ກອງປະຊຸມເປັນເອກະພາບ ຕໍ່ບັນດາທິດທາງ ມາດຕະການກະຕຸ້ນ ແລະ ຍູ້ແຮງການເຕີບໂຕຂອງ ເສດຖະກິດ-ສັງຄົມ ໂດຍສະເພາະໃນໄລຍະ ທີ່ເສດຖະກິດ ຖືກຜົນກະທົບຈາກພະຍາດ ໂຄວິດ-19 ໄດ້ພະຍາຍາມປັບປຸງ ສະພາບແວດລ້ອມຂອງການລົງທຶນ ໃຫ້ມີຄວາມສອດຄ່ອງ ແລະ ສືບຕໍ່ຍູ້ແຮງການຜະລິດ ເປັນສິນຄ້າຕາມທ່າແຮງ ຂອງແຕ່ລະຂະແໜງການ ແລະ ແຕ່ລະທ້ອງຖິ່ນ, ມີການປັບປຸງການຄຸ້ມຄອງ ແລະ ສົ່ງເສີມການຜະລິດສິນຄ້າ ເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກ ເພື່ອສ້າງລາຍຮັບແຫ່ງຊາດໃຫ້ເພີ່ມຂຶ້ນ...
ຍສໝ - ໄລຍະຜ່ານມາ, ສະມາຄົມມິດຕະພາບຫວຽດນາມ - ລາວເມືອງ ເຕິນອຽນ ໄດ້ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ 3 ໄລຍະ 2020 - 2025.
ຍສໝ - ວັນທີ 19 ຕຸລາ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ໄດ້ຝາກຄຳຢື້ຢາມຖາມຂ່າວຢ່າງໃຈຈິງມາຍັງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ພ້ອມດ້ວຍບັນດາຄອບຄົວທີ່ຖືກຜົນສະທ້ອນຈາກໄພນ້ຳຖ້ວມຄັ້ງນີ້.
ຫວຽດນາມ ມີຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດແມ່ນ 1140 ຄົນ, ໃນນັ້ນມີ ຜູ້ໄດ້ຮັບການປິ່ນປົວຫາຍດີ 1046 ຄົນ.
ລັດຖະບານ ກໍຄື ຄະນະສະເພາະກິດ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ເພື່ອຕອບໂຕ້ການແຜ່ ລະ ບາດຂອງພະຍາດ ໂຄວິດ-19 ໂດຍສະເພາະ ໄດ້ອອກຄຳແນະນຳ, ແຈ້ງການ, ບັນດາມາດຕະການ ແລະ ຂໍ້ຜ່ອນຜັນຕ່າງໆ. ທັງນີ້, ກໍເພື່ອປ້ອງກັນບໍ່ໃຫ້ ເກີດການລະບາດ ຂອງພະຍາດດັ່ງກ່າວ ໃນຮອບໃໝ່.
ບໍລິສັດການຄ້ານ້ຳມັນອາຍແກັສລາວ (Petrotrade) ຫາກໍ່ລົງນາມຂໍ້ຕົກລົງກັບບໍລິສັດໃຫ້ຄຳປຶກສາແຫ່ງຊາດລາວ (National Consulting Group) ປະຕິບັດການຕີລາຄາຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມຂອງໂຄງການກໍ່ສ້າງທາງລົດໄຟລາວ-ຫວຽດນາມ ຈາກຕາແສງທ່າແຂກ, ແຂວງຄໍາມ່ວນ ເຖິງທ່າກໍາປັ່ນຫວູງອ໊າງ-ຮ່າຕິ໋ງ.
ໃນວັນທີ 18 ຕຸລາ ທີ່ຜ່ານມານີ້, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 332 ຄົນ, ໃນນັ້ນ ມີແຮງງານລາວມາແຕ່ໄທ 102 ຕົວຢ່າງ, ແຮງງານຈີນ 05 ຕົວຢ່າງ, ແຮງງານຫວຽດນາມ 188 ຕົວຢ່າງ, ແຮງງານໄທ 02 ຕົວຢ່າງ, ບຸກຄົນທົ່ວໄປທີ່ບໍ່ມີອາການ 34 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ມີອາການ 01 ຕົວຢ່າງ, ຜົນກວດວິເຄາະທັງໝົດແມ່ນ ບໍ່ພົບເຊື້ອ.
