ຍສໝ - ນີ້ແມ່ນບັນດາຄຳເຫັນປະກອບຈາກຈົດໝາຍ ຂອງທ່ານ ດັ້ງມິງຄອຍ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກຳ ມະການແຫ່ງລັດກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ ເພື່ອສົ່ງຈົດໝາຍຂໍຂອບໃຈມາຍັງປະຊາຄົມຊາວຫວຽດນາມ ຢູ່ ຕ່າງປະເທດທີ່ໄດ້ພ້ອມກັບ ປະເທດຊາດ ໃນການປ້ອງກັນ COVID-19 ໃນວັນທີ 28/4.
ຍສໝ - ຕອນເຊົ້າວັນທີ 27 ເມສາ, ທ່ານ ເຈີ່ນແທງເໝີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຕ້ອນຮັບທ່ານ ດັ້ງມີງຄອຍ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ໄດ້ຈັດພິທີມອບຮັບເງິນໜູນຊ່ວຍການປ້ອງກັນ ແລະ ຄວບຄຸມການລະບາດຂອງ COVID-19 ຂອງຊຸມຊົນຊາວຫວຽດນາມ ຢູ່ ໄທ ແລະ ສ.ເກົາຫຼີ.
ຍສໝ - ສະມາຄົມຊາວຫວຽດນາມຢູ່ກາຊັກສະຖານ ໄດ້ລະດົມເງິນ 2.070 ໂດລາສະຫະລັດ ສະໜັບສະໜູນພໍ່ແມ່ປະຊາຊົນ ພາຍໃນປະເທດຫວຽດນາມ ເພື່ອຕ້ານພະຍາດ COVID-19.
ຍສໝ - ປະຊາຄົມຊາວຫວຽດນາມ ຢູ່ ມົດສະກູສືບຕໍ່ເຜີຍແຜ່ການແບ່ງປັນກັບບັນດາທ່ານໝໍ ຢູ່ ແຖວໜ້າ ໃນການຕໍ່ສູ້ຕ້ານ ໂລກລະບາດ Covid -19 ຢູ່ ນະຄອນຫຼວງຂອງສະຫະພັນລັດເຊຍ.
ຍສໝ -ໃນໄລຍະທີ່ຜ່ານມາ, ໜັງສືພິມສາກົນໄດ້ກ່າວເຖິງພາບພົດຂອງຫວຽດນາມ ແລະ ປະຊາຊົນຫວຽດນາມເປັນແບບຢ່າງໃນການຮັບມືກັບໂລກລະບາດ Covid – 19…
ຍສໝ - ຕໍ່ໜ້າກັບສະຖານະການທີ່ສັບສົນຂອງການລະບາດພະຍາດ COVID-19, ປະຊາຄົມຊາວຫວຽດນາມ ອາໄສຢູ່ອາເມລິກາ ຍາມໃດກໍ່ໄດ້ຮ່ວມແຮງຮ່ວມໃຈກັນໃນການປ້ອງກັນການລະບາດ.
ຍສໝ - ເມື່ອບໍ່ດົນມານີ້, ທີ່ສະຖານກົງສຸນໃຫຍ່ຫວຽດນາມປະຈຳ ແຂວງກວາງໂຈ, ທ່ານ ຫງວຽນວັນເຈືອງ ປະທານສະມາຄົມຊາວຫວຽດນາມຢູ່ ແຂວງກວາງຕຸ້ງປະເທດຈີນ ໄດ້ມອບເງິນ ຈຳນວນ 24.000 ຢວນ (ປະມານ 82 ລ້ານດົງ) ເຊິ່ງເປັນຈໍານວນເງິນບໍລິຈາກຂອງຊາວຫວຽດນາມຢູ່ແຂວງ ເພື່ອສະໜັບສະໜູນ ໃນການປ້ອງກັນພະຍາດ COVID-19 ຢູ່ ຫວຽດນາມ.
