| ກວາງນາມ ເພີ່ມທະວີການຮ່ວມມືກັບແຂວງອັດຕະປື (ລາວ) | |
| ແຂວງຈຳປາສັກ ມອບອຸປະກອນຮັບໃຊ້ ນະຄອນປາກເຊ ເພື່ອແກ້ໄຂການລະບາດ ພະຍາດໂຄວິດ-19 |
ທີ່ການພົບປະ, ການນຳພະແນກຍຸຕິທຳແຂວງ ແຄ໋ງຮ່ວາ ແລະ ຜູ້ຕາງໜ້າຂອງສອງຄະນະຜູ້ແທນພະແນກຍຸຕິທໍາ ສປປ.ລາວ ໄດ້ແຈ້ງຂໍ້ມູນໂດຍສັງເຂບກ່ຽວກັບສະພາບການເສດຖະກິດ - ສັງຄົມຂອງທ້ອງຖິ່ນ ແລະ ໝາກຜົນການປະຕິບັດໜ້າທີ່ຂອງ 3 ພະແນກໃນປີ 2022. ສອງຝ່າຍ ກໍ່ໄດ້ສຸມໃສ່ແລກປ່ຽນ ແລະ ຖອດຖອນບົດຮຽນກ່ຽວກັບການປ່ຽນແປງໃໝ່ ແລະ ຍົກສູງປະສິດທິຜົນວຽກງານວິຊາສະເພາະ. ພະແນກຍຸຕິທຳແຂວງ ແຄ໋ງຮ່ວາ ໄດ້ແບ່ງປັນປະສົບການໃນການປ່ຽນແປງໃໝ່, ຍົກສູງປະສິດທິຜົນການກໍ່ສ້າງ ແລະ ເຮັດສຳເລັດລະບົບເອກະສານຂໍ້ກຳນົດກົດໝາຍ; ປະສົບການໃນການປະຕິບັດຂັ້ນຕອນ ການຂໍເຂົ້າສັນຊາດຫວຽດນາມ ແລະ ການຮັບເອົາເປັນລູກລ້ຽງ ຂອງແຂວງ ແຄ໋ງຮ່ວາ.
![]() |
ພະແນກຍຸຕິທຳແຂວງແຄ໋ງຮ່ວາ ເພີ່ມທະວີການແລກປ່ຽນວິຊາສະເພາະກັບພະແນກຍຸຕິທຳແຂວງອັດຕະປື ແລະ ແຂວງຈຳປາສັກ (ລາວ) |
ການນຳພະແນກຍຸຕິທຳແຂວງ ແຄ໋ງຮ່ວາ ປາດຖະໜາວ່າ ບັນດາພະແນກຍຸຕິທຳຂອງແຂວງອັດຕະປື ແລະ ແຂວງຈຳປາສັກ ຈະຕັ້ງໜ້າແລກປ່ຽນບົດຮຽນ, ສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນວຽກງານຍຸຕິທຳ ແລະ ກົດໝາຍ, ປະກອບສ່ວນຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ມູນເຊື້ອອັນພິເສດ, ຄວາມສາມັກຄີ ແລະ ຄວາມສະໜິດຕິດພັນລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ລາວ.
![]() |
![]() |
ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຂອງປະເທດລາວ ທີ່ຈະມາເຖິງ, ການນຳພະແນກຍຸຕິທຳແຂວງ ແຄ໋ງຮ່ວາ ກໍອວຍພອນໃຫ້ບັນດາການນຳ, ພະນັກງານພະແນກຍຸຕິທຳ 2 ແຂວງ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ. ເນື່ອງໃນໂອກາດນີ້, ພະແນກຍຸຕິທຳແຂວງ ແຄ໋ງຮ່ວາ ກໍໄດ້ມອບຫຼຽນກາທີ່ລະນຶກຂອງແຂວງ ແຄ໋ງຮ່ວາ ໃຫ້ແກ່ສະມາຊິກຄະນະ ແລະ ມອບຂອງທີ່ລະນຶກ, ເຄື່ອງຈັກ ແລະ ອຸປະກອນຫ້ອງການໃຫ້ແກ່ພະແນກຍຸຕິທຳຂອງ 2 ແຂວງອັດຕະປື ແລະ ແຂວງຈຳປາສັກ.
ຄຳຮຸ່ງ
ທ່ານອາດຈະມັກ
ຫວຽດນາມ ຮຽກຮ້ອງໃຫ້ມີຄວາມອົດກັ້ນ, ເຄົາລົບກົດໝາຍສາກົນ
5 ບຸລິມະສິດສ້າງແຮງຍູ້ໃໝ່ ໃຫ້ແກ່ການຮ່ວມມື ແມ່ນ້ຳຂອງ - ຍີ່ປຸ່ນ
ຊຸກຍູ້ການຮ່ວມມືຮອບດ້ານ ແລະ ແທ້ຈິງ ລະຫວ່າງ ຫວຽດນາມ ແລະ ໂມຣິຕານີ
ພະລັງແຫ່ງຄວາມສາມັກຄີ ແລະ ການພັດທະນາຂອງຄຸມຊົນຄົນຫວຽດນາມ ຢູ່ ລາວ
ອານຢາງ ຈັດພິທີຕ້ອນຮັບ ແລະ ໄວ້ອາໄລອັດຖິວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ ທີ່ກັບຄືນມາຈາກ ກຳປູເຈຍ


