ເວທີປາໄສວິສາຫະກິດ ລະ​ຫວ່າງນະຄອນໂຮ່ຈີມິນ ແລະ ອາເມລິກາ

ເວທີປາໄສວິສາຫະກິດ ລະ​ຫວ່າງນະຄອນໂຮ່ຈີມິນ ແລະ ອາເມລິກາ

ຍ​ສ​ໝ - ໃນໂອກາດນີ້, ພະແນກຖະແຫຼງຂ່າວ ແລະ ສື່ສານນະຄອນໂຮ່ຈີມິນ ໄດ້ລົງນາມໃນຂໍ້ຕົກລົງອຸປະຖຳກັບອົງການການຄ້າ ແລະ ພັດທະນາອາເມລິກາ ໃຫ້ແກ່ໂຄງການ “ໜູນຊ່ວຍເຕັກນິກການກໍ່ສ້າງສູນບໍລິຫານຕົວເມືອງອັດສະລິຍະໃຫ້ແກ່ນະຄອນໂຮ່ຈີມິນ” ດ້ວຍຍອດມູນຄ່າໜູນຊ່ວຍດ້ານເຕັກນິກແມ່ນເກືອບ 1,5 ລ້ານ USD.

ເພື່ອນການາດາໄດ້ຍ້ອງຍໍປະເທດຫວຽດນາມແມ່ນແຫຼ່ງບັນດານໃຈຂອງປະຊາຊົນໂລກ

ເພື່ອນການາດາໄດ້ຍ້ອງຍໍປະເທດຫວຽດນາມແມ່ນແຫຼ່ງບັນດານໃຈຂອງປະຊາຊົນໂລກ

ຍ​ສ​ໝ - ຫວ່າງ​ແລ້ວນີ້, ຢູ່ນະຄອນ Toronto (ປະເທດການາດາ), ສະມາຄົມມິດຕະພາບການາດາ - ຫວຽດນາມ (CVFS) ໄດ້ຈັດພິທີສະເຫຼີມສະຫຼອງ 75 ປີແຫ່ງການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ.

ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແລະ ຄະນະກຳມະການກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດນະຄອນໂຮ່ຈີມິນ ຈະສຸມໃສ່ປະສານສົມທົບຈັດຕັ້ງປະຕິບັດ 5 ເນື້ອໃນ

ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແລະ ຄະນະກຳມະການກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດນະຄອນໂຮ່ຈີມິນ ຈະສຸມໃສ່ປະສານສົມທົບຈັດຕັ້ງປະຕິບັດ 5 ເນື້ອໃນ

ຍສໝ - ການປະສານສົມທົບລະຫວ່າງຄະນະກຳມະການກ່ຽວກັບຫວຽດນາມຢູ່ຕ່າງປະເທດ ແລະແນວໂຮມນະຄອນ ໄດ້ຊ່ວຍໃຫ້ວຽກງານຊາວຫວຽດນາມຢູ່ຕ່າງປະເທດມີຄວາມແໜ້ນແຟ້ນ ແລະ ມີປະສິດທິຜົນກວ່າເກົ່າ, ເພື່ອຮັບປະກັນຜົນປະໂຫຍດອັນຊອບທຳຂອງຊາວຫວຽດນາມຢູ່ຕ່າງປະເທດ.    

VIFA ອວຍພອນສະຖານກົງສຸນໃຫຍ່ອິນເດຍ ປະຈຳ ນະຄອນໂຮ່ຈີມິນ ໃນໂອກາດວັນສະຖາປະນາປະເທດອິນເດຍຄົບຮອບ 74 ປີ

VIFA ອວຍພອນສະຖານກົງສຸນໃຫຍ່ອິນເດຍ ປະຈຳ ນະຄອນໂຮ່ຈີມິນ ໃນໂອກາດວັນສະຖາປະນາປະເທດອິນເດຍຄົບຮອບ 74 ປີ

ຍສໝ - ເນື່ອງໃນໂອກາດວັນສະຖາປະນາສາທາລະນະລັດອິນເດຍຄົບຮອບ 74 ປີ (15 ສິງຫາ 1947 - 15 ສິງຫາ 2020), ທ່ານ ຮວີ່ງແທງເລີບ ປະທານ VIFA ປາດຖະໜາວ່າຜ່ານ ທ່ານ ຫົວໜ້າກົງສຸນໃຫຍ່ Madan Mohan Sethi ຂໍອວຍພອນໄຊອັນປະເສີດ ໄປຍັງ ປະຊາຊົນອິນເດຍ.

