ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້ຜູ້​ແທນ​ຊາວ​​ເຜົ່າ​ສ່ວນ​ໜ້ອຍ​ເຂົ້າ​ຮ່ວມ​ສະ​ພາ​ແຫ່ງ​ຊາດ

ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້ຜູ້​ແທນ​ຊາວ​​ເຜົ່າ​ສ່ວນ​ໜ້ອຍ​ເຂົ້າ​ຮ່ວມ​ສະ​ພາ​ແຫ່ງ​ຊາດ

ວັນທີ 23 ພຶດສະພາ, ຢູ່ ຫວຽດນາມ ຈະດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV, ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026. ເພື່ອຮັບປະກັນຈຳນວນ ແລະ ຄຸນນະພາບ ຂອງບັນດາຜູ້ສະໝັກຮັກເລືອກຕັ້ງ ແມ່ນຊາວຊົນເຜົ່າສ່ວນໜ້ອຍ ໃນສະພາແຫ່ງຊາດ ຊຸດທີ XV, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ຂອງ ຫວຽດນາມ ໄດ້ ແລະ ພວມສ້າງເງື່ອນໄຂສະດວກໃຫ້ແກ່ບັນດາຜູ້ສະໝັກຮັບເລືອກຕັ້ງ ໃນວິວັດການສະໝັກຮັບເລືອກຕັ້ງກໍ່ຄືເສີມຂະຫຍາຍກຳລັງຄວາມສາມາດຂອງຕົນ ໃນການຂົນຂວາຍເລືອກຕັ້ງ.

ແຂວງ​ ເຊີນ​ລາ ຖື​ວຽກ​ງານ​ໂຄ​ສະ​ນາ​ການ​ເລືອກ​ຕັ້ງ ​ດ້ວ​ຍ​ພາ​ສາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ

ແຂວງ​ ເຊີນ​ລາ ຖື​ວຽກ​ງານ​ໂຄ​ສະ​ນາ​ການ​ເລືອກ​ຕັ້ງ ​ດ້ວ​ຍ​ພາ​ສາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ

ດ້ວຍຈຳນວນຊາວຊົນເຜົ່າສ່ວນໜ້ອຍກວມອັດຕາສ່ວນເຖິງ 80% ປະຊາກອນທົ່ວແຂວງ ນັ້ນ, ແຂວງ ເຊີນລາ ໄດ້ ແລະ ພວມຖືວຽກງານໂຄສະນາການເລືອກຕັ້ງດ້ວຍພາສາຊົນເຜົ່າສ່ວນໜ້ອຍເປັນສຳຄັນ, ເພື່ອໃຫ້ ປຊຊ ເຂົ້າໃຈ ແລະ ມີຄວາມຮັບຮູ້ຢ່າງຈະແຈ້ງ ກ່ຽວກັບຄວາມໝາຍ, ຄວາມສຳຄັນຂອງວຽກງານການເລືອກຕັ້ງ, ຈາກນັ້ນ ຈະຕັ້ງໜ້າເຂົ້າຮ່ວມ, ປະກອບສ່ວນເຮັດໃຫ້ວັນບຸນໃຫ່ຍຄັ້ງທີ່ຈະມາເຖິງນີ້ປະສົບຜົນສຳເລັດ.

ຮີດ​ຄອງ​ເພ​ນີຕ້ອນ​ຮັບ​ບຸນ​ເຕັດ​ຂອງ​ບັນ​ດາ​ຊົນ​ເຜົ່າ​ຢູ່​ໄຕ​ບັກ

ຮີດ​ຄອງ​ເພ​ນີຕ້ອນ​ຮັບ​ບຸນ​ເຕັດ​ຂອງ​ບັນ​ດາ​ຊົນ​ເຜົ່າ​ຢູ່​ໄຕ​ບັກ

ບຸນປີໃໝ່ມີຄວາມສຳຄັນທີ່ສຸດສຳລັບຊາວຫວຽດ ເມື່ອບຸນເຕັດວຽນມາ, ທຸກຄົນ ທຸກຄອບຄົວ ໄດ້ເຕົ້າໂຮມກັນດ້ວຍຄວາມອົບອຸ່ນ. ຄຽງຄູ່ກັນນັ້ນ, ບັນດາຮີດຄອງປະເພນີໃນຊຸມມື້ບຸນເຕັດປະຈຳຊາດຫວຽດນາມ ກໍ່ມີຄວາມສຳຄັນຍິ່ງ ແລະ ຮີດຄອງປະເພນີໃນການຕ້ອນຮັບບຸນເຕັດຂອງແຕ່ລະຊົນເຜົ່າ ກໍ່ມີຈຸດເອກະລັກສະເພາະ ຊື່ງໄດ້ສ້າງເປັນສີສັນວັດທະນະທຳພິເສດສະເພາະ ໃນປະຊາຄົມບັນດາເຜົ່າຫວຽດນາມ ໃນຄວາມຫຼາກຫຼາຍກ່ຽວກັບຮີດຄອງປະເພນີ ໃນການຕອ້ນຮັບບຸນເຕັດຂອງບັນດາເຜົ່າອ້າຍນ້ອງ.

ງານ​ບຸນ​ປະ­ເພ­ນີ​ເຜົ່າ​ກະ​ຕູ ຢູ່ແຂວງເຊກອງ ຂອງລາວ

ງານ​ບຸນ​ປະ­ເພ­ນີ​ເຜົ່າ​ກະ​ຕູ ຢູ່ແຂວງເຊກອງ ຂອງລາວ

ເຊ​ກອງ ເປັນ​ໜຶ່ງ​ໃນ 4 ແຂວງ​ພາກ​ໃຕ້​ລາວ​ທີ່​ປະ­ຊາ­ຊົນ​ບັນດາ​ເຜົ່າ​ຍັງ​ຄົງ​ອະ­ນຸ­ລັກ ແລະ ສົ່ງເສີມ​ປະ­ເພ­ນີ​ວັດ­ທະ­ນະ­ທຳ​ຊົນ­ເຜົ່າ ຕົນ​ໄດ້​ເປັນ​ຢ່າງ​ດີ​ເຊິ່ງ​ເມື່ອ​ໃດ​ເຖິງ ມື້​ເຖິງ​ຍາມ​ຊາວ­ບ້ານ​ກໍ​ຈະ​ຈັດ​ກິດ ຈະ​ກຳ​ສະ­ເຫລີມ­ສະ­ຫລອງ​ບຸນ​ຂອງ ຕົນ​ຂຶ້ນ​ມາ​ຢ່າງ​ຄຶກ­ຄັກເໝືອນ​ດັ່ງ ເມື່ອ​ກາງ​ເດືອນ​ກຸມ­ພາ​ນີ້​ບ້ານ​ອາຮັງ​ເມືອງ​ທ່າ​ແຕງ ເຊິ່ງ​ເປັນ​ເຜົ່າ​ກະ​ຕູ ໄດ້​ຈັດ​ບຸນ​ປະ­ເພ­ນີ​ເດືອນ 3ໂດຍ​ໄດ້ເຊີນ​ຊາວ­ບ້ານ​ກັນ​ດອນ ແລະ ໜອງກັນ​ມາ​ຮ່ວມ​ມ່ວນ­ຊື່ນ ແລະ ສືບທອດ​ປະ­ເພ­ນີ​ອັນ​ດີ­ງາມ​ນີ້​ໄວ້.