ອາເມລິກາສືບຕໍ່ແມ່ນປະເທດຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດຂອງໂລກລະບາດ Covid – 19, ດ້ວຍ ຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 8.387.789 ຄົນ ແລະ ຜູ້ເສຍຊີວິດ 224.730 ຄົນ.
ແຄນ ແລະ ສຽງແຄນ ໄດ້ກຳເນີດເກີດຂຶ້ນກັບຄົນລາວມາຫລາຍກວ່າ 3 ພັນປີ ແລະ ມີຫລາຍກວ່າ 100 ລາຍແຄນ, ໂດຍພູມປັນຍາ ຂອງບັນພະບູລຸດລາວເປັນຜູ້ປະດິດຂຶ້ນມາ. ແຄນແມ່ນເຄື່ອງດົນຕີ ອຳມະຕະຂອງຊາດລາວຕິດພັນກັບວິຖີຊີວິດວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຄົນລາວ ບັນດາເຜົ່າມາແຕ່ດຶກດຳບັນ, ບໍ່ວ່າຈະຢູ່ໃນໄລຍະຕໍ່ສູ້ກູ້ຊາດ ກໍຄື ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ຕາດກວາງຊີ ເປັນນໍ້າຕົກຕາດຍອດນິຍົມຂອງເມືອງລາວກໍ່ວ່າໄດ້ ເມື່ອແຕ່ລະມື້ຈະມີນັກທ່ອງທ່ຽວເດີນທາງມາຍາມສໍາຜັດ ເເລະ ຫລິ້ນນໍ້າຢູ່ທີ່ນີ້ຢ່າງຫລວງຫລາຍ ຈາກມົນສະເໜ່ຄວາມງົດງາມຂອງນ້ຳຕົກ, ທໍາມະຊາດ, ແຕ່ທີ່ສຳຄັນມີວັງສໍາລັບການຫລິ້ນນໍ້າເຮັດໃຫ້ເເຕກຕ່າງຈາກາຕົກອື່ນໆ.
ໂຄງການກໍ່ສ້າງທາງລົດໄຟ ລາວ - ຫວຽດນາມ ຄາດວ່າຈະໄດ້ຮັບການກໍ່ສ້າງສຳເລັດໃນເວລາ 36 ເດືອນ ແລະ ນຳເຂົ້າໃຊ້ການນັບແຕ່ປີ 2024.
ກອງປະຊຸມຄົບຄະນະຄັ້ງທີ 11 ສະໄໝທີ X ຂອງຄະນະບໍລິຫານງານສູນກາງພັກ ໄດ້ດຳເນີນຢ່າງເປັນທາງການ ແຕ່ວັນທີ 12 ເຖິງວັນທີ 16 ຕຸລາ 2020 ຢູ່ສຳນັກງານ ສູນກາງພັກ, ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ. ໃນກອງປະຊຸມຄັ້ງນີ້ ມີບັນດາສະຫາຍ ກຳມະການກົມການ ເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ທີ່ປຶກສາຄະນະບໍລິຫານ ງານສູນກາງພັກ, ບັນ ດາສະຫາຍກຳມະການສູນກາງພັກ ສົມບູນ ແລະ ສຳຮອງ ພ້ອມທັງເລຂາ ຄະນະພັກ ກະຊວງ-ອົງການ ແລະ ເລຂາພັກແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
ຕາມຕົວເລກສະຖິຕິຂອງກົມໃຫຍ່ພາສີ, ໃນເດືອນສິງຫາ 2020, ຫວຽດນາມ ສົ່ງອອກສິນຄ້າໄປ ລາວກວ່າ 46,2 ລ້ານໂດລາສະຫະລັດ ແລະນໍາເຂົ້າສິນຄ້າຈາກລາວ 36,4 ລ້ານໂດລາສະຫະລັດ. ຜ່ານນັ້ນ, ດຸ່ນການຄ້າບັນລຸເກືອບ 10 ລ້ານໂດລາສະຫະລັດ.
ວັນທີ 15 ຕຸລາ, ຄະນະຊີ້ນໍາການປ້ອງກັນ ແລະຄວບຄຸມເຊື້ອພະຍາດ ໂຄວິດ-19 ຂອງລາວ ໃຫ້ຮູ້ວ່າ ຜູ້ເຂົ້າເມືອງຈາກບັນດາປະເທດທີ່ບໍ່ມີຜູ້ຕິດ ເຊື້ອພະຍາດໂຄວິດ-19 ໃນຊຸມຊົນ ຕ້ອງມີໃບວິເຄາະກວດຫາເຊື້ອ ພະຍາດໂຄວິດ-19 ເປັນລົບ, ໃບວິເຄາະດັ່ງກ່າວມີຜົນສັດສິດໃນຮອບ ເວລາ 72 ໂມງ.