ນະຄອນໂຮ່ຈີມິນ ໄດ້ຮັບການ ໜູນຊ່ວຍຍົກສູງກຳລັງຄວາມສາມາດດ້ານສາທາລະນະສຸກ ຈາກວິສາຫະກິດ ອາເມລິກາ

ນະຄອນໂຮ່ຈີມິນ ໄດ້ຮັບການ ໜູນຊ່ວຍຍົກສູງກຳລັງຄວາມສາມາດດ້ານສາທາລະນະສຸກ ຈາກວິສາຫະກິດ ອາເມລິກາ

​ຍ​ສ​ໝ - ທີ່​ພິ​ທີ, ທ່ານນາງ ໂຕ​ທິ​ບິກ​ເຈົາ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ນະ​ຄອ​ນ ໂຮ່​ຈີ​ມິນ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ການ​ໜູນ​ຊ່ວຍ​ຂອງ​ສະ​ຫະ​ສະ​ມາ​ຄົມ​ການ​ຄ້າ​ອາ​ເມ​ລິ​ກາ ປະ​ຈຳ​ຫວຽດ​ນາມ ໃນ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ, ພ້ອມ​ກັບ​ນະ​ຄອນ​ໂຮ່​ຈີ​ມິນ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້​ນ​ໂລກ​ລະ​ບາດ Covid – 19, ພ້ອມ​ທັງ​ຕີ​ລາ​ຄາ​ສູງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສາ​ທາ​ລະ​ນະ​ສຸກ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ຫວຽດ​ນາມ.

ນະຄອນໂຮ່ຈີມິນ ແລະ St. Petersburg ເປັນແບບຢ່າງ ສຳລັບການພົວພັນລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ - ລັດເຊຍ

ນະຄອນໂຮ່ຈີມິນ ແລະ St. Petersburg ເປັນແບບຢ່າງ ສຳລັບການພົວພັນລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ - ລັດເຊຍ

ຍສໝ - ການພົວພັນລະຫວ່າງຫວຽດນາມ ແລະ ລັດເຊຍ ພວມນັບມື້ນັບພັດທະນາ, ນະຄອນໂຮ່ຈີມິນແລະ St. Petersburg ເປັນແບບຢ່າງ ສຳລັບການພົວພັນລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ.

HUFO, ສະມາຄົມມິດຕະພາບ ຫວຽດນາມ - ສິງກະໂປ ນະຄອນໂຮ່ຈີມິນ ໄດ້ມອບຜ້າອັດປາກ 10.000 ອັນ ໃຫ້ແກ່ປະເທດສິງກະໂປເພື່ອ ປ້ອງກັນ ແລະ ຕ້ານການລະບາດ ຂອງພະຍາດ COVID-19

HUFO, ສະມາຄົມມິດຕະພາບ ຫວຽດນາມ - ສິງກະໂປ ນະຄອນໂຮ່ຈີມິນ ໄດ້ມອບຜ້າອັດປາກ 10.000 ອັນ ໃຫ້ແກ່ປະເທດສິງກະໂປເພື່ອ ປ້ອງກັນ ແລະ ຕ້ານການລະບາດ ຂອງພະຍາດ COVID-19

ຍສໝ - ໃນຕອນບ່າຍຂອງວັນທີ 10 ມິຖຸນາ, ສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິນ ແລະ ສະມາຄົມມິດຕະພາບຫວຽດນາມ - ສິງກະໂປ ຢູ່ນະຄອນໂຮ່ຈີມິນໄດ້ມອບຜ້າອັດປາກ 10.000 ອັນ, ເຄື່ອງນຸ່ງປ້ອງກັນທາງການແພດ 100 ຊຸດ ແລະ ນໍ້າຢາຂ້າເຊື້ອແມ່ພະຍາດ 100 ລິດ ໃຫ້ແກ່ປະເທດສິງກະໂປ ເພື່ອຕໍ່ສູ້ຕ້ານກັບ COVID-19.    

HUFO, ສະມາຄົມມິດຕະພາບຫວຽດນາມ - ລາວ ນະຄອນໂຮ່ຈີມິນ ໄດ້ມອບຜ້າອັດປາກ 5.000 ອັນ ໃຫ້ນັກສຶກສາລາວ

HUFO, ສະມາຄົມມິດຕະພາບຫວຽດນາມ - ລາວ ນະຄອນໂຮ່ຈີມິນ ໄດ້ມອບຜ້າອັດປາກ 5.000 ອັນ ໃຫ້ນັກສຶກສາລາວ

ຍສໝ - ໃນຕອນບ່າຍວັນທີ 9 ມິຖຸນາ, ຜູ້ນຳ HUFO,  ສະມາຄົມມິດຕະພາບຫວຽດນາມ - ລາວ ນະຄອນໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບສະຖານກົງສຸນໃຫຍ່ລາວປະຈຳນະຄອນໂຮ່ຈີມິນ ແລະ ໄດ້ມອບຜ້າອັດປາກ 5.000 ອັນ, ນໍ້າຢາຂ້າເຊື້ອແມ່ພະຍາດ 100 ລິດ ໃຫ້ແກ່ນັກສຶກສາລາວ ຢູ່ນະຄອນໂຮ່ຈີມິນ.    

