ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້ໄປຢ້ຽມຢາມວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບ ປະຊາຊົນລາວ

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້ໄປຢ້ຽມຢາມວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບ ປະຊາຊົນລາວ

ຍສໝ - ຕາມຜູ້ຕາງໜ້າ​ພິ​ເສດ​ຂອງ​ສຳ​ນັກ​ຂ່າວສານ ​ຫວຽດ​ນາມ, ໃນ​ຂອບ​ເຂດ​ໄປປະຕິບັດງານ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຂັ້ນສຸງສະ​ພາ​ແຫ່ງ​ຊາດ 3 ປະ​ເທດ ກຳ​ປູ​ເຈຍ - ລາວ - ຫວຽດນາມ , ​ຢ້ຽມ​ຢາມ​ ແລະ ເຮັດ​ວຽກ​ຢູ່ ລາວ, ຕອນ​ບ່າຍ​ວັນ​ທີ 5 ທັນວາ, ຢູ່​ນະຄອນຫຼວງ​ວຽງ​ຈັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້ໄປຢ້ຽມຢາມວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບ ປະຊາຊົນລາວ.

ປະທານສະພາແຫ່ງຊາດຫວຽດນາມ ຮັບໜ້າທີ່ທີ່ສຳຄັນເປັນເຈົ້າພາບຈັດກອງປະຊຸມສຸດຍອດສະພາແຫ່ງຊາດສາມປະເທດ CLV ຄັ້ງທີ 2

ປະທານສະພາແຫ່ງຊາດຫວຽດນາມ ຮັບໜ້າທີ່ທີ່ສຳຄັນເປັນເຈົ້າພາບຈັດກອງປະຊຸມສຸດຍອດສະພາແຫ່ງຊາດສາມປະເທດ CLV ຄັ້ງທີ 2

ຍສໝ - ທີ່ພິທີປິດ, ຕາງໜ້າສະພາແຫ່ງຊາດຫວຽດນາມ, ສະຫາຍປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຮັບໜ້າທີ່ສຳຄັນໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດສະພາແຫ່ງຊາດ ສາມປະເທດ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 2 ຄາດວ່າຈະຈັດຂຶ້ນໃນປີ 2025 ຈາກສະພາແຫ່ງຊາດລາວ.

ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ໄດ້ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ໄທ ໃນທຸກຂົງເຂດຢ່າງມີປະສິດທິຜົນ

ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ໄດ້ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ໄທ ໃນທຸກຂົງເຂດຢ່າງມີປະສິດທິຜົນ

ຍສໝ - ເນື່ອງ​ໃນ​ໂອກາດ​ທີ່​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ເວືອງດິ່ງເຫວະ ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄປ​ຢ້ຽມຢາມ​ໄທ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 7-10 ທັນວາ, ທ່ານ​ນາງຮອງ​ຫົວໜ້າ​ກຳມາ​ທິການ​ການ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ ເລທູຮ່າ ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບ ຄວາມ​ໝາຍ​ຂອງ​ການ​ຢ້ຽມ​ຢາມ​ໄທ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງດິ່ງເຫວະ.

ປະທານສະພາແຫ່ງຊາດ ຫວຽດນາມ ແລະລາວ ເຂົ້າຮ່ວມການພົບປະກັບນັກສຶກສາລາວ ແລະຄູອາຈານຂອງໂຮງຮຽນມິດຕະພາບ T78 ລຸ້ນຕ່າງໆ

ປະທານສະພາແຫ່ງຊາດ ຫວຽດນາມ ແລະລາວ ເຂົ້າຮ່ວມການພົບປະກັບນັກສຶກສາລາວ ແລະຄູອາຈານຂອງໂຮງຮຽນມິດຕະພາບ T78 ລຸ້ນຕ່າງໆ

ຍສໝ - ປະທານສະພາແຫ່ງຊາດສອງທ່ານ ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ ແລະຕື້ນຕັນໃຈເມື່ອໄດ້ພົບປະກັບບັນດານັກສຶກສາລາວ ລຸ້ນຕ່າງໆ, ເຊິ່ງເປັນອະດີດການນຳ ແລະພະນັກງານຂັ້ນສູງຂອງລາວ ທີ່ເຄີຍຮຽນຢູ່ໂຮງຮຽນມິດຕະພາບ T78 ໂດຍເປັນໂຮງຮຽນທີ່ກໍ່ສ້າງນັກສຶກສາລາວ ເປັນຈຳນວນຫຼວງຫຼາຍໃນປະຫວັດສາດ.

