ຍສໝ - ທ່ານ Park Noh Wan ໄດ້ສະແດງຄວາມຂອບໃຈຕໍ່ທ່ານພົນເອກ ໂງຊວັນລິກ ທີ່ໄດ້ສະຫຼະເວລາໃຫ້ການຕ້ອນຮັບຄະນະຜູ້ແທນ, ພ້ອມທັງຖືວ່າ ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍພວມມີການພັດທະນາຢ່າງເລິກເຊິ່ງກ້ວາງຂວາງ ແລະ ແມ່ນໜຶ່ງໃນບັນດາຂົງເຂດຮ່ວມມືສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ສ.ເກົາຫຼີ - ຫວຽດນາມ.
ຍສໝ - ບົດຂຽນຍັງຖືວ່າ EVFTA ແລະ EVIPA ຈະນຳບັນດາຜົນປະໂຫຍດມາໃຫ້ພື້ນຖານເສດຖະກິດ ຫວຽດນາມ. ບັນດານັກສົ່ງອອກຂອງຫວຽດນາມແນ່ນອນວ່າຈະໄດ້ສຳຜັດກັບຕະຫຼາດ EU ເຊິ່ງມີມູນຄ່າ 18.000ຕື້ USD. ເມື່ອຕີລາຄາຢ່າງລະອຽດ, ສັນຍາສອງສະບັບດັ່ງກ່າວຈະຊ່ວຍເປີດກ້ວາງການຕະຫຼາດຂອງຫວຽດນາມຢູ່ EU ນັບທັງໄລຍະກາງ ແລະ ໄລຍະຍາວ.
ຍສໝ - ທ່ານ Motegi Toshimitsu ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ໜ້າປະທັບໃຈຂອງຫວຽດນາມ ໃນການຄວບຄຸບໂລກລະບາດ Covid – 19, ໂດຍໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ, ທ່ານກໍ່ສະແດງຄວາມຂອບໃຈຕໍ່ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນ ຫວຽດນາມໄດ້ສະໜັບສະໜູນຜ້າອັບປາກ - ດັງໃຫ້ແກ່ຍີ່ປຸ່ນ.
ຍສໝ - ວັນທີ 29 ພຶດສະພາ, ຄະນະປະຕິບັດງານຫວຽດນາມ ປະຈຳ ສປຊ ພ້ອມກັບຄະນະປະຕິບັດງານ ສະວິດ, ຫ້ອງການປະສານງານບັນດາການເຄື່ອນໄຫວມະນຸດສະທຳຂອງ ສປຊ (OCHA), ໂຄງການສິ່ງແວດລ້ອມຂອງ ສປຊ (UNEP) ແລະ ອົງການຈັດຕັ້ງ PAX ໄດ້ຈັດ ການປຶກສາຫາລືທາງອອນລາຍທີ່ມີຊື່ວ່າ “ປົກປັກຮັກສາສິ່ງແວດລ້ອມໃນການປະທະກັນດ້ວຍອາວຸດ ແມ່ນ ປົກປ້ອງສາມັນຊົນ”.
ຍສໝ - ນັກຂ່າວ Dana Kenedy ໄດ້ຫວນຄືນຈຸດເວລາຫວຽດນາມປະກາດໂລກລະບາດໃນທົ່ວປະເທດໃນວັນທີ 1 ກຸມພາ, ເຖິງວ່າໃນຈຸດເວລານັ້ນ, ຫວຽດນາມໄດ້ຢັ້ງຢືນຜູ້ຕິດເຊື້ອພະຍາດ Covid – 19 ພຽງແຕ່ 6 ຄົນ. ບັນດາຖ້ຽວບິນທັງໝົດລະຫວ່າງ ຫວຽດນາມ ແລະ ຈີນຕ້ອງຢຸດຊົ່ວຄາວຢ່າງທັນທີ.
ຍສໝ - ຕອນເຊົ້າວັນທີ 01 ມີຖຸນາ, ເນື່ອງໃນໂອກາດວັນເດັກນ້ອຍສາກົນ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ຈັດພິທີປຸກລະດົມເດືອນການກະທຳເພື່ອເດັກນ້ອຍໃນປີ 2020 ດ້ວຍຫົວຂໍ້ “ຮ່ວມແຮງຮ່ວມໃຈປົກປ້ອງເດັກນ້ອຍ - ປ້ອງກັນ ແລະ ຕ້ານການລ່ວງທຳຮ້າຍເດັກ” ຢູ່ ໂຮງຮຽນມັດຖະຍົມ ຕອນຕົ້ນ ຢິກວ້ອງ, ເມືອງ ເກົ່າໄຢ້, ນະຄອນຫຼວງ ຮ່າໂນ້ຍ.