ສະຖານທູດຫວຽດນາມ ປະຈຳລາວ ໄດ້ຈັດພິທີສະເຫຼີມສະຫຼອງ 130 ປີແຫ່ງວັນເກີດ ຂອງປະທານໂຮ່ຈີມິນ

ສະຖານທູດຫວຽດນາມ ປະຈຳລາວ ໄດ້ຈັດພິທີສະເຫຼີມສະຫຼອງ 130 ປີແຫ່ງວັນເກີດ ຂອງປະທານໂຮ່ຈີມິນ

ຍສໝ - ໃນວັນທີ 20 ພຶດສະພາ 2020, ສະຖານທູດຫວຽດນາມ ປະຈຳລາວ ໄດ້ຈັດພິທີສະເຫຼີມສະຫຼອງຄົບຮອບ 130 ປີ ວັນເກີດຂອງ ປະທານໂຮ່ຈີມິນ ແລະ ພິທີໃຕ້ທູບໄຫວ້ອາໄລ ເຖິງດວງວິນຍານຂອງເພິ່ນ.

ສະຖານກົງສຸນໃຫຍ່ຫວຽດນາມປະຈຳ ຂອນແກ່ນ ໄດ້ຈັດຕັ້ງການສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 130 ປີ

ສະຖານກົງສຸນໃຫຍ່ຫວຽດນາມປະຈຳ ຂອນແກ່ນ ໄດ້ຈັດຕັ້ງການສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 130 ປີ

ຍສໝ - ຕອນເຊົ້າວັນທີ 19 ພຶດສະພາ 2020, ທ່ານ ກົງສຸນໃຫຍ່ ຮ່ວາງຫງອກເຊີນ ໄດ້ເຂົ້າຮ່ວມພິທີຖະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ ຢູ່ສວນສາທາລະນະລະນຶກ ປະທານ ໂຮ່ຈີມິນ ຢູ່ ບ້ານ ໜອງໂອນ, ຕາແສງ ຊ່ຽງປິນ, ເມືອງ ເມືອງ, ແຂວງ ອຸດອນ ທານີ.      

ສະມາຄົມມິດຕະພາບຫວຽດນາມ - ລັດເຊຍ ອວຍພອນໃຫ້ປະຊາຊົນຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 130 ປີ ແຫ່ງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ

ສະມາຄົມມິດຕະພາບຫວຽດນາມ - ລັດເຊຍ ອວຍພອນໃຫ້ປະຊາຊົນຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 130 ປີ ແຫ່ງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ

ຍສໝ - ສະມາຄົມມິດຕະພາບ ລັດເຊຍ - ຫວຽດນາມ, ກໍ່ຄືກັບສະມາຄົມມິດຕະພາບໂຊວຽດ - ຫວຽດນາມ ໃນເມື່ອກ່ອນ ກໍ່ໄດ້ເອົາໃຈໃສ່ທີ່ສຸດເຖິງການເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງ ປະທານ ໂຮ່ຈີມິນ...    

ໜັງສືພິມອີຢິບ  ໄດ້ລົງບົດຂຽນຍ້ອງຍໍປະທານໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈິມິນ ຄົບຮອບ 130 ປີ (19/5/1890 – 19/5/2020)

ໜັງສືພິມອີຢິບ ໄດ້ລົງບົດຂຽນຍ້ອງຍໍປະທານໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈິມິນ ຄົບຮອບ 130 ປີ (19/5/1890 – 19/5/2020)

ຍສໝ - ໃນວັນທີ 18 ພຶດສະພາ, ໜັງສືພິມ The Egyptian Gazette ຂອງປະເທດອີຢີບ ໄດ້ຈົ່ງໜ້າທີ 6  ເພື່ອລົງບົດຂຽນດ້ວຍຫົວຂໍ້ວ່າ "ປະທານໂຮ່ຈີມິນ ແລະ ຮູບພາບຂອງປະທານໂຮ່ຈີມິນຢູ່ປະເທດ ອີຢິບ".