ກົນໄກປະສານງານເພື່ອປຶກສາຫາລືວິທີ ຊ່ວຍໃຫ້ສະພາແຫ່ງຊາດຫວຽດນາມ - ລາວ - ກຳປູເຈຍ ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ

ກົນໄກປະສານງານເພື່ອປຶກສາຫາລືວິທີ ຊ່ວຍໃຫ້ສະພາແຫ່ງຊາດຫວຽດນາມ - ລາວ - ກຳປູເຈຍ ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ

ຍສໝ - ໃນ​ຊຸມ​ມື້​ຈະ​ມາ​ເຖິງ, ຢູ່​ນະຄອນຫຼວງ​ວຽງ​ຈັນ, ສປປ ລາວ ຈະ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ທຳ​ອິດ​ຂອງ​ສະພາ​ແຫ່ງ​ຊາດ​ຂອງ 3 ປະ​ເທດ ກຳປູ​ເຈຍ - ລາວ - ຫວຽດນາມ (CLV). ນີ້​ແມ່ນ​ເຫດການ​ສຳຄັນ​ແລະ​ປະຫວັດສາດ​ທີ່​ສຸດ​ໃນ​ການ​ພົວພັນ​ລະຫວ່າງ​ສະພາ​ແຫ່ງ​ຊາດ 3 ປະ​ເທດ.

ເພີ່ມທະວີການຮ່ວມມືລະຫວ່າງຄະນະເລຂາທິການ ສະພາແຫ່ງຊາດ ຫວຽດນາມ ແລະ ລາວ

ເພີ່ມທະວີການຮ່ວມມືລະຫວ່າງຄະນະເລຂາທິການ ສະພາແຫ່ງຊາດ ຫວຽດນາມ ແລະ ລາວ

ຍສໝ - ຕາມ​ຜູ້ຕາງໜ້າຂອງ​ສຳ​ນັກ​ຂ່າວສານ ​ຫວຽດ​ນາມ, ຕອນ​ເຊົ້າ​ວັນ​ທີ 5 ທັນວາ, ຢູ່​ນະຄອນຫຼວງ​ ວຽງ​ຈັນ, ເນື່ອງ​ໃນ​ໂອກາດ​ຢ້ຽມຢາມ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດ​ນາມ ເຫວືອງດິງເຫ້ວ, ​ທ່ານເລຂາທິການ​ສະພາ​ແຫ່ງ​ຊາດ, ຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ບຸ່ຍວັນເກື່ອງ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ເລຂາທິການ​​ສະພາ​ແຫ່ງ​ຊາດລາວ ນາງ ປິ່ງຄຳ ລາຊະສິມມາ.

ປະທານສະພາແຫ່ງຊາດ ຫວຽດນາມ ຢ້ຽມຢາມສູນເຕັກນິກການບິນ Vietjet ຢູ່ລາວ

ປະທານສະພາແຫ່ງຊາດ ຫວຽດນາມ ຢ້ຽມຢາມສູນເຕັກນິກການບິນ Vietjet ຢູ່ລາວ

ຍສໝ - ຕອນ​ບ່າຍ​ວັນ​ທີ 4 ທັນວາ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຫວືອງດິງເຫ້ວ ໄດ້​ໄປ​ຢ້ຽມ​ຢາມ​ສູນ​ວິ​ຊາ​ການ​ຮ່ວມ​ມື​ດ້ານ​ເຕັກ​ໂນ​ໂລ​ຊີ​ເຮືອ​ບິນ​ລະ​ຫວ່າງ Vietjet ແລະ Lao Airlines.

