ຍສໝ - ວັນທີ 3 ສິງຫາ, ຜູ້ຕາງໜ້າອົງການອະນາໄມໂລກ (WHO) ໄດ້ຍ້ອງຍໍຊົມເຊີຍວິທີການຮັບມືກັບໂລກລະບາດ Covid – 19 ຂອງຫວຽດນາມ, ພ້ອມທັງຮຽກຮ້ອງໃຫ້ບັນດາປະເທດຕ່າງໆທາບທາມມາດຕະການດັ່ງກ່າວ.
ຍສໝ - ວັນທີ 3 ສິງຫາ, ຢູ່ຮ່າໂນ້ຍ, ທ່ານພົວໂທ ຫງວຽນຈີ໊ວິງ, ກຳມະການສູນການພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໄດ້ໃຫ້ການຕ້ອນຮັບທ່ານ Konstantin Vnukov ເອກອັກຄະລັດຖະທູດ ລັດເຊຍປະຈຳຫວຽດນາມ.
ຍສໝ - ໂດຍບໍ່ຫົວຊາຕໍ່ສະພາບການໂລກທີ່ພວມຖືກຮັບຜົນກະທົບຢ່າງໜັກໜ່ວງຈາກໂລກລະບາດ Covid -19, ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ໃຫ້ຮູ້ວ່າ ບັນດາອົງການການເງິນໃຫຍ່ລ້ວນແຕ່ຕີລາຄາດ້ວຍຄວາມປະເອີບໃຈກ່ຽວກັບຫວຽດນາມ.
ຍສໝ - ກະຊວງການຕ່າງປະເທດຍີ່ປຸ່ນມີຄວາມຫວັງວ່າ ຂໍ້ຕົກລົງສະບັບໃໝ່ນີ້ ຈະຊຸ້ກຍູ້ການຄ້າ ແລະ ການລົງທຶນລະຫວ່າງ ຍີ່ປຸ່ນ ແລະ ອາຊຽນໃຫ້ຫຼາຍກ່ວາອີກ, ແລະ ຈະເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງຝ່າຍ.
ທ່ານນາຍົກລັດຖະມົນຕີ ຍັງຕັກເຕືອນວ່າ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ຕ້ອງຮັບປະກັນສິນຄ້າໃຫ້ແກ່ບັນດາເຂດແຍກຫ່າງໃນສັງຄົມ, ມີບັນດາມາດຕະການຮັບມືຕໍ່ທຸກໆກໍລະນີທີ່ຊົ່ວຮ້າຍທີ່ສຸດ ເຊິ່ງອາດຈະເກີດຂຶ້ນ.
ຍສໝ - ເລື່ອງສອງປະເທດປະຕິບັດສຳເລັດວຽກງານມອບຮັບແຜນທີ່ພູມີປະເທດເຂດຊາຍແດນລະຫວ່າງ ຫວຽດນາມ ກຳປູເຈຍແມ່ນພື້ນຖານສຳຄັນເພື່ອຊຸກຍູ້ການຈັດຕັ້ງເພື່ອຊຸກຍູ້ການຈັດຕັ້ງພິທີ່ແລກປ່ຽນເອກະສາຮັບຮອງເອົາສັນຍາວ່າດ້ວຍປັບປຸງສັນຍາວາງແຜນກຳນົດເຂດຊາຍແດນແຫ່ງຊາດປີ 1985 ແລະ ສັນຍາວ່າດ້ວຍການປັບປຸງປີ 2005
ຍສໝ - ໃນໄລຍະຈະມາເຖິງ, ເລື່ອງນຳພົນລະເມືອງທີ່ປະສົບກັບຄວາມຫຍຸ້ງຍາກກັບມາປະເທດຈະໄດ້ຈັດຕັ້ງຕາມຄວາມມຸ່ງຫວັງຂອງປະຊາຊົນ, ເໝາະສົມກັບສະພາບການໂລກລະບາດ ແລະ ຄວາມອາດສາມາດຂອງການແຍກຕົວພາຍໃນປະເທດ.