ຍສໝ - ເມື່ອບໍ່ດົນມານີ້, ຊຸມຊົນຊາວຫວຽດນາມ ຢູ່ ເມືອງ Irkutsk ໄດ້ມອບຜ້າອັດປາກທີ່ສາມາດນຳໃຊ້ໄດ້ຄືນ ຈຳນວນ 4000 ອັນ ໃຫ້ຫ້ອງການບໍລິຫານງານຂະບວນການອາສາສະໝັກ "ພວກເຮົາຮ່ວມກັນ" ຂອງແຂວງ Irkutsk, ລັດເຊຍ.
ຍສໝ - ໃນວັນທີ 24 ເມສາ, ວັດ ເຝີດຕິກ ຢູ່ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບບັນດານັກທຸລະກິດ, ຜູ້ໃຈບຸນໃຈກຸສົນ ໄດ້ຈັດຕັ້ງພິທີມອບຮັບເຄື່ອງຊ່ວຍເຫຼືອ 200 ສ່ວນ ເພື່ອສະໜັບສະໜູນບັນດາຄອບຄົວຫວຽດນາມ ຢູ່ ລາວທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດ COVID-19.
ຍສໝ - ຫວ່າງມໍ່ໆມານີ້, ແຂວງ ກຽນຢາງ ໄດ້ ໜູນຊ່ວຍຊາວຫວຽດນາມ ທີ່ປະສົບສະພາບການຫຍຸ້ງຍາກທີ່ສຸດຢູ່ ແຂວງ Preah Sihanouk (ກຳປູເຈຍ) ດ້ວຍຈໍານວນເງິນ 217.200.000 ດົ່ງ ເພື່ອເອົາຊະນະຜົນສະທ້ອນຂອງໂຄງການ COVID-19.
ຍສໝ - ເມື່ອບໍ່ດົນມານີ້, ທ່ານ Balcerowski ເຈົ້າຄອງເມືອງ Thale (ເຢຍລະມັນ), ໄດ້ສົ່ງຄຳ ຂອບອົກຂອບໃຈຢ່າງຈິງໃຈມາຍັງຊຸມຊົນຊາວຫວຽດນາມ ຢູ່ ເຂດ Harz ທີ່ໄດ້ປະກອບສ່ວນຊ່ວຍເຫຼືອປະຊາຊົນໃນເມືອງໃນການຕັດຫຍິບຜ້າອັດປາກເພື່ອຕ້ານ COVID-19.
ຍສໝ - ວັນທີ 23 ເມສາ, ປະທານສະມາຄົມຫວຽດນາມ Löbau-Zittau ໃຫ້ຮູ້ວ່າ, ພາຍໃນເວລາເກືອບໜຶ່ງເດືອນຂອງການເປີດຕົວ, ສະມາຄົມໄດ້ຕັດຫຍິບຜ້າອັດປາກ 7,000 ອັນ ເພື່ອສະໜັບສະໜູນ ປະຊາຊົນປະເທດ ເຢຍລະມັນ ໃນການປ້ອງກັນການລະບາດຂອງພະຍາດ ໂຄວິດ - 19.
ຍສໝ - ຕໍ່ໜ້າສະພາບການແຜ່ລະບາດຂອງ COVID-19 ໃນສະຫະລັດອາເມລິກາ, ປະຊາຄົມຊາວຫວຽດນາມ ຢູ່ ສະຫະລັດອາເມລິກາ ກໍ່ໄດ້ປະກອບສ່ວນ ຢ່າງສຸດຄວາມສາມາດໃນການປ້ອງກັນການລະບາດຂອງພະຍາດດັ່ງກ່າວໂດຍການກະທຳຕົວຈິງ.
ຍສໝ - ໂດຍປະເຊີນໜ້າກັບສະຖານະການໂລກລະບາດ COVID-19, ສະຖານທູດຫວຽດນາມ ປະຈຳ ສິງກະໂປ ໄດ້ຂົນຂວາຍທຸລະກິດ ຫວຽດນາມ ແລະ ສິງກະໂປ ເພື່ອຮ່ວມກັນສະໜັບສະໜູນອາຫານໂດຍບໍ່ເສຍຄ່າ, ແບ່ງປັນຄວາມຫຍຸ້ງຍາກ ແລະ ຄວາມລຳບາກກັບທີມແພດ ແລະ ສະໜັບສະໜູນ ພົນລະເມືອງຫວຽດນາມປະສົບກັບຄວາມຫຍຸ້ງຍາກ.