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ພົບປະກັບປະຊາຄົມຊາວ ຫວຽດນາມ ຢູ່ ລາວ

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ພົບປະກັບປະຊາຄົມຊາວ ຫວຽດນາມ ຢູ່ ລາວ

ຍສໝ - ຕາມ​ຜູ້ຕາງໜ້າພິ​ເສດ​ຂອງ​ສຳ​ນັກ​ຂ່າວ ​ຫວຽດ​ນາມ ແລ້ວ, ໃນ​ຂອບ​ເຂດ​ໄປປະຕິບັດງານ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຂັ້ນສຸງສະ​ພາ​ແຫ່ງ​ຊາດ 3 ປະ​ເທດ ກຳ​ປູ​ເຈຍ - ລາວ - ຫວຽດນາມ (CLV), ການ​ຢ້ຽມ​ຢາມ ແລະ ​ເຮັດ​ວຽກ​ຢູ່ ລາວ, ຕອນ​ຄ່ຳ​ວັນ​ທີ 5 ທັນວາ, ຢູ່​ສະຖານທູດ​ ຫວຽດນາມ ປະຈຳ​ລາວ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ເຫວືອງດິງເຫ້ວ ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້ຕາງໜ້າ​ບັນດາ​ສະມາຄົມ ​ແລະ ບັນດາ​ປະຊາຊົນ, ປັນຍາຊົນ, ນັກທຸລະກິດ​ຊາວ​ຫວຽດນາມ ທີ່ອາ​ໄສ​​ຢູ່​ ລາວ.

ຄວາມໝາຍສຳຄັນ ຂອງການຍົກລະດັບກອງປະຊຸມສຸດຍອດສະພາແຫ່ງຊາດ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ

ຄວາມໝາຍສຳຄັນ ຂອງການຍົກລະດັບກອງປະຊຸມສຸດຍອດສະພາແຫ່ງຊາດ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ

ຍສໝ - ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ລາວ ໄຊ​ສົມ​ພອນ ພົມວິຫານ, ​ໃນ​ລະຫວ່າງ​ວັນ​ທີ 4-7 ທັນວາ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ເວືອງດິ່ງເຫວະ ຈະ​ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ສະພາ​ແຫ່ງ​ຊາດ 3 ປະ​ເທດ ກຳປູ​ເຈຍ - ລາວ - ຫວຽດນາມ (CLV) ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ເປັນຄັ້ງທຳອິດ. ​ເນື່ອງ​ໃນ​ໂອກາດ​ນີ້, ນັກ​ຂ່າວ​ຫວຽດນາມ​ປະຈຳ​ນະຄອນຫຼວງ​ວຽງ​ຈັນ​ໄດ້​ໃຫ້​ສຳພາດ​ຕໍ່​ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ລາວ ຫງວຽນ​ບ໋າ​ຮຸ່ງ. ນີ້ແມ່ນເນື້ອໃນການສໍາພາດ:

ກໍາມາທິການຕ່າງປະເທດປະຊຸມໃນກອງປະຊຸມສຸດຍອດສະພາແຫ່ງຊາດສາມປະເທດ ກໍາປູເຈຍ-ລາວ-ຫວຽດນາມ

ກໍາມາທິການຕ່າງປະເທດປະຊຸມໃນກອງປະຊຸມສຸດຍອດສະພາແຫ່ງຊາດສາມປະເທດ ກໍາປູເຈຍ-ລາວ-ຫວຽດນາມ

ຍສໝ - ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບຕີລາຄາສູງຕໍ່ເລື່ອງສະພາແຫ່ງຊາດສາມປະເທດໄດ້ປະຕິບັດວຽກງານຕິດຕາມກວດກາ, ຊຸກຍູ້ການປະຕິບັດຂໍ້ຕົກລົງ, ຄໍາໝັ້ນສັນຍາໃນທຸກຂົງເຂດລະຫວ່າງສາມລັດຖະບານ, ປະກອບສ່ວນພັດທະນາເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ (CLV – DTA) ເປັນຢ່າງດີ, ເຮັດໃຫ້ການພົວພັນມິດຕະພາບ, ຄວາມສາມັກຄີລະຫວ່າງສາມປະເທດຢ່າງເລິກເຊິ່ງ ແລະໝັ້ນແກ່ນກວ່າອີກ.