ສະຖານທູດຫວຽດນາມ ປະຈຳຝລັ່ງ ໄດ້ຈັດພິທີສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງ ປະທານ ໂຮ່ຈີມິນ

ສະຖານທູດຫວຽດນາມ ປະຈຳຝລັ່ງ ໄດ້ຈັດພິທີສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງ ປະທານ ໂຮ່ຈີມິນ

ຍສໝ - ວັນທີ 15 ພຶດສະພາ, ສະຖານທູດຫວຽດນາມ ປະຈຳຝລັ່ງ ໄດ້ຈັດຕັ້ງການເຄື່ອນໄຫວຕ່າງໆ ເພື່ອສະເຫຼີມສະຫຼອງ ຄົບຮອບ 130 ປີແຫ່ງວັນຄ້າຍວັນເກີດຂອງ ປະທານໂຮ່ຈີມິນ.

ສື່ມວນຊົນສາກົນຍ້ອງຍໍຊົມເຊີຍ ປະທານ ໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 130 ປີ (19/5/1890 – 19/5/2020)

ສື່ມວນຊົນສາກົນຍ້ອງຍໍຊົມເຊີຍ ປະທານ ໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 130 ປີ (19/5/1890 – 19/5/2020)

ຍສໝ - ສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ແມ່ນໂອກາດເພື່ອໃຫ້ເພື່ອນມິດສາກົນສະແດງຄວາມເຄົາລົບນັບຖື, ພ້ອມທັງຢືນຢັນບົດບາດປະຫວັດສາດ ແລະ ບັນດາຄຸນຄ່າອັນຍິ່ງໃຫຍ່ຂອງແນວຄິດປະທານໂຮ່ຈີມິນ ທີ່ມີຕໍ່ພາລະກິດຕໍ່ສູ້ປົດປ່ອຍຊາດ, ໂຮມປະເທດຊາດເປັນເອກະພາບ ແລະ ກໍ່ສ້າງສັງຄົມນິຍົມຢູ່ຫວຽດນາມ, ກໍຄືບັນດາຄຸນຄ່າຂອງແນວຄິດ ປະທານ ໂຮ່ຈີມິນ ທີ່ປະໄວ້ໃຫ້ມວນມະນຸດໃນຍຸກປະຈຸບັນ.

ຈັດຕັ້ງບັນດາລາຍການສິລະປະ ເພື່ອສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ

ຈັດຕັ້ງບັນດາລາຍການສິລະປະ ເພື່ອສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ

ຍສໝ - ລາຍ​ການ​ສະ​ແດງ​ສີ​ລະ​ປະ  “ຊື່​ຂອງ​ເພິ່ນ​ສ​ວຍ​ງາມ​ທີ່​ສຸດ” ໄດ້​ສົ່ງ​ສານ​ທີ່​ວ່າ ປະ​ທານ​ໂຮ່​ຈີ​ມິນ ​ແມ່ນ​ນັກແນວ​ຄິດ​ທີ່ດີ​ເດັ່ນ, ການ​ນຳ​ທີ່​ມີ​ຄວາມ​ປີ​ຊາ​ສາ​ມາດ, ພ້ອມ​ທັງ​ກໍ່​ແມ່ນ​ຜູ້​ທີ່​ມີ​ຄວາມ​ສະ​ໜິດ​ສະ​ໜົມ​ກັບ ປະ​ຊາ​ຊົນ.

ພິທີການສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ

ພິທີການສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ

ຍ​ສ​ໝ -  “ໂດຍຊາບຊືມບັນດາຄຳໂອວາດສຸດທ້າຍຂອງປະທານ ໂຮ່ຈີມິນ ຢ່າງເລິກເຊີ່ງນັັ້ນ, ພວກເຮົາຕ້ອງສືບຕໍ່ເພີ່ມທະວີກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງໃຫ້ປອດໃສ, ເຂັ້ມແຂງຢ່າງແທ້ຈິງທັງກ່ຽວກັບດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ຄຸນສົມບັດ. ຍົກສູງກຳລັງຄວາມສາມາດໃນການນຳພາ, ກຳລັງຄວາມສາມາດຂອງການກຳອຳນາດ ແລະ ກຳລັງຕໍ່ສູ້ຂອງພັກ".

