໍາພັດໃກ້ຊິດ ກັບຜູ້ຕິດເຊື້ອ ທີ່ເປັນນັກທຸລະກິດ.
ຍສໝ - ເພື່ອຄວບຄຸມສະພາບພະຍາດ COVID-19, ແຂວງກວາງນາມ ໄດ້ຕັ້ງ ປ້ອມ 15 ປ້ອມ ເພື່ອກວດກາ, ຄວບຄຸມຊາຍແດນຫວຽດນາມ - ລາວ.
ຕອນບ່າຍຂອງວັນທີ 28 ມີນາ ນີ້, ກະຊວງສາທາລະນະສຸກ ປະເທດລາວໄດ້ບັນທຶກຜູ້ຕິດເຊື້ອໄວຣັດ Covid - 19 ຢູ່ ລາວ ເພີ່ມຂຶ້ນເປັນ ເພີ່ມອີກ 2 ຄົນ. ມາຮອດປະຈຸບັນ, ປະເທດລາວມີຜູ້ປ່ວຍ 8 ຄົນຕິດເຊື້ອໂລກລະບາດ.
ຍສໝ - ໄລ່ຮອດເວລາ 7 ໂມງ 45 ນາທີຂອງວັນທີ 28 ມີນາ (ຕາມເວລາຫວຽດນາມ”, ໃນທົ່ວໂລກມີຜູ້ຕິດເຊື້ອພະຍາດ ໂຄວິດ - 19 ຈຳນວນ 594.377 ຄົນ ແລະ 27.250 ຄົນເສຍຊີວິດ.
ຍສໝ - ພ້ອມດ້ວຍອຸປະກອນທີ່ທັນສະໄໝ ແລະ ກ້າວໜ້າ, ໂຮງໝໍ ມິດຕະພາບ, ນະຄອນຫຼວງວຽງຈັນ ແມ່ນ ໜຶ່ງໃນສະຖານທີ່ທາງການແພດ ທີ່ໄດ້ຮັບການແຕ່ງຕັ້ງ ເພື່ອຮັບເອົາຄົນປ່ວຍຕິດ ໄວຣັດ Covid-19 ຢູ່ ສປປ.ລາວ.
ຍສໝ - ເລີ່ມແຕ່ວັນທີ 26 ມີນາຈົນເຖິງວັນທີ 31 ມີນາ, ສະໜາມບິນ ໂນ້ຍບ່າຍ (ຮ່າໂນ້ຍ) ຈະບໍ່ຍອມຮັບເອົາຖ້ຽວບິນສາກົນສຳລັບສາຍການບິນ ຂົນສົ່ງຊາວຫວຽດນາມ ຈາກຕ່າງປະເທດ.
ຍສໝ - ວັນທີ 26 ມີນາ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ລາວ ໄດ້ປະກາດວ່າ ປະເທດລາວ ກຳລັງປະເຊີນກັບສະຖານະການສຸກເສີນ, ຍ້ອນການກວດພົບການລະບາດ Covid-19 ໃນທົ່ວປະເທດ.
ຍສໝ - ທ່ານ ສຈ. Carl Thayer ສັງກັດຢູ່ມະຫາວິທະຍາໄລ New South Wales (ອົດສະຕາລີ) ໄດ້ຕີລາຄາສູງກໍາລັງຄວາມສາມາດຂອງລັດຖະບານຫວຽດນາມ ໃນວຽກງານປ້ອງກັນ ແລະຕ້ານໂລກພະຍາດ Covid-19.
ຍສໝ - ເມື່ອບໍ່ດົນມານິ້, ຄະນະກໍາມະການປະຊາຊົນແຂວງດ້ຽນບຽນ ມີໜັງສືທາງການເລກທີ 789 ທີ່ແຈ້ງກ່ຽວກັບການປິດຊົ່ວຄາວດ່ານທັງໝົດຢູ່ເຂດຊາຍແດນ ຫວຽດນາມ-ລາວ ເພື່ອຫຼຸດຜ່ອນຄວາມສ່ຽງຕິດແປດ ແລະສະກັດກັ້ນການແຜ່ລະບາດຂອງໂລກພະຍາດ COVID-19.