ມາຮອດວັນທີ 16 ຕຸລາ 2020, ທົ່ວໂລກມີການລາຍງານ ການລະບາດ ທັງໝົດ 214 (ປະເທດ/ເຂດ) ເຊິ່ງມີການຢັ້ງຢືນ ຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 39.129.732 ຄົນ, ເສຍຊີວິດ 1.102.073 ຄົນ ເຊິ່ງກວມເອົາ 2,81% ຂອງຜູ້ຕິດເຊື້ອທັງໝົດ ແລະ ປິ່ນປົວຫາຍດີ 29.342.135 ຄົນ ເຊິ່ງກວມເອົາ 74,9 % ຂອງຜູ້ຕິດເຊື້ອທັງໝົດ. ນອກຈາກນີ້, ຢູ່ບັນດາກຸ່ມປະເທດອາຊຽນ ມີການຢັ້ງຢືນ ຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 811.472 ຄົນ ແລະ ເສຍຊີວິດ 19.825 ຄົນ.
ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍຜູ້ຕິດເຊື້ອພະຍາດກວ່າ 8,21 ລ້ານຄົນ, ມີຜູ້ເສຍຊີວິດ 222.706 ຄົນ.
ໃນວັນທີ 15 ຕຸລາ 2020 ກະຊວງສາທາລະນະສຸກ ຢືນຢັນ ສປປ ລາວ ບໍ່ມີຜູ້ຕິດເຊື້ອ ພະຍາດໂຄວິດ-19 ເພີ່ມ ເຖິງຢ່າງໃດກໍຕາມ ພໍ່-ແມ່ປະຊາຊົນ ຈຳນວນບໍ່ໜ່ວຍເຫັນວ່າ ປ່ອຍປະລະເລີຍ ກັບ ບາງມາດຕະການ ທີ່ຄະນະສະເພາະກິດວາງອອກ ເຊັ່ນ: ການປະຕິບັດຫລັການອະນາໄມ, ການທຳຄວາມສະອາດຂ້າເຊື້ອພະຍາດ ຢູ່ສະຖານທີ່ບໍລິການ, ເວລາອອກໄປທີ່ຊຸມຊົນ ຍັງບໍ່ໃສ່ຜ້າປິດ ປາກ-ດັງ, ບໍ່ປະຕິບັດຮັກສາໄລຍະຫ່າງ ແລະ ອື່ນໆ ຫາກປະຊາຊົນຍັງ ບໍ່ປ່ຽນພຶດຕິກຳ ການໃຊ້ຊີວິດ ລາວອາດເກີດການລະບາດຮອບໃໝ່.
ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ລາຍໃໝ່ຕື່ມອີກ 9 ຄົນ, ນີ້ແມ່ນຜູ້ຕິດເຊື້ອກັບມາຈາກຕ່າງປະເທດ ແລະ ໄດ້ຮັບການແຍກຕົວໃນທັນທີ.
ວັນທີ 13 ຕຸລາປີ 2020, ທີ່ດ່ານຊາຍແດນສາກົນນາແມ່ວ, ເມືອງກວັນເຊີນ, ຄະນະປະຕິບັດງານພິເສດແຂວງແທງຮວ໊າ ແລະຄະນະປະຕິບັດງານພິເສດແຂວງຫົວພັນ (ສປປ ລາວ) ໄດ້ຈັດການເຈລະຈາ, ລົງນາມໃນບົດບັນທຶກການສົມທົບກັນໃນວຽກງານຊອກຫາ ແລະທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດຢູ່ລາວ ກັບເມືອປະເທດ ລະດູແລ້ງປີ 2020-2021.
ຕາມຕົວເລກສະຖິຕິຈາກກະຊວງພາຍໃນລາວ ສຳລັບປີ 2019 ສະແດງໃຫ້ເຫັນວ່າປະຊາຊົນລາວ 66,17% ແມ່ນຖືສາສະໜາພຸດ, ສ່ວນໜ້ອຍ ແມ່ນສາສະໜາອິດສະລາມ, ບາລີ ແລະສາດສະໜາອື່ນໆ.