ສ້າງພື້ນຖານການຮ່ວມມືລະດັບສູງສຸດສະພາແຫ່ງຊາດ ກໍາປູເຈຍ-ລາວ-ຫວຽດນາມ

ສ້າງພື້ນຖານການຮ່ວມມືລະດັບສູງສຸດສະພາແຫ່ງຊາດ ກໍາປູເຈຍ-ລາວ-ຫວຽດນາມ

ຍສໝ - ເນື່ອງໃນໂອກາດທ່ານ ເວືອງດິ່ງເຫວະ ເຂົ້າຮ່ວມກອງປະຊຸມຂັ້ນສູງສະພາແຫ່ງຊາດ 3 ປະເທດ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 1, ຢ້ຽມຢາມ ແລະເຮັດວຽກຢູ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນລະຫວ່າງວັນທີ 4-7 ທັນວາ, ຢ້ຽມຢາມລາຊະອານາຈັກໄທ ໃນລະຫວ່າງວັນທີ 7-10 ທັນວາ, ທ່ານນາງ ເລທູຮ່າ ຮອງປະທານກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດຫວຽດນາມ ໄດ້ຕອບສຳພາດຕໍ່ນັກຂ່າວ, ສື່ມວນຊົນກ່ຽວກັບການໄປຢ້ຽມຢາມ.

ຍົກສູງການຮ່ວມມືລະຫວ່າງ 3 ສະພາແຫ່ງຊາດ ກຳປູເຈຍ - ລາວ - ຫວຽດນາມ

ຍົກສູງການຮ່ວມມືລະຫວ່າງ 3 ສະພາແຫ່ງຊາດ ກຳປູເຈຍ - ລາວ - ຫວຽດນາມ

ຍສໝ - ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ລາວ ທ່ານ ​ໄຊ​ສົມ​ພອນ ພົມວິຫານ ​ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ໄທ Wan Muhamad Noor Matha, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ເວືອງດິ່ງເຫວະ ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ສະພາ​ແຫ່ງ​ຊາດ ກຳປູ​ເຈຍ - ລາວ - ຫວຽດນາມ (CLV) ​ເປັນ​ຄັ້ງ​ທຳ​ອິດ, ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ ​ແຕ່​ວັນ​ທີ 4 – 7 ທັນວາ 2023 ​ແລະ ຢ້ຽມຢາມ​ລາຊະ​ອານາຈັກ​ໄທ ​ແຕ່​ວັນ​ທີ 7 – 10 ທັນວາ 2023.

ຊາວຫວຽດນາມ ໄປອອກແຮງງານຢູ່ຕ່າງປະເທດໄດ້ປະກອບສ່ວນໃຫ້ປະເທດຊາດ 3,5 – 4 ຕື້ USD/ປີ

ຊາວຫວຽດນາມ ໄປອອກແຮງງານຢູ່ຕ່າງປະເທດໄດ້ປະກອບສ່ວນໃຫ້ປະເທດຊາດ 3,5 – 4 ຕື້ USD/ປີ

ຍສໝ - ນີ້​ແມ່ນ​ຂໍ້​ມູນທີ່ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫວຽດນາມ ດ່າວ​ງອກ​ຢຸງ ໄດ້ໃຫ້ຮູ້ທີ່​ການປະຊຸມ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ​ຂອງ​ກອງ​ປະຊຸມ​ສະໄໝສາມັນເທື່ອ​ທີ 6 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 15 ທີ່ຈັດຂຶ້ນໃນ​ວັນ​ທີ 8 ພະຈິກ ຢູ່​ຫໍ​ສະພາ​ແຫ່ງ​ຊາດ.

ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຕ້ອນຮັບຄະນະຜູ້ແທນຄະນະເລຂາທິການສະພາແຫ່ງຊາດລາວ

ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຕ້ອນຮັບຄະນະຜູ້ແທນຄະນະເລຂາທິການສະພາແຫ່ງຊາດລາວ

ຍສໝ - ດ້ວຍຄວາມຍິນດີຕ້ອນຮັບຄະນະເລຂາທິການສະພາແຫ່ງຊາດລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ, ສະຫາຍ ຫວູມິງຕວນ ຢືນຢັນວ່າ ນີ້ແມ່ນປະກົດການທີ່ມີຊີວິດຊີວາຂອງສາຍພົວພັນທີ່ຈົງຮັກພັກດີ, ການຮ່ວມມືຮອບດ້ານ, ຍືນຍົງ, ເລິກເຊິ່ງກວ້າງຂວາງລະຫວ່າງ ຫວຽດນາມ - ລາວ ເວົ້າລວມ ແລະບັນດາອົງການທີ່ຊ່ວຍວຽກຂອງສະພາແຫ່ງຊາດຂອງສອງປະເທດເວົ້າສະເພາະ..

ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບເອກອັກຄະລັດຖະທູດ ລາວ ປະຈໍາ ຫວຽດນາມ

ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບເອກອັກຄະລັດຖະທູດ ລາວ ປະຈໍາ ຫວຽດນາມ

ຍສໝ - ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕີລາຄາສູງການ ປະກອບສ່ວນທີ່ສໍາຄັນຂອງທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໃນ ການປັບປຸງ ແລະພັດທະນາການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີ ພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນ ສອງປະເທດ ຫວຽດນາມ-ລາວ. Chủ tịch Quốc hội Vương Đình Huệ đánh giá cao những đóng góp quan trọng của Đại sứ Sengphet Houngboungnuang trong việc củng cố và phát triển mối quan hệ hữu nghị vĩ đại, đoàn kết đặc biệt, hợp tác toàn diện giữa hai Đảng, hai Nhà nước và nhân dân hai nước Việt Nam-Lào.

ແລກປ່ຽນປະສົບການໃນຂົງເຂດຊົນເຜົ່າ ແລະ ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ

ແລກປ່ຽນປະສົບການໃນຂົງເຂດຊົນເຜົ່າ ແລະ ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ

ຍສໝ - ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ຫວຽດ​ນາມຂອງ​ຄະ​ນະ​ປະຕິບັດງານ​​ກຳ​ມາທິ​ການບັນດາເຜົ່າ ​ສະພາແຫ່ງ​ຊາດ​ລາວ (20 – 25/9/2023), ຕອນ​ບ່າຍ​ວັນ​ທີ 21 ກັນຍາ, ຢູ່​ທີ່ຫໍ​ສະ​ພາ​ແຫ່ງ​ຊາດ ຫວຍດນາມ, ສະ​ພາຊົນຊາດຫວຽດ​ນາມ ໄດ້ສົມທົບ​ກັບ​ກຳ​ມາທິ​ການບັນດາເຜົ່າ ​ສະພາແຫ່ງ​ຊາດ​ລາວ ຈັດ​ກອງປະຊຸມສຳມະນາແລກປ່ຽນ​ບົດຮຽນ​ລະຫວ່າງ 2 ອົງການ ​ເພື່ອແນໃສ່ເປັນເສນາທິການກໍ່ສ້າງ, ຕິດຕາມກວດກາ, ປະຕິບັດ​ບັນດາ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ວຽກ​ງານ​ຊົນ​ເຜົ່າ, ກໍ່ສ້າງ​ຊົນນະບົດ​ໃໝ່, ຫຼຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ ​ແລະ ອະນຸລັກ, ເສີມຂະຫຍາຍບັນດາ​ຄຸນຄ່າ​ວັດທະນະທຳ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ.

ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະກັບປະທານາທິບໍດີ ບັງກະລາເທດ Mohammed Shahabuddin

ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະກັບປະທານາທິບໍດີ ບັງກະລາເທດ Mohammed Shahabuddin

ຍສໝ - ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ) ໃນຂອບເຂດການໄປຢ້ຽມຢາມ ບັງກະລາເທດ ຢ່າງເປັນທາງການ, ທ່ານ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບທ່ານ Mohammed Shahabuddin ປະທານາທິບໍດີ ບັງກະລາເທດ.