ຍສໝ - ບົດຂຽນກໍ່ຖືວ່າຜົນສຳເລັດຂອງຫວຽດນາມໃນການຄວບຄຸມໂລກລະບາດນັ້ນ ຈະຊ່ວຍໃຫ້ຫວຽດນາມແມ່ນ ສະຖານທີ່ທີ່ເຕັມໄປດ້ວຍຄວາມໝັ້ນໝາຍໃຫ້ແກ່ບັນດາບໍລິສັດອາເມລິກາ ຫຼື ເອີລົບເຂົ້າມາລົງທຶນຢູ່ຫວຽດນາມ ໃນໄລຍະຫຼັງ Covid – 19.
ຍສໝ - ທີ່ການໂອ້ລົມສົນທະນາ, ທ່ານຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໃຫ້ຮູ້ວ່າ ຫວຽດນາມ ພວມຫັນໄປສູ່ໄລຍະປະຕິບັດເປົ້າໝາຍຄວບຄູ່ ທັງປ້ອງກັນ ແລະ ສະກັດກັ້ນໂລກລະບາດ, ທັງມານະພະຍາຍາມຢ່າງສຸດຂີດ ເພື່ອຟື້ນຟູ ແລະ ພັດທະນາເສດຖະກິດ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ປາດຖະໜາວ່າ ໃນຈຸດເວລາອັນຫຍຸ້ງຍາກນີ້, ບັນດາປະເທດສະມາຊິກ, ພິເສດແມ່ນ ລັດເຊຍ ແລະ ບັນດາປະເທດໃຫຍ່ ຈະຊອກໄດ້ສຽງເວົ້າລວມ, ປະກອບສ່ວນເຂົ້າໃນການຮັກສາ ແລະ ຊຸກຍູ້ການສ້າງສະພາບແວດລ້ອມສາກົນແຫ່ງສັນຕິພາບ ແລະ ສະຖຽນລະພາບ.
ຍສໝ - ຕາມທ່ານ ດ່ວານຄັກຫວຽດ ສົນທີສັນຍາ EVFTA ແລະ EVIPA ຄາດວ່າຈະນຳມາເຊິ່ງບັນດາຜົນປະໂຫຍດທີ່ໃຫ່ຍຫຼວງ, ລະອຽດ ແລະ ແທດຈິງໃຫ້ແກ່ພື້ນຖານເສດຖະກິດ, ວິສາຫະກິດ, ປະຊາຊົນຂອງທັງຫວຽດນາມ ແລະ ອີຢູ.
ຍສໝ - ໃນວັນທີ 28 ພຶດສະພາ ຢູ່ສຳນັກງານລັດຖະບານຫວຽດນາມ ໄດ້ຈັດກອງປະຊຸມກ່ຽວກັບສະພາບການປ້ອງກັນ, ສະກັດກັ້ນໂລກລະບາດ COVID – 19 ໃນໄລຍະປັດຈຸບັນ.
ໂດຍຕາງໜ້າເອກອັກຄະລັດຖະທູດບັນດາປະເທດຮັບວັດຖຸ, ອຸປະກອນການແພດ, ທ່ານ Saadi Salama ເອກອັກຄະລັດຖະທູດ ປາແລັດສະຕິນປະຈຳຫວຽດນາມໄດ້ຕີລາຄາສູງປະສິດທິຜົນຂອງວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຢູ່ຫວຽດນາມໃນໄລຍະທີ່ຜ່ານມາ, ສະແດງຄວາມຂອບໃຈຢ່າງເລິກເຊິ່ງສຳລັບນ້ຳໃຈ, ຄວາມຊ່ວຍເຫຼືອອັນລ້ຳຄ່າຂອງສະພາແຫ່ງຊາດ, ປະຊາຊົນຫວຽດນາມທີ່ສະຫງວຽນໃຫ້ແກ່ລັດຖະສະພາ ແລະ ປະຊາຊົນບັນດາປະເທດ.