ຍສໝ - ຜ່ານການເຄື່ອນໄຫວຂອງບັນດາສະມາຄົມ, ພິເສດແມ່ນການສະໜັບສະໜູນ ຈາກສະຖານທູດຫວຽດນາມປະຈຳຍີ່ປຸ່ນ, ປະຊາຄົມຊາວຫວຽດນາມ ຢູ່ທີ່ນີ້ ໄດ້ປະຕິບັດການປ້ອງກັນ ແລະ ຄວບຄຸມ COVID-19 ເປັນຢ່າງດີ.
ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງຈົດໝາຍສະແດງຄວາມຂອບອົກຂອບໃຈ ຕໍ່ການສະໜັບສະໜູນອັນລ້ຳຄ່າ ແລະ ແທດກັບຕົວຈິງ, ທັງດ້ານວັດຖຸ ແລະ ຈິດໃຈຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຕ່າງປະເທດ ໃນວຽກງານການປ້ອງກັນ ແລະ ຄວບຄຸມພະຍາດ Covid-19 ພາຍໃນປະເທດ ໃນຊ່ວງແລ້ວນີ້.
ຍສໝ - ວັນທີ 7 ເມສາ ນີ້, ຄະນະບໍລິຫານງານຂອງສະມາຄົມ ຫວຽດນາມ ແຂວງອຸດອນທານີ, ປະເທດໄທໄດ້ ນຳເອົາເຄື່ອງປ້ອງກັນການລະບາດຂອງພະຍາດ ໂຄວິດ - 19 ມອບໃຫ້ອໍານາດການປົກຄອງແຂວງອຸດອນທານີ ແລະ ໂຮງໝໍ ອຸດອນທານີ.
ຍສໝ - ເມື່ອບໍ່ດົນມານີ້, ຜູ້ຕາງໜ້າສະມາຄົມຊາວຫວຽດນາມ ຢູ່ ລາຊະອານາຈັກ ອັງກິດ ໄດ້ຈັດຕັ້ງການຂົນສົ່ງ ຜ້າອັນປາກ ແລະ ຖົງມື ຈຳນວນ 50 ກ່ອງ ທຳອິດໃຫ້ແກ່ພາກສ່ວນການຕ້ອນຮັບຂອງ NHS ຢູ່ Dartford, ຢູ່ ເຂດນອກລອນດອນ.
ຍສໝ - ບັນດາຄອບຄົວ ແລະ ຮ້ານຂາຍເຄື່ອງຂອງ ຊາວຫວຽດນາມ ຈຳນວນໜຶ່ງ ຢູ່ Melbourne ໄດ້ບໍລິຈາກເຂົ້າສານ ເກືອບ 5 ໂຕນ ແລະ ເຂົ້າປຽກຫຼາຍຮ້ອຍກ່ອງ ເພື່ອສະໜັບສະໜູນປະຊາຊົນຜູ້ໄດ້ທີ່ປະສົບກັບຄວາມຫຍຸ້ງຍາກ ຍ້ອນພະຍາດ COVID-19.
ຍສໝ - ພາຍໃນອາທິດໜຶ່ງ, ປະຊາຄົມຊາວຫວຽດນາມ ຢູ່ຮຸງກາຣີ ໄດ້ບໍລິຈາກເງິນຈຳນວນ 22.000 ເອີໂຣ. ຈຳນວນເງິນດັ່ງກ່າວ ໄດ້ນຳໃຊ້ ຊື້ຜ້າອັດປາກ, ຖົງມື, ນໍ້າຢາຂ້າເຊື້ອແມ່ພະຍາດ ເພື່ອສະໜັບສະໜູນໂຮງໝໍ 2 ແຫ່ງ ທີ່ປິ່ນປົວຄົນເຈັບຕິດແປດພະຍາດ Covid-19 ຂອງປະເທດຮັງກາຣີ.