ຊຸກຍູ້ການຮ່ວມມືຢ່າງມີປະສິດທິຜົນລະຫວ່າງສະພາແຫ່ງຊາດ 2 ປະເທດ ຫວຽດນາມ ແລະ ລາວ

ຊຸກຍູ້ການຮ່ວມມືຢ່າງມີປະສິດທິຜົນລະຫວ່າງສະພາແຫ່ງຊາດ 2 ປະເທດ ຫວຽດນາມ ແລະ ລາວ

ຍສໝ - ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ລາວ ​ເຊື່ອ​ໝັ້ນ​ວ່າ: ບັນດາການ​ພົບ​ປະ​ເຮັດການ​ຂອງ​ຄະນະ​ຜູ້​ແທນ​ລາວ​ຢູ່​ຫວຽດນາມ ຈະ​ປະກອບສ່ວນເຂົ້າໃນ​ການ​ເພີ່ມພູນຄູນສ້າງ​ຄວາມ​ສາມັກຄີ ແລະ ສາຍ​ພົວພັນ​​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ​ຈະ​ຂຽວສົດງົດງາມ​ຕະຫຼອດ​ໄປ.

ຮັດແໜ້ນການພົບປະແລກປ່ຽນ ແລະ ຄວາມສາມັກຄີລະຫວ່າງສະມາຊິກລັດຖະສະພາໜຸ່ມຫວຽດນາມ - ລາວ

ຮັດແໜ້ນການພົບປະແລກປ່ຽນ ແລະ ຄວາມສາມັກຄີລະຫວ່າງສະມາຊິກລັດຖະສະພາໜຸ່ມຫວຽດນາມ - ລາວ

ຍສໝ - ໃນຕອນ​ບ່າຍ​ວັນ​ທີ 18 ກັນຍາ​ນີ້, ຢູ່​ທີ່​ຫໍ​ສະພາ​ແຫ່ງ​ຊາດ, ກຳມະການ​ສູນ​ກາງ​ພັກ, ປະທານ​ສະພາ​ຊົນ​ເຜົ່າ Y Thanh Ha Niê Kđăm ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຊາວ​ໜຸ່ມ​ສະພາ​ແຫ່ງ​ຊາດ​ລາວ ​ໂດຍ​ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ທີ່ນຳ​ໜ້າ​ໂດຍ​ທ່ານ ​ແກ້ວ​ະຈ​ເລີນ ​ໄຊ​ຍະ​ຢາງ, ​ເນື່ອງ​ໃນ​ໂອກາດ​ຄະນະ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມສະມາຊິກລັດຖະສະພາໜຸ່ມ​ທົ່ວ​ໂລກ ​ຄັ້ງ​ທີ 9 ທີ່​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ເປັນ​ເຈົ້າພາບການຈັດຕັ້ງ.

ປະທານສະພາແຫ່ງຊາດ ເຮັດວຽກກັບການນຳແຂວງເທື່ອທຽນເຫ້ວ

ປະທານສະພາແຫ່ງຊາດ ເຮັດວຽກກັບການນຳແຂວງເທື່ອທຽນເຫ້ວ

ຍສໝ - ໂດຍສືບຕໍ່ການຢ້ຽມຢາມບັນດາແຂວງພາກກາງ, ໃນຕອນເຊົ້າວັນທີ 16 ກໍລະກົດ, ຢູ່ນະຄອນ ເຫວ້, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ໄດ້ມີການເຮັດວຽກກັບການນຳແຂວງ ເທື່ອທຽນເຫ້ວ ກ່ຽວກັບການກໍ່ສ້າງ ແລະ ພັດທະນາຂອງແຂວງຮອດທ້າຍປີ 2030. ວິໄສທັດເຖິງ 2045; ທົດລອງບາງກົນໄກ ແລະ ນະໂຍບາຍສະເພາະໃຫ້ແກ່ການພັດທະນາຂອງແຂວງເທື່ອທຽນເຫ້ວ.

ເຫດການ