ຍສໝ - ທ່ານ ດ່ວານຄັກວຽດ ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມໃຫ້ຮູ້ວ່າ: ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາໃນໄລຍະທີ່ຜ່ານມາ ໄດ້ຮັກສາທ່າພັດທະນາໃນຫຼາຍຂົງເຂດ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ
ທີ່ກອງປະຊຸມ, ບັນດານັກຊ່ຽວຊານອາເມລິກາ ແລະ ຫວຽດນາມ ໄດ້ອັບເດດຂໍ້ມູນຂ່າວສານໃໝ່ຫຼ້າສຸດກ່ຽວກັບສະພາບການຕະຫຼາດເກີບອາເມລິກາ, ຕີລາຄາການກະທົບຂອງ Covid – 19 ທີ່ມີຕໍ່ຕະຫຼາດ ແລະ ຄວາມເປັນໄປໄດ້, ທ່າອ່ຽງພັດທະນາຂອງຕະຫຼາດໃນໄລຍະຈະມາເຖິງ,
ບົນພື້ນຖານຄວາມມຸ່ງມາດປາດຖະໜາຂອງພົນລະເມືອງ, ການຜັນແປຂອງໂລກລະບາດທັງຢູ່ພາຍໃນ ແລະ ຕ່າງປະເທດ, ຄວາມສາມາດໃນການແຍກຕົວຂອງບັນດາທ້ອງຖິ່ນ, ບັນດາອົງການທີ່ມີໜ້າຂອງຫວຽດນາມ ແລະ ບັນດາອົງການຕາງໜ້າຫວຽດນາມຢູ່ຕ່າງປະເທດຈະສືບຕໍ່ສົມທົບກັບບັນດາບໍລິສັດການບິນພາຍໃນປະເທດເພື່ອຈັດຕັ້ງບັນດາຖ້ຽວບິນນຳສົ່ງພົນລະເມືອງກັບຄືນປະເທດ.
ຍສໝ - ການນຳ 2 ທ່ານໄດ້ເຫັນດີເພີ່ມທະວີການສົມທົບກັນຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນໃນການພົວພັນລະຫວ່າງນອກແວ-ອາຊຽນ ໃນປີຫວຽດນາມ ດຳລົງຕຳແໜ່ງປະທານອາຊຽນ ແລະ ເພີ່ມທະວີການຮ່ວມມືຢູ່ສະຫະປະຊາຊາດໃຫ້ເປັນຢ່າງດີ.
ຍສໝ - ການນຳສອງທ່ານໄດ້ເຫັນດີເປັນເອກະພາບຍູ້ແຮງການພົວພັນສອງຝ່າຍຢ່າງແທດຈິງ, ຍົກສູງປະສິດທິຜົນການຮ່ວມມືໃນບັນດາຂົງເຂດທັງໝົດ; ເຫັນດີກັນສືບຕໍ່ເພີ່ມທະວີການສົມທົບກັນ, ສະໜັບສະໜຸນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ.
ຍສໝ - ທ່ານ Chay Na-vut ຢັ້ງຢືນວ່າ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອນຳການພົວພັນຮ່ວມມືລະຫວ່າງສອງປະເທດນັບມື້ນັບມີຄວາມສະໜິດຕິດພັນ ແລະ ປະສິດທິຜົນ ຖືກຕາມທິດນຳ ທີ່ວ່າ “ບ້ານໃກ້ເຮືອນຄຽງທີ່ດີ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງ ແລະ ຍາວນານ”.
ຍສໝ - ລັດຖະມົນຕີສອງທ່ານ ໄດ້ແລກປ່ຽນສະພາບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຂອງ ຫວຽດນາມ ແລະ ການາດາ, ພ້ອມທັງສະເໜີເພີ່ມທະວີລະບົບສະໜອງ, ການຜະລິດ ແລະ ການ ສົ່ງອອກ, ໃນນັ້ນພິເສດແມ່ນຜ້າອັດປາກ, ອຸປະກອນປ້ອງກັນພະຍາດໃນສະພາບການໂລກລະບາດໂຄວິດ-19.
ຍສໝ - ທ່ານຫວຸຮົ່ງນາມ ໄດ້ຕີລາຄາສູງບັນດານະໂຍບາຍໜູນຊ່ວຍຂອງລັດຖະບານຍີ່ປຸ່ນສຳລັບຊາວຕ່າງປະເທດເວົ້າລວມ. ປະຊາຄົມຊາວຫວຽດນາມອາໄສຢູ່ຍີ່ປຸ່ນໄດ້ຮັບຜົນປະໂຫຍດອັນຍິ່ງໃຫຍ່ຈາກນະໂຍບາຍດັ່ງກ່າວ.