ຊາວຫວຽດນາມອາໄສຢູ່ຕ່າງປະເທດມຸ່ງໄປສູ່ວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ

ຊາວຫວຽດນາມອາໄສຢູ່ຕ່າງປະເທດມຸ່ງໄປສູ່ວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ

ຍສໝ - ວັນທີ 15 ພຶດສະພາ, ສະຖານທູດ ຫວຽດນາມປະຈຳຝລັ່ງໄດ້ຈັດຕັ້ງບັນດາການເຄື່ອນໄຫວເພື່ອສະເຫຼີມສະຫຼອງ 30 ປີ ແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ. ໃນນັ້ນ, ສະຖານທູດຫວຽດນາມ ປະຈຳ ຝະລັ່ງພ້ອມກັບອຳນາດການປົກຄອງທ້ອງຖິ່ນໄດ້ຈັດພິທີອາໄລຫາ,ຖະຫວາຍດອກໄມ້ຢູ່ອະນຸສາວະລີປະທານໂຮ່ຈີມິນ ຢູ່ສວນສາທາລະນະ Montreau, ນະຄອນ Montreuil.

HUFO ໄດ້ມອບຂອງຂວັນ 300 ພູດ ໃຫ້ແກ່ຄູອາຈານອະນຸບານ ແລະ ກຸ່ມເດັກນ້ອຍທີ່ຮຽນໃນລະບົບເອກະຊົນ ຜູ້ທີ່ປະສົບກັບສະພາບການທີ່ຫຍຸ້ງຍາກຍ້ອນການລະບາດຂອງ COVID-19

HUFO ໄດ້ມອບຂອງຂວັນ 300 ພູດ ໃຫ້ແກ່ຄູອາຈານອະນຸບານ ແລະ ກຸ່ມເດັກນ້ອຍທີ່ຮຽນໃນລະບົບເອກະຊົນ ຜູ້ທີ່ປະສົບກັບສະພາບການທີ່ຫຍຸ້ງຍາກຍ້ອນການລະບາດຂອງ COVID-19

ຍສໝ - ໃນຕອນເຊົ້າວັນທີ 10 ພຶດສະພາ, ສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິນໄດ້ສົມທົບກັບຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ຢູ່ ເມືອງ 9, ນະຄອນໂຮ່ຈີ ໄດ້ຈັດຕັ້ງໂຄງການ “ມອບຂອງຂວັນ 300 ພູດ ໃຫ້ຄູອາຈານອະນຸບານ ແລະ ກຸ່ມເດັກນ້ອຍທີ່ຮຽນໃນລະບົບເອກະຊົນ ຜູ້ທີ່ປະສົບສະພາບການທີ່ຫຍຸ້ງຍາກຍ້ອນການລະບາດຂອງ Covid”.    

VinaCapital Foundation ໄດ້ມອບເຂົ້າສານ ຈຳນວນ 5 ໂຕນ ເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນ ຢູ່ ນະຄອນໂຮ່ຈີມິນ ຜ່ານຜ່າຜົນສະທ້ອນຈາກ ໂລກລະບາດ COVID-19

VinaCapital Foundation ໄດ້ມອບເຂົ້າສານ ຈຳນວນ 5 ໂຕນ ເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນ ຢູ່ ນະຄອນໂຮ່ຈີມິນ ຜ່ານຜ່າຜົນສະທ້ອນຈາກ ໂລກລະບາດ COVID-19

ຍສໝ - ໃນວັນທີ 28 ແລະ 29 ເມສາ, VinaCapital Foundation  ພ້ອມກັບສະມາຄົມນັກທຸລະກິດການາດາ ຢູ່ ຫວຽດນາມ (CanCham ຫວຽດນາມ) ໄດ້ມອບເຂົ້າສານ 1000 ຖົງ ເທົ່າກັບ 5 ໂຕນ ໃຫ້ຄອບຄົວທີ່ໄດ້ຮັບຜົນກະທົບຈາກໂລກລະບາດ COVID-19 ຢູ່ ນະຄອນ ໂຮ່ຈິມິນ.    

ສູນກາງຄະນະຊາວໜຸ່ມ ຫວຽດນາມໄດ້ມອບສົ່ງອຸປະກອນປ້ອງກັນ, ສະກັດກັ້ນໂລກລະບາດ Covid-19 ໃຫ້ແກ່ສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ

ສູນກາງຄະນະຊາວໜຸ່ມ ຫວຽດນາມໄດ້ມອບສົ່ງອຸປະກອນປ້ອງກັນ, ສະກັດກັ້ນໂລກລະບາດ Covid-19 ໃຫ້ແກ່ສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ

ຍສໝ - ໄດ້ຮັບການມອບສິດຈາກຄະນະເລຂາສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ມອບສົ່ງອຸປະກອນປ້ອງກັນ, ສະກັດກັ້ນໂລກລະບາດ Covid-19 ໃຫ້ແກ່ສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ ທີ່ດ່ານຊາຍແດນສາກົນ ລາວບາວ (ແຂວງ ກວາງຈີ້) ສສ. ຫວຽດນາມ.