ຍສໝ - ເດືອນພະຈິກປີ 2019, ຫວຽດນາມຮັບດຳລົງຕຳແໜ່ງເປັນປະທານອາຊຽນ ໃນປີ 2020, ຫຼັງຈາກນັ້ນ, ຫວຽດນາມ ໄດ້ກະກຽມຮັບມືກັບບັນດາສິ່ງທ້າທາຍ ແລະ ກຽມພ້ອມໃຫ້ແກ່ປີສຳຄັນນີ້.
ຍສໝ - ຕາມທ່ານ Douglas Foo ແລ້ວ, ສອງປັດໄຈສຳຄັນທີ່ສຸດເພື່ອແກ້ໄຂວິກິດການໂລກລະບາດ Covid – 19 ແມ່ນຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ແລະ ຄວາມພ້ອມຂອງຂະແໜງສາທາລະນະສຸກ.
ຍສໝ - ສັນຍາ EVFTA ຈະແມ່ນສັນຍາທີ່ມີຜົນກະທົບຢ່າງແຮງທີ່ສຸດ, ສ້າງບາດລ້ຽວໃຫຍ່ກ່ຽວກັບອົງປະກອບຕະຫຼາດໃຫ້ແກ່ປະເພດສິນຄ້າກຸ້ງຂອງຫວຽດນາມ.
ຍສໝ - ທ່ານ ຟຸ່ງກ໊ວກຫ໋ຽນ ຮອງປະທານສະພາແຫ່ງຊາດຊີ້ແຈ້ງວ່າ: ດ້ວຍບົດບາດແມ່ນບັນດາຜູ້ສ້າງຕັ້ງ, ກອງປະຊຸມຄວນມີການກະທຳເພື່ອປະຕິບັດບົດບາດໜ້າທີ່ ແລະ ຄຳໝັ້ນສັນຍາຕໍ່ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຄືໄດ້ຢັ້ງຢືນໃນຖະແຫຼງການຮ່າໂນ້ຍ ຢູ່ ຊະມັດຊາໃຫຍ່ IPU – 132 ດ້ວຍຫົວຂໍ້ “ບັນດາເປົ້າໝາຍພັດທະນາແບບຍືນຍົງ: ຫັນຄຳເວົ້າກາຍເປັນການກະທຳ” ໃນເດືອນ ເມສາ ປີ 2015.
ຍສໝ - ທ່ານນາງເອກອັກຄະລັດຖະທູດ Kamsiah ໄດ້ຕີລາຄາວ່າຫວຽດນາມໄດ້ເຮັດ “ດີທີ່ສຸດ” ໃນຖານະເປັນປະທານອາຊຽນ, ພ້ອມທັງຊີ້ແຈ້ງວ່າຫວຽດນາມໄດ້ສະແດງບົດບາດນຳພາຢ່າງແຮງຜ່ານການຊຸກຍູ້ການຮ່ວມມືລະຫວ່າງບັນດາປະເທດອາຊຽນ. ບໍ່ພຽງແຕ່ຮັບມືກັບໂລກລະບາດ COVID-19 ເທົ່ານັ້ນ ຫາກຍັງແມ່ນໃນໄລຍະຟື້ນຟູອີກດ້ວຍ.
ຍສໝ - ວັນທີ 30 ກໍລະກົດ ຢູ່ຮ່າໂນ້ຍ, ທະນາຄານໂລກ ແລະ ທະນາຄານແຫ່ງລັດ ຫວຽດນາມ ໄດ້ລົງນາມໃນສັນຍາຊ່ວຍເຫຼືອຫຼ້າ ດ້ວຍມູນຄ່າກວ່າ 6.2 ລ້ານ ໂດລາສະຫະລັດ ເພື່ອຊ່ວຍ ຫວຽດນາມ ຮັບມື ກັບໂລກລະບາດໂຄວິດ - 19 ແລະ ໂຄສະນາເຜີຍແຜ່ກ່ຽວກັບໂລກລະບາດໂຄວິດ - 19.
ຍສໝ - ຕອນບ່າຍວັນທີ 29 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານເຈິ່ນຕວັນແອງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມໄດ້ເປັນປະທານກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ - ຍີປຸ່ນທາງອອນລາຍ.
ຍສໝ - ທ່ານ ຫງວຽນແທງຢູ໊ງ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ເກີ່ນເທີ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະສ້າງເງື່ອນໄຂດີທີ່ສຸດເພື່ອໃຫ້ວິສາຫະກິດດຳເນີນທຸລະກິດຢ່າງສະດວກ, ຍ້ອນການນຳໃຊ້ກົນຈັກເຂົ້າໃນຂົງເຂດກະສິກຳແມ່ນໜຶ່ງໃນບັນດາກຳນົດທິດພັດທະນາຂອງແຂວງເກີ່ນເທີ.
ຍສໝ - ທ່ານປະທານ EC ໄດ້ເນັ້ນໜັກວ່າ EU ຖືເປັນສຳຄັນການຮ່ວມມືກັບຫວຽດນາມ ໃນທຸກດ້ານ, ຕີລາຄາສູງບັນດາຄວາມມານະພະຍາຍາມຂອງຫວຽດນາມໃນການຮັບດຳລົງຕຳແໜ່ງເປັນປະທານອາຊຽນ ແລະ ກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ.
ຍສໝ - ວິທີການ ຫວຽດນາມ ຮັບມືກັບໂລກລະບາດໂຄວິດ-19 ມີຄວາມປະທັບໃຈທີ່ສຸດ, ພິເສດແມ່ນໃນການຊຸກຍູ້ການກະຕິກິລິຍາ “ສະໜິດຕິດພັນແລະເປັນເຈົ້າການຮັບມື” ຂອງ ອາຊຽນ ໃນປີທີ່ເຕັມໄປດ້ວຍສິ່ງທ້າທາຍນີ້.
ຍສໝ - ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ເນັ້ນໜັກວ່າ: ຫວຽດນາມເຂົ້າຮ່ວມອາຊຽນໃນປີ 1995 ແມ່ນຂີດໝາຍສ້າງບາດກ້າວທີ່ສຳຄັນໃນເສັ້ນທາງເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ.
ຍສໝ - ທ່ານນາງ Natalya Stapran ຫົວໜ້າກົມຮ່ວມມືເສດຖະກິດ ຫຼ່າຍຝ່າຍ ແລະ ບັນດາໂຄງການພິເສດຂຶ້ນກັບກະຊວງພັດທະນາເສດຖະກິດລັດເຊຍໃຫ້ຮູ້ວ່າ: ໃນ 6 ເດືອນຕົ້ນປີ 2020, ລັດເຊຍໄດ້ເພີ່ມການສົ່ງອອກຜະລິດຕະພັນການສະເສດໄປຍັງຫວຽດນາມ ທົບ 4 ເທົ່າເມື່ອທຽບໃສ່ປີກ່ອນ.
ຍສໝ - ທີ່ກອງປະຊຸມ, ທ່ານ ຫວຸດຶກດາມ - ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນສະກັດກັ້ນໂລກລະບາດໃຫ້ຮູ້ວ່າ: ແຕ່ລະເທື່ອເມື່ອໂລກລະບາດ ມີການປ່ຽນແປງ, ຫວຽດນາມ ມີຄວາມຫວັງຢາກປຶກສາຫາລືຄຳເຫັນຂອງ WHO ແລະ ບັນດາອົງການຈັດຕັ້ງສາກົນ, ນັກຊ່ຽວຊານສາກົນ.